ສັນຍາ ບັນທຶກ ຄວາມເຂົ້າໃຈ ຣົດໄຟ ລາວ-ວຽດນາມ
2019.10.17

ໃນມື້ວັນທີ 15 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ, ຣັຖບານລາວ ໄດ້ເຊັນ MoU ຮ່ວມກັບ ບໍຣິສັດເອກຊົນ ບໍຣິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາ ແລະ ສຳຣວຈ ໂຄງການພັທນາ ເສັ້ນທາງຣົດໄຟ ລາວ-ວຽດນາມ ຣະຫວ່າງ ເມືອງທ່າແຂກ ແຂວງຄຳມ່ວນ ໄປຫາ ຊາຍແດນ ລາວ-ວຽດນາມ ກຳນົດ ໄລຍະທາງ 145 ກິໂລແມັຕ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກົມແຜນການ ແລະ ການຮ່ວມມື, ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ຕຸລາ ນີ້:
“MoU ໂຕ ທ່າແຂກ-ຫວຸ່ງອ່າງຫວາ ເພິ່ນຫາກໍ ເຊັນກັນ ວານນີ້ ຢູ່ແລນມາກຄ໌, ເຣີ້ມສຳຣວຈ ອອກແບບຊື່ໆເຈົ້າ.”
ເຈົ້າໜ້າທີ່ ກ່າວຕື່ມວ່າ ບໍຣິສັດ ເອກຊົນ ທີ່ໄດ້ເຊັນສັນຍາ ສຶກສາ ແລະ ສຳຣວຈ ໃນໂຄງການທາງຣົດໄຟລາວ-ວຽດນາມ ໄລຍະ ຣະຫວ່າງ ເມືອງທ່າແຂກ ໄປຫາຊາຍແດນ ລາວ-ວຽດນາມ ມີທັງໝົດ 3 ບໍຣິສັດ ຄື ບໍຣິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ທີ່ເປັນບໍຣິສັດ ຂອງຄົນລາວ, ບໍຣິສັດ ອິນໂດເນເຊັຽ ເຣວເວຍ໌ ດີວີລົບເມິນທ໌ ຄອນຊໍຣທຽມ (Indonesia Railway Development Consortium) ຈາກປະເທດອິນໂດເນເຊັຽ ແລະ ບໍຣິສັດ ເຮັດຈ໌ ທີ ອີນເວັສເມິນ ຄອນສະທຣັກເຊິນ ແມແນັສເມິນ (HT Investment Construction Management) ຈຳກັດ ຈາກປະເທດວຽດນາມ. ສ່ວນເສັ້ນທາງ ຣົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ ຫານະຄອນຫຼວງວຽງຈັນ ໄລຍະທາງ 307 ກິໂລແມັຕນັ້ນ, ຈະເປັນໂຄງການກໍ່ສ້າງ ໄລຍະທີ 2, ເຊິ່ງປະຈຸບັນ ຍັງຢູ່ໃນ ຂັ້ນຕອນກະຕຣຽມ ການສຶກສາ ແລະ ສຳຣວຈ.
ເຈົ້າໜ້າທີ່ ກົມທາງຣົດໄຟ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ເສັ້ນທາງຣົດໄຟ ລາວ-ວຽດນາມ ແມ່ນເປັນຮູບແບບ ການຮ່ວມມື ແລະ ລົງທຶນ ຣະຫວ່າງ ຣັຖບານ ແລະ ເອກະຊົນ ຫຼື PPP (Public-Private Partnership), ໂດຍຣັຖບານເປີດໂອກາດ ໃຫ້ເອກະຊົນ ເຂົ້າມາມີສ່ວນຮ່ວມ ໃນການພັທນາປະເທດ ເພື່ອໃຫ້ການລົງທຶນ ເກີດປະສິທທິພາບສູງສຸດ ແລະ ຫຼຸດຄວາມສ່ຽງ ການເພີ້ມຂຶ້ນດ້ານໜີ້ສິນ ສາທາຣະນະ ຂອງຣັຖບານ. ປະຈຸບັນ ຣັຖບານລາວ ກຳລັງ ຫາແຫຼ່ງທຶນ ເພື່ອມາກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ວຽດນາມ, ດັ່ງທ່ານກ່າວວ່າ:
“ຍັງບໍ່ໄດ້ ເຣີ່ມກໍ່ສ້າງເຈົ້າ ມີແຕ່ວ່າ ດຽວນີ້ ຊອກຫາ ແຫຼ່ງທຶນ ເພື່ອມາ ກໍ່ສ້າງທາງໂຕນີ້ ມັນຕ້ອງເປັນຂອງພາກເອກຊົນ ເຂົ້າມາລົງທຶນ ໃນຮູບແບບ PPP ດຽວນີ້ ສັນຍາ ເຂົາເຮັດແລ້ວໝົດແລ້ວ.”
ໂຄງການກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ວຽດນາມ ຈາກນະຄອນຫຼວງວຽງຈັນ ໄປຫາ ທ່າເຮືອຫວຸ່ງອ່າງ ໄລຍະທາງ 555 ກິໂລແມັຕ. ໃນນັ້ນ, 452 ກິໂລແມັຕ ເປັນໄລຍະທາງ ໃນລາວ ແລະ ອີກ 103 ກິໂລແມັຕ ເປັນໄລຍະ ທາງໃນວຽດນາມ. ຈຸດເຣີ່ມຕົ້ນ ຂອງໂຄງການ ຄືຈະເຣີ້ມຈາກ ທ່າເຮືອຫວຸ່ງອ່າງ ຂອງວຽດນາມ ຜ່ານດ່ານນາເພົ້າ ຫາເມືອງທ່າແຂກ ແຂວງຄຳມ່ວນ, ຜ່ານແຂວງບໍຣິຄຳໄຊ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ. ມູລຄ່າ ການກໍ່ສ້າງ ທີ່ຄາດການ ໃນເບື້ອງຕົ້ນ ປະມານ 5 ຕື້ໂດລາຣ໌ສະຫະຣັຖ. ໃນນັ້ນ, ເປັນທຶນ ຈາກຝ່າຍລາວ 3.5 ຕື້ໂດລາຣ໌ສະຫະຣັຖ ແລະ ຝ່າຍວຽດນາມ 1.5 ຕື້ໂດລາຣ໌ສະຫະຣັຖ.