ສິ່ງປຸກສ້າງຂອງ ບ.ນາເຕີຍ ຍັງບໍ່ ຖືກຊົດເຊີຍ
2020.11.06

ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ບ້ານນາເຕີຍ ເຊິ່ງເປັນບ້ານທີ່ໄດ້ຮັບຜົລກະທົບຫຼາຍທີ່ສຸດ ໃນນີ້ຄະນະ ຮັບຜິດຊອບການໄກ່ເກັ່ຍ ຂອງແຂວງຫຼວງນໍ້າທາ ໄດ້ເບີກຈ່າຍໃຫ້ ຜູ້ທີ່ໄດ້ຮັບຜົລກະທົບໄປແລ້ວ ສ່ວນນຶ່ງເຊັ່ນ ດິນສວນ, ດິນາ ແລະ ຜົລປູກ ສ່ວນສີ່ງປຸກສ້າງ ຍັງບໍ່ທັນໄດ້ເບີກຈ່າຍ. ດັ່ງປະຊາຊົນບ້ານນາເຕີຍ ທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນທ້າຍເດືອນຕຸລາ ທີ່ຜ່ານມາວ່າ:
“ຜູ້ທີ່ໄດ້ຮັບຜົນກະທົບ ທີ່ວ່າມັນຖືກເຮືອນຖືກບ່ອນຢູ່ຫັ້ນລະແມ່ນ ເຂົາໄດ້ ຮັບເກືອບໝົດແລ້ວ ດຽວນີ້ແມ່ນຍັງແຕ່ພວກ ທີ່ວ່າໂຄງການຖືກດີນ ໄຮ່ດີນນາ ຈຳນວນນີ້ຫັ້ນ ແລະແມ່ນຍັງບໍ່ທັນໄດ້ ເງິນຊົດເຊີຍຫັ້ນ ເພິ່ນກະວ່າຊິຈ່າຍໃຫ້ໝົດ ໃນທ້າຍປີນີ້.”
ບ້ານນາເຕີຍ ຕັ້ງຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຄະນະໄກ່ເກັ່ຍຣາຍງານວ່າ ເປັນເຂດສ້າງສະຖານີໃຫຍ່ ກວມເອົາເນື້ອທີ່ 80 ເຮັກຕ້າ ປະຊາຊົນໄດ້ຮັບ ຜົລກະທົບ 191 ຄອບຄົວ.
ປັດຈຸບັນເຂດບ້ານນາເຕີຍ ສີ່ງປຸກສ້າງບໍ່ທັນໄດ້ເບີກຈ່າຍ.ເພາະໂຄງການມີແຜນຈັດສັນ ທີ່ຢູ່ໃໝ່ໃຫ້ປະຊາຊົນ ໂດຍຈະນໍາໃຊ້ເງິນຊ່ອຍເຫຼືອ ລ້າຈາກຣັຖບານຈີນຈຳນວນ 325 ຕື້ ກີບ ເພື່ອຈັດສັນບ້ານໃໝ່ ຈຳນວນ 4 ບ້ານ. ດັ່ງທ່ານ ທອງແດງສິດທິຊົນ ຫົວໜ້າຄະນະໄກ່ເກັ່ຍ ແລະ ເບີກຈ່າຍຄ່າຊົດເຊີຍ ແຂວງຫຼວງນໍ້າທາ ໄດ້ກ່າວເມື່ອທ້າຍເດືອນ ມິຖຸນາ ຕໍ່ຊື່ມວນຊົນວ່າ:
"ການຊົດເຊີຍຍັງບໍ່ທັນໄດ້ເບິດ ຍັງຈຳນວນນ້ອຍ ອັນນີ້ກາດາຍ ການຊົດເຊີຍ ຣາຄາຫົວໜ່ວຍຊົດເຊີຍຕ່າງນີ້ນ່າ ຖືວ່າກາຍິນຍອມຮັບເອົາ ຫັ້ນແຫຼະ ບາງອັນກາຢາກໄດ້ຫຼາຍເກີນຄວນ ອັນນີ້ອ້າງວ່າມີຜົລງານ ແນວນັ້ນແນວນີ້ ຢາກສເນີເປັນພິເສດ ຫັ້ນນ່າ ແຕ່ຄວາມເປັນຈິງແຫຼະ ຣາຄາຫົວໜ່ວຍທີ່ທາງສະພາ ປະຊາຊົນແຂວງ ໄດ້ຮັບຮອງອອກ ເປັນຂໍ້ຕົກລົງຂອງທ່ານເຈົ້າແຂວງ ຖືວ່າເປັນເງື່ອນໄຂ ທີ່ສົມເຫດສົມຜົລ ໂດຍສະເພາະປະຊາຊົນ ທີ່ໄດ້ຮັບ ຜ່ານມາໂຕຢ່າງວ່າ ຜູ້ນີ້ຖືກຜົລກະທົບ ບາງຄົນເຮືອນໄມ້ ເຮືອນອັນນີ້ເນາະ."
ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຜ່ານແຂວງຫຼວງນໍ້າທາ ມີໄລຍະທາງ 17 ກິໂລແມັດ ປະກອບມີສະຖານີບໍ່ເຕັນ ເປັນສະຖານີ ໂດຍສານ ແລະ ສະຖານີນາເຕີຍເປັນສະຖານີ ຄ່ຽນຖ່າຍສິນຄ້າ.
ໃນສ່ວນຂອງຄວາມຄືບໜ້າການກໍ່ສ້າງ ແຂວງຫຼວງນໍ້າທາ ໄດ້ມອບພື້ນທີ່ໃຫ້ກັບຜູ້ຮັບເໝົາ ດຳເນີນການກໍ່ສ້າງແລວທາງ ສຳເຣັດແລ້ວ. ຍັງເຫຼືອພຽງເຂດພື້ນທີ່ ກໍ່ສ້າງສະຖານີ ຍັງມີການໄກ່ເກັ່ຍກັນຢູ່.
ການຈ່າຍຄ່າຊົດເຊີຍ ຕາມການຣາຍງານ ຂອງຄະນະໄກ່ເກັ່ຍ ແຂວງຫຼວງນໍ້າທາ ຢັ້ງຢືນວ່າ ມາຮອດປີ 2020 ໄດ້ເບີກຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໄດ້ຮັບຜົລກະທົບ ໄປແລ້ວ 7 ງວດ ຮວມເປັນເງິນ 131,916 ຕື້ກີບ ໃນນີ້ມີ 218 ຄອບຄົວ ຂອງບ້ານຕີນຕົກ, ບໍ່ປຽດ ແລະ ບໍ່ເຕັນຄິດເປັນ 74% ຂອງງົບປະມານ ແຂວງຫຼວງນໍ້າທາ ຕ້ອງຈ່າຍຄ່າຊົດເຊີຍ.
ແຂວງຫຼວງນໍ້າທາໄດ້ຮັບຜົລກະທົບທັງໝົດ 321 ຄອບຄົວ ແລະ ມູນຄ່າຕ້ອງຈ່າຍຄ່າ ຊົດເຊີຍທັງໝົດ 179 ຕື້ກີບ ແລະ ຕໍ່ໜ້າທາງແຂວງ ກຳລັງຂື້ນແຜນເບີກຈ່າຍງວດທີ 8 ຈຳນວນ 46 ຕື້ກີບ ຄິດເປັນ 36% ໃນຈຳນວນນີ້ແມ່ນຈ່າຍໃຫ້ ຜູ້ໄດ້ຮັບຜົລກະທົບ ຢູ່ໃນເຂດທີ່ຈະສ້າງ ສະຖານີ ຣົດໄຟ ສອງແຫ່ງຈຳນວນ 21 ຄອບຄົວ ເພື່ອສ້າງອາຄານ ຜູ້ໂດຍສານ ແລະ ທາງເຂົ້າຫາສະຖານີນາເຕີຍ ໃຫ້ສຳເຣັດໃນປີ 2021.