ລາຄາ ປີ້ໂດຍສານ ຣົຖໄຟລາວ-ຈີນ ຢາກແພງແດ່

ຈຳປາທອງ
2021.12.01
ລາຄາ ປີ້ໂດຍສານ ຣົຖໄຟລາວ-ຈີນ ຢາກແພງແດ່ ແຜນທີການແລ່ນຣົຖໄຟລາວ-ຈີນ ແລະ ລາຄາ ຄ່າໂດຍສານ, ວັນທີ 1 ເດືອນ ທັນວາ 2021.
RFA

ປະຊາຊົນລາວຫລາຍຄົນ ເຫັນວ່າ ລາຄາປີ້ໂດຍສານຣົຖໄຟລາວ-ຈີນ ທີ່ຖືກເຜີຍແຜ່ຢ່າງເປັນທາງການ ໃນມື້ວັນທີ 30 ພຶສຈິກາທີ່ຜ່ານມາ ແມ່ນຍັງແພງຢູ່ ຫາກທຽບໃສ່ກັບລາຍໄດ້ຂອງຄົນລາວໃນປະເທດ. ເປັນຕົ້ນ ຄ່າປີ້ຈາກນະຄອນຫລວງວຽງຈັນ ໄປຫາເມືອງໂພນໂຮງ ແຂວງວຽງຈັນ ຕໍ່າສຸດ 40 ພັນກີບ ແລະສູງສຸດ 86 ພັນກີບຕໍ່ຖ້ຽວ, ແລະຈາກນະ ຄອນຫລວງວຽງຈັນ ໄປຫາຊາຍແດນບໍ່ເຕັນ ແຂວງຫລວງນໍ້າທາ ຕໍ່າສຸດແມ່ນ 238,000 ກີບ ແລະສູງສຸດແມ່ນ 529,000 ກີບຕໍ່ຖ້ຽວ ດັ່ງປະຊາຊົນລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ທັນວານີ້ວ່າ:

ໂດບຄວາມຮູ້ສຶກຫັ້ນແພງ ແຕ່ເຮົາກະບໍ່ຮູ້ເຫດຜົນວ່າເພິ່ນຈ່າຍຄ່າໃຊ້ຈ່າຍຫຍັງແດ່ ຈຶ່ງກໍານົດອອກຣາຄານີ້ ເຮົາກະບໍ່ຮູ້ວ່າມັນຈະຕ້ອງີຄ່າຊີ້ນເປືອງ ຄ່າໃຊ້ຈ່າຍຫຍັງແນ່ ຢູ່ໃນຄວາມຈິງຫັ້ນນ່າ.  

ແລະວ່າ ລາຄາປີ້ໂດຍສານຣົຖໄຟລາວ-ຈີນ ທີ່ຖືກເຜີຍແຜ່ອອກມານັ້ນ ຕົນກໍເຊື່ອວ່າ ຈະເປັນລາຄາໃນໄລຍະທໍາອິດ ຂອງການເປີດໃຊ້ທາງ ຣົຖໄຟ, ມີຄວາມເປັນໄປໄດ້ທີ່ວ່າ ຕໍ່ໄປຈະມີການປັບຄ່າໂດຍສານ ເພື່ອໃຫ້ສອດຄ່ອງກັບສະພາບເສຖກິດໃນລາວປັດຈຸບັນ. ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນທໍານອງດຽວກັນນັ້ນວ່າ ລາຄາປີ້ໂດຍສານຣົດໄຟລາວ-ຈີນ ຍັງແພງຢູ່ ຖ້າທຽບໃສ່ລາຍໄດ້ຂອງປະຊາຊົນລາວ ໃນປະ ເທດໄລຍະນີ້, ຖ້າເປັນໄປໄດ້ກໍຢາກໃຫ້ເພິ່ນປັບຄ່າປີ້ຣົດນັ້ນລົງ ເພື່ອໃຫ້ຄົນລາວໃນປະເທດ ທີ່ຢາກຂີ່ຣົຖໄຟນັ້ນມີໂອກາດໄດ້ຂີ່.

ກະຢາກໃຫ້ຫລຸດຫັ້ນແຫລະ ແພງວ່າຊີ້ແຫລະ ວຽງຫາອຸດົມໄຊຫັ້ນນ່າ ເພາະວ່າເຮົາຢາກໄປ ເດີນທາງໄປຜົ້ງສາລີ ຈັ່ງຊີ້ນ່າ.

ແລະຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບຄ່າໂດຍສານນັ້ນລົງຕື່ມອີກ ເປັນຕົ້ນ ລາຄາຕໍ່າສຸດຈາກນະຄອນຫລວງວຍງຈັນ ໄປຫາແຂວງຫລວງນໍ້າທາ ຢູ່ທີ່ 1 ແສນປາຍກີບກໍເປັນການດີ.

ຖືກເທົ່າໃດກະແຮງດີຫັ້ນແຫລະ ປະຊາຊົນເຮົາບໍ່ມີເງິນເນາະ 2 ແສນປາຍນີ້ ຫາກສົມຄວນຢູ່ ຄັນຣາຄາແສນປາຍ ຮອດວຽງຈັນນີ້ ຖືກແທ້ຖືກວ່າແຫລະ ດີຫລາຍ.

ໃນຂະນະດຽວກັນ ພະນັກງານດ້ານການທ່ອງທ່ຽວ ທ່ານນຶ່ງກໍເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຄວນປັບລາຄາປີ້ໂດຍສານຣົຖໄຟລົງຕື່ມ ໂດຍສະເພາະປີ້ໂດຍສານ ຊັ້ນທີ 1 ທີ່ລາຄາແພງຫລາຍເກີນໄປ, ເກືອບຈະສໍ່າປີ້ຍົນພາຍໃນປະເທດ.

ປີ້ນ່າ ໃຫ້ລົງກວ່ານີ້ໜ້ອຍນຶ່ງກໍໂອເຄ first class ເປັນຊັ້ນ 1 ຊີ້ ມັນ 3 ແສນ 13 ພັນກີບຈັ່ງຊີ້ຫັ້ນເນາະ ຖ້າປຽບທຽບໃສ່ຍົນແບບ low cost ຂອງສາຍການບິນບາງສາຍການບິນ ທີ່ຂະເຈົ້າບິນຣາຄາຕໍ່າ ມັນກະໃກ້ຄຽງກັນຫັ້ນນະ ບາງເທື່ອຄັນ 3 ແສນຊີ້ ອັນນຶ່ງຂີ່ຍົນ ອັນນຶ່ງຂີ່ຣົດໄຟ ຍົນມັນປຢັດກວ່າ ບາງທີເຂົາອາຈເລືອກຍົນຫັ້ນນ່າ.

ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວລາວທ່ານນຶ່ງເຫັນວ່າ ລາຄາປີ້ໂດຍສານຣົຖໄຟລາວ-ຈີນ ທີ່ຖືກກໍານົດອອກມານັ້ນ ເປັນລາຄາທີ່ບໍ່ແພງເກີນໄປ ແລະກໍສົມເຫດສົມຜົນຢູ່ ຍ້ອນມັນປະ ຢັດເວລາເດີນທາງ ກວ່າຂີ່ຣົດໂດຍສານທົ່ວໄປຫລາຍ.

ສໍາລັບຂ້ອຍກະແບບວ່າ ສົມເຫດສົມຜົນຢູ່ ແຕ່ວ່າເຂື່ອນໄຂທີ່ວ່າຕ້ອງມີການຢັ້ງຢືນການກວດໂຄວິດຫັ້ນນ່າ ໂຕນີ້ຜູ້ໂດຍສານ ມັນກະຕ້ອງໄດ້ເສັຽເງິນຄ່າກວດອັນນັ້ນຢູ່ແລ້ວເນາະ ແລ້ວກະເງື່ອນໄຂການຈອງປີ້ເບາະອິຫຍັງຊີ້.

ແລະນັກທຸຣະກິດທ່ານນຶ່ງ ກໍໃຫ້ຄໍາເຫັນຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ທັນວານີ້ວ່າ ລາຄາປີ້ໂດຍສານຣົຖໄຟລາວ-ຈີນນັ້ນ ບໍ່ໄດ້ແພງຫລາຍ ແລະກໍຖືວ່າຄຸ້ມຄ່າກັບການໂດຍສານ ແລະຂົນສົ່ງສິນຄ້າ ແບບປະຢັດເວລາກວ່າການເດີນທາງທາງບົກແບບອື່ນໆ.

ຖືກຫລາຍກວ່າ ສໍ່ານີ້ກະເຫັນວ່າເໝາະສົມຢູ່ແລ້ວ ຜູ້ທຸກຜູ້ຍາກກະນໍາໃຊ້ໄດ້ ຜູ້ຮັ່ງຜູ້ມີກະນໍາໃຊ້ໄດ້ ສ່ວນຫລາຍຂະເຈົ້າກະເຂົ້າໃຈວ່າ ເສັຽເງິນສໍ່ານີ້ແລ້ວມັນປຢັດເວລາຫລາຍ ຄັນທຽບໃສ່ການກໍ່ສ້າງກັບຣາຄານີ້ຖືກຫລາຍ.

ໃນຂະນະດຽວກັນ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ອັດຕາຄ່າໂດຍສານຣົຖໄຟລາວ-ຈີນນັ້ນ ເຖິງແມ່ນຊາວລາວຫລາຍຄົນຄິດວ່າ ແພງກໍຕາມ ແຕ່ໃນທັສນະຂອງຕົນແລ້ວ ຖືວ່າບໍ່ແພງ ແລະກໍຄຸ້ມຄ່າ ສໍາລັບການເດີນທາງ ດ້ວຍທາງຣົຖໄຟພາຍໃນປະເທດ. ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ. ອີງຕາມຂໍ້ມູນຂອງບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ, ໃນເບື້ອງຕົ້ນ ລາຄາປີ້ໂດຍສານທາງ ຣົຖໄຟລາວ-ຈີນ ແບ່ງເປັນ 3 ປະເພດ ຄື: ປີ້ຣົຖໄຟແບບຄວາມໄວທໍາມະດາ ລາຄາສູງສຸດ 238,000 ກີບຕໍ່ຖ້ຽວ, ປີ້ຣົຖໄຟ EMU (Electric Multiple Unit) ຊັ້ນ 2 ລາຄາສູງສຸດ 333,000 ກີບຕໍ່ຖ້ຽວ,​ ແລະປີ້ຣົດໄຟ EMU ຊັ້ນ 1 ລາຄາສູງສຸດ 529,000 ກີບຕໍ່ຖ້ຽວ. ແລະອີງຕາມການຣາຍງານຂ່າວ ຂອງວິທຍຸສາກົລແຫ່ງປະເທດຈີນ ປະຈໍາ ສປປລາວ, ໃນມື້ວັນທີ 30 ພຶສຈິກາທີ່ຜ່ານມາ ທາງການລາວ ແລະທາງການຈີນ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການຂົນສົ່ງທາງຣົຖໄຟຂ້າມຊາຍແດນ ຣະຫວ່າງລາວ ແລະຈີນຄັ້ງທໍາອິດ ຜ່ານທາງຣະບົບອອນລາຍ ເພື່ອກໍານົດໜ້າວຽກສໍາຄັນຕ່າງໆ ຂອງສະຖານີ ຣົຖໄຟຊາຍແດນທັງ 2 ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ໂຄແຄນ
Dec 03, 2021 04:58 AM

ນັກທຸລະກິດຄືເຈົ້າອາດຈະບໍ່ແພງແຕ່ສໍາລັບປະຊາຊົນທໍາມະດາຖືວ່າແພງຫຼາຍ