ກໍ່ເຫດລັກຖອດເຫຼັກ, ນ໊ອດ ທາງຣົຖໄຟ ລາວ-ຈີນ

ສຸພັດຕາ
2021.12.14
ກໍ່ເຫດລັກຖອດເຫຼັກ, ນ໊ອດ ທາງຣົຖໄຟ ລາວ-ຈີນ ເສັ້ນທາງຣົຖໄຟເຂດນະຄອນຫຼວງວຽງຈັນ, ວັນທີ 30 ພຶກສິຈາ 2021.
ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ ປກສ ເມືອງຈອມເພັດ ແຂວງຫຼວງພຣະບາງ ໄດ້ຈັບຊາວບ້ານຈໍານວນ 4 ຄົນ ທີ່ກໍ່ເຫດລັກຖອດເຫຼັກ ແລະນ໊ອດຈໍານວນຫຼາຍຣາຍການ ອອກຈາກແລວທາງຣົຖໄຟລາວ-ຈີນ ຢູ່ເຂດເມືອງຈອມເພັດ ເມື່ອວັນທີ່ 28 ເດືອນພຶສຈິກາ ທີ່ຜ່ານມາ ໂດຍກຸ່ມຜູ້ຕ້ອງຫາດັ່ງກ່າວແມ່ນມີອາຊີບຮັບຊື້ເຫຼັກເສດຕາມເຮືອນຂອງຊາວບ້ານ ເພື່ອນໍາໄປຂາຍໃຫ້ແກ່ໂຮງງານຮັບຊື້ເຫຼັກເສດ ຈຶ່ງສວຍໂອກາດລັກເຫຼັກຕາມແລວທາງຣົຖໄຟລາວ-ຈີນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ທັນວາ ນີ້ວ່າ:

“ເພິ່ນສົ່ງໃຫ້ເຈົ້າໜ້າທີ່ ປະຕິບັດຕາມຣະບຽບກົດໝາຍ ໂຕນີ້ແມ່ນ ພວກຂະເຈົ້າແມ່ນຣົຖຕ່າງເຫຼັກເສດນ່າ ຂະເຈົ້າມັກໄປລັກເອົາຕະໜ່າງແລວກັນທາງຣົຖໄຟ ກັບເຫຼັກເສດຂອງໂຄງການ ກວດພົບລະຂະເຈົ້າກະກັກໄວ້.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຣົຖໄຟລາວ-ຈີນ ຍັງບໍ່ທັນໄດ້ແລ່ນຜ່ານເຂົ້າສູ່ເມືອງຈອມເພັດເທື່ອ ຈຶ່ງຍັງບໍ່ທັນໄດ້ສ້າງອັນຕລາຍແກ່ບັນດາຜູ້ໂດຍສານຂອງຣົຖໄຟ ແຕ່ເຖິງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ສືບຕໍ່ຮັກສາຄວາມປອດພັຍຕາມແລວທາງຣົຖໄຟລາວ-ຈີນ ຢູ່ເຂດເມືອງຈອມເພັດຢູ່ເລື້ອຍໆ ພ້ອມກັບໄດ້ມ້າງຕູບຂອງຊາວບ້ານຈໍານວນນຶ່ງ ທີ່ຕິດກັບແລວທາງຣົຖໄຟນັ້ນອອກ ເພື່ອປ້ອງກັນອັນຕລາຍ.

ກ່ຽວກັບເຫດການດັ່ງກ່າວນີ້ ຊາວບ້ານຢູ່ແຂວງຫຼວງພຣະບາງ ຫຼາຍຄົນ ກໍຮູ້ສຶກບໍ່ສະບາຍໃຈ ທີ່ຍັງມີເຫດການ ຄົນລັກຖອດເຫຼັກທາງຣົຖໄຟຢູ່ ທັັ້ງໆທີ່ໄດ້ເປີດໃຊ້ຣົຖໄຟລາວ-ຈີນ ແລ້ວ ແລະຢາກໃຫ້ເຈົ້າໜ້າທີ່ ລົງໂທດກຸ່ມຄົນບໍ່ດີ້ນີ້ຕາມກົດໝາຍ ຍ້ອນສ້າງຄວາມເສັຍຫາຍຕໍ່ຊັບສິນຂອງປະເທດ, ດັ່ງຊາວບ້ານ ນາງນຶ່ງກ່າວວ່າ:

“ເພາະວ່າດຽວນີ້ເພິ່ນອອກກົດໝາຍມາແລ້ວ ຖ້າຜູ້ໃດໄປລັກເຄື່ອງທີ່ວ່າຢູ່ທາງຣົຖໄຟຫັ້ນນ່າ ໂທດສູງສຸດ ເພາະວ່າແມ່ນສົມບັດຂອງຊາດ ເຣື່ອງຄວາມປອດພັຍແທ້ ກະປອດພັຍ ເພາະວ່າຂະເຈົ້າເຣີ່ມວາງທະຫານໄປໃສ່ແລ້ວ ບ່ອນທາງຣົຖໄຟ ຂະເຈົ້າເອົາທະຫານ ເອົາຕໍາຣວດໄປວາງໃສ່ແລ້ວ.”

ຊາວແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີ ຕໍ່ຜູ້ກະທໍາຜິດຢ່າງເດັດຂາດ ເພື່ອບໍ່ໃຫ້ເກີດມີຜູ້ກະທໍາຜິດຄົນອື່ນໆອີກ ຍ້ອນການລັກເຫຼັກແລະອຸປະກອນຕາມແລວທາງຣົຖໄຟນັ້ນ ອາຈສ້າງອຸບັດຕິເຫດຮ້າຍແຮງຕໍ່ຊີວິດຂອງຜູ້ໂດຍສານໄດ້, ດັ່ງທ່ານກ່າວວ່າ:

“ມັນຕ້ອງໄດ້ປ້ອງກັນເນາະ ແບບນີ້ເນາະ ໃສ່ໂທດຂະເຈົ້າສາເນາະ ເພາະວ່າອັນນີ້ ມັນຄວາມປອດພັຍຂອງຫຼາຍ ຫຼາຍຮ້ອຍຄົນເລີຍເນາະ ຣົຖໄຟເນາະ ຂ້ອຍເຄີຍໄດ້ຍິນຢູ່ເນາະເຣື່ອງນີ້ ແຕ່ບໍ່ຮູ້ວ່າຄວາມຈິງມັນເປັນແນວໃດ.”

ກ່ອນໜ້ານັ້ນ ຄືໃນວັນທີ່ 27 ພຶສຈິກາ ປີ 2021 ເຈົ້າໜ້າທີ່ຕໍາຣວດ ນະຄອນຫຼວງວຽງຈັນ ກໍໄດ້ຈັບຊາວບ້ານ 1 ຄົນ ທີ່ລັກຖອດເຫຼັກແຜ່ນຕາມແລວທາງຣົຖໄຟລາວ-ຈີນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມທັງຈັບແມ່ຍິງຊາວວຽດນາມ ອີກ 1 ຄົນ ທີ່ຮັບຊື້ເຫຼັກແຜ່ນຈໍານວນດັ່ງກ່າວ ຮວມທັງໝົດ 39 ແຜ່ນ ຄິດເປັນມູລຄ່າປະມານ 40 ລ້ານກີບ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕໍາຣວດ ນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ສຽງກ່າວວ່າ ພາຍຫຼັງໄດ້ຈັບຜູ້ຂາຍ ແລະຜູ້ຊື້ແຜ່ນເຫຼັກດັ່ງກ່າວ ປັດຈຸບັນ ເຈົ້າໜ້າທີ່ກໍກໍາລັງຂຍາຍຜົລ ເພື່ອຕາມຈັບຂບວນການທີ່ຍັງເຫຼືອຢູ່ ສ່ວນຂອງກາງນັ້ນ ກໍຈະມອບຄືນໃຫ້ແກ່ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ.

ອີງຕາມມາດຕຣາ 156 ຂອງກົດໝາຍອາຍາ ຣະບຸວ່າ ບຸກຄົນໃດ ຫາກມີການກະທໍາທີ່ຣະເມີດຣະບຽບ ຫຼືເປັນອັນຕລາຍຕໍ່ຄວາມປອດພັຍຂອງເຮືອ, ເຮືອບິນ, ກໍ່າປັ່ນ, ຣົຖໄຟ, ຣົຖ, ສນາມບິນ, ທ່າກໍ່າປັ່ນ, ສະຖານນີຣົຖໄຟ ຫຼືສະຖານນີຣົຖ ຊຶ່ງໄດ້ສ້າງຄວາມເສັຍຫາຍຫຼາຍ ຈະຖືຖລົງໂທດຈໍາຄຸກແຕ່ 5 ປີ ຫາ 10 ປີ ແລະປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ ແລະໃນກໍຣະນີສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຈໍາຄຸກແຕ່ 10 ປີ ຫາຕລອດຊີວິດ ແລະປັບໃໝແຕ່ 15 ລ້ານກີບ ຫາ 150 ລ້ານກີບ.

ມາຮອດປັດຈຸບັນ ເປັນເວລາປະມານ 10 ມື້ແລ້ວ ທີ່ຣົຖໄຟລາວ-ຈີນ ໄດ້ເປີດບໍຣິການຜູ້ໂດຍສານ ສໍາລັບເດີນທາງພາຍໃນປະເທດ ແຕ່ຊາວລາວຫຼາຍຄົນຍັງເຫັນວ່າ ຫຼາຍຢ່າງ ຍັງບໍ່ເຂົ້າທີ່ເຂົ້າທາງເທື່ອ ໂດຍສະເພາະ ການຂາຍປີ້ຣົຖໄຟ ທີ່ຍັງບໍ່ທັນເປີດໃຫ້ຈອງປີ້ແບບຂ້າມມື້ຫຼາຍມື້ໄດ້ ເຮັດໃຫ້ຜູ້ໂດຍສານ ຍັງຕ້ອງລຽນແຖວຕາກແດດລໍຖ້າຊື້ປີ້ເປັນເວລາດົນ ຢູ່ບ່ອນສະຖານີຣົຖໄຟ ແລະຕ້ອງສະແດງເອກສານຫຼາຍຢ່າງນໍາດ້ວຍ ຊຶ່ງຫຼາຍຄົນກໍຢາກເປີດບໍຣິການຂາຍປີ້ຣົຖໄຟຜ່ານຣະບົບອອນລາຍ ເພື່ອຄວາມສະດວກ, ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:

“ຍັງບໍ່ໄດ້ເປີດຂາຍເປັນທາງອອນລາຍເທື່ອ ແລ້ວຕອນນີ້ ຄົນກະແບບວ່າ ຫຼາຍເກີນໄປ ແລ້ວກະຜັດໄປຕລອດ ແຕ່ວ່າຕ້ອງເຂົ້າໄປສະສານໂດຍຕົງກັບສະຖານນີຫັນນ່າ ຢືນຢັນເອກສານຫຼາຍຢ່າງ ຣະບົບມັນຍັງບໍ່ສະຖຽນ ປານໃດຫັ້ນນ່າ.”

ໃນຂະນະດຽວກັນ ຢູ່ສະຖານີຣົຖໄຟບາງແຫ່ງ ກໍມີຣົຖຕູ້ບໍຣິການຂົນສົ່ງຜູ້ໂດຍສານ ຈາກສະຖານີຣົຖໄຟ ໄປຫາໂຕເມືອງ ໂດຍເກັບຄ່າໂດຍສານ ເປັນຕົ້ນ ຄ່າໂດຍສານຣົຖຕູ້ຈາກສະຖານີຣົຖໄຟຫຼວງພຣະບາງ ໄປຫາໂຕນະຄອນຫຼວງພຣະບາງ ໄລຍະທາງປະມານ 12 ກິໂລແມັດ ມີການຄິດໄລ່ຄ່າໂດຍສານ ຜູ້ໃຫຍ່ລາຄາ 25,000 ກີບຕໍ່ຄົນຕໍ່ຖ້ຽວ ແລະເດັກນ້ອຍອາຍຸ 1-5 ປີ ລາຄາ 15,000 ກີບຕໍ່ຄົນຕໍ່ຖ້ຽວ ຊຶ່ງຊາວບ້ານຫຼາຍຄົນເຫັນວ່າ ເປັນລາຄາທີ່ແພງຢູ່, ດັ່ງຊາວນະຄອນຫຼວງພຣະບາງ ນາງນຶ່ງ ກ່າວວ່າ:

“ຄັນເດັກນ້ອຍຫັ້ນນ່າ ຜູ້ລະ 5,000 ກີບສາ ສົມມຸດວ່າເປັນຜູ້ໃຍ່ ກະເກັບ 15,000 ກີບສາຫັ້ນນ່າ ກະໜ້າສະສົມເຫດສົມຜົນ ອັນນີ້ 25,000 ກັບ ມັນກະແພງໂພດ.”

ປັດຈຸບັນ ສະຖານີຣົຖໄຟລາວ-ຈີນ ໄດ້ເປີດບໍຣິການພຽງແຕ່ 6 ສະຖານີ ຈາກທັງໝົດ 10 ສະຖານີ ສໍາລັບສະຖານີທີ່ເປີດໃຊ້ແລ້ວ ໄດ້ແກ່ ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພຣະບາງ, ສະຖານີເມືອງໄຊ ແລະສະຖານີບໍ່ເຕັນ ສ່ວນສະຖານີ ທີ່ຍັງບໍ່ທັນເປີດໃຊ້ ແລະຄາດວ່າຈະເປີດໃຊ້ໃນປີໜ້າ ມີອີກ 4 ສະຖານີ ໄດ້ແກ່ ສະຖານີກາສີ, ສະຖານີເມືອງງາ​, ສະຖານີນາໝໍ້ ແລະສະຖານີນາເຕີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.