ຂ.ອຸດົມໄຊ ຫຼາຍຄອບຄົວ ຍັງຖ້າ ຄ່າຊົດເຊີຍ
2020.11.12

ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ທີ່ຕັດຜ່ານ ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ. ປັດຈຸບັນ ການກໍ່ສ້າງຄືບໜ້າ ໄປຫຼາຍກວ່າ 90 ເປີເຊັນ.
ອີງຕາມຂໍ້ມູນ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີປະຊາຊົນໄດ້ຮັບຜົນກະທົບ ຈາກ ໂຄງການທາງຣົດໄຟ ລາວ-ຈີນ ປະມານ 4,400 ຄອບຄົວ.
ເຮົາຈະມາເວົ້າກ່ຽວກັບຜົນກະທົບ ຈາກ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ຊຶ່ງເປັນແຂວງນຶ່ງ ທີ່ທາງລົດໄຟ ລາວ-ຈີນ ຕັດຜ່ານ ມີຄວາມຍາວ 126 ກິໂລແມັດ.
ປັດຈຸບັນ ຜົນກະທົບທີ່ເກີດຂຶ້ນຢູ່ ແຂວງອຸດົມໄຊ ຈາກການກໍ່ສ້າງທາງຣົດໄຟ ລາວ-ຈີນ ກໍຄືປະຊາຊົນຫຼາຍກວ່າ 500 ຄອບຄົວຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງງາ ຍັງບໍ່ໄດ້ຮັບຄ່າຊົດເຊີຍ, ລະບົບຊົລປະທານເປ່ເພ ເຮັດໃຫ້ປະຊາຊົນເຮັດນາບໍ່ໄດ້, ລະບົບນ້ຳລິນ ໃຊ້ການບໍ່ໄດ້, ໂຄງການຍັງບໍ່ໄດ້ສ້າງບ້ານຈັດສັນໃຫ້ປະຊາຊົນຈຳນວນນຶ່ງທີ່ຖືກຍົກຍ້າຍ.
ເມືອງງາ:
ຢູ່ເມືອງງາ, ບໍຣິສັດ ວິສວະກັມທາງຣົດໄຟສາກົນ ສປ ຈີນ ໄດ້ກໍ່ສ້າງທາງຣົດໄຟ ໄປກວມເອົາຄອງຊົລປະມານ 5 ຈຸດ ແລະນ້ຳລິນ 1 ຈຸດ ຢູ່ 4 ບ້ານ, ເຮັດໃຫ້ຊົລປະທານ ແລະ ລະບົບນ້ຳລິນ ຂອງປະຊາຊົນ ໃຊ້ການບໍ່ໄດ້. ຊາວເມືອງງາ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າການເຈາະ ອຸໂມງທາງຣົດໄຟ ໄປຕັນທາງນ້ຳລິນຂອງຊາວບ້ານ:
“ຂະເຈົ້າເຈາະໄປມັນຖືກ ມັນຖືກສາຍນ້ຳ ເອີໄປເຈາະລະມັນຖືກ ຂະເຈົ້າກະເຮັດຮ່ອງລໍ່ ຮ່ອງລະບາຍນ້ຳຕ່າງຫາກ ໃຫ້ມັນອອກມາຖິ້ມໃສ່ ນ້ຳຂອງ ມັນ, ມັນກະບໍ່ອອກຮູເກົ່າພຸ້ນແຫຼະ ມັນຖືວ່າ ມັນແຫ້ງແຊດ”
ນອກຈາກນີ້, ລະບົບຊົລປະທານ ຂອງປະຊາຊົນ ຢູ່ 4 ບ້ານ ກໍໄດ້ຮັບຄວາມເສັຽຫາຍ ແລະ ໃຊ້ການບໍ່ໄດ້. ຊາວບ້ານເມືອງງາ ທ່ານນີ້ກ່າວ ຕື່ມອີກວ່າ:
“ເອີ ກະບ່ອນວ່າ ຂະເຈົ້າເຮັດໄປແລ້ວມັນຕັດເໝືອງ [ຮ່ອງຊົລປະທານ] ຂະເຈົ້າເດ້ ສ່ວນຫຼາຍກະຕັດເໝືອງ ລະກະເອົາຂີ້ຂວາຍໄປຖິ້ມ ທັບເໝືອງທັບຫຍັງຂະເຈົ້າຫັ້ນນ່າ ແມ່ນລະມັນຖືກເໝືອງຂະເຈົ້າເດ້ ສ່ວນຫຼາຍລະມັນມີບັນຫາ.”
ແຕ່ເຈົ້າໜ້າທີ່ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງງາ ກ່າວວ່າ ເຈົ້າໜ້າທີ່ທາງການ ແລະ ບໍຣິສັດຮັບເໝົາກໍ່ສ້າງທາງລົດໄຟ ໄດ້ລົງ ໄປສ້ອມແກ້ໄຂຊົລປະທານ ທີ່ເປ່ເພ ໃຫ້ປະຊາຊົນແລ້ວ:
“ກະມີ, ກະມີ ໄລຍະຜ່ານມາກະມີ ອາຮອດນະປັດຈຸບັນນີ້ ກະຂ້ອນຂ້າງວ່າໄດ້ ໄດ້ອັນນ່າໄກ່ເກັ່ຽ ກະສົມທົບກັບຜູ້ຮັບເໝົາຫັ້ນ ແກ້ໄຂໃຫ້ ພໍ່ແມ່ປະຊາຊົນ ລະອຽດໝົດລະ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ: ໂຄງການກໍໄດ້ໄປສ້ອມແປງ ລະບົບນ້ຳລິນໃຫ້ຊາວບ້ານສຳເລັດຮຽບຮ້ອຍແລ້ວ.
ອິງຕາມຂໍ້ມູນຈາກບົດລາຍງານໂຄງການ ທາງຣົດໄຟ ລາວ-ຈີນ ຂອງ ແຂວງອຸດົມໄຊ ໃນເດືອນຕຸລາ ທີ່ຜ່ານມາ ທີ່ ເອເຊັຽເສຣີ ໄດ້ມາ ພົບວ່າ ນ້ຳລິນຂອງປະຊາຊົນ ບົກແຫ້ງຍ້ອນການເຈາະອຸໂມງ. ເຈົ້າໜ້າທີ່ເມືອງງາ ໄດ້ລົງສຳຣວດແລ້ວ ແລະ ໄດ້ສະເໜີໃຫ້ ບໍຣິສັດ ທາງຣົດໄຟ ລາວ-ຈີນ ມາສຳຣວດສຶກສາຄືນ ກ່ຽວກັບການແກ້ໄຂບັນຫາ ດັ່ງກ່າວ, ແຕ່ຍັງບໍ່ໄດ້ຮັບການແກ້ໄຂ.
ບໍຣິສັດກໍ່ສ້າງທາງຣົດໄຟ ທີ່ຕັດທາງເຂົ້າໄປເຂດກໍ່ສ້າງ ເຮັດໃຫ້ດິນຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍ.
ບາງກໍຣະນີ ຜູ້ກໍ່ສ້າງກໍເອົາດິນ ແລະ ຫິນໄປຖອກໃສ່ ຂອງປະຊາຊົນ. ປະຊາຊົນເມືອງງາ ອີກທ່ານນຶ່ງ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
“ເປັນຫົນທາງຣົດຂະເຈົ້າຕັດ, ຕັດໄປນະ ໃຊ້ໄດ້ຢູ່ເລື່ອງດິນຫັ້ນນະ ແຕ່ວ່າມັນກະເປ່ກະເພໂອ້ ບາງເທື່ອຂະເຈົ້າກະເອົາຫີນ ເອົາຫຍັງໄປຖົມ ຖືກດິນປະຊາຊົນຫັ້ນແຫຼະ ຖືກດິນບາງເທື່ອ ຂະເຈົ້າກະຖົມດິນ ຖົມດອນ ຫາກຊິໃຫ້ມັນຄືເກົ່າ ມັນກະບໍ່ຄືແຫຼວ ເພາະວ່າຂະເຈົ້າທະລຸ ເສັ້ນທາງໄປນ່າ ຂົນເຫຼັກຂົນນັ້ນໄປ.”
ສ່ວນທີ່ດິນຂອງຊາວບ້ານ ທີ່ເປ່ເພຈາກການຕັດທາງເຂົ້າໄປເຂດກໍ່ສ້າງທາງຣົດໄຟ, ເຈົ້າຂອງໂຄງການຈະບໍ່ຈ່າຍຄ່າຊົດເຊີຍໃຫ້ເຂົາ. ປະຊາຊົນເມືອງງາ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:
“ດິນມັນບໍ່ຖືກໂຕແລວລະ ເພິ່ນບໍ່ໃຊ້ ມີແຕ່ຖືກທາງຊອຍທີ່ວ່າ ຂະເຈົ້າຕັດເນາະ ໂຄ້ງໄປຫາບ່ອນທີ່ເຮັດເສົາຣົດໄຟນີ້ນ່າ ເພິ່ນລະບໍ່ໃຊ້ ມີແຕ່ວ່າ ໃຊ້ແຕ່ໄມ້ວ່າຊັ້ນຊາ ບ່ອນທາງຕັດໄປຖືວ່າ ກະບໍ່ໃຊ້ແຫຼະ.”
ໂຄງການຈະຊົດເຊີຍ ແຕ່ຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ເສຖກິດ ທີ່ຮັບຄວາມເສັຽຫາຍ ຈາກການຕັດເຂົ້າໄປກໍ່ສ້າງ ທີ່ຢູ່ນອກແລວ ທາງຣົດໄຟ ອີງຕາມຂໍ້ມູນ ຈາກ ປະຊາຊົນທ່ານນີ້. ສະເພາະ ຢູ່ເມືອງງາ ໂຄງການທາງລົດໄຟ ໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ກາຍເຄິ່ງນຶ່ງແລ້ວ. ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງງາ ໄດ້ກ່າວວ່າ:
“ອາ 50 ກົ່ວ ເປີເຊັນແລ້ວ ໂຕທີ່ເຮົາຊົດເຊີຍ ໄປມັນກວມ 14 ຕື້ ເດ້ ແລະ ດຽວນີ້ສະເໜີໄປແມ່ນກວມ 12 ຕື້ ແຜນຕົວຈິງທີ່ເຮົາເກັບກຳ ຂໍ້ມູນ ມາແມ່ນມັນຖືກຢູ່ປະມານ 26 ຕື້ ກວ່ານີ້ລະຈ່າຍໄປ 14 ກວ່າຕື້ລະ.”
ການຈ່າຍຄ່າຊົດເຊີຍ ໂຄງການຈະເລັ່ງຈ່າຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຢູ່ໃນແລວທາງລົດໄຟກ່ອນ, ແຕ່ຍັງບໍ່ຈ່າຍຄ່າຊົດເຊີຍນອກແລວ ທາງຣົດໄຟ. ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງງາ ກ່າວຕື່ມອີກວ່າ:
“ແຕ່ວ່າ ໂຕນີ້ ມັນຜົນກະທົບທີ່ວ່ານອກແລວ ກະຍັງບໍ່ທັນໄດ້ຊົດເຊີຍ ແຕ່ວ່າ ເຮົາເກັບກຳຂໍ້ມູນສະເໜີຕໍ່ຣັຖບານແລ້ວ ຍັງແຕ່ເພິ່ນຊິອະນຸມັດ ງົບປະມານ.”
ເມືອງງາ ມີ 17 ບ້ານ ໄດ້ຮັບຜົນກະທົບ:
• ມີປະຊາຊົນ 286 ຄອບຄົວ ໄດ້ຮັບຄ່າຊົດເຊີຍໄປແລ້ວມູນຄ່າປະມານ 14 ຕື້ ກີບ.
• ຍັງອີກ 308 ຄອບຄົວ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍມູນຄ່າ 12 ຕື້ກີບ.
ເມືອງ ນາໝໍ້ :
ບາງຄອບຄຄົວ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຮັບຄ່າຊົດເຊີຍຖືກ ສ່ວນວ່າ ບາງຄອບຄົວລໍຖ້າໃຫ້ໂຄງການສ້າງເຮືອນຈັດສັນໃຫ້ນັ້ນ ກໍຍັງບໍ່ມີເຮືອນຢູ່ ຍ້ອນວ່າ ໂຄງການຍັງບໍ່ໄດ້ກໍ່ສ້າງເຮືອນ ໃຫ້ເຂົາເຈົ້າເທື່ອ. ປະຊາຊົນເມືອງນາໝໍ້ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ມັນມີບາງຄອບຄົວເຂົາວ່າຊິຈັດສັນ ເຮັດບ້ານຈັດສັນໃຫ້ເນາະ ເຂົາບໍ່ເອົາເງິນ ລະບາດນີ້ ຖ້າເຂົາມາຈັດສັນ ໃຫ້ເຂົາກະບໍ່ມາຈັດເທື່ອ ຄື ອັນນະ ພໍ່ຕາຂອງຂ້ອຍ ເຮືອນນີ້ເຂົາໄລ່ລາຄາ ເຂົາຕີລາຄາມັນໄດ້ໜ້ອຍ ລະເຂົາວ່າ ຖ້າເອົາເຮືອນຈັດສັນ ເອົາບ້ານຈັດສັນ ພໍດີຖ້າເຂົາມາຈັດ ເຮັດບ້ານຈັດສັນ ເຮັດບ້ານຈັດສັນນີ້ ເຂົາບໍ່ມາຈັກເທື່ອ ຕັ້ງເຮືອນຕູບນ້ອຍ ທຳມະດາຢູ່ຕາມນັ້ນແຫຼະ.”
ການຊອກຫາດິນບ່ອນໃໝ່ ເພື່ອປຸກເຮືອນ ກໍມີຄວາມຫຍຸ້ງຍາກ ໂດຍສະເພາະທີ່ດິນບ່ອນເໝາະສົມ ກໍມີຄົນຈັບຈອງແລ້ວ, ຊາວເມືອງ ນາໝໍ້ ທ່ານນີ້ ກ່າວຕື່ມອີກວ່າ:
“ກະຫາກຫຍຸ້ງຍາກຫັ້ນແຫຼະ ເພາະວ່າ ດິນເຮົາຖືກໝົດແຫຼະ ເຮົາຊິໄປຫາບ່ອນໃໝ່ ມັນກະບໍ່ມີລະເດ້ດິນ ບ່ອນໃດກະມີເຈົ້າຂອງໝົດລະເດ້ ເອີດິນບໍ່ມີບ່ອນຫວ່າງ ຈັກໜ້ອຍລະ ມີແຕ່ເຮົາໄປຊື້ເອົາ ຊື້ເຂົາກະ ຂາຍແພງບາດນີ້ນະ.”
ປະຊາຊົນບາງຄົນ ກໍໄດ້ຄ່າຊົດເຊີຍທີ່ຖືກ ພຽງແຕ່ 9,000 ກີບ ຕໍ່ແມັດມົນທົນ ເທົ່ານັ້ນ. ຊາວບ້ານທ່ານນີ້ ກ່າວວ່າ:
“ຖືກເປັນສວນຢາງໜ້ອຍນຶ່ງ ດິນນາໜ້ອຍນຶ່ງ ດິນສວນຢາງຄືວ່າ ຕາແມັດນຶ່ງ 9,000 ກີບ ເບາະ ຫຼາຍກະບໍ່ຫຼາຍນ່າ ໄດ້ໜ້ອຍທຳມະດາ ນ່າ, ຢາກຍາກໜ້ອຍໜ້ອຍນຶ່ງໃດ ຄ່າຊົດເຊີຍມັນກະຍາກໜ້ອຍນຶ່ງໃດ ຄັນມາໄລ່ໄປລະ ເພາະວ່າ ເຂົາຢາກໄລ່ໃຫ້ອ່າວຖືກໃຫ້ແດ່.”
ອີງຕາມຂໍ້ມູນຈາກປະຊາຊົນປະຊາຊົນ, ລາຄາທີ່ດິນຕາມທ້ອງຕະຫຼາດ ຢູ່ເຂດດັ່ງກ່າວ ບໍ່ຕ່ຳກວ່າ 30,000 ກີບ ຕໍ່ແມັດມົນທົນ.
ເຈົ້າໜ້າທີ່ປະຈຳໂຄງການທາງຣົດໄຟ ລາວ-ຈີນ ປະຈຳແຂວງອຸດົມໄຊ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ປັດຈຸບັນ ຍັງມີປະຊາຊົນອີກຫຼາຍຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
ນອກຈາກນີ້, ບົດລາຍງານໂຄງການ ທາງຣົດໄຟລາວ-ຈີນ ຂອງແຂວງອຸດົມໄຊ ປະຈຳເດືອນຕຸລາ ໄດ້ລະບຸວ່າ: ການກຳນົດຂອບເຂດການ ກໍ່ສ້າງຂອງບໍຣິສັດຜູ້ຮັບເໝົາກໍ່ສ້າງ ແມ່ນບໍ່ມີຄວາມລະອຽດຊັດເຈນ ແລະ ບໍ່ແນ່ນອນ ມີການຂະຫຍາຍພື້ນທີ່ ອອກໄປຢູ່ຕະຫຼອດ ຢູ່ຫຼາຍ ພື້ນທີ່ ໂດຍບໍ່ສະເໜີ, ບໍ່ຜ່ານຫ້ອງການ ປະສານງານຂັ້ນເມືອງ ແຕ່ເມື່ອປະຊາຊົນຂັດຂວາງ ບໍ່ຍອມມອບທີ່ດິນໃຫ້ ຈຶ່ງຄ່ອຍ ມາສະເໜີ ຄະນະຮັບຜິດຊອບໄປໄກ່ເກັ່ຽຊ່ວຍ ແລະ ການຂະຫຍາຍພື້ນທີ່ ເຮັດງົບປະມານຊົດເຊີຍ ເພີ່ມຂຶ້ນຫຼາຍ.
ເມືອງນາໝໍ້ ມີ 6 ບ້ານ ໄດ້ຮັບຜົນກະທົບ:
• ມີ 284 ຄອບຄົວ ໄດ້ຮັບຄ່າຊົດເຊີຍມູນຄ່າປະມານ 19 ຕື້ ກີບ.
• ຍັງອີກ 72 ຄອບຄົວ ບໍ່ໄດ້ຮັບຄ່າຊົດເຊີຍປະມານ 3 ຕື້ ກີບ.
ເມືອງໄຊ:
ບັນຫາທີ່ເກີດຂຶ້ນຢູ່ເມືອງໄຊ ກໍຍັງບໍ່ສາມາດແກ້ໄຂໄດ້ ບົດລາຍງານໂຄງການທາງຣົດໄ ຟລາວ-ຈີນ ຂອງແຂວງອຸດົມໄຊ ປະຈຳເດືອນຕຸລາ ໄດ້ລະບຸວ່າ:
• ການກໍ່ສ້າງທາງລົດໄຟ ຢູ່ເມືອງໄຊ ທີ່ໄດ້ຖົມຊົລປະທານ ເຮັດໃຫ້ປະຊາຊົນ 28 ຄອບຄົວ ຢູ່ 4 ບ້ານ ບໍ່ສາມາດເຮັດນາໄດ້ນັບແຕ່ປີ 2017 ເປັນຕົ້ນມາ.
• ການກໍ່ສ້າງອຸໂມງທາງລົດໄຟ ໄປຕັນລະບົບນ້ຳລິນ ຂອງປະຊາຊົນ 3 ບ້ານ ຄື: ບ້ານປ່າແມງ, ບ້ານວັງຍານ ແລະ ບ້ານຫ້ວຍໝອກ. ໂຄງການ ຍັງບໍ່ມາກໍ່ສ້າງລະບົບນ້ຳລິນຄືນໃຫ້ປະຊາຊົນ.
• ປະຊາຊົນບໍ່ເຊັນຢັ້ງຢືນຜົນກະທົບ ຄື ເຈົ້າຂອງປ້ຳນ້ຳມັນ ຢູ່ບ້ານຫ້ວຍຂຸມ ທີ່ສະເໜີໃຫ້ຣັຖບານຈ່າຍຄ່າດອກເບັ້ຽທະນາຄານ ນັບແຕ່ໄດ້ ຍຸຕິນຳເຂົ້ານ້ຳມັນ ຍ້ອນວ່າ ດິນຂອງລາວຖືກປາກອຸໂມງທາງລົດໄຟ.
ຕໍ່ກັບບັນຫາດັ່ງກ່າວ ຄະນະໄກ່ເກັ່ຽ ຂັ້ນແຂວງ ແລະ ເມືອງ ໄດ້ລົງໄປປະສານສົມທົບກັບຜູ້ກ່ຽວ ແຕ່ຍັງບໍ່ສາມາດຕົກລົງເລື່ອງຄ່າ ຊົດເຊີຍໄດ້.
ກ່ຽວກັບຂໍ້ມູນເພີ່ມເຕີມຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຢູ່ເມືອງໄຊ, ເອເຊັຽເສຣີ ພຍາຍາມຕິດຕໍ່ ຫາເຈົ້າໜ້າຄະນະຊີ້ນຳ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ແຂວງອຸດົມໄຊ ແຕ່ເຈົ້າໜ້າທີ່ບໍ່ສະດວກ ໃຫ້ສຳພາດເລື່ອງນີ້.
ຢູ່ເມືອງໄຊ ມີ 5 ບ້ານ ໄດ້ຮັບຜົນກະທົບ:
• ມີປະຊາຊົນ 663 ຄອບຄົວ ໄດ້ຮັບຄ່າຊົດເຊີຍ ມູນຄ່າປະມານ 99 ຕື້ກີບ.
• ຍັງເຫຼືອ 127 ຄອບຄົວ ບໍ່ໄດ້ຮັບຄ່າຊົດເຊີຍ ມູນຄ່າ 6 ຕື້ ກີບ.
ທັງ 3 ເມືອງ ຢູ່ ແຂວງອຸດົມໄຊ ຖືກທາງລົດໄຟຕັດຜ່ານທັງໝົດ 28 ບ້ານ, ມີປະຊາຊົນ ປະມານ 500 ຄອບຄົວ ຍັງບໍ່ໄດ້ຮັບຊົດເຊີຍ ມູນຄ່າ 21 ຕື້ ກີບ. ສ່ວນວ່າ 1,200 ຄອບຄົວ ໄດ້ຮັບຄ່າຊົດເຊີຍໄປແລ້ວ ມູນຄ່າ 130 ຕື້ ກີບ ອີງຕາມບົດລາຍງານ ໂຄງການທາງ ຣົດໄຟ ລາວ-ຈີນ ຂອງແຂວງອຸດົມໄຊ ປະຈຳເດືອນຕຸລາ.
ການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ມີມູນຄ່າທັງໝົດປະມານ 6 ຕື້ ໂດລາ ຊຶ່ງໃນນັ້ນ ຈີນຖືຮຸ້ນ 70 ເປີເຊັນ ໃນຂະນະທີ່ ລາວຖືຮຸ້ນ 30 ເປີເຊັນ.