ຂ.ຫຼວງນໍ້າທາ 160 ຄອບຄົວ ລໍຖ້າ ຄ່າຊົດເຊີຍ

ຈໍາປາທອງ
2019.10.11
ສາງເກັບອຸປກອນການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ, ຊຶ່ງຖືວ່າເປັນ ເສັ້ນທາງຍຸທສາດ ທີ່ສໍາຄັນຂອງຈີນ ເພື່ອເຊື່ອມຕໍ່ ໄປຮອດ ປະເທດ ສິງກະໂປ
RFA/LX

ປັດຈຸບັນ ປະຊາຊົນ ເມືອງຫຼວງນໍ້າທາ ແຂວງຫລວງນໍ້າທາ ຈໍານວນ 160 ຄອບຄົວທີ່ເສັຽເຮືອນ ແລະເນື້ອທີ່ປູກຝັງ ໃຫ້ແກ່ໂຄງການສ້າງ ທາງຣົດໄຟ ລາວ-ຈີນ ຍັງລໍຖ້າການຊົດເຊີຍ ຄວາມເສັຍຫາຍຢູ່ ແລະກໍຍັງບໍ່ຮູ້ ຈາກທາງການລາວ ວ່າຈະໃຫ້ການ ຊົດເຊີຍນັ້ນ ເມື່ອໃດ. ດັ່ງເຈົ້າໜ້າທີ່ ບ້ານນຶ່ງ ໃນເມືອງຫຼວງນໍ້າທາ ໄດ້ກ່າວຕໍ່ RFA ໃນມື້ວັນທີ 11 ຕຸລາ ນີ້ວ່າ:

"ຍັງເຫລືອໜ້ອຍ ຍັງເຫລືອໜ້ອຍ ບໍ່ຫລາຍແລ້ວ ໃກ້ສິແລ້ວໆ ເຈົ້າແຂວງເພິ່ນກະມາຢູ່ ມື້ວານມື້ຊືນນີ້ ເພິ່ນກະມາເບິ່ງຢູ່."

ໃນຂນະດຽວກັນ ເຈົ້າໜ້າທີ່ເມືອງຫຼວງນໍ້າທາ ທ່ານນຶ່ງກໍເວົ້າວ່າ ສຳລັບປະຊາຊົນ ບ້ານຕີນຕົກ ແມ່ນໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການ ທາງຣົດໄຟນັ້ນ ຄົບໝົດທຸກຄອບຄົວແລ້ວ ຊຶ່ງຊາວບ້ານສ່ວນໃຫຍ່ ທີ່ໄດ້ຮັບຄ່າຊົດເຊີຍນັ້ນ ຮູ້ສຶກດີໃຈ ແລະໄດ້ນໍາເງິນ ໄປຊອກຊື້ທີ່ດິນ ບ່ອນໃໝ່ຢູ່:

"ໄດ້ຄົບແລ້ວຕື່ມຕົກ 8 ຄອບຄົວແລ້ວ ມາບວກ ກັບໂຕປ່າສັກຫັ້ນ ມັນຂຶ້ນກັບເຂດປົກຄອງຕື່ມເນາະ ຮວມເປັນ 16 ຄອບຄົວ."

ເມື່ອວັນທີ 7 ຕຸລາ 2019 ນີ້ ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງແຂວງຫລວງນໍ້າທາ ພ້ອມດ້ວຍຄນະ ໄດ້ໄປໂອ້ລົມກັບ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການຣົດໄຟ ລາວ-ຈີນ ຢູ່ບ້ານນາເຕີຍ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານບໍ່ເຕັນ ເມືອງຫລວງນໍ້າທາ ກ່ຽວກັບແຜນການ ໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ 4 ບ້ານນັ້ນ. ໃນ 4 ບ້ານດັ່ງກ່າວ ມີ 331 ຄອບຄົວໄດ້ຮັບຜົນກະທົບ. ໃນຈຳນວນນັ້ນ ໄດ້ຮັບການຊົດເຊີຍ ໄປແລ້ວ 171 ຄອບຄົວ.

ຜ່ານມາທາງການແຂວງຫຼວງນໍ້າທາ ໄດ້ຊົດເຊີຍຄວາມເສັຍຫາຍໄປແລ້ວ 5 ງວດ ແລະຈະເບີກຈ່າຍງວດທີ 6 ໃຫ້ປະຊາຊົນ ບ້ານນາເຕີຍ 40 ຄອບຄົວ ແຕ່ຍັງບໍ່ຮູ້ຣາຍລະອຽດວ່າ ຈະຈ່າຍໃຫ້ເທົ່າໃດ ແລະເມື່ອໃດກັນແທ້.

ທາງຣົດໄຟລາວ-ຈີນ ຜ່ານ ແຂວງຫລວງນໍ້າທາ 16,9 ກິໂລແມັດ, ມີ 2 ສະຖານີ ຄືສະຖານີ ບໍ່ເຕັນ ແລະ ສະຖານີນາເຕີຍ, ມີຂົວ 7 ແຫ່ງ ແລະ ອຸໂມງ 3 ແຫ່ງ ຊຶ່ງລ້າສຸດ ມີຣາຍງານວ່າ ວຽກເຈາະອຸໂມງ ຄືບໜ້າໄປໄດ້ 90% ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.