ຊາວບ້ານຮ້ອງທຸກ ຍ້ອນຄ່າຊົດເຊີຍຕ່ຳ
2019.10.17
ຊາວບ້ານຫາດຍິ້ນ, ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ຈຳນວນ 10 ປາຍຄອບຄົວ ພາກັນ ເຊົ່າຣົດຕູ້ ໄປຍື່ນ ເອກສານຮ້ອງທຸກ ຕໍ່ສະພາແຫ່ງຊາດ ໃນມື້ວັນທີ 15 ຕຸລາ 2019 ນີ້ ວ່າ ໂຄງການ ເຂື່ອນໄຟຟ້າ ນ້ຳງຽບ 1 ຈ່າຍຄ່າຊົດເຊີຽ ທີ່ດິນໃຫ້ ບໍ່ເປັນທັມ ບໍ່ຖືກຕ້ອງ ຕາມທີ່ ຣັຖບານກຳນົດໄວ້.
ຣັຖບານ ໄດ້ກຳນົດ ໃຫ້ດິນທຸກປະເພດ ໃນເຂດນັ້ນ ຕ້ອງໄດ້ຮັບຄ່າຊົດເຊີຽ 4,000 ກີບ ຕໍ່ແມັຕກາເຣ, ແຕ່ທາງໂຄງການ ເຂື່ອນໄຟຟ້າ ນ້ຳງຽບ ຈ່າຍໃຫ້ພຽງ 1,500 ກີບ ເທົ່ານັ້ນ, ອີງຕາມ ຄຳເວົ້າ ຂອງຊາວບ້ານ ບ້ານຫາດຍິ້ນ ທ່ານນຶ່ງ ທີ່ໄດ້ຮັບ ຜົລກະທົບ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ຕຸລານີ້:
“ບັນຫາ ຢູ່ບ່ອນວ່າ ແບບວ່າ ດິນເຂົາຫັ້ນນ່າ ຖືກຢູ່ ໃນກຳນົດ ການຊົດເຊີຍ, ແຕ່ວ່າ ພວກໂຄງການ ມີແນວຄຳເວົ້າ ໂອ້ ເຈົ້າຍັງຄາ ອັນນັ້ນ ເຈົ້າຍັງຄາ ອັນນີ້ ເຈົ້າ ແທນທີ່ວ່າ ເຂົາເບິ່ງ ປະຊາຊົນ ເຂົາເບິ່ງກັບ ນິຕິກັມຖືກ ມັນກໍຖືກ ຢູ່ແລ້ວນ່າ ແລະ ແມ່ນກຳລັງ ຕໍ່ສູ້ ເຣື້ອງຫົວໜ່ວຍ ຊົດເຊີຍນີ້ ບໍ່ຍຸຕິທັມນີ້ ແທນທີ່ ເຈົ້າເວົ້າ ແມັຕກາເຣນຶ່ງ 4,000 ກີບ, ແຕ່ເຈົ້າ ໃຫ້ຂ້ອຍ ແຕ່ 1,500 2,500 ເຈົ້າບໍ່ໃຫ້ ຂ້ອຍ ນີ້ນ່າ ພວກເຮົາ ຕໍ່ສູ້ແນວນີ້.”
ທ່ານກ່າວຕື່ມວ່າ ສາເຫຕ ທີ່ເຮັດໃຫ້ ຊາວບ້ານ ພ້ອມກັນ ໄປຫາສານ ເພື່ອຮຽກຮ້ອງ ເອົາຄ່າຊົດເຊີຍ ຕື່ມນັ້ນ ກໍຍ້ອນວ່າ ກ່ອນປີ 2017 ແຂວງໄຊສົມບູນ ແລະ ແຂວງບໍຣິຄຳໄຊ ຕົກລົງ ຣາຄາ ຫົວໜ່ວຍ ຊົດເຊີຍ ທີ່ດິນບໍ່ໄດ້ ຈຶ່ງສັ່ງໃຫ້ ໂຄງການ ໄຟຟ້ານ້ຳງຽບ 1 ຊົດເຊີຍ ທີ່ດິນ ທຸກປະເພດ 1,500 ກີບ ຕໍ່ແມັຕກາເຣ ກ່ອນ. ຕໍ່ມາ ທັງ 2 ແຂວງ ໄດ້ຕົກລົງຈ່າຍໃຫ້ ຢ່າງເປັນທາງການ 4,000 ກີບ ຕໍ່ແມັຕກາເຣ. ດັ່ງນັ້ນ ທາງໂຄງການ ກໍ່ສ້າງເຂື່ອນນ້ຳງຽບ 1 ນີ້ ກໍຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ຕື່ມ ດັ່ງທີ່ ທ່ານກ່າວວ່າ:
“ແຕ່ມື້ຕອນນັ້ນ ຂໍ້ຕົກລົງ ຂອງ 2 ແຂວງ ຄື ແຂວງໄຊສົມບູນ ແລະ ບໍຣິຄຳໄຊ ຍັງຕົກລົງກັນ ເທື່ອ ລະເພິ່ນວ່າ ແນວໃດກໍແນວ ລະແມ່ນ ເອົາຣາຄາ 1 ແມັຕກາເຣ 1,500 ໄປກ່ອນ ຖ້າວ່າ ການກໍ່ສ້າງເຂື່ອນ ມາແລ້ວ ຖ້າຫົວໜ່ວຍ ອອກມາເທົ່າໃດ ຈັ່ງມາໄລ່ ດຽວນີ້ ມັນຖືກ ຕົກລົງກັນ ສອງແຂວງ ຖືກຢູ່ ແມັຕກາເຣນຶ່ງ 4,000 ແລ້ວ ເພິ່ນໃຫ້ 1,500 ລະຍັງ 2,500 ເພິ່ນຍັງ ບໍ່ຍອມຈ່າຍ.”
ທ່ານກ່າວຕື່ມວ່າ ການຍື່ນ ເອກສານຮ້ອງທຸກ ຕໍ່ສະພາແຫ່ງຊາດນັ້ນ ມີມາ ແຕ່ປີ 2017. ແຕ່ຈົນມາເຖິງ ປັດຈຸບັນ ກໍຍັງ ບໍ່ມີ ພາກສ່ວນທີ່ກ່ຽວຂ້ອງໃດ ເຂົ້າມາແກ້ໄຂ ບັນຫາ ດັ່ງກ່າວໃຫ້. ເຖິງຈະເປັນ ຄືແນວນັ້ນ ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ 10 ປາຍ ຄອບຄົວ ກໍຍັງລໍຖ້າ ຄຳຕອບ ຈາກໂຄງການ ນັ້ນຢູ່ ວ່າ ຈະໃຫ້ຄ່າ ຊົດເຊີຍດິນຕື່ມ ຕາມທີ່ທາງ ຣັຖບານ ກຳນົດ ຫຼືບໍ່? ຫາກບໍ່ໄດ້ ຕາມນັ້ນ ກໍຈະຮ້ອງຟ້ອງ ຕໍ່ສານ.
ຂະນະທີ່ ເຈົ້າໜ້າທີ່ ດູແລ ເຣື່ອງເຂື່ອນໄຟຟ້ານໍ້າງຽບ 1 ກ່າວວ່າ ບໍ່ມີການຈ່າຍ ຄ່າຊົດເຊີຍຄືນໃໝ່ ໃຫ້ຊາວບ້ານ 10 ປາຍຄອບຄົວນີ້ ຍ້ອນມີນິຕິກໍາ ແຈ້ງແລ້ວວ່າ ພວກເຂົາເຈົ້າຍອມ ຮັບເງິນ ຄ່າຊົດເຊີຍດິນ 1500 ກີບຕໍ່ 1 ຕາຕະລາງແມັດ ຕາມການແຈ້ງການ ຂອງເຈົ້າແຂວງ ແຂວງບໍລິຄໍາໄຊ ໃນເບື້ອງຕົ້ນແລ້ວ. ຫລັງຈາກນັ້ນ, ເຖິງມີແຈ້ງການ ສະບັບໃໝ່ ອອກມາ ທີ່ຣະບຸວ່າ ຈະໃຫ້ຄ່າຊົດເຊີຍດິນ 4 ພັນກີບ ຕໍ່ 1 ຕາຕະລາງແມັດນັ້ນ ແຕ່ທາງໂຄງການ ໄຟຟ້າ ຈ່າຍໃຫ້ບໍ່ໄດ້ ຍ້ອນພວກເຂົາເຈົ້າ ຕົກລົງ ຍອມຮັບຄ່າຊົດເຊີຍ ເງິນດິນ 1500 ກີບຕໍ່ ນຶ່ງຕາຕະລາງແມັດແລ້ວ ດັ່ງທີ່ ທ່ານກ່າວວ່າ:
“ເບື້ອງຕົ້ນ ເຂົາກໍ່ສ້າງເສັ້ນທາງ ເຂົ້າມາ ມັນກໍ ຖືກດິນ ຈຳນວນນຶ່ງ ໂດຍເຈົ້າແຂວງບໍລິຄຳໄຊ ອອກຂໍ້ຕົກລົງ 1,500 ຫັ້ນແລ້ວ ພວກເຮົາ ກໍລົງໄປ ລົງໄປສົມທົບ ກັບເຂົາເຈົ້າວ່າ ເຂົາເຈົ້າ ຫັ້ນສິເອົາບໍ່ ເອົາ 1,500 ກີບຫັ້ນນະ ຫລືວ່າ ລໍຖ້າ ເອກສານ ເປັນທາງການ ຈຶ່ງໄດ້ເອົາບໍ ລາຄາຊົດເຊີຍ ບາດນີ້ ຈຳນວນນຶ່ງ ເຂົາຢາກໄດ້ກ່ອນ ໃນເມືຶ່ອວ່າ ໄດ້ກ່ອນ ກໍຊົດເຊີຍ ໄປ 1,500 ຫັ້ນ ບາດນີ້ ຊົດເຊີຍ 1,500 ແລ້ວບາດນີ້ ມີຂໍ້ຕົກລົງ ອອກມາ ເຂົາເຈົ້າ ຢາກໄດ້ 4,000 ກີບ ກໍບໍ່ໃຫ້.”
ນອກຈາກຊາວບ້ານ 10 ປາຍຄອບຄົວ ທີ່ໄດ້ຮັບ ຄ່າຊົດເຊີຍ ທີ່ດິນ ບໍ່ຖືກຕ້ອງ ຈາກໂຄງການ ສ້າງເຂື່ອນໄຟຟ້າ ນ້ຳງຽບ 1 ນັ້ນແລ້ວ, ພາຍໃນ ບ້ານຫາດຍິ້ນນີ້ ກໍຍັງມີ ຊາວບ້ານອີກ 70 ຄອບຄົວ ທີ່ຕ້ອງໄດ້ເສັຽດິນ ໄປລ້າໆ ໃນຣະຫວ່າງປີ 2012-2014 ໂດຍບໍ່ໄດ້ ຮັບຄ່າຊົດເຊີຍຫຍັງ ຈາກທາງໂຄງການ ຍ້ອນວ່າ ດິນຂອງພວກເຂົາເຈົ້າ ບໍ່ສາມາດ ເຮັດການຜລິຕໄດ້ ຕາມທີ່ໂຄງການ ເຂື່ອນໄຟຟ້ານ້ຳງຽບ 1 ໄດ້ກຳນົດ.
ວັນທີ 18 ເດືອນຕຸລາ, 2019:
ແກ້ຂໍ້ມູນຂາດເຄື່ອນ: ປະຊາຊົນ 10 ຄອບຄົວ ໄປຍື່ນຄຳຮ້ອງທຸກ ຕໍ່ສະພາແຫ່ງຊາດ (ບໍ່ແມ່ນໄປຮ້ອງທຸກຕໍ່ສານ)