ເຣື້ອງທີ່ເກັບບັນທຶກໄວ້
2015-11-11
ນັກ ຊ່ຽວຊານ ແນະນໍາ ໃຫ້ ຕໍ່ເວລາ ການ ຈັດຕັ້ງ ປະຕິບັດ ໂຄງການ ເບິ່ງແຍງ ຜູ້ຖືກ ໂຍກຍ້າຍ ອອກຈາກ ໂຄງການ ເຂື່ອນ ນໍ້າເທີນ-2 ອີກ 2 ປີ.
2015-11-11
ການ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ໂຄງການ ສ້າງ ເຂື່ອນ ນໍ້າອູ ຍັງ ບໍ່ສໍາເຣັດ ເປັນທີ່ ຮຽບຮ້ອຍ ເທື່ອ.
2015-11-10
ນັກວິເຄາະ ການເມືອງ ຈາກ ສະຖາບັນ ຄົ້ນຄວ້າ ຊາວ ອະເມຣິກັນ ເຫັນວ່າ ຈີນ, ວຽດນາມ ແຂ່ງກັນ ຂຍາຍ ອິດທິພົນ ສູ່ ລາວ. ສໍາລັບ ຈີນ ແມ່ນ ເພື່ອ ເປີດທາງ ໄປສູ່ ຕລາດ ເອເຊັຽ ຕະເວັນອອກ ສ່ຽງໃຕ້, ວຽດນາມ ຄືການ ຄອບງໍາ ການເມືອງ ໃນລາວ.
2015-11-10
ການ ກໍ່ສ້າງ ເຂື່ອນ ນ້ຳທາ1 ຈະເລີ້ມ ລົງມື ແລ້ວ ອົງການ ແມ່ນ້ຳ ສາກົນ ຄາດວ່າ ເຂື່ອນ ດັ່ງກ່າວ ຈະສົ່ງ ຜົລກະທົບ ຕໍ່ ຊາວບ້ານ ເຖິງ 8 ພັນ ຄົນ.
2015-11-09
ໃນ ເດືອນ ຕຸລາ ຜ່ານມາ ທາງການ ກໍາພູຊາ ຮຽກຮ້ອງ ຢ່າງ ເປີດເຜີຍ ຕໍ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ນາຍົກ ຣັຖມົນຕຣີ ໃຫ້ ສຶກສາ ຜົນກະທົບ ຈາກ ໂຄງການ ເຂື່ອນ ດອນ ສະໂຮງ ກ່ອນ ຈະ ລົງມື ສ້າງ.
2015-11-09
ນາຍຄຣູ ຢູ່ ແຂວງ ອຸດົມໄຊ ຈົ່ມທຸກ ເຖິງຄວາມ ລໍາບາກໃຈ ທີ່ ຕ້ອງມີ ຣາຍຈ່າຍ ໃນ ອາຊີພ ຄຣູ ເງິນເດືອນ ກໍໜ້ອຍ ບໍ່ໄດ້ຮັບ ເປັນ ປົກກະຕິ, ແຕ່ ຄ່າ ທໍານຽມ ປະຈໍາ ເດືອນ ຫຼາຍຢ່າງ ຕ້ອງ ໄດ້ຈ່າຍ ຍົກເວັ້ນ ບໍ່ໄດ້.
2015-11-05
ທາງການ ລາວ ຕິດຫນີ້ ຕິດສິນ ຕ່າງ ປະເທດ ຢ່າງ ມະຫາສານ, ນັກ ວິຊາການ ລາວ ເວົ້າວ່າ ເປັນຍ້ອນ ຂາດ ຣະບຽບ ວິນັຍ ບໍຣິຫານ ເຣື້ອງ ເງິນ, ແລະ ຕັ້ງຈົງໃຈ ເຮັດໃຫ້ ຣາຍຮັບ ເຂົ້າ ຣັດ ບໍ່ ໂປ່ງໄສ ເພື່ອ ຄວາມ ສະດວກ ໃນການ ສໍ້ໂກງ.
2015-11-05
ບໍຣິສັດ ພອນສັກ ຂອງ ເອກກະຊົນ ລາວ ກຳລັງ ສຳຣວດ ພື້ນທີ່ ຢູ່ ແຂວງ ເຊກອງ ເພື່ອ ຂຸດຄົ້ນ ຖ່ານຫີນ.
2015-11-04
ບໍຣິສັດ ເມກາ ເຟິສ ຂອງ ມາເລເຊັຽ ຈະໃຫ້ ບໍຣິສັດ ຈີນ ເປັນຜູ້ ສ້າງ ເຂື່ອນ ດອນ ສະໂຮງ.
2015-11-04
ນັກ ທຸຣະກິດ ນັກ ລົງທຶນ ຕ່າງ ປະເທດ ຂໍໃຫ້ ຣັຖບານ ລາວ ແກ້ໄຂ ປັນຫາ ການຕິດ ສິນບົນ ແລະ ສ້ອມແປງ ຖນົນ ຫົນທາງ ຂົນສົ່ງ ສິນຄ້າ.
2015-11-03
ທາງການລາວ ຍັງບໍ່ມີ ກໍານົດ ທີ່ ແນ່ນອນ ກ່ຽວກັບ ໂຄງການ ສ້າງ ທາງ ຣົຖໄຟ ລາວ-ຈີນ ເທື່ອ ວ່າຈະໄດ້ ເລີ້ມ ລົງມື ເມື່ອໃດ.
2015-11-02
ທາງການ ລາວ ຊີ້ແຈງ ເຖິງ ການສົ່ງ ໄມ້ອອກ ໄປ ວຽດນາມ ແລະ ຈີນ ຫລັງຈາກ ອົງການ WWF ໄດ້ ອອກບົດ ຣາຍງານ ວ່າ “ລາວ ສົ່ງໄມ້ ໄປຕ່າງ ປະເທດ 1.4 ລ້ານ ແມັດກ້ອນ ໃນ ປີ 2013”.
2015-11-02
ທາງການ ລາວ ຈະ ອອກຫວຍ ເພີ້ມຈາກ 2 ຄັ້ງ ມາເປັນ 3 ຄັ້ງ ຕໍ່ ສັປດາ ເພື່ອ ຫາເງິນ ມາ ພັທນາ ບ້ານເມືອງ ແລະ ໄວ້ ຈັດງານ ສໍາຄັນ ຕ່າງໆ.
2015-11-02
ເມືອງ ຮຽມ ເປັນ ເມືອງໃໝ່ ຂອງ ແຂວງ ຫົວພັນ ເກີດຄວາມ ສັບສົນ ວຸ້ນວາຍ ຂຶ້ນ ຢ່າງ ຕໍ່ເນື່ອງ ນັບຕັ້ງແຕ່ ມີຊາວ ວຽດນາມ ເຂົ້າມາ ເຮັດວຽກ ເປັນ ຈຳນວນ ຫຼວງຫຼາຍ.
2015-10-29
ຕຳຣວດ ທ້ອງຖິ່ນ ປະຈໍາ ບ້ານ ຢູ່ ແຂວງ ສວັນນະເຂດ ໃຊ້ ສິດ ໃນ ໜ້າທີ່ ຈັບ ຄົນທີ່ ບໍ່ມີ ຄວາມຜິດ ເພື່ອ ຂູດຮີດ ເງິນ.