ຫວຍລາວຈະເພີ້ມມື້ອອກ
2015.11.02
ຣັຖວິສຫະກິຈ ຫວຍ ພັທນາ ລາວ ມີແຜນ ຈະເພີ້ມມື້ ອອກຫວຍ ຈາກ 2 ຄັ້ງ ມາເປັນ 3 ຄັ້ງ ຕໍ່ ສັປດາ, ຄາດວ່າ ຈະເລີ້ມ ປະຕິບັດ ນັບແຕ່ ເດືອນ ພຶສຈິກາ 2015 ນີ້ ເປັນຕົ້ນໄປ. ຕາມການ ເປີດເຜີຍ ຂອງ ທ່ານ ຄຳເພັງ ທິນນະກອນ ຜູ້ ອຳນວຍການ ບໍຣິສັດ ຣັຖວິສຫະກິຈ ຫວຍ ພັທນາ ລາວ ຜ່ານ ສື່ມວນຊົນ ຂອງ ທາງການ ລາວ ເມື່ອ ວັນທີ 27 ຕຸລາ ຜ່ານມາ.
ຊາວລາວ ສ່ວນໃຫຍ່ ເຫັນວ່າ ການເພີ້ມ ຈຳນວນ ມື້ ອອກຫວຍ ຍິ່ງ ຈະເປັນການ ເບື່ອເມົາ ປະຊາຊົນ ລາວ ເພາະ ຄົນລາວ ສ່ວນໃຫ່ຽ ກໍ່ມັກ ຊື້ເລກ ຢູ່ແລ້ວ. ດັ່ງ ທ່ານ ຄຣູ ເມືອງ ທຸລະຄົມ ແຂວງ ວຽງຈັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ແຕ່ອອກ ສອງຄັ້ງ ຕໍ່ເທື່ອ ກະຍັງ ຊິຕາຍລະ ເບິ່ງ ເຂົາຫາເງິນ ຊື້ ຫັ້ນນະ ມັນຍັງ ບໍ່ມີຄົນ ຊື້ ລະ. ຄັນອອກ ຮອດ 3 ເທື່ອ ມັນກະແຮ່ງ ຊິໂພດລະ, ຂະໜາດໄທ ເຂົາຍັງອອກ ເດືອນ 1 ແຕ່ 2 ເທື່ອ. ມັນຊິ ບໍ່ເປັນ ການເບື່ອເມົາ ປະຊາຊົນ ໃຫ້ໄປຫຼິ້ນ ການພະນັນ ຫວາ? ມັນແຮ່ງ ຊິບໍ່ຕື່ມ ທຸກ ຫວາ ປະຊາຊົນ ນີ້".
ທ່ານກ່າວ ຕື່ມວ່າ ບໍ່ຢາກ ໃຫ້ ຣັຖບານ ເຮັດແບບນີ້ ເພາະມັນ ຈະພາໃຫ້ ສັງຄົມ ເຂົ້າສູ່ ວົງຈອນ ການພະນັນ ໜັກໜ່ວງ ຂຶ້ນ, ແລະ ເກີດພັຍ ສັງຄົມ ຕ່າງໆ ຕາມມາ:
"ໂອ່ ໂຕນີ້ກະ ບໍ່ຢາກ ແນະນຳ ໃຫ້ ຣັຖບານ ເຮັດນ່າ ໂຕນີ້ ເພາະວ່າ ມັນຄື ເຮັດໃຫ້ ປະຊາຊົນ ມັນ ງົມງວາຍ, ພວກບ້າເລກ ກະໄປ ຊອກ ຂໍຫວຍ ລວຍເບີ ນຳ ອາຈານ ນັ້ນ ອາຈານ ນີ້, ມັນລະ ບໍ່ເປັນ ອັນ ທຳມາ ຫາກິນ ຫຍັງ ຫັ້ນນ່າ ມີແຕ່ ລ່ຳໄລ ນຳຫວຍ ນຳເບີ ນຳ ເລກ ມັນ ກະຄື ມົມເມົາ ແທນທີ່ ຊິໄປ ພັທນາ ແນວອື່ນ ມັນຊິ ບໍ່ດີ ກວ່າ ບໍ".
ແຕ່ ຣັຖວິສຫະກິຈ ຫວຍ ພັທນາ ລາວ ໄດ້ ໃຫ້ເຫດຜົນ ວ່າ ການເພີ້ມມື້ ອອກຫວຍ 3 ຄັ້ງ ຕໍ່ ສັປດາ ນີ້ ກໍ່ຍ້ອນ ມີແຜນ ຣະດົມ ທຶນ ຜ່ານການ ຂາຍຫວຍ ເພື່ອ ນຳຣາຍໄດ້ ໄປ ປະກອບ ສ່ວນ ຊ່ວຍເຫຼືອ ສັງຄົມ ແລະ ປະກອບ ສ່ວນ ຮັບໃຊ້ ວັນ ສຳຄັນ ຕ່າງໆ ຂອງ ຊາດ ແລະ ວ່າ ແຜນການ ນີ້ ໄດ້ຮັບ ຄວາມ ເຫັນດີ ຈາກ ກະຊວງ ການເງິນ ເປັນທີ່ ຮຽບຮ້ອຍ ແລ້ວ.