ຄໍາຮຽກຮ້ອງຈາກນັກ ລົງທຶນ
ນັກ ທຸຣກິດ ໄທ ທີ່ ລົງທຶນ ຢູ່ລາວ ຢາກຂໍໃຫ້ ຣັຖບານ ລາວ ເລັ່ງ ແກ້ປັນຫາ ການຮັບ ການ ຮຽກຮ້ອງ ສິນບົນ ຂອງ ເຈົ້າຫນ້າທີ່ ພະນັກງານ ຂອງຣັຖ ແລະ ໃຫ້ ປັບປຸງ ຖນົນ ຫົນທາງ ທີ່ ຕ້ອງໃຊ້ ຂົນສົ່ງ ສິນຄ້າ ໃນທົ່ວ ປະເທດ, ຊຶ່ງ ເປັນປັນຫາ ແກ່ຍາວ ທີ່ ຣັຖບານ ແກ້ໄຂ ບໍ່ໄດ້ ແລະ ເປັນ ອຸປສັກ ໃນການ ເຮັດ ທຸຣກິດ ຢູ່ ສປປ ລາວ ທ່ານວ່າ:
“ທ່ານວ່າ ຣັຖບານ ລາວ ຕ້ອງ ແກ້ປັນຫາ ສໍ້ຣາສ ບັງຫລວງ ຢ່າງ ຈິງຈັງ ເພາະ ສິ່ງນີ້ ເຮັດໃຫ້ ປະເທດ ລາວ ບໍ່ ພັທນາ ເທົ່າທີ່ຄວນ. ສ່ວນເຣື້ອງ ໄຟຟ້າ ນໍ້າ ປະປາ ບໍ່ເປັນ ບັນຫາ ແຕ່ ເຣື້ອງ ຖນົນ ຫົນທາງ ຍອມຮັບ ວ່າ ເພພັງ ຫຼາຍ ແລະ ເປັນ ບັນຫາ ສຳລັບ ທຸຣະກິດ ຂອງ ຜູ້ທີ່ຕ້ອງ ຂົນສົ່ງ ສິນຄ້າ ໄປ ທາງ ພາກເຫນືອ”.
ເມື່ອ ທ້າຍເດືອນ ຕຸລາ ຜ່ານມາ ທະນາຄານ ໂລກ ຣາຍງານ ການຈັດ ອັນດັບ ຂອງ ປະເທດ ທີ່ ຫນ້າໄປ ລົງທຶນ ຂອງ 189 ປະເທດ ທົ່ວໂລກ, ປີ ນີ້ ສປປ ລາວ ໄດ້ ອັນດັບ ດີຂຶ້ນ ຈາກ 139 ເປັນ 134. ຣັຖບານ ລາວ ໄດ້ແກ້ໄຂ ກົດໝາຍ ບາງສະບັບ ເພື່ອ ອຳນວຍ ຄວາມສະດວກ ໃນການເຮັດ ທຸຣະກິດ ຫຼາຍຂຶ້ນ. ຕົວຢ່າງ: ບໍຣິສັດ ຕ່າງດ້າວ ທີ່ ບໍ່ໄດ້ເຮັດ ທຸຣກິດ ຂນາດໃຫຽ່ ກໍ ສາມາດ ຂໍ ອະນຸຍາດ ຈາກເມືອງ ຈາກແຂວງ ໄດ້ ໂດຍ ບໍ່ຕ້ອງ ຍື່ນ ຄຳຮ້ອງ ໄປເຖິງ ສູນກາງ.