ທາງການລາວ ຮ່ວມກັບນັກລົງທຶນຈີນ ຕຣຽມຂຍາຍ ພື້ນທີ່ກະສິກັມ
2023.07.05
ທ່ານ ບຸນຈັນ ກົມບຸນຍະສິດ, ຫົວໜ້າກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ຂອງລາວ, ປະທານສະພາການຄ້າ ກວາງຊີ ຂອງຈີນ ແລະ ຜູ້ອໍານວຍການ ບໍຣິສັດ ໂຊກພະໄຊ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ຜູ້ດຽວ ຂອງນັກລົງທຶນລາວ ໄດ້ຮ່ວມກັນລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ກ່ຽວກັບການຮ່ວມມື ດ້ານວິຊາການການພັທນາ ກະສິກັມ ປະເພດໝາກໄມ້ ເປັນຕົ້ນ ກ້ວຍ, ໝາກໜອດ (Passion fruit) ແລະໝາກກ້ຽງ ຫລື ໝາກສົ້ມໂອ ໃນມື້ວັນທີ 30 ມິຖຸ ນາທີ່ຜ່ານມາ ເພື່ອສົ່ງຜົລຜລິດອອກໄປປະເທດຈີນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ກໍຣະກະດານີ້.
“ສ່ວນຫລາຍແມ່ນເຊົ່າເປັນດິນເປົ່າເນາະ ແຕ່ພວກເຮົາຈະຕ້ອງໄດ້ປັບປຸງດິນກ່ອນ ແລ້ວຈຶ່ງປູກ. ຍາມປູກເຮົາກໍມີເຕັກໂນໂລຈີ ທີ່ທັນສໄມ ນໍ້າຕ່າງໆ ແມ່ນຕິດເອົາແບບອໍໂຕ້ເລີຍ ແລ້ວເພື່ອຮັບປະກັນ ຜລິຕພັນສວຍງາມ. ແມ່ນ, ແມ່ນມີນັກວິຊາການຈີນ.”
ນາງກ່າວຕື່ມວ່າ ໃນໄລຍະຕໍ່ໜ້ານີ້ ທັງ 3 ພາກສ່ວນ ຈະຮ່ວມມືກັນສ້າງໂຄງການໂຕແບບ ຜລິດພືດເພື່ອສົ່ງອອກໄປຈີນ. ໂຄງການດັ່ງກ່າວນີ້ ຈະຕັ້ງຢູ່ໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກ, ຢູ່ຫລັກ 40 ນະຄອນຫລວງວຽງຈັນ ແລະຢູ່ແຂວງວຽງຈັນ ແລະກໍມີແຜນທີ່ຈະຂຍາຍພື້ນທີ່ ການປູກໝາກໄມ້ ໃນຫລາຍແຂວງ ທົ່ວປະເທດລາວ.
“ອ່າ! ກໍມີພວກປະເພດກ້ວຍ ໝາກໜອດ ປະເພດໝາກໄມ້ ກັບເຂົ້າສານຢູ່ຫລາຍແຂວງຢູ່ ຄືປາກເຊ ບໍຣິຄໍາໄຊ ຫລວງນໍ້າທາ ຜົ້ງສາລີ ກັບແຂວງວຽງຈັນ ມາວຽງກໍມີ ມີລົງທຶນຈີນ ກັບລົງທຶນລາວ ສົ່ງໄປປະເທດຈີນນ່າ ສົ່ງອອກນ່າ.”
ຊາວລາວຢູ່ເມືອງປາກຊ່ອງ ແຂວງຈໍາປາສັກນາງນຶ່ງ ເວົ້າວ່າ ເມື່ອກ່ອນໜ້ານີ້ ມີນັກທຸຣະກິຈຈາກຕ່າງປະເທດຫລາຍຄົນ ເປັນຕົ້ນຄົນຈີນ ເຂົ້າມາລົງທຶນດ້ານກະສິກັມ ຢູ່ຫລາຍແຂວງທົ່ວປະເທດ ແລະໄດ້ນໍານັກວິຊາການ ແລະເທັກໂນໂລຈີ ຈາກຈີນເຂົ້າມາ ໃຊ້ໃນການຜລິດສິນຄ້າກະເສດ ສໍາລັບສົ່ງໄປຈີນ ແລະເຖິງແມ່ນວ່າ ຈະມີການນໍາໃຊ້ຄົນງານລາວ ແລະສ້າງລາຍໄດ້ໃຫ້ຄົນໃນພື້ນທີ່ແດ່ ແຕ່ກໍເປັນພຽງສ່ວນໜ້ອຍເທົ່ານັ້ນ.
“ຈີນ, ຄົນຈີນເພິ່ນເຮັດເອງ ເພິ່ນມີບໍຣິສັດຂອງໂຕເອງ ຄົນວຽດກໍຂອງໂຕເອງ ຄົນຈີນຫັ້ນບໍ໋. ຄົນຈີນເພິ່ນຊິສົ່ງປະເທດໂຕເອງແນ່ ຄົນຕ່າງປະເທດ ເພິ່ນກໍມີສາຂາຂອງເພິ່ນຕີ໋ ແຕ່ຖ້າວ່າເພິ່ນບໍ່ມີແຮງງານ ເພິ່ນກໍຫາເອົາຄົນລາວມາເຮັດຫັ້ນນ່າ.”
ພ້ອມດຽວກັນນັ້ນ ນາງກໍເວົ້າເຖິງໂຄງການລົງທຶນ ດ້ານການກະເສດຂອງນັກທຸຣະກິຈຈີນ ເມື່ອກ່ອນນີ້ວ່າ ເປັນພຽງການເຂົ້າມານໍາໃຊ້ ຊັພຍາກອນໃນປະເທດລາວ ເພື່ອຜລິດສິນຄ້າກະເສດ ແລະສົ່ງໄປຂາຍຢູ່ຈີນ ຄືເຊົ່າດິນປະຊາຊົນ ຫລືຂໍສັມປະທານທີ່ດິນ ຈາກທາງການລາວໃນລາຄາຖືກ ໂດຍທີ່ຄົນລາວບໍ່ໄດ້ຮັບ ຜົລປໂຍດຫຍັງ. ຊໍ້າບໍ່ພໍ ຫລາຍໂຄງການ ຍັງນໍາໃຊ້ສານເຄມີຮຸນແຮງ ກະທົບຕໍ່ຊີວິດ ການເປັນຢູ່ຂອງພໍ່ແມ່ ປະຊາຊົນ ແລະສິ່ງແວດລ້ອມນໍາອີກ.
ສໍາລັບສິນຄ້າກະເສດ ທີ່ຄົນລາວເປັນຜູ້ຜລິດ ຊາວນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ກໍຣະກະດານີ້ວ່າ ແມ່ນຍັງບໍ່ທັນໄດ້ຮັບການສນັບສນູນ ດ້ານຄວາມຮູ້ທາງວິຊາການ ແລະເທັກໂນໂລຈີ ທີ່ທັນສໄມ ເຮັດໃຫ້ຜົລຜລິດທີ່ໄດ້ຮັບ ຍັງບໍ່ໄດ້ມາຕຖານ ພໍທີ່ຈະນໍາສົ່ງໄປຂາຍໃຫ້ຈີນ ຕາມທີ່ທາງການຈີນ ກໍານົດເງື່ອນໄຂນັ້ນໄດ້ເທື່ອ.
“ອ່າ! ຢູ່ນະຄອນຫລວງນີ້ແຫລະ, ປູກຂາຍພາຍໃນປະເທດນີ້ແຫລະ ແມ່ນແຫລະ ມັນກໍສິມີ ສ່ວນຫລາຍປູກຂາຍພາຍໃນປະເທດເປັນຫລັກ 80% ພຸ້ນແຫລະ ສົ່ງອອກນີ້ບໍ່ຄ່ອຍ ບໍ່ຄ່ອຍມີປານໃດ ແມ່ນແຫລະເປັນຂອງຈີນ ສ່ວນຫລາຍຈີນມາລົງທຶນເອງ ແລ້ວເພິ່ນກໍເອົາໄປບ້ານເພິ່ນ ປະເພດສິນຄ້າອື່ນນ່າ ມີກວ້ຍມີຖົ່ວລຽນ ມີຫລາຍຢ່າງດຽວນີ້ ຈີນເຂົາມາລົງທຶນຫລາຍ ເກືອບທຸກປະເພດຫົວໜ່ວຍເລີຍ.”
ທີ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ຊາວລາວນາງນຶ່ງເວົ້າວ່າ ເຖິຈະມີນັກລົງທຶນຕ່າງປະເທດ ເຂົ້າມາເຮັດທຸຣະກິຈ ດ້ານການກະເສດຫລາຍ ແຕ່ການນໍາເຂົ້າສິນຄ້າກະເສດ ຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ ກໍຍັງເປັນທີ່ນິຍົມກັນຫລາຍຢູ່ ຍ້ອນມີຈໍານວນ ແລະຄຸນນະພາບ ທີ່ຕອບສນອງຄວາມຕ້ອງ ການຂອງຕລາດ.
“ນິຍົມຈາກໄທຍເປັນຫລັກເນາະ ຄືຂອງຈີນນນີ້ກໍຍັງ ຂະເຈົ້າກໍຍັງບໍ່ປານໃດ ແຕ່ຂອງໄທຍສ່ວນຫລາຍມັນກໍຈະໄດ້ມາຕຖານກ່ອນເນາະ ຖັດມາກໍຈີນກັບວຽດຂະເຈົ້າກໍຍັງ ແຕ່ວ່າຍັງເບິ່ງໃນຄົນລະເກຣດຫັ້ນນ່າ ຫລັກໆກໍສິວ່າໄທຍເປັນຫລັກ ຖ້າວ່າໝາກໄມ້ໄທຍນີ້ ຄົນຈະຊື້ມັນຫລາຍກອ່ນ ຄົນລະເຊື່ອໝັ້ນຫລາຍກ່ອນໝາກໄມ້ມາແຕ່ຈີຍຫຍັງຊີ້ນ່າ ແລ້ວກໍ 2 ມາ ກໍຄືອັນ ຖ້າເປັນໝາກໄມ້ອອກການິກ ກໍສິຂາຍງ່າຍ ແລ້ວກໍໝາກໄມ້ທີ່ມັນສົດໃໝ່ປະມານນີ້.”
ທີ່ຜ່ານມາ ເມື່ອວັນທີ 29 ມິຖຸນາ 2023 ກະຊວງກະສິກັມ ແລະປ່າໄມ້ ແລະສະພາການຄ້າ ກວາງຊີຂອງຈີນ ປະຈໍາລາວ ໄດ້ຮ່ວມກັນຈັດສໍາມະນາວຽກງານການ ຜລິດ, ການປຸງແຕ່ງ ແລະການສົ່ງເສີມການສົ່ງອອກ ຜລິຕພັນກະສິກັມ ຈາກລາວໄປຈີນ ຄັ້ງທີ 2 ໂດຍມີຈຸດປະສົງກໍານົດເງື່ອນໄຂດ້ານສຸຂອະນາໄມພືດ ສໍາລັບການສົ່ງພືດ ແລະຜລິຕພັນພືດອອກ ຈໍານວນ 16 ຣາຍການ ອັນມີ ໝາກເດືອຍ, ຖົ່ວເບີ, ຖົ່ວຍາວ, ຖົ່ວເຫລືອງສົດ, ຖົ່ວຂຽວ, ຖົ່ວດຳ, ໝາກເຜັດສົດ, ໝາກມ່ວງຫິມະພານ, ໝາກໂຕ່ນ, ຫົວພຸກແຫ້ງ, ໝາກຖົ່ວດິນ, ໝາກແໜ່ງ, ໝາກສະໝອງ, ເກດສະໜາ, ມັນປ່າ ແລະພືດເປັນຢາ ຕາມທີ່ທາງການລາວ ແລະທາງການຈີນ ໄດ້ລົງນາມຮ່ວມກັນ.