ຄ່າຕອບແທນໜ້ອຍ ຄົນລາວຈຳນວນຫຼາຍ ຈຶ່ງອອກໄປເຮັດວຽກ ຢູ່ຕ່າງປະເທດ

ອາວະຣີ
2024.07.11
ຄ່າຕອບແທນໜ້ອຍ ຄົນລາວຈຳນວນຫຼາຍ ຈຶ່ງອອກໄປເຮັດວຽກ ຢູ່ຕ່າງປະເທດ ຜູ້ໂດຍສານລໍຖ້າຂຶ້ນລົດກັບບ້ານເກີດ ໃນໄລຍະສະຫຼອງບຸນປີໃໝ່ລາວ ເຊິ່ງລວມເຖິງຄົນລາວ ທີ່ເຮັດວຽກຢູ່ປະເທດໄທ ຈຳນວນຫຼາຍ ທີ່ສະຖານີຂົນສົ່ງໝໍຊິດ ນະຄອນຫຼວງບາງກອກ ປະເທດໄທ, ວັນທີ 12 ເມສາ 2024.
RFA

ພາກທຸລະກິດໃນລາວ ຕ້ອງການຄົນງານຢ່າງຫຼວງຫຼາຍ ແຕ່ຄົນລາວສ່ວນຫຼາຍ ບໍ່ຢາກເຮັດວຽກຢູ່ພາຍໃນປະເທດ ເພາະເງິນເດືອນຕໍ່າຫຼາຍ; ພວກເຂົາ ພາກັນໄປເຮັດວຽກຢູ່ຕ່າງປະເທດຫຼາຍຢ່າງເປັນຂະບວນ ເປັນຕົ້ນໄປປະເທດໄທ ທີ່ມີເງິນເດືອນສູງກວ່າຢູ່ລາວຫຼາຍເທົ່າ.

ນັບແຕ່ການລະບາດຂອງໂຄວິດ-19 ເປັນຕົ້ນມາ, ປະເທດລາວ ປະສົບກັບບັນຫາເສດຖະກິດແລະການເງິນຢ່າງໜັກ ເງິນເຟີ້ແລະເງິນກິບກໍອ່ອນຄ່າຢ່າງຮຸນແຮງ; ຜົນກະທົບຢ່າງໜຶ່ງ ກໍຄື ຊາວລາວຈຳນວນຫຼາຍ ພາກັນຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໄທ ທີ່ຈະໄດ້ຮັບເງິນເດືອນຫຼາຍກວ່າຢູ່ລາວເຖິງຫ້າເທົ່າ. ໃນເມື່ອຄົນລາວໄປເຮັດວຽກຢູ່ໄທຫຼາຍເຖິງປານນັ້ນ ບໍລິສັດແລະທຸລະກິດຕ່າງໆໃນລາວ ກໍຂາດເຂີນຄົນງານຢ່າງຫຼວງຫຼາຍ; ປະກາດເອົາຄົນງານ ກໍບໍ່ມີຜູ້ສະໝັກ; ຕົວຢ່າງ ອຸດສາຫະກຳການຕັດຫຍິບ ກໍຍັງຂາດເຂີນຄົນງານຫຼາຍພັນຄົນ ດັ່ງເຈົ້າຂອງໂຮງງານຕັດຫຍິບແຫ່ງໜຶ່ງໃນເຂດນະຄອນຫຼວງວຽງຈັນ ທີ່ບໍ່ປະສົງບໍ່ຊື່ ໄດ້ອະທິບາຍໃຫ້ວິທະຍຸເອເຊັຽເສຣີ ຟັງໃນເດືອນພຶດສະພາ ປີ 2024 ນີ້ວ່າ ໂຮງງານຂອງເຂົາ ຂາດເຂີນຄົນງານນັບແຕ່ປີ 2023 ເປັນຕົ້ນມາ ຂາດເຂີນໃນທຸກຜະແນກ ນັບແຕ່ຜະແນກຕັດຫຍິບ ຜະແນກອອກແບບ ຈົນເຖິງຜະແນກທຳຄວາມສະອາດ. ທາງໂຮງງານ ໄດ້ປະກາດຮັບເອົາຄົນງານທຸກວິທີທາງ ເປັນຕົ້ນທາງອອນລາຍ ແຕ່ປະກົດວ່າ ມີຄົນສະໝັກພຽງແຕ່ ໜ້ອຍດຽວເທົ່ານັ້ນ.

ເຈົ້າຂອງໂຮງງານຕັດຫຍິບແຫ່ງນີ້ ກ່າວຕື່ມວ່າ:

ຄວາມຕ້ອງການມັນກໍຫຼາຍຈ່າວ ສັງເກດຈາກການໂພສຫາພະນັກງານຢຢູ່ໃນກຸ່ມຫັ້ນແຫຼະ ກໍຍັງຕ້ອງການຫັ້ນແຫຼະ ເພາະວ່າການບໍລິໂພກເລິ້ມຫຼາຍຂຶ້ນ ກຳລັງການຜະລິດກໍບໍ່ພຽງພໍ.”

ເຈົ້າຂອງໂຮງງານຜູ້ນີ້ ກ່າວອີກວ່າ ສຳຫຼັບໂຮງງານຂອງທ່ານ ກໍໄດ້ປັບເງິນເດືອນຂຶ້ນ ເປັນສາມລ້ານແປດແສນກີບ ຈາກສາມລ້ານກີບຕໍ່ເດືອນ ສຳຫຼັບຄົນງານໃໝ່ທີ່ບໍ່ມີປະສົບປະການ; ແຕ່ຖ້າມີປະສົບປະການແດ່ ກໍຈະໄດ້ສີ່ລ້ານປາຍກີບ. ຂຶ້ນເງິນເດືອນເປັນເທົ່ານີ້ ຖືວ່າເປັນເງິນເດືອນທີ່ສູງແລ້ວໃນລາວປັດຈຸບັນ.

ຕໍ່ຄຳຖາມທີ່ວ່າ ເປັນຫຍັງບໍ່ຂຶ້ນເງິນເດືອນສູງກວ່ານີ້ ເພື່ອດຶງດູດຄົນລາວໃຫ້ມາເຮັດວຽກກັບໂຮງງານ, ເຈົ້າຂອງໂຮງງານຜູ້ນີ້ ຕອບວ່າ ທາງໂຮງງານ ບໍ່ສາມາດຂຶ້ນເງິນເດືອນສູງກວ່ານີ້ໄດ້; ຖ້າຂຶ້ນ ກິດຈະການຂອງໂຮງງານ ກໍຈະລົ້ມລະລາຍ.

ເຊັ່ນດຽວກັນ ນັກທຸລະກິດທ່ານໜຶ່ງ ຢູ່ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ກໍກ່າວວ່າ ການຊອກຫາຄົນງານຢູ່ແຂວງສະຫວັນນະເຂດ ຍາກຫຼາຍ ຍ້ອນຄົນງານຈຳນວນຫຼາຍ ໄດ້ໜີໄປເຮັດວຽກຢູ່ປະເທດໄທ.

ປັດຈຸບັນ ກໍຖາມມັນຍຸ້ງຍາກບໍ່ ມັນກໍຍຸ້ງຍາກນະຈ່າວ ແຕ່ວ່າມັນກໍຍັງບໍ່ມີຢູ່ຈ່າວ ມັນກໍພໍມີຢູ່ ແມ່ນ ເພິ່ນໄປຢູ່ໄທຫຼາຍເນາະ ກໍທຳມະດາ ກໍຈະມີຄົນຕ່າງເມືອງເນາະ ບໍ່ແມ່ນຄົນນະຄອນໄກສອນ ຈະເປັນຕ່າງເມືອງໆໄປ.”

ສ່ວນຄົນລາວຜູ້ໜຶ່ງ ຈາກນະຄອນຫຼວງວຽງຈັນ ທີ່ກຳລັງຊອກຫາວຽກເຮັດຢູ່ບາງກອກ ປະເທດໄທ ກ່າວວ່າ ສາເຫດໃຫຍ່ ທີ່ເຮັດໃຫ້ຄົນລາວ ໜີໄປເຮັດວຽກຢູ່ໄທຫຼາຍນັ້ນ ກໍແມ່ນ ຄ່າແຮງງານຢູ່ລາວ ຕ່ຳຫຼາຍ ຕົງກັນຂ້າມ ຄ່າແຮງງານຢູ່ໄທ ສູງກວ່າຢູ່ລາວຫຼາຍເທົ່າ.

ຄ່າແຮງມັນຢາກແບບເຮົາບໍ່ພໍໃຊ້ຫັ້ນໜາ ເຮົາຕ້ອງການໃຊ້ເງິນຫຼາຍ ເລີຍມາຫາວຽກຢູ່ໄທ ປະມານໝື່ນສອງ, ໝື່ນສາມ ກໍໄດ້.”

ກ່ຽວກັບບັນຫາການຂາດເຂີນຄົນງານນີ້ ເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ ຂອງລາວ ທ່ານໜຶ່ງ ກ່າວວ່າ ທາງກະຊວງແຮງງານ ແລະສະຫວັດດີສັງຄົມ ກໍຮັບຮູ້ບັນຫານີ້ເປັນຢ່າງດີ; ຖ້າແກ້ໄຂບໍ່ໄດ້ ການຂາດແຄນຄົນງານ ກໍຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ; ຍ້ອນດັ່ງນັ້ນ ທາງລັດຖະບານຈຶ່ງໄດ້ຕັ້ງຄະນະກຳມະການແຮງງານແຫ່ງຊາດຂຶ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ດັ່ງນາງໄດ້ກ່າວວ່າ:

ໂອ ເຮົາກໍມີກອງປະຊຸມຄະນະກຳມະການ ແຮງງານແຫ່ງຊາດເນາະ ເພິ່ນກໍປະຊຸມກັນຢູ່ ເພິ່ນຫາກໍປະຊຸມກັນແລ້ວນີ້ແຫຼະ ແຕ່ເຮົາກໍບໍ່ຮູ້ເນາະວ່າ ຜົນກອງປະຊຸມເປັນແນວໃດ ກໍມີແຕ່ຖ້າຟັງຂ່າວນຳກັນ ຄັນເພິ່ນເຮັດອີຫຍັງ ເພິ່ນກໍສິແຈ້ງຂ່າວອອກເນາະ.”

ກ່ອນໜ້ານີ້ໃນເດືອນມີນາ 2024 ກະຊວງແຮງງານແລະສະຫວັດດີການສັງຄົມກໍໄດ້ອອກແຈ້ງການແນະນໍາໃຫ້ຄົນງານລາວທີ່ເຮັດວຽກຢູ່ໄທ ແລະທີ່ຈະເດີນທາງກັບຄືນປະເທດລາວ ໃນໄລຍະບຸນປີໃໝ່ລາວປີ 2024 ນີ້ວ່າ ເມື່ອກັບມາລາວແລ້ວ ກໍຂໍໃຫ້ຊອກຫາວຽກງານເຮັດ ຢູ່ພາຍໃນປະເທດລາວນີ້ເລີຍ.

ບໍ່ເທົ່ານັ້ນ ເພື່ອແກ້ໄຂບັນຫາການຂາດເຂີນຄົນງານ, ທາງການລາວ ກໍໄດ້ອະນຸຍາດໃຫ້ຄົນງານຕ່າງດ້າວ ທີ່ເຮັດວຽກ ຢູ່ລາວຢ່າງຜິດກົດໝາຍນັ້ນ ໃຫ້ສາມາດເຮັດວຽກຢູ່ລາວໄດ້ຢ່າງຖືກຕ້ອງ ຕາມກົດໝາຍ.

ແຕ່ເຈົ້າໜ້າທີ່ ຜະແນກແຮງງານ ແລະສະຫວັດດີການສັງຄົມ ຢູ່ແຂວງໜຶ່ງໃນພາກເໜືອຂອງລາວ ກ່າວວ່າ ການແກ້ໄຂບັນຫາຂາດແຄນຄົນງານນີ້ ຍາກຫຼາຍ ຍ້ອນສະພາບເສດຖະກິດຕົກຕ່ຳ ທາງພາກລັດເອງ ກໍ່ບໍ່ສາມາດອອກມາດຕະການຫ້າມຄົນງານ ໄປຕ່າງປະເທດໄດ້.

ມາດຕະການສົ່ງເສີມ ເຮັດວຽກພາຍໃນນີ້ ພວກເຮົາກໍ່ຍັງບໍ່ເຫັນທາງ ເວົ້າເລື່ອງການຂາດແຄນແຮງງານ ທີ່ຈະຊົມໃຊ້ຢູ່ພາຍໃນນີ້ ສາເຫດຫຼັກ ກໍ່ມາຈາກສະພາບເສດຖະກິດ ທີ່ມັນບໍ່ສະຖຽນນີ້ແຫຼະ ບໍ່ທັນມີອັນໃດເທື່ອ ມີໂຄສະນາ ປະຊາສໍາພັນ ແຕ່ວ່າ ເຮົາກໍ່ບໍ່ສາມາດຫ້າມ ຫຼືມີນິຕິກໍາກ່ຽວຂ້ອງ ເພື່ອສ່ັງບໍ່ໃຫ້ແຮງງານເຫຼົ່ານັ້ນ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ຈຸດບໍລິການຈັດຫາງານພາກລັດພວກເຮົາ ກໍ່ເນັ້ນໄປວຽກໂຄສະນາ ປະຊາສໍາພັນ ເຖິງຕໍາແໜ່ງງານວ່າງ ທີ່ມີຢູ່ໃນປັດຈຸບັນ ພາຍໃນປະເທດ ແຕ່ສ່ວນຫຼາຍແຮງງານ ເຂົາບໍ່ສົນໃນດອກ ວຽກທີ່ມີຢູ່ພາຍໃນນີ້ນ່າ.

ຢ່າງໃດກໍດີ ຕໍ່ມາ ທາງພາກທຸລະກິດໃນລາວ ກໍໄດ້ພິຈາລະນາຂຶ້ນຄ່າແຮງງານ ເພື່ອແກ້ໄຂບັນຫາການຫຼັ່ງໄຫຼໄປໄທຂອງຄົນລາວ ແລະເພື່ອແກ້ໄຂບັນຫາການຂາດເຂີນ ຄົນງານພາຍໃນປະເທດ ດັ່ງ

ເຈົ້າຂອງໂຮງງານນໍ້າດື່ມ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນາງໜຶ່ງເວົ້າວ່າ ໂຮງງານນໍ້າດື່ມຫລາຍແຫ່ງ ຂາດເຂີນຄົນງານ ດັ່ງນັ້ນຈຶ່ງໄດ້ປັບຄ່າແຮງງານສູງຂຶ້ນຈາກສອງລ້ານກີບ ເປັນ 3 ລ້ານກີບຕໍ່ເດືອນ ເພື່ອດຶງດູດຄົນງານ ໃຫ້ມາເຮັດວຽກນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.