ການສໍາຣວດຖ່ານຫີນແຂວງ ເຊກອງ
2015.11.05

ບໍຣິສັດ ເອກກຊົນ ພອນສັກ ຈຳກັດ ຂອງລາວ ກຳລັງ ສຳຣວດ ພື້ນທີ່ ຢູ່ ເຂດ ເມືອງ ກະລຶມ ແຂວງ ເຊກອງ ເພື່ອ ຈະຂຸດຄົ້ນ ຖ່ານຫີນ ໃນ ໄວໆນີ້. ແຕ່ ທາງຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ຍັງບໍ່ຮູ້ ເຣຶ່ອງນີ້ ຣະອຽດ ຍ້ອນວ່າ ທາງ ບໍຣິສັດ ຍັງບໍ່ໃຫ້ ເຈົ້າໜ້າທີ່ ທາງການ ໄປ ຕິດຕາມ ການສຳຣວດ ນັ້ນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ໃນ ຜແນກ ດັ່ງກ່າວ ໃນ ວັນທີ 4 ພຶສຈິກາ 2015:
"ບໍຣິສັດ ພອນສັກ ຊອກຄົ້ນ ແລະ ສຳຣວດ ຍັງບໍ່ທັນ ຂຸດຄົ້ນ ເຂົາວ່າ 2016 ເຂົາເລີ່ມ ເປີດ ຂຸດຄົ້ນ ແລ້ວ ຈຶ່ງມອບ ໃຫ້ ພລັງງານ ບໍ່ແຮ່ ລົງ ຕິດຕາມ".
ມາເຖິງ ປັດຈຸບັນ ທາງ ບໍຣິສັດ ຍັງບໍ່ໃຫ້ ຣາຍລະອຽດ ຫຍັງຫຼາຍ ກ່ຽວກັບ ຈຳນວນ ເນື້ອທີ່ ສຳຣວດ ແລະ ການປະເມີນ ຜົລ ກະທົບ ຕໍ່ ສິ່ງແວດລ້ອມ ແກ່ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ເທື່ອ ຊຶ່ງ ຂນະນີ້ ທາງ ຜແນກ ຍັງລໍຖ້າ ຣາຍງານ ນັ້ນ ຢູ່.
ທ່ານກ່າວ ຕໍ່ໄປວ່າ ທາງການ ແຂວງ ເຊກອງ ໄດ້ ສງວນ ເນື້ອທີ່ ເຂດ ເມືອງ ກະລຶມ ເກົ່າ ເອົາໄວ້ ເປັນເຂດ ສຳລັບ ການລົງທຶນ ປະເພດ ຕ່າງໆ ໂດຍສະເພາະ ການ ລົງທຶນ ຂຸດຄົ້ນ ບໍ່ແຮ່ ຍ້ອນມີ ການ ປະເມີນວ່າ ຢູ່ເຂດນີ້ ມີ ແຮ່ທາດ ຢູ່ຫຼາຍ ຊນິດ. ນັ້ນເປັນ ສາເຫດ ນຶ່ງ ທີ່ ທາງການ ໂຍກຍ້າຍ ປະຊາຊົນ ອອກໄປ ສ້າງ ເມືອງກະລຶມ ໃໝ່ ເພາະ ບໍ່ຢາກໃຫ້ ປະຊາຊົນ ໄດ້ຮັບ ຜົລກະທົບ ຈາກ ໂຄງການ ຕ່າງໆ.
ຕາມ ຣາຍງານ ຈາກຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ເຊກອງ. ການສຳຣວດ ພື້ນທີ່ ຂຸດຄົ້ນ ຖ່ານຫີນ ຂອງ ບໍຣິສັດ ພອນສັກ ນີ້ ສ່ວນໃຫຍ່ ໃຊ້ແຕ່ ກັມກອນ ຈາກ ປະເທດ ວຽດນາມ ຊຶ່ງ ມີຢູ່ ປະມານ 100 ຫາ 200 ຄົນ ແລະ ຄາດວ່າ ຫາກມີການ ຂຸດຄົ້ນ ແທ້ ກໍຈະມີ ການນໍາ ຄົນງານ ຈາກ ວຽດນາມ ເຂົ້າມາ ເພີ້ມອີກ.