ອິດທິພົນ ຈີນ - ວຽດນາມ

ສົມເນ
2015.11.10
F-Thatluang ການກໍ່ສ້າງ ຕຶກ ອາຄານ ທີ່ ເຂດບຶງທາດຫລວງ ຂອງ ນັກລົງທຶນ ຈີນ
RFA/LX

ສປຈີນ ແຜ່ຂຍາຍ ອິດທິພົນ ດ້ານ ເສຖກິດ ລົງສູ່ ປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຜ່ານລາວ ໄດ້ ໃນ ເງື່ອນໄຂ ອັນໃດ ເຮົາ ຂໍຢ້ອນ ເຖິງ ປວັດສາດ ໃນ ຊ້ວງກ່ອນ 50 ປີ ນ້ອຍນຶ່ງ ຄືວ່າ, ຄວາມສັມພັນ ທາງການ ທູດ ຣະຫ່ວາງ ລາວ ກັບ ຈີນ ມີຂຶ້ນ ໃນວັນທີ 25 ເມສາ ປີ 1961 ໃນ ສະໄໝ ຣະບອບ ການປົກຄອງ ຣາຊອານາຈັກ ລາວ ຊຶ່ງ ເວລາ ນັ້ນ ຈີນ ກັບ ອາດີດ ວຽດນາມ ເໜືອ ເປັນເພື່ອນ ຮ່ວມລົບ ຕ້ານ ລັດທິ ທຶນນິຍົມ ເພື່ອ ດໍາເນີນ ພາຣະກິດ ຂຍາຍ ລັດທິ ຄອມມູຍນິສ ສາກົນ ໃນ ທົ່ວ ເອເຊັຽ.

ແຕ່ວ່າ ມາສູ່ ມື້ນີ້ ເປັນຫຍັງ ຈີນ ກັບ ວຽດນາມ ຈຶ່ງ ກາຍເປັນ ຄູ່ ແຂ່ງ ແຍ້ງຊິງກັນ ເພື່ອ ຢາກມີ ອິດທິພົນ ໃນລາວ ໂດຍສະເພາະ ນັບແຕ່ ສົງຄາມ ໃນ ວຽດນາມ ລາວ ແລະ ກໍາພູຊາ ໄດ້ ສິ້ນສຸດລົງ ຢ່າງ ສົມບູນ ໂດຍຝ່າຍ ນິຍົມ ລັດທິ ສັງຄົມ ນິຍົມ ຄອມມູຍນິສ ໄດ້ຮັບ ໄຊຊນະ ນັບແຕ່ ກາງ ປີ 1975 ເປັນ ຕົ້ນມາ.

ຈາກນັ້ນ ມາ ຍຸທສາດ ພູມີ ປະເທດ ຂອງລາວ ໄດ້ປ່ຽນຈາກ ຕໍາແຫນ່ງ ເປັນ ດ່ານໜ້າ ໃນການ ຕໍ່ຕ້ານ ການແຜ່ ຂຫຍາຍ ລັດທິ ຄອມມູຍນິສ ໄປສູ່ ປະເທດ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ມາເປັນເຂດ ແຍ້ງຊິງ ອໍານາດ ຣະຫວ່າງ ຈີນ ກັບ ວຽດນາມ ຜູ້ຊຶ່ງເປັນ ຄູ່ ພິພາກ ກັນ ໃນຫລາຍ ບັນຫາ ກ່ຽວກັບ ອະທິປະໄຕ ຂອງ ສອງປະເທດ ເທົ່າ ທຸກວັນນີ້. ການ ຂັດແຍ້ງ ແລະ ສົງຄາມ ເກີດຂຶ້ນ ຢູ່ໃນ ສາມ ປະເທດ ລາວ ວຽດນາມ ແລະ ກໍາພູຊາ ໃນ ສະໄໝ ກ່ອນ 40 ປີ ກ່ອນ ນັ້ນ ແມ່ນ ຣະຫ່ວາງ ມະຫາອໍານາດ ລັດທິ ທຶນນິຍົມ ທີ່ ນໍາພາ ໂດຍ ສະຫະຣັຖ ອະເມຣິກາ ກັບ ລັດທິ ສັງຄົມ ນິຍົມ ທີ່ ນໍາພາ ໂດຍ ອາດີດ ສະຫະພາບ ສັງຄົມ ນິຍົມ ໂຊວຽດ ຣັສເຊັຽ ຊຶ່ງ ເວລາ ນັ້ນ ປະເທດ ລາວ ໄດ້ ກາຍເປັນ ດ່ານໜ້າ ອັນ ສຸດທ້າຍ ຈົນມີ ສາຍຍານາມ ວ່າ ເປັນ ປະເທດ ກັນຊົນ ຣະຫ່ວາງ ສອງ ລັດທິ.

ໃນ ລະຍະ 10 ປີ ທໍາອິດ ຈາກ ປີ 1975 ຊຶ່ງ ເປັນປີ ທີ່ ຝ່າຍ ປະເທດລາວ ຫລື ລາວ ນິຍົມ ລັດທິ ຄອມມູຍນິສ ໄດ້ຮັບ ໄຊຊນະ ທາງ ການເມືອງ ໂດຍ ວິທີ ຣະເມີດ ສັນຍາ ທີ່ ເຊັນກັນ ກັບ ຝ່າຍ ຣາຊອານາຈັກ ແລ້ວ ທໍາການ ປະຕິວັດ ຣັຖບານ ປະສົມ ສອງຝ່າຍ ຕິດຕາມ ດ້ວຍການ ສະຖາປະນາ ເປັນ ປະເທດ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນ ລາວ ແລ້ວ, ລາວ ໄດ້ຕົກຢູ່ ພາຍໃຕ້ ອິດທິພົນ ແລະ ການ ຄອບຄອງ ຂອງ ວຽດນາມ ຈົນວ່າ ພັກ ປະຊາຊົນ ປະຕິວັດ ລາວ ຕ້ອງ ລົງນາມ ສົນທິ ສັນຍາ ຄວາມສັມພັນ ແບບ ພິເສດ ຮອບດ້ານ ກັບ ວຽດນາມ ໃນ ປີ 1977 ເຖິງແມ່ນ ວ່າ ຈີນ ເປັນຜູ້ ໃຫ້ການ ຊ່ວຍເຫລືອ ລາວ ທັງດ້ານ ການເງິນ ອາວຸດ ຍຸດໂທປະກອນ ແລະ ອື່ນໆ ກໍດີ ແຕ່ການ ຊ່ວຍເຫລືອ ເລົ່ານັ້ນ ບໍ່ໄດ້ອອກ ມາເປັນ ຮູບແບບ ທີ່ວ່າ ລາວ ຕ້ອງຢືນ ຢູ່ຂ້າງ ຈີນ.

ການເຊັນ ສັນຍາ ຄວາມສັມພັນ ແບບ ພິເສດ ແລະ ຮອບດ້ານ ຂອງລາວ ກັບ ວຽດນາມ ນີ້ ເຮັດໃຫ້ ຈີນ ບໍ່ພໍໃຈ ເປັນ ຢ່າງຍິ່ງ, ແລະ ຕໍ່ມາ ໃນ ປີ 1978 ລາວ ໄດ້ ປະກາດ ສນັບສນູນ ການເຂົ້າ ຢືດຄອງ ກໍາພູຊາ ຂອງ ວຽດນາມ ທີ່ ໂຄ່ນລົ້ມ ຣະບອບ ຂເມນແດງ ເຮັດໃຫ້ ຄວາມ ສັມພັນ ຣະຫ່ວາງ ລາວກັບຈີນ ເສື່ອມໂຊມ ລົງຕື່ມ ເຖິງຂັ້ນ ຫລຸດ ຄວາມສັມພັນ ທາງການ ທູດ ຣະຫ່ວາງ ກັນ ລົງຢູ່ ໃນ ຣະດັບ ຕໍ່າສຸດ ຫລື ຈະວ່າ ບໍ່ມີເລີຍ ຍ້ອນວ່າ ໃນ ລະຍະ ທີ່ ສົງຄາມ ຊາຍແດນ ຣະຫວ່າງ ຈີນ ກັບ ວຽດນາມ ຣະເບີດ ຂຶ້ນເມື່ອ ປີ 1979 ນັ້ນ ມີຂ່າວວ່າ ຈີນ ຝືກແອບ ກໍາລັງ ທະຫານ ເສດ ເຫລືອ ຊາວ ເຜົ່າມົ້ງ ຂອງ ທ່ານ ມື້ລາງ ນາຍພົນ ວັງປາວ ແລະ ກໍາລັງ ປະກອບ ອາວຸດ ຂອງ ຊາວລາວ ຈໍານວນ ນຶ່ງ ທີ່ ບໍ່ເຫັນພ້ອມ ໃຫ້ພັກ ປະຊາຊົນ ປະຕິວັດ ລາວ ຢູ່ພາຍໃຕ້ ການຊີ້ນໍາ ຂອງພັກ ຄອມມູຍນິສ ວຽດນາມ.

ຕົກມາຮອດ ປີ 1980 ຫລັງຈາກ ສປປ ລາວ ສາມາດ ກໍາ ອໍານາດ ໄດ້ ຢ່າງ ຄັກແນ່ ແລ້ວ ລາວ ໄດ້ ອວ່າຍໜ້າ ຂໍຄວາມ ຊ່ວຍເຫລືອ ຈາກ ຈີນ ສະຫະຣັຖ ແລະ ບັນດາ ປະເທດ ທີ່ ຢູ່ໃນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຍ້ອນວ່າ ການ ຊ່ວຍເຫລືອ ຈາກ ຣັຖເຊັຽ ແລະ ວຽດນາມ ບົກແຫ້ງ ລົງ ເພາະວ່າ ຕ່າງກໍ ຍັງເປັນ ປະເທດ ທຸກຍາກ ຢູ່ ແລະ ຣັຖເຊັຽ ໃນ ເວລາ ນັ້ນ ກໍຢູ່ໃນ ຣະຫວ່າງ ເຮັດ ສົງຄາມ ຢູ່ໃນ ປະເທດ ອາຟການິສຖານ ກ່ອນ ຈະຖອນ ກອງທະຫານ ອອກໝົດ ສິ້ນ ໃນ ເດືອນ ພຶສພາ ປີ 1988 ຫາ ເດືອນ ກຸມພາ ປີ 1989.

ຕົກມາຮອດ ປີ 1988 ລາວ ແລະ ຈີນ ໄດ້ຫັນໜ້າ ຄືນ ຫາກັນໃໝ່ ໂດຍ ເປີດຄວາມ ສັມພັນ ແບບ ປົກກະຕິ ທາງການ ທູດ ຂຶ້ນ. ໃນເວລາ ນັ້ນ ວຽດນາມ ບໍ່ທັນ ມີຄວາມ ສັມພັນ ທາງການ ທູດ ກັບ ຈີນ ເທື່ອ ຈົນມາຮອດ ເດືອນ ພຶສຈິກາ ປີ 1991 ວຽດນາມ ກັບ ຈີນ ຈຶ່ງເປີດ ຄວາມສັມພັນ ທາງການທູດ ແບບ ປົກກະຕິ ໃໝ່.

ໃນຍຸກ ສະໄໝໃໝ່ ນີ້ ຈີນ ສົນໃຈ ນໍາ ລາວ ຫລາຍເທົ້າ ຖ້າທຽບໃສ່ ໃນ ລະຍະ ຜ່ານໆມາ. ເຫດຜົນ ທໍາອິດ ແມ່ນຢາກ ອາໄສ ແຜ່ນດິນ ລາວ ເປັນທາງ ຜ່ານ ຂອງ ແຂວງ ຢຸນນ່ານ ເພື່ອ ຂຍາຍຕລາດ ການຄ້າຂາຍ ໄປສູ່ ຫລາຍ ປະເທດ ໃນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ພ້ອມທັງຢາກ ໃຊ້ ວັດຖຸດິບ ຈາກ ແຫລ່ງ ຊັພຍາກອນ ທັມມະຊາຕ ໃນ ລາວ ແລະ ໃນ ບັນດາ ປະເທດ ເອເຊັຽ ຕະເວັນອອກສ່ຽງໃຕ້ ເພື່ອ ນໍາໄປ ປ້ອນ ອຸດສາຫະກັມ ຢູ່ໃນ ປະເທດ ຈີນ. ເຫດຜົນ ທີສອງ ນັກ ວິເຄາະ ວ່າ ເພື່ອ ແຍ້ງຊິງ ເອົາ ອິດທິພົນ ຈາກ ວຽດນາມ ທີ່ ມີຕໍ່ ລາວ.

ໃນປີ 1989 ທ່ານ ມື້ລາງ ນາຍົກ ຣັຖມົນຕຣີ ໄກສອນ ພົມວິຫານ ໄດ້ໄປ ຢ້ຽມຢາມ ປະເທດ ຈີນ. ແຕ່ ນັ້ນມາ ການຕິດຕໍ່ ພົວພັນ ຣະຫ່ວາງ ພັກ ຕໍ່ ພັກ ຄ່ອຍໆ ເພີ້ມທະວີ ຂຶ້ນ. ໃນ ຣະຫວ່າງ ປີ 1991 ຫາ ປີ 1994 ຄນະຜູ້ນໍາ ຣະດັບ ສູງສຸດ ຂອງລາວ ໄດ້ ຜັດປ່ຽນ ກັນ ເດີນທາງ ໄປ ຢ້ຽມຢາມ ຜູ້ນໍາ ຈີນ ຢູ່ ເລື້ອຍໆ. ມີສັນຍາ ຕັ້ງ ຄນະ ກັມມະການ ຊາຍແດນ ຮ່ວມ ລາວ-ຈີນ, ມີການ ລົງນາມ ສັນຍາ ການຄ້າຂາຍ ຣະຫ່ວາງ ສອງ ປະເທດ, ມີສັນຍາ ອະນຸມັດ ໂຄງການ ລົງທຶນ ຂອງ ຈີນ ໃນລາວ ທໍາອິດ 11 ໂຄງການ.

ເງື່ອນໄຂ ສໍາຄັນໆ ທີ່ ປູທາງ ໃຫ້ ຈີນ ມີອິດທິພົນ ທາງ ເສຖກິດ ຫຼາຍຂຶ້ນ ໃນລາວ, ອັນ ສໍາຄັນທໍ າອິດ ມີຂຶ້ນ ໃນປີ 1997. ສປປ ລາວ ໄດ້ ຮຽກຮ້ອງ ໃຫ້ ຣັຖບານ ຈີນ ຊ່ວຍເຫລືອ ຊຸກຍູ້ ເສຖກິດ ລາວ ໃຫ້ ກ້າວ ໄປໜ້າ ແລະ ຈີນ ກໍ ຕອບສນອງ ຢ່າງ ໄວວາ ເພາະເຫັນວ່າ ໄດ້ ໂອກາດ ໃນການ ເຂົ້າໄປມີ ອິດທິພົນ ໃນ ລາວ ແລ້ວ ໂດຍ ບັນລຸ ສັນຍາ ຂໍ້ຕົກລົງ ເພີ້ມການ ຊ່ວຍເຫລືອ ການ ລົງທຶນ ການຄ້າ ດ້ານ ໂຄງລ່າງ ພື້ນຖານ ຕັ້ງ ທະນາຄານ ໃນລາວ ໃຫ້ ສິດ ພິເສດ ໃນການສົ່ງ ສິນຄ້າ ອອກ ໄປຂາຍ ໃນ ປະເທດ ຈີນ ໃຫ້ເງິນກູ້ ບໍ່ມີ ດອກເບັ້ຽ ອັນເຮັດໃຫ້ ລາວ ສາມາດ ຫລຸດພົ້ນ ອອກຈາກ ຜົນກະທົບ ທີ່ເກີດຈາກ ວິກິດການ ດ້ານ ການເງິນທີ່ ແຜ່ຂຍາຍ ໄປທົ່ວ ເອເຊັຽ ທີ່ເລີ້ມຂຶ້ນ ໃນ ປະເທດ ໄທ ຣະຫ່ວາງ ປີ 1998 ຫາ ປີ 1999.

ຕໍ່ມາ ສ ປປລາວ ຮັບຮູ້ ນະໂຍບາຍ ຈີນ ດຽວ ຂອງ ສປຈີນ ໃນການ ທ້ອນໂຮມ ໃຕ້ຫວັນ ກັບ ຈີນ ແຜ່ນດິນໃຫ່ຽ ເຂົ້າເປັນ ອັນນຶ່ງ ອັນດຽວກັນ. ໃນເດືອນ ພຶສຈິກາ ປີ 2000 ອາດີດ ປະທານ ປະເທດ ຈີນ ທ່ານ ຈຽງ ເຊມິນ ໄດ້ໄປ ຢ້ຽມຢາມ ລາວ ເປັນເທື່ອ ທໍາອິດ ໃນ ປວັດສາດ ຄວາມ ສັມພັນ ຂອງ ສອງຊາຕ. ສອງຝ່າຍ ໄດ້ ປະກາດ ການຮ່ວມມື ກັນ ໂດຍ ເຊັນ ສັນຍາ ການຮ່ວມມື ການ ພັທນາ ຮອບດ້ານ.

ຄວາມເອົາ ໃຈໃສ່ ຂອງ ຈີນ ຕໍ່ການ ພັທນາ ເສຖກິດ ຂອງລາວ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ ນັບແຕ່ ປີ 2000 ເປັນຕົ້ນມາ ໂດຍ ຊ່ວຍພັທນາ ໂຄງລ່າງ ພື້ນຖານ ໃນການສ້າງ ຖນົນ ສາຍ R-3A ຈາກ ເມືອງ ຊາຍແດນ ບໍ່ເຕັນ-ບໍ່ຫານ ແຂວງ ຫຼວງນໍ້າທາ ມາໃສ່ ແຂວງ ບໍ່ແກ້ວ ແລະ ໄດ້ຊ່ວຍ ອອກທຶນ ສ້າງຂົວ ມິຕພາບ ລາວ-ໄທ ຂ້າມ ນໍ້າຂອງ ຣະຫ່ວາງ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ກັບ ເມືອງ ຊຽງຂອງ ແຂວງ ຊຽງຮາຍ ຂອງໄທ ຊຶ່ງ ເປີດໃຊ້ ຢ່າງເປັນ ທາງການ ເມື່ອ ວັນທີ່ 11 ທັນວາ ປີ 2013.

ຖນົນ ສາຍນີ້ ໄດ້ກາຍເປັນ ເສັ້ນທາງ ເຊື່ອມຕໍ່ ພາກໃຕ້ ຂອງ ແຂວງ ຢຸນນານ ກັບ ພາກເໜືອ ຂອງ ປະເທດໄທ ຜ່ານ ລາວ ເພື່ອ ໄປຍັງ ບາງກອກ ແລະ ທ່າເຮືອ ແຫລມຊະບັງ ຊຶ່ງ ເອີ້ນຕາມ ແຜນການ ພັທນາ ຢູ່ ໃນ ຂອບຂອງ ອານຸ ພູມີພາກ ແມ່ນໍ້າຂອງ ຫລືວ່າ GMS ວ່າ ແລວທາງ ເສຖກິດ ເໜືອ-ໃຕ້. ຣາຍງານ ຂອງ ນັກຄົ້ນຄວ້າ ຂອງ ສະຫະຣັຖ ວ່າມັນເປັນ ຄວາມສໍາເຣັດ ບັ້ນຕົ້ນ ຂອງ ຍຸທສາຕ ການ ເຊື່ອມໂຍງ ຂອງຈີນ ກັບ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຊຶ່ງ ປະເທດໄທ ຈະ ເປັນສູນກາງ ການ ລໍາລຽງ ແລະ ແຈກຈ່າຍ ສິນຄ້າ ຂອງຈີນ ຜ່ານຖນົນ ຂອງລາວ ອັນເຮັດໃຫ້ ປະເທດ ລາວ ຢູ່ໃນ ຕໍາແຫນ່ງ ສໍາຄັນ ຍິ່ງ ທາງ ພູມີສາຕ ການເມືອງ ໃນຍຸກ ສະໄໝ ປັດຈຸບັນ.

ແຜນການ ພັທນາ ໃນຂອບ ອານຸ ພູມີພາກ ແມ່ນໍ້າຂອງ ຫລື gms  ນີ້ເຮັດໃຫ້ ຈີນ ຂຍາຍ ອິດທິພົນ ດ້ານ ເສຖກິດ ສູ່ ລາວ ແລະ ປະເທດໄທ. ຢ່າງ ວ່ອງໄວ. ຕາມ ຣາຍງານ ຂອງ ທະນາຄານ ພັທນາ ເອເຊັຽ ຫລື ເອດີບີ ນັ້ນ ການຄ້າ ຣະຫ່ວາງ ລາວ ກັບ ຈີນ ມີມູນຄ່າ ຈາກ 33 ລ້ານ ໂດລາ ສະຫະຣັຖ ຈາກ ປີ 1990 ຂຶ້ນ ເປັນ 118 ລ້ານ ໂດລາໃນປີ 2003. ຣາຍງານ ຂອງ ໜັງສືພິມ ຊິນຫົວ ບອກວ່າ ຈາກປີ 1988 ຫາ 2001 ຈີນ ໄດ້ ຊ່ວຍເຫລືອ ລາວ ຄິດເປັນ ມູນຄ່າ 1,700 ລ້ານ ໂດລາ, ໃນເດືອນ ມີຖຸນາ ປີ 2003 ຈີນ ໄດ້ຍົກເລີກ ໜີ້ ທັງໝົດ ໃຫ້ ລາວ. ກອງປະຊຸມ ຫລວງ ພັກ ປະຊາຊົນ ປະຕິວັດ ລາວ ຄັ້ງທີ່ 7 ໃນ ປີ 2001 ທ່ານ ບຸນຍັງ ວໍຣະຈິດ ນາຍົກ ຣັຖມົນຕຣີ ໃນ ສະໄໝ ນັ້ນ ປະກາດ ວ່າ ການ ຊ່ວຍເຫລືອ ຂອງຈີນ ມີຄວາມ ສໍາຄັນ ຫຼາຍ ຕໍ່ລາວ ເພື່ອເຮັດໃຫ້ ແຜນການ ການພັທນາ ເສຖກິດ ຂອງລາວ ເປັນໄປຕາມ ຄາດໝາຍ ໃນການ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ 1 ລ້ານ ຄົນ ຕື່ມ.

ຈາກນັ້ນ ນັກວິເຄາະ ເຫັນວ່າ ບົດບາດ ການເພີ້ມ ການ ຊ່ວຍເຫລືອ ດ້ານ ເສຖກິດ ຂອງຈີນ ຕໍ່ ລາວ ໃນ ອະນາຄົດ ມີ 3 ດ້ານ.

ດ້ານທີ 1, ຈີນ ຫວັງໃຊ້ ຊັພຍາກອນ ທັມະຊາຕ ໃນລາວ ຫລາຍຂຶ້ນ.

2. ຈີນ ເຫັນວ່າ ສິນຄ້າ ຂອງລາວ ຈະບໍ່ສາມາດ ແຂ່ງຂັນ ກັບ ສິນຄ້າ ຣາຄາ ຖືກ ຂອງ ຈີນ,

3. ຈີນ ເຫັນວ່າ ນັບແຕ່ ລາວ ເປີດ ປະເທດ ສູ່ໂລກ ພາຍນອກ ພາຍໃຕ້ ກົນໄກ ເສຖກິດໃໝ່ ແບບ ຈໍາກັດ ໃນປີ 1986 ແລະ ປັບປຸງ ເປັນ ເສຖກິດ ຕລາດ ໃນປີ 1991 ຫລັງຈາກ ລັດທິ ສັງຄົມນິຍົມ ໂຊວຽດ-ຣັຖເຊັຽ ໄດ້ລົ້ມ ລະລາຍ ລົງ.

ການພັທນາ ເສຖກິດ ຂອງລາວ ສ່ວນຫລາຍ ແມ່ນ ອີງຕໍ່ການ ຊ່ວຍເຫລືອ ຈາກ ຕ່າງ ປະເທດ ເປັນຕົ້ນ ຍີ່ປຸນ ສະວິເດັນ ຝຣັ່ງ ແລະ ອອສເຕຣເລັຽ ແລະ ການ ຊ່ວຍເຫລືອ ແບບ ຫລາຍຝ່າຍ ເຊັ່ນ ຈາກ ກອງທຶນ ສາກົນ IMF ADB ແລະ ຈາກ ທະນາຄານ ໂລກ. ປະເທດ ໃຫ້ ການຊ່ວຍເຫລືອ ເຫລົ່ານີ້ ຕ້ອງການ ຢາກໃຫ້ ລາວ ປ່ຽນແປງ ພື້ນຖານ ການ ປົກຄອງ, ປະຕິຮູບ ຣະບົບ ກົດໝາຍ ແລະ ນິຕິກັມ ປະຕິຮູບ ຣະບົບ ການເງິນ ໃຫ້ສິດທິ ເສຣີພາບ ແກ່ ປະຊາຊົນ ໃນດ້ານ ສະແດງ ຄວາມຄິດ ຄວາມເຫັນ ການ ປາກເວົ້າ ການໂຮມ ຊຸມນຸມ ແລະ ການຕັ້ງ ສະມາຄົມ ເພື່ອ ກ້າວ ໄປສູ່ ການເລືອກຕັ້ງ ແບບ ເສຣີ ມີຫລາຍ ພັກ ການເມືອງ, ແຕ່ ພັກ ປະຊາຊົນ ປະຕິວັດ ລາວ ພຍາຍາມ ຕ້ານຢັນ ມາຕລອດ ເພາະເຫັນວ່າ ມັນຂັດ ກັບ ທິດທາງ ຂອງ ພັກ ທີ່ມີ ຈຸດປະສົງ ໃຫ້ກໍາ ອໍານາດ ຢ່າງ ຖືກຕ້ອງ ຕາມ ກົດໝາຍ ແຕ່ ພັກດຽວ. ເມື່ອ ເປັນດັ່ງນີ້ ມັນກໍເຂົ້າ ຢູ່ໃນ ຍຸທສາດ ການຂຍາຍ ອິດທິພົນ ຂອງ ຈີນ ຈີນ ກໍເພີ້ມ ການ ຊ່ວຍເຫລືອ ແກ່ ລາວ ຫລາຍຂຶ້ນ ໂດຍ ບໍ່ ຮຽກຮ້ອງ ໃຫ້ ລາວ ມີການ ປະຕິຮູບ ໃດໆ. ການແຜ່ ອິດທິພົນ ຂອງຈີນ ໃນລາວ ທີ່ ກ່າວມາ ນີ້ ເຮົາ ຂໍຢຸດ ຢູ່ ປີ 2003 ນີ້ ກ່ອນ ຊຶ່ງ ເປັນເວລາ ທີ່ ວຽດນາມ ຍັງມີ ອິດທິພົນ ຕໍ່ ລາວ ຢ່າງ ຮອບດ້ານ ຫລາຍກວ່າ ຈີນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.