ໜີ້ສິນມະຫາສານຍ້ອນການ ສໍ້ໂກງ
2015.11.05
ທາງການ ລາວ ເວົ້າວ່າ ໃນ ປັດຈຸບັນ ສາມາດ ຮິບໂຮມ ໄດ້ແລ້ວ ຢ່າງນ້ອຍ ຣັຖບານ ລາວ ໄດ້ ຕິດຫນີ້ ເຖິງ 29 ພັນ ຕື້ກີບ ທີ່ໄດ້ ລົງທະບຽນ ຢ່າງເປັນ ທາງການ ແຕ່ຍັງບໍ່ ນັບຫນີ້ ກ່ຽວກັບ ໂຄງການ ຣົຖໄຟ ຄວາມໄວສູງ ເທື່ອ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງີນ ໃນ ມໍ່ໆມານີ້.
ດຣ.ລຽນ ທິແກ້ວ ຣັຖມົນຕຣີ ກະຊວງ ການເງິນ ຂອງ ສປປລາວ ເວົ້າວ່າ ເງິນ ຕິດຫນີ້ ຈຳນວນ ດັ່ງກ່າວ ສ່ວນໃຫຍ່ ແມ່ນ ມາຈາກ 20 ຫ້ອງການ ກາງ ຂອງ ຣັຖບານ ໃນ ບັນດາ 4 ແຂວງ ໃຫຍ່ໆ ຮ່ວມດ້ວຍ ນະຄອນຫຼວງ ວຽງຈັນ ທີ່ ຣັຖບານ ລາວ ຈະ ຕ້ອງໄດ້ ໃຊ້ຄືນ ທ່ານໄດ້ ກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ບັນດາ ເຈົ້າແຂວງ ໃນ ທົ່ວ ປະເທດ ທີ່ ນະຄອນຫຼວງ ວຽງຈັນ ເມື່ອ ຜ່ານມາ ນີ້.
ທ່ານວ່າ ຫນີ້ສິນ ສ່ວນຫຼາຍ ແມ່ນ ຢຶມເງິນ ມາໃຊ້ ໃນ ການລົງທຶນ ຂອງ ຣັຖ ໃນ ຈຳນວນ 1473 ໂຄງການ ແລະ ສ່ວນໃຫຍ່ ແມ່ນ ການສ້າງ ໂຄງຮ່າງ ພື້ນຖານ ດັ່ງ ຖນົນ ຫົນທາງ ແລະ ການພັທນາ ຕ່າງໆ ໃນລາວ. ທາງການ ລາວ ໄດ້ ອອກ ພັນທະບັດ ໃນການ ຈ່າຍ ຫນີ້ຄືນ ແຕ່ໄດ້ ອອກມາ ຫຼາຍຄັ້ງ ແລ້ວ ຈຶ່ງຢາກ ໃຫ້ ກະຊວງ ຕ່າງໆ ວາງ ມາຕການ ຢ່າງ ເຄັ່ງຄັດ ໃນການ ຢືມເງິນ ມາດຳເນີນ ໂຄງການ ແລະ ໃນ ອະນາຄົດ ໂຄງການ ຕ່າງໆ ຕ້ອງໄດ້ ເຫັນພ້ອມ ຈາກ ຣັຖບານ ແລະ ສະພາ ແຫ່ງຊາດ ກ່ອນ ຊຶ່ງ ຫນີ້ສິນ ທີ່ ຜ່ານມາ ສ່ວນໃຫຍ່ ບໍ່ໄດ້ຜ່ານ ສະພາ.
ກ່ຽວກັບ ເຣື້ອງ ຫນີ້ສິນ ຂອງ ຣັຖບານ ອັນ ມະຫາສານ ນັກ ວິຊາການ ລາວ ທ່ານນຶ່ງ ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ວ່າ ຍ້ອນຂາດ ການ ບໍຣິຫານ ຈັດການ ການສໍ້ຣາສ ບັງຫຼວງ ແລະ ການ ຮົ່ວໄຫລ ຂອງ ຣາຍໄດ້ ຂອງຣັຖ ນັ້ນເອງ ດັ່ງ ທ່ານ ໃຫ້ ສຳພາດ ວ່າ:
--------------------ສຽງ--------------------------------
ສປປລາວ ເປັນນຶ່ງ ໃນ ບັນດາ ປະເທດ ທີ່ ຕິດຫນີ້ ຕ່າງ ປະເທດ ອັນ ມະຫາສານ ຈົນບາງ ປະເທດ ບໍ່ຢາກ ໃຫ້ ຣັຖບານ ລາວ ຢືມເງິນ ອີກແລ້ວ ຖ້າໃຫ້ຢຶມ ກໍ ຈະເປັນ ດອກເບັ້ຽສູງ ດັ່ງການ ກໍ່ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ທີ່ ລາວ ຈະກູ້ເງິນ ຈາກ ຈີນ. ສປປລາວ ຕິດຫນີ້ ເກີນຍອດ ຜົລຜລິດ ຮວມ ຂອງຊາດ ໃນ ບາງປີ ແລະ ຫນີ້ ດັ່ງກ່າວ ຈະໄປຮອດ ເຊັ່ນລູກ ເຊັ່ນຫລານ ຂອງ ຄົນລາວ ໃນຊາດ.