ທາງການສັ່ງໂຈະໂຄງການ ຂາດມາຕຖານ
2020.10.30
ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາຣັຖບານ ໄດ້ຣາຍງານຜົລການກວດກາ ຕາມຜົນການກວດສອບປີ 2018 ຕໍ່ກອງປະຊຸມ ເທື່ອທີ 10 ສະພາແຫ່ງຊາດຊຸດທີ 8 ວ່າໂຄງການທີ່ຖືກໂຈະມີ 191 ໂຄງການ ຍ້ອນບໍ່ໄດ້ມາຕຖານ, ຄິດໄລ່ຣາຄາເກີນຄວາມຈິງ ແລະ ບໍ່ຖືກຣະບຽບຫລັກການ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 30 ຕຸລານີ້ວ່າ ໃນຈໍານວນ 191 ໂຄງການ ທີ່ຖືກໂຈະນັ້ນ ຈໍານວນນຶ່ງເປັນໂຄງການ ທີ່ສະພາຮັບຮອງເອົາແລ້ວ ແຕ່ບໍ່ໄດ້ຈັ ດຕັ້ງປະຕິບັດ ຫຼື ປະຕິບັດ ບໍ່ໄດ້ມາຕຖານ ບໍ່ຖືກຕາມຣະບຽບ ຫລັກການ ແລະລ່າຊ້າ. ປັດຈຸບັນ ພາກສ່ວນກ່ຽວຂ້ອງ ກໍາລັງດໍາເນີນການຢູ່ ດັ່ງທີ່ທ່ານກ່າວວ່າ:
“ບໍ່ ບໍ່ໂຈະທັນທີ ແຜນເພິ່ນວ່າມີ ອັນນັ້ນຊື່ໆ ເພິ່ນເປັນ list ໄວ້ຊື່ໆ ສ່ວນຫລາຍກໍບໍ່ຖືກຣະບຽບຫັ້ນແຫລະ ຄັນສົມມຸດໂຄງການ ຂອງຣັຖ ອາດແມ່ນສູງເກີນ ບາງເທື່ອລະເກັບໄວ້ ໂຄງການທີ່ບໍ່ໄປບໍ່ມາ ຫຍັງເດ໋ເນາະ ແລ້ວບໍ່ຈັດຕັ້ງປະຕິບັດ ເອີ ສິກຽມ ຕໍ່ໜ້າເຮົາສິສົ່ງໄປຂແນງ ການທີ່ກ່ຽວຂ້ອງ ເຂົາເບິ່ງຄືນຕື່ມ.”
ແລະນັກວິຊາການລາວທ່ານນຶ່ງ ກໍກ່າວກ່ຽວກັບອົງການກວດກາຣັຖບານ ທີ່ຣາຍນງານຜົລການກວດກາ ຕໍ່ກອງປະຊຸມສະພາວ່າການໂຈະ 191 ໂຄງການນັ້ນ ຖືວ່າເປັນຜົລດີ ຣັຖບານບໍ່ມີໜີ້ ເພີ່ມຂຶ້ນ ຍ້ອນທີ່ ຜ່ານມາ ທາງຣັຖບານກໍບໍ່ສາມາດແກ້ໄຂ ໜີ້ສິນ ທັນເວລາຢູ່ແລ້ວ. ດັ່ງນັ້ນການໂຈະ 191 ໂຄງການ ຊຶ່ງເປັນໂຄງການ ທີ່ບໍ່ມີ ປະສິດທິຜົລ ແລະ ບາງໂຄງການ ກໍບໍ່ຈໍາເປັນ:
“ໂຈະ ກໍຖືວ່າມີຜົລດີຫັ້ນແຫລະ ເພາະວ່າຣັຖບານເຫັນວ່າ ບໍ່ມີປະສິດທິຜົລແລ້ວ ຜິດດ່ຽງຕາມສັນຍາ ກໍໝາຍຄວາມຜິດ ເພິ່ນຈັ່ງໂຈະນະ ຊົລປະທານບໍ່ ຫລືວ່າອິຫຍັງກໍ່ສ້າງໄປແລ້ວບໍ່ມີນໍ້າ ຕົວຢ່າງ ແລ້ວກໍ ກໍ່ສ້າງ ເສັ້ນທາງ ມັນແມ່ນເຂດທີ່ຍັງທີ່ຍັງບໍ່ຈໍາເປັນ ເທື່ອເພາະວ່າ ທຸກມື້ນີ້ ມັນກໍເຣື່ອງແກ້ໄຂ ໜີ້ສິນ ເຮົາກໍບໍ່ທ່ວງບໍ່ທັນຢູ່ແລ້ວ ບໍ່ສ້າງພາຣະອີກ ເພາະການລົງທຶນ ຜ່ານມາມັນແມ່ນ ລົງທຶນ ກ່ອນໝົດເດ໊.”
ຊາວບ້ານນາຄໍາ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ທີ່ຂໍບໍ່ອອກຊື່ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຄັນບໍ່ແມ່ນໂຄງການ ທີ່ປະຊາຊົນ ສົມທົບທຶນກັບຣັຖບານ ເຣື່ອງການກໍ່ສ້າງໂຄງຮ່າງພື້ນຖານ ກໍເຫັນດີ ໃຫ້ໂຈະ. ຢູ່ບ້ານນີ້ກໍມີໂຄງການ ກໍ່ສ້າງເສັ້ນທາງ ລາດຢາງແຕ່ທາງ ເລກທີ 13 ຫາ ທາງເຂົ້າບ້ານ ແລະ ທາງເລາະບ້ານ ທັງໝົດຍາວ 4 ກິໂລແມັດ ມູນຄ່າ ທັງໝົດ 4.97 ຕື້ກີບ ທີ່ປະຊາຊົນພາຍໃນບ້ານ ໄດ້ ອອກເງິນ ຈ້າງບໍຣິສັດຮັບເໝົາ ກໍ່ສ້າງໄປ ຈໍານວນນຶ່ງແລ້ວ:
“ຄັນວ່າ ມັນບໍ່ແມ່ນຂອງປະຊາຊົນ ມີສ່ວນຮ່ວມຈັ່ງຊີ້ ກໍໂຈະກະໂຈະ ກໍບໍ່ວ່າຫຍັງດອກ ອັນນີ້ມັນເປັນທຶນຂອງປະຊາຊົນ ສົມທົບມັນກໍບໍ່ ຢາກໃຫ້ ແຫລະເນາະ ມັນເບື້ອງປະຊາຊົນນີ໋ ມັນໄດ້ລົງທຶນລົງຮອນໄປແລ້ວ ເສັຽທຶນໃຫ້ເຂົາແລ້ວ ແລ້ວມີສ່ວນໃດສ່ວນນຶ່ງ ໃຫ້ທາງບໍຣິສັດ ຮັບເໝົາຫັ້ນນ່າ.”
ແຕ່ຫລາຍໂຄງການ ທີ່ຖືກໂຈະນັ້ນ ບາງໂຄງການ ຊາວບ້ານ ກໍບໍ່ເຫັນດີນໍາ ຖ້າເປັນໂຄງ ການ ທີ່ສ້າງຜົລປໂຍດແກ່ຊຸມຊົນ ເປັນຕົ້ນ ໂຄງການຊົລປະທານ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫລວງວຽງຈັນ. ຊາວບ້ານເວົ້າວ່າ ມື້ວານນີ້ ອໍານາດການປົກຄອງບ້ານ ແລະ ປະຊາຊົນ ຈໍານວນນຶ່ງ ໃນເຂດໃກ້ຄຽງກັບບ້ານໄຮ່ ຮວມທັງໝົດ 8-9 ບ້ານ ໄດ້ມາປະຊຸມກັນ ບໍ່ເຫັນດີ ຫາກທາງການໂຈະ ໂຄງການ ສ້ອມແປງ ຊົລປະທານ ຂອງພວກເຂົາເຈົ້າ ພາຍ ຫລັງທີ່ພວກເຂົາເຈົ້າ ໄດ້ຍິນຂ່າວຈາກທາງເມືອງ ທີ່ວ່າຈະໂຈະ ໂຄງການ ນີ້, ດັ່ງ ທີ່ທ່ານກ່າວຕໍ່ RFA ວ່າ:
“ມື້ວານກໍຄົ້ນຄວ້າເຣື່ອງນີ້ແດ່ມີ 8-9 ບ້ານມາປະສານສົມທົບກັນ ເຣື່ອງຊົລປະທານ ເຣື່ອງໂຄງການທີ່ວ່າຊ່ວຍເຫລືອນີ້ແຫຼະ 2 ອັນນີ້ແຫຼະ ແຕ່ວ່າຄັນ ເວົ້າເຖິງການພັທນາແລ້ວນີ໋ ບໍ່ເຫັນດີເຣື່ອງການໂຈະ ເພາະວ່າດຽວນີ້ ເຣື່ອງການສົ່ງເສີມ ມັນມີຜັກປອດສານພິດເນາະ ອັນປອດ ສານພິດ ຂາດປັດຈັຍອັນໃດອັນນຶ່ງ ມັນກໍເຮັດໄປບໍ່ໄດ້.”
ຊາວບ້ານບ້ານໄຮ່ ຜູ້ນີ້ເວົ້າຕື່ມວ່າ ປັດຈຸບັນອໍານາດການປົກຄອງບ້ານທັງ 8-9 ບ້ານ ຍັງລໍຖ້າປະຊຸມກັບຂັ້ນເມືອງ ທີ່ຈະມີຂຶ້ນໃນຣະຫວ່າງ ວັນທີ 15 ຫາ 21 ພຶສຈິກາ ນີ້ ເພື່ອຮຽກຮ້ອງ ໃຫ້ຂັ້ນເທິງຮັບຮູ້ ຄວາມຄິດເຫັນຂອງ ປະຊາຊົນ ທີ່ບໍ່ຕ້ອງການໃຫ້ໂຈະ ໂຄງການສ້ອມແປງ ຊົລປະທານ ນີ້, ຢາກໃຫ້ຂັ້ນເທິງ ແກ້ໄຂບັນຫາດັ່ງກ່າວ.