ປີ 2023 ຈີນລົງທຶນໃນລາວເພີ່ມຂຶ້ນ 17 ໂຄງການ

ຈຳປາທອງ
2024.02.23
ປີ 2023 ຈີນລົງທຶນໃນລາວເພີ່ມຂຶ້ນ 17 ໂຄງການ ບໍຣິສັດ ລາວພາກໃຕ້ ກໍ່ສ້າງ ຈຳກັດໃນເຂດເສຖກິຈໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ. ເດືອນສິງຫາ ປີ 2023.
RFA

ລາວ-ຈີນ ຈັດກອງປະຊຸມ ສລຸບວຽກງານ ການຮ່ວມມືທາງດ້ານເສຖກິຈ-ການຄ້າ ແລະເຕັກນິກ ປະຈໍາປີ 2023 ແລະວາງທິດທາງແຜນການ ປີ 2024 ທີ່ກະຊວງແຜນການ ແລະການລົງທຶນ ຂອງລາວ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 21 ແລະ 22 ກຸມພາ 2024 ນີ້.

ໃນປີ 2023 ທີ່ຜ່ານມາ ຣັຖບານລາວ ດຶງດູດການລົງທຶນຈາກນັກທຸຣະກິຈຈີນໄດ້ 17 ໂຄງການ ທີ່ກະຈາຍຢູ່ທົ່ວປະເທດ ຮວມມູນຄ່າການລົງທຶນ ປະ ມານ 986 ລ້ານໂດລ້າຣ໌ສະຫະຣັຖ, ເປັນການລົງທຶນຂອງຈີນແບບ 100% ແລະໃນປີ 2024 ນີ້ ກໍວ່າ ຈະພະຍາຍາມດຶງດູດນັກລົງທຶນຈີນ ເຂົ້າມາໃຫ້ໄດ້ຫລາຍຂຶ້ນກວ່າເກົ່າ.

ເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກຸມພານີ້ ເຖິງການເຂົ້າມາລົງທຶນ ຂອງຈີນ ບໍ່ວ່າຈະເປັນໂຄງການຂນາດນ້ອຍ ຫລືຂນາດໃຫຍ່ວ່າ ລ້ວນແລ້ວແຕ່ສ້າງເມັດເງິນ ໃຫ້ປະເທດລາວ, ເປັນການຊຸກຍູ້ການພັທນາເສຖກິຈ-ສັງຄົມ ແລະສ້າງວຽກເຮັດງານທໍາ ໃຫ້ປະຊາຊົນລາວນໍາອີກ ຄ້າຍໆກັບເປັນນະໂຍບາຍພິເສດ.

ຄ້າຍໆກັບແບບມັນເປັນນະໂຍບາຍ ພິເສດກະເລີຍວ່າ ຢູ່ຫລາຍໆແຂວງກະມີນັກທຸຣະກິຈສັມປະທານທີ່ກວ້າງໆ ຄືໂຕຢ່າງທີ່ເຫັນ ຢູ່ທາງແຂວງຊຽງຂວາງເນາະ ກະເປັນການລົງທຶນຂອງທາງຈີນ.

ທ່ານເວົ້າວ່າ ປັດຈຸບັນ ຈີນ ຖືເປັນປະເທດຄູ່ຄ້າສໍາຄັນຂອງລາວ ແລະເປັນຜູ້ລົງ ທຶນອັນດັບ 1 ຢູ່ລາວ ຊຶ່ງຣັຖບານລາວ ກໍເຊື່ອໝັ້ນວ່າ ຍຸທສາດການພັທນາປະ ເທດແບບຈີນ ຈະນໍາພາປະເທດ ໄປສູ່ການຫລຸດພົ້ນ ອອກຈາກປະເທດດ້ອຍ ພັທນາ ແລະກ້າວໄປສູ່ປະເທດ ທີ່ກໍາລັງພັທນາ ໄດ້ຕາມແຜນພັທນາເສຖກິຈ-ສັງຄົມຂອງປະເທດ.

ເມື່ອປີ 2023 ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ກໍໄດ້ອະນຸມັດ ໃຫ້ບໍຣິສັດເອກກະຊົນຈີນ ເຂົ້າມາສໍາປະທານຂຸດຄົ້ນ ປຸງແຕ່ງແຮ່ຄໍາ ແລະແຮ່ຫາຍາກ ຢູ່ແຂວງຊຽງຂວາງ 2 ໂຄງການ ຮວມເນື້ອທີ່ເກືອບເຖິງ 5,000 ເຮັກຕ້າຣ໌.

ໃນນັ້ນ ມີໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ແລະແຮ່ຕິດພັນ ໃນເນື້ອທີ່ 4,244 ເຮັກຕ້າຣ໌ ຂອງບໍຣິສັດ ເໝີຍດີ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ເຂດບ້ານນາຊາຍທອງ, ບ້ານພູວຽງ, ບ້ານຮະງວມ ແລະບ້ານປຸ່ງໝັ້ນ ເມືອງພູກູດ ແລະໂຄງ ການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ແບບທົດລອງ ຂອງບໍຣິສັດ ໂບນັດລາວ ຂຸດຄົ້ນແຮ່ຫາຍາກ ຈໍາກັດຜູ້ດຽວ ໃນເນື້ອທີ່ 580 ເຮັກຕ້າຣ໌ ຢູ່ເຂດບ້ານນາຄື ເມືອງຜາໄຊ ແລະບ້ານພູກາເຟ ເມືອງຄູນ.

ເວົ້າເຣື່ອງການພັທນາປະເທດ ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ປະເທດລາວ ມີທ່າແຮງໃນດ້ານຕ່າງໆ ເປັນຈໍານວນຫລາຍ ບໍ່ວ່າຈະເປັນແຮງງານ, ແຫລ່ງຊັພຍາກອນທໍາມະຊາດ ແລະເນື້ອ ທີ່ການກະເສດຫລາຍ ແຕ່ຍ້ອນຂາດການສົ່ງເສີມ, ຂາດການສນັບສນູນ ຈາກພາກຣັຖ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ສາມາດພັທນາທ່າແຮງເຫລົ່ານັ້ນ ໃຫ້ກາຍເປັນມູນຄ່າໄດ້ດ້ວຍໂຕເອງ. ໃນທາງກັບກັນ ຣັຖບານລາວ ພັດດຶງດູດໃຫ້ນັກລົງທຶນຈີນ ເຂົ້າມາສັມປະທານເນື້ອທີ່ດິນ ເພື່ອເຮັດໂຄງການເຫລົ່ານັ້ນ ໂດຍຫວັງວ່າມັນຈະຊ່ອຍເຮັດໃຫ້ ເສຖກິດລາວດີຂຶ້ນ. ແຕ່ໃນຄວາມເປັນຈິງ ປະ ຊາຊົນລາວ ໄດ້ຮັບຜົລປໂຍດບໍ່ພໍເທົ່າໃດ ຈາກໂຄງການລົງທຶນຂອງຈີນນັ້ນ.

ເວົ້າເຣື່ອງທ່າແຮງນີ້ມັນຫລາຍ ແຕ່ວ່າມັນບໍ່ຮອດ ບໍ່ ປະຊາຊົນໄດ້ ພະຍາຍາມຕັ້ງຄໍາຖາມ ຄືຂ້ອຍວ່າຫັ້ນແຫລະ ມາເຮັດຢູ່ບ້ານຂ້ອຍ ແຕ່ວ່າເຂົ້າບໍ່ເຖິງ ເຂົ້າບໍ່ເຖິງຂະເຈົ້າ.

DSC02602.JPG
ບ້ານເຮືອນຂອງຊາວບ້ານ ທີ່ຢູ່ໃກ້ກັບເຂດ ເສຖກິຈໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ. ເດືອນສິງຫາ ປີ 2023. ຮູບພາບໂດຍ RFA.

ແລະປະຊາຊົນລາວ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ກໍເວົ້າວ່າ ຢາກໃຫ້ຣັຖບານລາວ ທົບທວນຍຸທສາດ ກ່ຽວກັບການຮ່ວມມືກັບຈີນນັ້ນຄືນ ເພາະປັດຈຸບັນ ມີນັກທຸຣະກິຈຈີນ ເຂົ້າມາລົງທຶນເປັນຈໍານວນຫລວງຫລາຍ, ເຂົ້າມາສ້າງອິດທິພົນ, ຂົ່ມຂູ່ປະຊາຊົນລາວ ເພື່ອຍາດແຍ່ງເອົາດິນ ໄປສ້າງໂຄງການຂອງພວກເຂົາ ໂດຍທີ່ປະຊາຊົນລາວ ບໍ່ມີສິດທີ່ຈະຄັດຄ້ານ ແລະຮຽກຮ້ອງເອົາຄວາມຍຸຕິທໍາ ຫຍັງໄດ້.

ທ່ານຍົກໂຕຢ່າງ, ບໍຣິສັດຮ່ວມພັທນາ ສີທັນດອນ ຈໍາກັດ ຂອງນັກລົງທຶນຈີນ ທີ່ເຂົ້າມາສ້າງເຂດເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກນັ້ນ ເຮັດໃຫ້ປະຊາຊົນ 8 ບ້ານ ທີ່ມີຢ່າງນ້ອຍ 300 ຫລັງຄາເຮືອນໄດ້ຮັບຜົລກະ ທົບ ແລະ ໄດ້ຮັບຄ່າຊົດເຊີຍຄວາມເສັຍຫາຍໜ້ອຍ ບໍ່ສົມເຫດບໍ່ສົມຜົລ, ບໍ່ມີຄວາມຍຸຕິທໍາ, ບໍຣິສັດຈີນ ຢາກເຮັດຫຍັງກໍເຮັດໄດ້ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ຊິເຮັດແບບນີ້ປະຊາຊົນ ບໍ່ມີຄວາມສຸກແລ້ວ ເຈົ້າບໍ່ຄິດເຫັນບໍ່ເຣື່ອງອິດທິພົລເຂົາ ບໍ່ແມ່ນປະເທດຈີນໄດ໋ ປະເທດລາວໄດ໊ ບໍ່ແມ່ນວ່າຣັຖເຊັນໃຫ້ ມີສິດເຮັດໂລດ ມັນເກີດຂຶ້ນຫລາຍບັນຫາໄດ໋ຢູ່ລາວເຮົານີ້ ຄືເຫັນຫັ້ນແລ້ວ ຄືຈີນຢູ່ວຽງຈັນ ມັນຢາກເຮັດຫຍັງກະເຮັດ.

ແຕ່ໃນຂະນະດຽວກັນ ປະຊາຊົນຢູ່ນະຄອນຫລວງວຽງຈັນ ພັດເວົ້າວ່າ ການເຂົ້າມາລົງທຶນຂອງຄົນຈີນຢູ່ລາວ ກໍມີສ່ວນສໍາຄັນ ໃນການເຮັດໃຫ້ເສຖກິຈຂອງລາວ ຂຍາຍໂຕຂື້ນຢ່າງໄວວາ, ແລະປະຊາຊົນລາວຈໍານວນນຶ່ງ ກໍໄດ້ຮັບຜົລປໂຍດ ຈາກໂຄງການລົງທຶນນັ້ນນໍາດ້ວຍ.

ລາວເວົ້າວ່າ ໂດຍລວມແລ້ວ ນັກທຸຣະກິຈຈີນ ເຂົ້າມາລົງທຶນຢູ່ລາວ ເປັນອັນດັບ 1 ມີມູນຄ່າການລົງທຶນມະຫາສານ, ແຕ່ການສ້າງສາພັທນາປະເທດລາວ ບໍ່ສອດຄ່ອງກັບການເຕີບໂຕ ຂອງໂຄງການຈີນໃນລາວ ເພາະໂຄງການສ່ວນໃຫຍ່ ແມ່ນນັກທຸຣະກິຈຈີນ ເປັນຜູ້ລົງທຶນເອງ ປະມານ 80 ຫາ 100%. ດັ່ງນັ້ນ ຜົລປໂຍດສ່ວນໃຫຍ່ ຈຶ່ງຕົກເປັນຂອງຈີນ ບໍ່ແມ່ນຂອງປະເທດລາວ ຫລືຂອງປະຊາຊົນລາວ ດັ່ງທີ່ລາວກ່າວຕໍ່ວິທຍຸເຊັຍເສຣີ ໃນມື້ວັນທີ 23 ກຸມພານີ້ວ່າ:

ຄັນມາເບິ່ງແລ່ວນີ້ ມັນກະບໍ່ແມ່ນວ່າລັກສະນະສ້າງ ເສຖກິຈນີ້ໃຫ້ເປັນຂອງເຮົາເທື່ອ ເປັນຂອງເຂົາຢູ່ ຄິດແຕ່ວ່າຢາກໄດ້ ແຕ່ວ່າຜົລສຸດທ້າຍມາມັນລະບໍ່ແມ່ນ ແລ້ວມັນກະບໍ່ໄດ້ເຮັດໃຫ້ຖນົນຫົນທາງນີ້ ໄດ້ຈະເຣີນຮຸ່ງເຮືອງຫັ້ນບໍ່.

ປັດຈຸບັນ ສິນຄ້າ ທີ່ສົ່ງອອກຈາກລາວໄປຈີນ ຫລາຍ ຄື ທອງແດງ, ເກືອກາລີ, ຢາງພາຣາ, ກ້ວຍ, ມັນຕົ້ນ ແລະສິນຄ້າກະສິກໍາອື່ນໆ ຊຶ່ງສ່ວນໃຫຍ່ ເປັນສິນຄ້າຂອງຈີນ ທີ່ຜລິດຢູ່ລາວ ຮວມທັງໃນຮູບແບບ 2+3 ຕາມຈໍານວນ ທີ່ຣັຖບານລາວ ໄດ້ຮັບໂຄຕາຈາກຈີນ, ບໍ່ແມ່ນເປັນສິນຄ້າຂອງລາວ. ການຂົນສົ່ງສິນຄ້າດັ່ງກ່າວ ສ່ວນນຶ່ງກໍຂົນທາງຣົຖໄຟລາວ-ຈີນ ຊຶ່ງເປັນສ່ວນສໍາຄັນ ຂອງໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ ຢູ່ລາວ.

ອີງຕາມຂໍ້ມູນ ຂອງກະຊວງແຜນການ ແລະການລົງທຶນ ທີ່ໄດ້ຣາຍງານເມື່ອປີ 2023 ທີ່ຜ່ານມາ ນັບແຕ່ປີ 1989 ຮອດກາງປີ 2022 ນັກທຸຣະກິຈຈີນ ໄດ້ເຂົ້າມາລົງທຶນໃນລາວ ເປັນອັນດັບ 1 ຄືມີ 933 ໂຄງການ, ມູນຄ່າການລົງ ທຶນສະສົມ ສູງເຖິງ 13 ຕື້ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.