ຊາວບ້ານຂໍຄ່າຊົດເຊີຍ ທີ່ເປັນທັມ

ມະນີຈັນ
2020.10.30
f-land-slide ນີ້ແມ່ນເສັ້ນທາງ ລະຫວ່າງ ເມືອງໄຊ ຫາ ເມືອງນາໝໍ້ ແຂວງອຸດົມໄຊ,ໃນວັນທີ 8 ກັນຍາ 20, ເກີດມີບັນຫາດິນເຈື່ອນ ຢູ່ບ້ານກູລົງ ເມືອງນາໝໍ້ ປະຈຸບັນ ທາງການແກ້ໄຂແລ້ວ.
ນັກຂ່າວພົລເມືອງ

ຊາວບ້ານ ບ້ານເຈງ ແລະ ບ້ານລ້ອງກໍເດື່ອ ເກືອບ 30 ຄອບຄົວໃນເທສບານເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບເສັຽດິນເຮືອນ ດິນສວນທັງໝົດ ປະມານ 5 ເຮັກຕາ ຈາກໂຄງການກໍ່ສ້າງສວນ ສາທາຣະນະ ແລະ ໂຄງການ ກັນເຈື່ອນ ຮຽກຮ້ອງໃຫ້ທາງການລາວ ຊົດເຊີຍເງິນຢ່າງ ສົມເຫດ ສົມຜົລແ ລະ ເປັນທັມ ກ່ອນຈະຍອມໂຍກຍ້າຍອອກ, ອີງຕາມຄໍາເວົ້າ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຜູ້ຂໍບໍ່ອອກຊື່ຕໍ່ RFA ໃນມື້ວັນທີ 30 ຕຸລາ ນີ້:

“ມີແຕ່ວ່າເພິ່ນ ຣັຖຫັ້ນສິເອົາດິນວ່າຊັ້ນ ຄ່າຊົດເຊີຍກະຍັງບໍ່ໄດ້ເວົ້າຫຍັງ ໃຜກະບໍ່ໃຫ້ຫັ້ນນ່າ ຂະເຈົ້າກະບໍ່ຍອມອອກ ຍ້ອນເຫດຜົລແບບນີ້ ຫັ້ນນ່າ. ມັນເອົາປຽບກັນໂພດແມ່ນບໍ່? ຖ້າຣັຖຈະມາປຸກສ້າງ ພັທນານີ້ ເຮົາກໍຈະບໍ່ຫ້າມບໍ່ຫວງຫຍັງເລີຍເນາະ ແມ່ນໃຜກະຢາກເຫັນດີ ໃຫ້ພັທນາ ເພາະວ່າຜູ້ຊົມໃຊ້ ກະແມ່ນເຮົາຢູ່ບ້ານນີ້ ແຕ່ວ່າອັນນີ້ບໍ່ເວົ້າ ຜົລທົດແທນ ບໍ່ຊອກຜົລທົດແທນ ອິຫຍັງໃຫ້.”

ຊາວບ້ານຜູ້ນີ້ເວົ້າວ່າ ຜ່ານມາ ພາກສ່ວນກ່ຽວຂ້ອງ ໄດ້ລົງມາວັດແທກ ເອົາດິນຂອງຊາວ ບ້ານ ເພື່ອພັທນາໂຄງການ ດັ່ງກ່າວ ແຕ່ຜັດ ບໍ່ເວົ້າ ເຣື່ອງເງິນຊົດເຊີຍວ່າ ຈະໃຫ້ແນວໃດ ໜ້ອຍຫລາຍປານໃດ ອັນເຮັດໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ເກີດຄວາມບໍ່ພໍໃຈ ແລະ ຕ້ອງການໃຫ້ທາງການ ລົງມາຊີ້ແຈງລະອຽດ.

ແລະຊາວບ້ານທີ່ໄດ້ຮັບຜົລກະທົບ ອີກຄົນນຶ່ງເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຊາວບ້ານສ່ວນຫລາຍ ບໍ່ມີໃບຕາດິນຖາວອນ ແຕ່ມີເອກສານ ສິດນໍາໃຊ້ທີ່ດິນ ແຕ່ໄດ້ເສັຽພາສີ ໃຫ້ຣັຖທຸກປີ ແລະວ່າ ທາງການມາ ແທກເອົາດິນຈົນໝົດ ບໍ່ເຫລືອແມ່ແຕ່ດິນເຮືອນ. ຫາກຈະຊົດເຊີຍ ກະຂໍເປັນດິນແທນເງິນ ເພາະໄດ້ເງິນມາໜ້ອຍ ຈະໄປຊອກຊື້ດິນ ບ່ອນອື່ນບໍ່ໄດ້ ຍ້ອນຣາຄາດິນແພງ, ທ່ານກ່າວ:

“ເພິ່ນກະແທກໄປໝົດ ຢູ່ທາງແຄມນໍ້າກະແທກ ແລ້ວເພິ່ນກະມິດໄປເລີຍ. ແມ່ກະບໍ່ຮູ້ ເອົາໝົດໂອ໋. ກະຍ້ອນແມ່ທຸກແມ່ຈົນ ລູກຜັດຫຼາຍຄົນ ແລ້ວກະບໍ່ມີເງິນມີຄໍາ. ດີແທ້ກະຢາກໄດ້ດິນບ່ອນຢູ່ຫັ້ນແລ້ວ ເອົາເງິນ ກະໄດ້ໜ້ອຍ ໄປຊື້ກະບໍ່ໄດ້ ຢາກໄດ້ດິນໃຫ້ລູກຢູ່ຫັ້ນເດ໋.”

ຊາວບ້ານຜູ້ນີ້ເວົ້າວ່າ ດິນຕອນທີ່ທາງການ ຈະເອົາໄປພັທນາໂຄງການ ສວນສາທາຣະນະ ແລະກັນເຈື່ອນເປັນດິນທີ່ຊາວບ້ານ ຢູ່ອາສັຍ ມາແຕ່ສມັຍປູ່ທວດ. ຫາກທາງການລາວເອົາດິນໄປແລ້ວ ຊາວບ້ານຈະ ໄປຢູ່ໃສ ເພາະປັດຈຸບັນພວກເຂົາເຈົ້າ ຍັງທຸກຍາກຫລາຍ, ບໍ່ມີ ເງິນທີ່ຈະໄປຊອກຫາ ຊື້ຢູ່ບ່ອນອື່ນ.

ຊາວບ້ານອີກຄົນນຶ່ງທີ່ໄດ້ຮັບ ຜົລກະທົບຄືກັນກໍກ່າວຢືນຢັນວ່າ ມີໃບຕາດິນຖາວອນ ແລະ ເສັຽພາສີໃຫ້ຣັຖ ທຸກປີ ແຕ່ຕໍ່ມາ ດິນທີ່ເຄີຍຢູ່ ອາສັຍ ຖືກໂຄງການພັທນາ ກວມເອົາ ແຕ່ບໍ່ເຫັນວ່າທາງການເມືອງໄຊ ແລະທາງການແຂວງອຸດົມໄຊ ຈະເວົ້າເຖິງເຣື່ອງເງິນ ຄ່າຊົດເຊີຍ ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ນັ້ນເທື່ອ ເຮັດໃຫ້ຊາວບ້ານ ບໍ່ສະບາຍໃຈ ແລະ ຢ້ານທາງການ ແທກເອົາດິນໄປແລ້ວ ຈະມິດງຽບໄປເລີຍ ຈະບໍ່ຊົດເຊີຍຫຍັງໃຫ້:

“ຢູ້ຫ້ອງວ່າການປົກຄອງເມືອງໄຊ ຂະເຈົ້າເວົ້າບໍ່ແທນເລີຍ ບໍ່ວ່າກໍຣະນີໃດໆທັງນັ້ນ. ຖ້າເຮົາມີເອກສານ ສິດການໃຊ້ທີ່ດິນ ມີເຮືອນກະຕ້ອງ ທົດແທນເຮືອນ ແລະ ກະທົດແທນຕົ້ນໄມ້. ອັນນີ້ເຮືອນກະຂະເຈົ້າວ່າ ເຂົາໄລ່ແລ້ວ ແຕ່ດິນນີ໋ ຂະເຈົ້າບໍ່ໃຫ້ເລີຍນ່າທັ້ງໆທີ່ ປະຊາຊົນເຮົາ ກະມີໃບຕາດິນນະ ເສັຽພາສີຄົບຖ້ວນ.”

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 30 ຕຸລານີ້ພຽງສັ້ນໆວ່າ;

“ໂຄງການດັ່ງກ່າວ ຍັງບໍ່ທັນເລີ່ມກໍ່ສ້າງເທື່ອ. ສ່ວນບັນຫາທີ່ດິນ ກັບປະຊາຊົນ ບໍ່ຂໍໃຫ້ຣາຍລະອຽດ.”

ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງແຂວງ ອຸດົມໄຊ ຊຶ່ງເປັນເຈົ້າຂອງໂຄງການພັທນາ ສວນສາທາຣະນະ ແລ້ະຕ້ານເຈື່ອນກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ປັດຈຸບັນ ໂຄງການດັ່ງກ່າວກໍາລັງຢູ່ໃນ ໄລຍະການໄກ່ເກັ່ຽ ກັບຊາວບ້ານ ເພາະໂຄງການຈະກວມເອົາດິນເຮືອນ ແລະ ດິນຫ້ວຍຊຶ່ງເປັນຂອງຊາວບ້ານ. ແຕ່ຊາວບ້ານທີ່ໄດ້ຮັບຜົລກະທົບ ຍັງບໍ່ຍອມໃຫ້ພັທນາຫາກ ບໍ່ໄດ້ຮັບການຊົດເຊີຍ ຢ່າງສົມເຫດ ສົມຜົລ.

ຢ່າງໃດກໍຕາມ ຕາມແຜນຂອງໂຄງການດັ່ງກ່າວ ຊາວບ້ານທີ່ເສັຽດິນ ເສັຽເຮືອນທຸກຄອບຄົວ ຈະໄດ້ຮັບເງິນຊົດເຊີຍ ຢ່າງແນ່ນອນແຕ່ອາຈ ບໍ່ໄດ້ຮັບເຕັມເມັດເຕັມໜ່ວຍ:

“ຍັງ ຂະເຈົ້າວ່າສິເລີ່ມປີ 2021 ເນາະ. ດຽວນີ້ກະຍັງໄກ່ເກັ່ຽນໍາປະຊາຊົນຢູ່ ເພາະວ່າຖືກດິນຖືກເຮືອນ ແມ່ນຫຍັງຫັ້ນນະເນາະ ກະວ່າສິຊົດ ເຊີຍໃຫ້ຕາມແຜນ ຂະເຈົ້າໄປແທກດິນແຕ່ລະອັນ ແຕ່ວ່າໃຫ້ກະສິບໍ່ ເຕັມເມັດເຕັມໜ່ວຍ ຫັ້ນແຫລະ.”  

ນັກວິຊາການ ດ້ານສິ່ງແວດລ້ອມ ແລະສັງຄົມ ຈາກອົງການສາກົລ ແຫ່ງນຶ່ງໃນລາວ ທີ່ບໍ່ປະສົງອອກຊື່ຕໍາແໜ່ງ ແລະອົງການໃຫ້ຄໍາເຫັນຕໍ່ RFA ໃນມື້ດຽວກັນນີ້ວ່າ ໂຄງການພັທນາ ໃດກໍຕາມ ທີ່ເປັນປໂຍດ ຕໍ່ສ່ວນຮວມ ຊາວບ້ານກະເຫັນດີນໍາໝົດ ບໍ່ເຄີຍປະຕິເສດຈັກເທື່ອ ແຕ່ເກືອບທຸກໂຄງການ ພັທນາໃນລາວ ມັກຈະເກີດບັນຫາໃນເຣື່ອງ ການຊົດເຊີຍທີ່ບໍ່ເປັນທັມ ທັງເຣື່ອງດິນ ແລະ ເຣື່ອງເງິນເຮັດໃຫ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ບໍ່ພໍໃຈຈົນກາຍເປັນບັນຫາຂຶ້ນ:

“ເຮົາຄິດວ່າເຣື່ອງໂຄງການພັທນາ ຖ້າຫາກວ່າມັນເປັນປໂຍດ ສ່ວນຮວມແທ້ໆເນາະ ຂະເຈົ້າກະຍອມທີ່ຈະເສັຽສຣະ ໂຕນັ້ນຫັ້ນເນາະ ແຕ່ວ່າ ບັນຫາກະຄືວ່າ ມັນບໍ່ໄດ້ຮັບຄວາມເປັນທັມ ຫລື ວ່າຊົດເຊີຍຕໍ່າ ອັນນີ້ເປັນບັນຫາຫລັກໆ.”

2 ໂຄງການ ກໍ່ສ້າງຢູ່ເມືອງໄຊ ແຂວງອຸດົມໄຊ ທີ່ວ່ານັ້ນມູລຄ່າ 20 ລ້ານໂດລາສະຫະຣັຖ ເປັນໂຄງການທີ່ໄດ້ກູ້ຢືມເງິນ ຈາກທະນາຄານ ໂລກ ຈະເລີ່ມກໍ່ສ້າງໃນປີ 2021 ແລະກໍານົດຈະສ້າງແລ້ວ ໃນປີ 2024.

ອີງຕາມຣາຍງານຂອງທະນາຄານໂລກ ວັນທີ 30 ສິງຫາ 2017, ກະຊວງການເງິນ ໄດ້ເຊັນສັນຍາກັບ ທະນາຄານໂລກ ທີ່ຈະສນອງທຶນ ໃຫ້ລາວ ຈໍານວນ 30 ລ້ານໂດລາ ສະຫະຣັຖ ສໍາລັບໂຄງການ ຄຸ້ມຄອງຄວາມສ່ຽງ ຈາກພັຍພິບັດ ໃນພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້ ເພື່ອໃຊ້ເຂົ້າໃນວຽກງານ ບໍຣິການ ດ້ານອຸຕຸນິຍົມ ແລະ ອຸທົກສາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.