ຣົດໄຟລາວຈີນຍັງບໍ່ລົງໂຕ

ໄມຊູລີ
2015.11.03
F-Laos-China-train ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
RFA

ເຈົ້າໜ້າທີ່ ໂຄງການ ທາງ ຣົຖໄຟ ລາວ-ຈີນ ທ່ານນຶ່ງ ເປິດເຜີຍ ວ່າ ເຖິງວ່າ ທາງການ ລາວ ໄດ້ ປະກາດ ໄປແລ້ວ ວ່າ ໂຄງການ ສ້າງ ທາງ ຣົຖໄຟ ລາວ-ຈີນ ຈະເຣີ້ມ ກໍ່ ສ້າງ ໃນ ເດືອນ ພຶສຈິກາ ນີ້ ກໍຕາມ ແຕ່ ປັຈຈຸບັນ ກໍຍັງ ບໍ່ ສາມາດ ໃຫ້ ຣາຍລະອຽດ ທີ່ ຊັດເຈນ ໄດ້ວ່າ ຈະ ລົງມື ສ້າງ ເມື່ອໃດ ເນື່ອງຈາກ ວ່າ ປັຈຈຸບັນ ນີ້ ທາງການ ລາວ ຍັງຢູ່ ໃນ ຣະຫວ່າງ ປຶກສາ ຫາລື ກັນຢູ່ ດັ່ງ ທ່ານ ກ່າວວ່າ:

“ຍັງຕອບ ບໍ່ໄດ້ ເຮົາຍັງບໍ່ ມີສິດ ທີ່ຈະ ຕອບວ່າ ແນວໃດ ກໍາລັງກຽມ ກັນຢູ່ ທຸກຢ່າງ ແຕ່ວ່າ ໃຫ້ ມັນ ຊັດເຈນ ກວ່ານີ້ ອີກ ນ້ອຍນຶ່ງ ກ່ອນ ອີກ ປະມານ ອາທິດ ກວ່າ ເພິ່ນ ເຖິງຈະມີ ຖແລງການ ອອກມາ”.

ຫລ້າສຸດ ໜັງສືພິມ ທາງການ ລາວ ຣາຍງານ ວ່າ ຣັຖບານ ລາວ ກໍາລັງ ປຶກສາ ຫາລື ກັບ ທາງການ ຈີນ ເພື່ອ ຂໍຫລຸດ ຄ່າ ດອກເບັ້ຽ ເງິນ ກູ້ຢຶມ ຈາກ ຮ້ອຍ ລະ 3 ເປີເຊັນ ລົງມາເປັນ ຮ້ອຍ ລະ 2 ເປີເຊັນ ສ່ວນ ບັນຫາ ທີ່ວ່າ ຈະໃຊ້ ແຮງງານ ລາວ ຫຼື ແຮງງານ ຈີນ ນັ້ນ ທາງການ ລາວ ຍັງບໍ່ ສາມາດ ໃຫ້ ຣາຍລະອຽດ ເຊັ່ນກັນ, ໂດຍ ເຈົ້າໜ້າທີ່ ຜູ້ ປະສານງານ ຣົຖໄຟ ລາວ-ຈີນ ທ່ານນຶ່ງ ກ່າວວ່າ, ເຣື້ອງນີ້ ໄດ້ມອບ ໃຫ້ເປັນ ໜ້າທີ່ ຂອງ ກະຊວງ ແຮງ ງານ ແລະ ສວັດດິການ ສັງຄົມ ຂອງລາວ ເປັນຜູ້ ຈັດຫາເອງ ຮັບຜິດຊອບ ເອງ ທ່ານວ່າ:

“ຕົວນີ້ເຮົາ ໃຫ້ ກະຊວງ ແຮງງານ ເປັນຜູ້ ຈັດຫາ ໃຫ້ ເນາະ".

ຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດິການ ສັງຄົມ ຂອງລາວ ກ່າວວ່າ ປັຈຈຸບັນ ທາງການ ຍັງບໍ່ ມີກໍານົດ ກ່ຽວກັບ ເຣື້ອງ ການຈ້າງ ແຮງງານ ໃນ ໂຄງການ ກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ນີ້ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.