ເຂື່ອນນ້ຳທາ1 ຈະລົງມືແລ້ວ

ສິດນີ
2015.11.10
F-Luangnamtha ນໍ້າທາ ໄຫລຜ່ານ ຂ.ຫຼວງນໍ້າທາ ເລີຍໃສ່ ຂ.ບໍ່ແກ້ວ
RFA/Chanhsina

ຂ່າວສານ ປະເທດ ລາວ ຣາຍງານ ວ່າ ໃນ ວັນທີ 6 ພຶສຈິກາ ຜ່ານມາ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ຜູ້ຊີ້ແນະ ວຽກງານ ເສຖກິດ ການຜລິດ ພ້ອມ ຄນະ ເດີນທາງ ໄປຮ່ວມພິທີ ອວ່າຍ ແລວນ້ຳ ຂອງ ໂຄງການ ກໍ່ສ້າງ ເຂື່ອນ ນ້ຳທາ1 ທີ່ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຢ່າງ ເປັນທາງການ.

ທ່ານ ສີສະຫວາດ ທິລາວົງ ຜູ້ ອຳນວຍການ ຣັດ ວິສາຫະກິດ ໄຟຟ້າ ລາວ ກ່າວ ໃນພິທີ່ ດັ່ງກ່າວ ວ່າ, ໃນນາມ ຄນະ ກັມມະການ ຮັບຜິດຊອບ ກ່ຽວກັບ ໂຄງການ ເຂື່ອນ ນ້ຳທາ1 ມີຄວາມ ພ້ອມສູງ ໃນການ ກ້າວເຂົ້າສູ່ ການກໍ່ສ້າງ ໃຫຽ່ ພາຍຫລັງ ໄດ້ເລີ້ມ ໂຄງການ ນີ້ມາແຕ່ ປີ 2014 ໃນ ມູນຄ່າ ການກໍ່ສ້າງ ທັງຫມົດ 447 ລ້ານ ໂດລາ. ເຂື່ອນ ນ້ຳທາ1 ຈະສາມາດ ຜລິດໄຟຟ້າ ໄດ້ 168 ເມກາວັດ ຈະສ້າງ ໂດຍ ບໍຣິສັດ ຈີນ ຮ່ວມກັບ ຣັດ ວິສາຫະກິດໄຟຟ້າ ລາວ ແລະ ຈະສ້າງ ສຳເຣັດ ໃນປີ 2018 ເປັນ ພາກສ່ວນ ຂອງ ໂຄງການ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ.

ແຕ່ ອົງການ ແມ່ນ້ຳ ສາກົນ ເວົ້າວ່າ ເຂື່ອນ ນ້ຳທາ1 ຈະ ສົ່ງຜົລ ກະທົບ ຕໍ່ ປະຊາຊົນ ສ່ວນໃຫຽ່ ເປັນ ຊົນເຜົ່າ ທີ່ ແຂວງ ບໍ່ແກ້ວ ກວ່າ 8 ພັນ ຄົນ ໃນ ຈຳນວນ 34 ຫມູ່ບ້ານ ຕ້ອງໄດ້ ໂຍກ ຍ້າຍ. ນອກຈາກ ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ແລ້ວ ທັມມະຊາດ ແລະ ປ່າໄມ້ ທີ່ ອຸດົມ ສົມບູນ ດັ່ງ, ປ່າສງວນ ແຫ່ງຊາດ ນ້ຳຮາ ກໍ ຈະໄດ້ຮັບ ຜົລກະທົບ ຢ່າງຫນັກ ຈາກ ການສ້າງ ເຂື່ອນ ນ້ຳທາ1.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.