ຈີນຈະສ້າງເຂື່ອນ ດອນ ສະໂຮງ
2015.11.04
ບໍຣິສັດ ເມກາ ເຟິສ ຂອງ ມາເລເຊັຽ ຊຶ່ງ ເປັນຜູ້ໄດ້ ສຳປະທານ ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ໃນເຂດ ພາກໃຕ້ ຂອງລາວ ໃຫ້ ການ ຢືນຢັນ ວ່າ ຈະສ້າງ ໃນ ເດືອນ ພຶສຈິກາ ປີ ນີ້ ແລະ ຈະໃຫ້ ບໍຣິສັດ Chino-Hydro Power ຂອງ ຈີນ ເປັນຜູ້ສ້າງ ຊຶ່ງ ຈະໃຊ້ ແຮງງານ ຈີນ ເປັນ ສ່ວນຫຼາຍ. ດັ່ງ ເຈົ້າຫນ້າທີ່ ຈາກ ບໍຣິສັດ ເມກາ ເຟິສ ທີ່ ນະຄອນຫຼວງ ວຽງຈັນ ກ່າວ ໃນ ຕອນນຶ່ງ ວ່າ:
"ແມ່ນແລ້ວ ແມ່ນ ບໍຣິສັດ Chino-Hydro ແຮງງານ ນີ້ ຈະມີ ແຮງງານ ຈີນ ແລະ ແຮງງານ ລາວ ຄິດວ່າ ຈະມີ ປະມານ 90/10 ປະມານ ນັ້ນແຫຼະ".
ທ່ານກ່າວ ຕື່ມວ່າ ຄົນງານ ສ່ວນຫຼາຍ ຈະເປັນຄົນ ຈີນ ແຕ່ຕົວເລກ ແນ່ນອນ ນັ້ນ ຍັງບໍ່ຮູ້ ເທື່ອ ແຕ່ຄາດວ່າ ປະມານ 90 ສ່ວນຮ້ອຍ ຄົນງານ ຈີນ ແລະ 10 ສ່ວນຮ້ອຍ ຄົນງານ ລາວ. ເຈົ້າຫນ້າທີ່ ຫ້ອງການ ເມືອງໂຂງ ເວົ້າວ່າ ບໍຣິສັດ ເມກາ ເຟິສ ໄດ້ຈ້າງ ແຮງງານ ລາວ ຢູ່ເຂດ ບໍຣິເວນ ດອນ ສະດຳ ແລະ ດອນ ສະໂຮງ ໃຫ້ ເຮັດວຽກ ເປັນ ແມ່ຄົວ 2 - 3 ຄົນ ແລະ ເປັນ ກັມມະກອນ 4 - 5 ຄົນ ເທົ່ານັ້ນ, ສຳລັບ ປະຊາຊົນ ຜູ້ ທີ່ຖືກ ໂຍກຍ້າຍ ນັ້ນ ຍັງເຮັດ ອາຊີບ ຫາປາ ຢູ່ຄືເກົ່າ. ດັ່ງ ທ່ານ ກ່າວວ່າ:
"ຊາວບ້ານ ຢູ່ ດອນ ສະດຳ ດອນ ສະໂຮງ ເປັນ ກັມມະກອນ ປະມານ 4 - 5 ຄົນ ນີ້ແຫຼະ, ຊາວບ້ານ ເຮັດປະມົງ ເຫມືອນເດີມ ບໍ່ທັນ ໄດ້ ຝຶກ ອົບຮົມ ອາຊີບ ໃຫມ່".
ຫນັງສືພິມ ວຽງຈັນທາມ ໄດ້ ຣາຍງານ ວ່າ ໄດ້ມີການ ຝຶກ ອົບຮົບ ອາຊີບ ໃຫມ່ ໃຫ້ແກ່ ຊາວບ້ານ ຈຳນວນ 42 ຄອບຄົວ ຈາກ 6 ຫມູ່ບ້ານ ແລ້ວ.