ຄົນວຽດນາມກໍ່ຄວາມບໍ່ ສງົບ

ແຂວງຫົວພັນ
ແຂວງຫົວພັນ (RFA)

0:00 / 0:00

ປັດຈຸບັນ ເມືອງຮຽມ ຊຶ່ງ ເປັນ ເມືອງໃໝ່ ຂອງ ແຂວງ ຫົວພັນ ທີ່ ຕິດ ຊາຍແດນ ວຽດນາມ ກາຍເປັນ ເມືອງ ທີ່ ມີຄວາມ ວຸ້ນວາຍ ຫຼາຍຂຶ້ນ ນັບຕັ້ງແຕ່ ຊາວ ວຽດນາມ ຈຳນວນ ຫຼວງຫຼາຍ ເຂົ້າມາ ເຮັດວຽກ ໃນ ເມືອງນີ້. ຄົນ ວຽດນາມ ຈຳນວນ ບໍ່ໜ້ອຍ ມັກ ຂີ້ລັກ ງັດແງະ ສ້າງ ຄວາມ ບໍ່ສງົບ. ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຂອງ ເມືອງ ເວົ້າວ່າ:

"ກໍຢາກ ສັບສົນ ແຫຼະ ສ່ວນຫຼາຍ ຄົນບໍ່ດີ ນະມາ ຫລືວ່າ ແນວໃດ ພວກມາ ກໍ່ສ້າງ ນີ້ນະ ມາຖືກຕ້ອງ ດອກ".

ທ່ານກ່າວ ຕື່ມວ່າ ເມື່ອບໍ່ດົນ ຜ່ານມາ ຊາວ ວຽດນາມ ໄດ້ລັກ ຊັພສິນ ປະຊາຊົນ ຫຼາຍຄັ້ງ. ໃນນັ້ນ ວຽດນາມ ກຸ່ມນຶ່ງ ພາກັນ ຊອກ ລັກ ຊັພສິນ ຂອງ ນັກ ທຸຣະກິດ ວຽດນາມ ຄົນນຶ່ງ ທີ່ ມາລົງທຶນ ຢູ່ ເມືອງຮຽມ, ໄດ້ຊັບສິນ ໄປຫຼາຍ ຢ່າງ ແຕ່ຖືກ ເຈົ້າໜ້າທີ່ ຈັບໄດ້ ແລະ ດຳເນີນ ຄະດີ. ແລະ ກໍມີ ວຽດນາມ ອີກ 2 ຄົນ ລັກງົວ ປະຊາຊົນ ຫຼາຍໂຕ ໄປຂ້າ ແລ້ວ ເອົາຊີ້ນ ໄປ ວຽດນາມ.

ປັດຈຸບັນ ເຈົ້າໜ້າທີ່ ໄດ້ຈັບ ຊາວ ວຽດນາມ ທີ່ ເປັນ ຄົນຮ້າຍ ຫຼາຍຄົນ, ໄດ້ປັບໃໝ ແລະ ໃຫ້ຢູ່ ໃນເມືອງນີ້ ຕໍ່ໄປ, ຂນະທີ່ ເຈົ້າໜ້າທີ່ ກໍ ກວດກາ ຊາວ ວຽດນາມ ທີ່ ເຂົ້າມາ ເຂັ້ມງວດ ຂຶ້ນ ແລະ ໃຫ້ຄວາມ ປອດພັຍ ແກ່ ປະຊາຊົນ ຕື່ມ.

ຂ່າວ ຣາຍງານ ວ່າ ບັນຫາ ດັ່ງກ່າວ ເກີດຂຶ້ນ ບໍ່ພຽງແຕ່ ຢູ່ ເມືອງຮຽມ ແຂວງ ຫົວພັນ ເທົ່ານັ້ນ ຢູ່ອີກ ຫຼາຍແຂວງ ຂອງ ລາວ ທີ່ ຄົນ ວຽດນາມ ເຂົ້າມາຢູ່ ອາສັຍ ແລະ ເຮັດວຽກ ກໍເກີດເຫດ ລັກຊັບ, ປຸ້ນຈີ້ ແລະ ກໍ່ ອາຊຍາກັມ ອື່ນໆ, ເປັນຕົ້ນ ຢູ່ ນະຄອນຫຼວງ ວຽງຈັນ ແລະ ແຂວງ ພາກໃຕ້ ຂອງລາວ.