ຣາຍງານ ຂອງ ຄນະ ນັກ ຊ່ຽວຊານ ເບິ່ງແຍງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຈາກ ເຂື່ອນ ນໍ້າເທີນ2 ຫລື PoE ຄັ້ງທີ 24 ທີ່ ເຜີຍແຜ່ ໃນ ວັນທີ່ 9 ພຶສຈິກາ ນີ້ ແນະນໍາ ໃຫ້ ຕໍ່ ເວລາ ດູແລ ເບິ່ງແຍງ ຊາວບ້ານ ທີ່ ຖືກ ໂຍກຍ້າຍ ຈາກ ເຂດ ສ້າງ ເຂື່ອນ ນໍ້າເທີນ-2 ອີກ 2 ປີ, ເພື່ອ ໃຫ້ຊີວິດ ການເປັນຢູ່ ຂອງ ພວກເຂົາເຈົ້າ ມີຄວາມ ຍືນຍົງ ໃນ ລະຍະຍາວ. ອີງຕາມ ຂໍ້ຄວາມ ຢູ່ໃນ ເວັບໄຊ ຂອງ ບໍຣິສັດ ເຂື່ອນ ນໍ້າເທີນ-2. ໂຄງການ ເບິ່ງແຍງ ຊາວບ້ານ ກວ່າ 6,000 ຄົນ ທີ່ ຍ້າຍໄປ ຕັ້ງຖິ່ນຖານ ຢູ່ ບ້ານຈັດສັນ ໃໝ່ ໃນເຂດ ພູພຽງ ນາກ່າຍ ມີກໍານົດ ສິ້ນສຸດລົງ ໃນ ທ້າຍປີ 2015, ຕາມ ສັນຍາ ຣະຫວ່າງ ບໍຣິສັດ ເຂື່ອນ ນໍ້າເທີນ ກັບ ຣັຖບານ ລາວ.
ຂໍ້ຄວາມ ຣະບຸ ວ່າ ນັບແຕ່ ເຂື່ອນ ນໍ້າເທີນ-2 ໄດ້ ເລີ້ມ ດໍາເນີນ ການຜລິດ ໄຟຟ້າ ສົ່ງອອກ ຂາຍ ແຕ່ປີ 2010 ມານີ້ ຣັຖບານ ລາວ ມີຣາຍຮັບ ຈາກ ບໍຣິສັດ ພລັງງານ ເຂື່ອນ ນໍ້າເທີນ ປະມານ 174 ລ້ານ ໂດລາ ສະຫະຣັຖ. ໂຄງການ ດັ່ງກ່າວ ໄດ້ ຊ່ວຍເຫລືອ ເບິ່ງແຍງ ຊີວິດ ການເປັນຢູ່ ຂອງ ຊາວບ້ານ ຢູ່ ໃນເຂດ ພູພຽງ ນາກ່າຍ ດ້ານ ສຸຂອະນາມັຍ ແລະ ການສຶກສາ ຈໍານວນ 1 ພັນ ປາຍ ຫລັງເຮືອນ ທີ່ ປະກອບ ດ້ວຍ ຫ້ອງນໍ້າ ໄຟຟ້າ ແລະ ເຄື່ອງ ສູບນໍ້າ ຈໍານວນ 330 ເຄື່ອງ, ມີ ຫົນທາງ ເຂົ້າບ້ານ ມີ ສະຖານທີ່ ເບິ່ງແຍງ ເດັກນ້ອຍ ແລະ ໂຮງຮຽນ ປະຖົມ 17 ແຫ່ງ, ມີ ສຸຂສາລາ 2 ແຫ່ງ ແລະ ໄດ້ ປົວແປງ ໂຮງໝໍ ເກົ່າ 2 ແຫ່ງ ພ້ອມທັງ ສ້ອມແປງ ຕລາດ ຂາຍເຄື່ອງ ໃຫ້.
ຣາຍງານ ທີ່ ອ້າງຕາມ ການສໍາຣວດ ປີ 2014-15 ຢືນຢັນ ວ່າ, ຊີວິດ ການເປັນຢູ່ ຂອງ ຊາວບ້ານ ໂດຍ ສະເລັ່ຽແລ້ວ ລື່ນ ຊີວິດ ການເປັນຢູ່ ຂອງ ຊາວ ຊົນນະບົດ ທົ່ວໄປ. ໂຄງການ ເຂື່ອນ ນໍ້າເທີນ-2 ເປັນ ໂຄງການ ທີ່ໄດ້ຮັບ ການສນັບ ສນູນ ຈາກ ທະນາຄານ ໂລກ, ໂດຍມີ ຫຼາຍ ທະນາຄານ ການເງິນ ໃນໂລກ ປະກອບ ເງິນ ກູ້ຢືມ ໃຫ້ ຣັຖບານ ລາວ.
ກ່ອນ ການລົງມື ກໍ່ສ້າງ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ຫຼາຍໆອົງການ ມີຄວາມ ເປັນຫ່ວງ ນໍາ ຜົນກະທົບ ຂອງ ເຂື່ອນ ຕໍ່ ສິ່ງແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ ອາສັຍ ຢູ່ ພູພຽງ ນາກ່າຍ ແລະ ປະຊາຊົນ ທີ່ ອາສັຍ ຢູ່ ທາງໃຕ້ ເຂື່ອນ ໂດຍສະເພາະ ຢູ່ຕາມ ລວງຍາວ ຂອງ ເຊບັ້ງໄຟ ຍ້ອນ ການໄຫລ ຂອງ ນໍ້າ ຈະແຮງ ກວ່າ ປົກກະຕິ ແລະ ເກີດ ນໍ້າຖ້ວມ ຢູ່ ໃນ ບາງເຂດ.