ຄ່າທໍານຽມອາຊີພ ຄຣູ ລາວ
2015.11.09
ນາຍຄຣູ ຢູ່ ແຂວງ ອຸດົມໄຊ ຈົ່ມທຸກ ເຣື່ອງ ເງິນ ເດືອນ ບໍ່ກຸ້ມຢູ່ ກຸ້ມກິນ, ໄດ້ ຊ້າ, ໄດ້ ໜ້ອຍ ຍັງບໍ່ແລ້ວ ທາງ ພັກ-ຣັຖ ກໍຍັງເກັບ ຄືນ ອິກ ເປັນ ຄ່າທໍານຽມ ຕ່າງໆ ໃນ ແຕ່ລະ ເດືອນ. ເຊັ່ນວ່າ; ຜູ້ທີ່ເປັນ ສະມາຊິກ ອົງການ ຈັດຕັ້ງ ຕ່າງໆ ກໍຕ້ອງໄດ້ ເສັຽ. ເຊັ່ນ: ເງິນ ສະຕິພັກ ຫລື ຄ່າເປັນ ສະມາຊິກ ພັກ 5 ພັນ ກີບ, ຄ່າເປັນ ສະມາຊິກ ກັມມະບານ, ແມ່ຍິງ ແລະ ຊາວໜຸ່ມ ແຕ່ລະ ອົງການ ກໍ 5 ພັນ ກີບ ແລະ ຄ່າ ກອງທຶນ ກັມມະບານ ອີກ 5 ພັນ ກີບ. ຄ່າ ທໍານຽມ ນີ້ຕ້ອງ ໄດ້ຈ່າຍ ທຸກເດືອນ ເຖິງ ເງິນ ເດືອນ ຈະໄດ້ຮັບ ຫລື ບໍ່ໄດ້ຮັບ ຕາມ ກໍານົດ ເວລາ ກໍຕາມ. ຕາມ ຄໍາເວົ້າ ຂອງ ນາຍຄຣູ ນາງ ນຶ່ງ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 8 ພຶສຈິກາ 2015 ນີ້:
"ຄືວ່າ ຫັ້ນລະ ນາຍຄຣູ ເຮົາ ຄືນ້ອງນີ້ ກະຄືກັນ ອັນທີ່ວ່າ ເຣື່ອງ ເງິນ ນີ້ ກະຫຍູ້ງຍາກ ຫຼາຍ ຄອບຄົວ ທາງດ້ານ ເສຖກິດ ນີ້ ກໍຄືວ່າ ຫັ້ນລະ ເຣື່ອງ ເງິນນີ້ ບາງທີ ມັນບໍ່ທ່ວງ ບໍ່ທັນ ກໍໄດ້ ໄປຢືມ ທາງນອກ ຫັ້ນນະ ມາກິນ ຊະກ່ອນ ບາດນີ້ ເງິນເດືອນ ອອກມາ ລະກະໄປ ໃຊ້ ລະບັດນີ້ ມັນ ເຫລືອໜ້ອຍ ເຫລືອໜ້ອຍ ມາຈ່າຍ ມັນກະ ບໍ່ພໍ".
ເວົ້າເຣື່ອງ ຣາຍຈ່າຍ ຄ່າ ທໍານຽມ ນັ້ນ ນາງບອກ ວ່າ ນອກຈາກ ໄດ້ຈ່າຍ ຄື ທີ່ວ່າ ມານັ້ນ ຍັງມີ ຣາຍຈ່າຍ ຕ່າງໆ ຕື່ມອີກ ເຊັ່ນ: ຄ່າ ກາລາຍຊື່ 20 ພັນ ກີບ, ກາຕິດ ຄໍເສື້ອ 15 ພັນ ກີບ, ກາ ທຸງຊາດ 20 ພັນ ກີບ, ກາ ທຸງພັກ 20 ພັນ ກີບ ແລະ ຄ່າ ກາ ອື່ນໆ ອີກຫຼາຍ ຢ່າງ ທີ່ ໄດ້ຈ່າຍ ຮວມທັງ ແຕ່ລະປີ ຕ້ອງໄດ້ ຕັດຊຸດ ຄຣູ ແບບ ທັມດາ ອີກ 350 ພັນ ກີບ ຕໍ່ຊຸດ. ທັງໝົດ ນັ້ນ ນາງບອກວ່າ ເຮັດໃຫ້ ໜັກໃຈ ຫລາຍ:
"ອາຊີບ ຂອງເຮົານີ້ ກໍຄືວ່າ ເຣື່ອງ ອາຊີບ ແທ້ ນັ້ນກໍຄື ພະນັກງານ ທົ່ວໄປ ນີ້ລະ ແຕ່ວ່າ ເຣື່ອງ ເງິນເດືອນ ມັນຢາກ ຊັກຊ້າ ຊັກຊ້າ ກວ່າ ຂແນງ ອື່ນ ລະກະຖາມ ທາງ ສາຍຕັ້ງ ເພິ່ນແລ້ວ ທາງ ຫ້ອງການ ເພີ່ນເນາະ ທາງ ຫ້ອງການ ເພິ່ນກໍວ່າ ພະນັກງານ ຄຣູ ນີ້ ມັນຫລາຍ ຫລາຍລະ ໃຫ້ ຕາມຫລັງ".
ນາງ ຈົ່ມ ໃນ ຕອນທ້າຍ ເຖິງເຣື່ອງ ເງິນເດືອນ ທີ່ ໄດ້ຊ້າ ນັ້ນວ່າ ເຖິງ ເວລາ ແລ້ວ ທີ່ ທາງ ຣັຖບານ ລາວ ຄວນ ພິຈາຣະນາ ໃຫ້ ເງິນເດືອນ ໄດ້ ຕາມ ປົກກະຕິ ແລະ ຫລຸດຜ່ອນ ການ ສິ້ນເປືອງ ນໍາກົດ ຣະບຽບ ຂອງ ຣັຖບານ ທີ່ ກໍານົດ ອອກນັ້ນ ເພາະຄຣູ ສ່ວນຫລາຍ ກໍຢາກ ເປັນຄຣູ ຢູ່ຕໍ່ໄປ ແລະ ຢາກ ປະຕິບັດ ໜ້າທີ່ ຄື ສອນນັກຮຽນ ໃຫ້ດີ ມີ ປະສິດ ທິພາບ.