ຄົນງານລາວ ມີຫວັງໄດ້ເງິນອຸດໜຸນ ຄ່າຄອງຊີບເພີ່ມ
2024.10.02
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ ໃຫ້ຜູ້ປະກອບການ ຈ່າຍເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ຄົນງານ ເດືອນລະ 900,000 ກີບ/ຄົນ ເພີ່ມຕື່ມ ຈາກເງິນເດືອນຂັ້ນພື້ນຖານ 1,600,000 ກີບ/ຄົນ ເພື່ອໃຫ້ຄົນງານລາວມີລາຍໄດ້ບໍ່ຕໍ່າກ່ວາ 2,500,000 ກີບ/ຄົນ/ເດືອນ.
ຂະນະທີ່ ຄົນງານລາວ ມີຄວາມເຫັນວ່າ ຍັງເປັນອັດຕາ ການຈ້າງງານທີ່ໜ້ອຍຫລາຍ ບໍ່ເໝາະສົມກັບຄ່າຄອງຊີບ ເຮັດໃຫ້ພວກເຂົາເຈົ້າສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ. ດັ່ງ ຄົນງານລາວ ທີ່ປະກອບອາຊີບ ເປັນຜູ້ຊ່ອຍພໍ່ຄົວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 2 ຕຸລາ 2024 ນີ້ວ່າ:
“ຂະເຈົ້າກໍຢາກໄປຢູ່ ແມ່ນໆ ຢູ່ລາວນີ້ກໍ ຄ່າຈ້າງກໍບໍ່ໄດ້ຫລາຍ ຄືແບບຢູ່ໄທ ຫັ້ນນ່າ ຫລາຍຄົນຂະເຈົ້າຢາກໄປ (ຄ່າຈ້າງຢູ່ລາວ) 2,500,000 ຫາ 4,000,000 (ກີບ/ເດືອນ) ບໍ່ຫລາຍ ກໍຄືແບບ ຈ່າຍຄ່າຢູ່ຄ່າກິນ ຈ່າຍຄ່າຫ້ອງ ກໍຄືແບບ ບໍ່ມີໃຊ້ເລີຍ ບໍ່ມີຈ່າຍແລ້ວ ບໍ່ມີເກັບ ເຫລືອກໍເຫລືອແບບ 400,000-500,000 ບໍ່ຮອດ 1,000,000 ຈັ່ງຊີ້ນ່າ ບໍ່ເຫລືອເລີຍ.”
ກ່ອນໜ້ານີ້ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນດີ ໃຫ້ຫົວໜ່ວຍທຸລະກິດຕ່າງໆ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕໍ່າໃຫ້ແກ່ຄົນງານ ຈາກ 1,300,000 ກີບ/ຄົນ/ເດືອນ ເປັນ 1,600,000 ກີບ/ຄົນ/ເດືອນ ນັບແຕ່ມື້ວັນທີ 1 ຕຸລາ 2023 ເປັນຕົ້ນມາ, ແຕ່ມາຮອດປັດຈຸບັນ ພັດຍັງມີຫົວໜ່ວຍທຸລະກິດ ຈໍານວນນຶ່ງ ແມ່ນຍັງຈ່າຍເງິນເດືອນໃຫ້ແກ່ຄົນງານ ແຕ່ພຽງ 1,000,000 ປາຍກີບ/ເດືອນ/ຄົນ ເທົ່ານັ້ນ, ດັ່ງ ຄົນງານລາວ ກ່າວຕື່ມວ່າ:
“ມີ ມີຫລາຍ ພວກແບບ ສົມມຸດວ່າ ຂະເຈົ້າແບບມາເລີ້ມວຽກໃໝ່ໆ ກໍປະມານ 1,700,000 ຂຶ້ນໄປຫັ້ນແຫລະ ເລີ້ມຕົ້ນ 1,500,000-1,500,000 ກໍແບບ ເຮັດວຽກກໍບໍ່ໄດ້ໜັກຫລາຍຫັ້ນນ່າ ແຕ່ກີ້ຂ້ອຍກະເຄີຍເຮັດວຽກ 1,500,000 1,600,000 ຕໍ່ເດືອນ ກໍແບບຈັບຊີ້ນ ຫລືວ່າ ໃສ່ຖ່ານ ຮ້ານຊີ້ນດາດປະມານນີ້ ເອ 1,000,000 ກີບ ກໍບໍ່ໄດ້ ຂ້ອຍເຄີຍເຫັນ.”
ທ່ານກ່າວອີກວ່າ ປັດຈຸບັນ ມີຄົນງານລາວຈໍານວນຫລາຍ ຕ້ອງການເດີນທາງ ມາເຮັດວຽກຢູ່ໄທ ຍ້ອນເຮັດວຽກຢູ່ໄທ ຈະໄດ້ຄ່າຈ້າງແຮງງານປະມານ 9,000 ຫາ 14,000 ບາດ/ເດືອນ ຫລື ປະມານ 6,300,000 ຫາ 9,800,000 ກີບ/ຄົນ/ເດືອນ. ຂະນະທີ່ ການເຮັດວຽກຢູ່ລາວ ແມ່ນມີຄ່າສະເລັ່ຍ ປະມານ 2,500,000 ຫາ 4,000,000 ກີບ/ຄົນ/ເດືອນ ແຕ່ເມື່ອຫັກຄ່າ ຄ່າກິນກິນຢູ່ ຄ່າເດີນທາງ ແລະ ຄ່າທີ່ຢູ່ອາສັຍແລ້ວ ຄົນງານບໍ່ສາມາດທ້ອນເງິນໄວ້ໃຊ້ຍາມສຸກເສີນ ໃນອະນາຄົດໄດ້.
ສໍາລັບ ສາເຫດອີກສ່ວນນຶ່ງ ທີ່ເຮັດໃຫ້ຄົນງານລາວ ຈໍາເປັນຕ້ອງເດີນທາງໄປເຮັດວຽກຢູ່ຕ່າງປະເທດ ຫລາຍຂຶ້ນ ເປັນຕົ້ນ ໄທ ແລະ ເກົາຫລີໃຕ້ ເປັນຍ້ອນໂຮງຈັກ-ໂຮງງານ ແລະ ວຽກງານດ້ານການບໍລິການ ແລະ ການທ່ອງທ່ຽວ ພາຍໃນປະເທດລາວ ຍັງບໍ່ທັນມີຫລາຍພໍເທົ່າໃດ.
ດັ່ງ ພະນັກງານ ບໍລິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອ ຜູ້ໄປ ຜູ້ວ່າ ເອ ຜູ້ຈຸ ແຮງງານກໍມາ 2 ປີ ກໍມາເຮັດໃໝ່ອີກຫັ້ນນ່າ ເອ ບໍ່ມີວຽກ ແລ້ວເຂົາກໍໄປ ກໍບໍ່ໜ້ອຍ ກໍບໍ່ຫລາຍ ເອ ກໍແພງ ບ່ອນແພງ ກໍມີຄືກັນຫັ້ນແຫລະ ຢູ່ລາວ ມັນບໍ່ຫລາຍ ແລ້ວເຂົາກໍໄປ ຄວາມໝາຍວ່າ ອືຢູ່ລາວ ໂຮງງານ ໂຮງຈັກກໍບໍ່ຫລາຍ ຄືຢູ່ໄທ ເຂົາກໍໄປໄທ.”
ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະກໍາໜົດ ໃຫ້ຫົວໜ່ວຍທຸລະກິດຕ່າງໆ ຈ່າຍເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ຄົນງານ ເດືອນລະ 9,000,000 ກີບ/ຄົນ ໂດຍບໍ່ລວມເງິນອື່ນໆ ແຕ່ໃນສະພາບໂຕຈິງແລ້ວ ແມ່ນຂຶ້ນຢູ່ກັບເງື່ອນໄຂ ຂອງແຕ່ລະຫົວໜ່ວຍທຸລະກິດ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບແຮງງານ ຢູ່ແຂວງທາງພາກກາງຂອງປະເທດ ທ່ານນຶ່ງກ່າວວ່າ:
“ອ່າ ພື້ນຖານບໍ່ຮອດຕີ້ ພື້ນຖານຫັ້ນນ່າ ມັນແລ້ວແຕ່ບໍລິສັດອີກໄດ໋ ມັນແລ້ວແຕ່ບໍລິສັດ ເຈົ້າ ກໍອາດຈະເຮັດບໍ່ທັນໄດ້ຄົບເບີດ ທຸກບໍລິສັດເທື່ອ ຊີ້ນ່າ ເງື່ອນໄຂເບື້ອງຕົ້ນ ກໍຕາມ ທີ່ອັນ ທາງກະຊວງແຮງງານ ເພິ່ນໄດ້ກໍາໜົດຫັ້ນແຫລະ ແລ້ວມັນອາດຊິບວກຄ່ານັ້ນ ຄ່ານີ້ ມັນກໍຊິ ເພີ້ມຂຶ້ນໆ ແລ້ວແຕ່ບໍລິສັດເພິ່ນມີ ໂຕອັນນີ້ ຂຶ້ນມາ.”
ປັດຈຸບັນ ຄ່າແຮງງານຂັ້ນຕໍ່າຂອງລາວ ຕາມທີ່ທາງການກໍານົດ ຍັງຕົກຢູ່ເດືອນລະ 1,600,000 ກີບ/ຄົນ ສ່ວນເລື້ອງເງິນອຸດໜຸນ ຄ່າຄອງຊີບນັ້ນ ບໍ່ທັນສາມາດກໍານົດເປັນໂຕເລກ ທີ່ຄັກແນ່ໄດ້ ຍ້ອນທີ່ຜ່ານມາ ຄົນງານທີ່ຈະໄດ້ຮັບເງິນເພີ້ມຕື່ມ ຈາກເງິນເດືອນນັ້ນ ຂຶ້ນຢູ່ກັບປະສົບການ ການເຮັດວຽກ ແລະ ຄວາມດຸໝັ່ນຂອງພວກຂະເຈົ້າ, ດັ່ງ ເຈົ້າຂອງ ກິດຈະການຮ້ານອາຫານ ຢູ່ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ໃນລະບຽບ ອັນນ່າ ກົດໝາຍແຮງງານກໍຄື ຂະເຈົ້າວາງຢູ່ບ່ອນ ໂອ້ ເງິນເດືອນຂັ້ນຕໍ່າ ບໍ່ໃຫ້ຫລຸດເທົ່າໃດ ເພິ່ນກໍຕ້ອງປັບໃຫ້ຢູ່ຕາມນັ້ນ ຕ່າງແຕ່ວ່າ ມັນຂຶ້ນກັບລາຍຮັບ ຂອງແຕ່ບໍລິສັດ ແຕ່ໂຮງງານເນາະ ບາງໂຮງງານ ລາຍຮັບຂ້ອນຂ້າງຈະດີ ເພິ່ນກໍປັບເລື້ອງ ສະຫວັດດີການ ຂ້ອນຂ້າງດີເນາະ ໂຕຢ່າງ ເລື້ອງເງິນຄ່າຄອງຊີບບໍ່ ເງິນຄ່າ OT ບໍ່ ເງິນຂະຫຍັນບໍ່ ເງິນກິນເຂົ້າ ພວກນີ້ມັນ ກໍຂຶ້ນກັບວ່າ ນະໂຍບາຍຂອງແຕ່ ບໍລິສັດ ບໍ່ຄືກັນ.”
ອີງຕາມແຈ້ງການ ຂອງ ຄະນະກໍາມະການແຮງງານ ແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ລົງວັນທີ 27 ກັນຍາ 2024 ລະບຸວ່າ ນັບແຕ່ມື້ວັນທີ 1 ຕຸລາ 2024 ເປັນຕົ້ນໄປ ໃຫ້ນາຍຈ້າງ ຈ່າຍເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ລູກຈ້າງ ຜູ້ທີ່ບໍ່ມີວິຊາຊີບ, ບໍ່ມີວຸດການສຶກສາ, ເປັນຄົນງານ ທີ່ບໍ່ຜ່ານການຝຶກອົບຮົມ ມາກ່ອນ 900,000 ກີບ /ຄົນ/ເດືອນ ແລະ ເມື່ອລວມຄ່າຈ້າງແຮງງານ ຄົນງານຈະຕ້ອງໄດ້ຮັບເງິນ ແຕ່ລະເດືອນ ບໍ່ຕໍ່າກວ່າ 2,500,000 ກີບ/ຄົນ
ທັງນີ້ ກໍເພື່ອຊ່ອຍເຫລືອຄົນງານ ທີ່ມີລາຍໄດ້ຕໍ່າກວ່າ 2,500,000 ກີບ/ຄົນ/ເດືອນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນສວັດດີການ ແລະ ເງິນນະໂຍບາຍອື່ນໆ.
ກ່ອນໜ້ານີ້, ທ່ານນາງໃບຄໍາ ຂັດຕິຍະ ປະທານ ຄະນະກໍາມະການແຮງງານແຫ່ງຊາດ ແລະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມ ຄະນະກໍາມະການແຮງງານ ແຫ່ງຊາດ ເພືອປືກສາຫາລື ປັບປຸງຄ່າແຮງງານຂັ້ນຕໍ່າ ເມື່ອວັນທີ 24 ກໍລະກົດ 2024 ນີ້ວ່າ ຄ່າແຮງງານຂັ້ນຕໍ່າ 1,600,000 ກີບ /ເດືອນ ທີ່ໄດ້ກໍາໜົດໄວ້ ແມ່ນບໍ່ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ ເຮັດໃຫ້ຜູ້ອອກແຮງງານ ປະເຊີນ ຄວາມຫຍຸ້ງຍາກ ແລະ ບໍ່ສົນໃຈເຮັດວຽກ ພາຍໃນປະເທດ.