ຕຳຣວດໃຊ້ສິດໃນທາງຜິດ

ສິດນີ
2015.10.29
F-Savannakheth ເຂດໝູ່ບ້ານ ນາຫາງແຂ້ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ
RFA/VD

ຊາວບ້ານ ນາຫາງແຂ້ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ໄດ້ກ່າວ ຕໍ່ໍ ນັກຂ່າວ ເອເຊັຽ ເສຣີ ວ່າ, ໃນ ຕອນເຊົ້າ ຂອງ ວັນທີ 18 ຕຸລາ 2015, ເຈົ້າໜ້າທີ່ ຕຳຣວດ ເຂດ ເຊນວນ ເມຶອງ ສອງຄອນ ໄດ້ໄປນຳ ເອົາຕົວ ທ້າວ ນຸ່ຍ ສັນຊາດ ໄທ ທີ່ ໄດ້ ແຕ່ງງານ ຢູ່ກິນກັບ ສາວລາວ ເຂົ້າມາ ຫ້ອງການ ແລ້ວແຈ້ງ ຂໍ້ຫາ ວ່າໄດ້ ກະທຳຜິດ ໃນຖານ ມາຢູ່ກິນ ພັກເຊົາ ກັບ ສາວລາວ ແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ພ້ອມທັງ ຕັ້ງ ຄ່າ ປັບໃໝ ເປັນ ເງິນ 15,000 ບາດ ແລະ ສາມແສນ ກີບ.

ໃນ ກໍຣະນີ ດັ່ງກ່າວ ຍາດ ພີ່ນ້ອງ ທາງເມັຽ ແລະ ທ້າວ ນຸ່ຍ ເອງ ກໍໄດ້ ພຍາຍາມ ຊີ້ແຈງ ວ່າໄດ້ ມີການສູ່ຂໍ ແລະ ວາງເງິນ ສິນສອດ ຕາມຮີດຄອງ ປະເພນີ ແລ້ວ ສ່ວນ ໜັງສື ອະນຸຍາດ ແຕ່ງງານ ຢ່າງ ເປັນ ທາງການ ນັ້ນ ຕົນແລະເມັຽ ກໍໄດ້ໄປ ຕິດຕໍ່ ກັບ ຫນ່ວຍງານ ທີ່ ກ່ຽວຂ້ອງ ໄວ້ແລ້ວ ແຕ່ຄ່າ ໃຊ້ຈ່າຍ ມັນສູງ ຄື ຮວມທັງໝົດ ເປັນ 70,000 ບາດ, ທ້າວ ນຸ່ຍ ແລະ ຄອບຄົວ ທາງເມັຽ ກໍບໍ່ໄດ້  ເປັນຄົນ ມີ ຖານະດີ ຮັ່ງມີ, ຕ້ອງຫາ ເຊົ້າກິນຄ່ຳ ແລະ ທັງສອງ ກໍ ໄດ້ຢູ່ກິນ ກັນມາໄດ້ ສອງ ປີ ກວ່າ ແລ້ວ ບໍ່ເຄີຍມີ ບັນຫາ ຫຍັງ ກັບບ້ານ ເມຶອງ ພ້ອມທັງ ໃນເຂດ ນີ້ ກໍມີ ຫຼາຍຄົນ ແຕ່ງງານ ກັບ ຄົນໄທ ແລະ ຢູ່ກິນ ແບບ ດຽວກັນກັບ ທ້າວ ນຸ່ຍ ກໍ ບໍ່ເຫັນມີ ບັນຫາ ຫຍັງ.

ຊາວບ້ານ ເວົ້າວ່າ, ເຈົ້າໜ້າທີ່ ຕຳຣວດ ກໍ ບໍ່ຍອມ ຮັບຮູ້ ເຫດຜົນ ໃດໆ ມີແຕ່ ຢືນຢັນ ວ່າ ຕ້ອງ ປັບໃໝ ພຽງ ຢ່າງດຽວ ແລະ ຕ້ອງ ອອກຈາກ ລາວ ພາຍໃນ ຫ້າ ວັນ ຫລັງຈາກ ຈ່າຍຄ່າ ປັບໃໝ, ບໍ່ດັ່ງນັ້ນ ຈະ ສົ່ງຕົວ ໄປຍັງ ກອງ ບັນຊາການ ປກສ ເມືອງ ສອງຄອນ ໃນເມື່ອ ເປັນ ດັ່ງນັ້ນ ທາງຝ່າຍ ຍາດ ພີ່ນ້ອງ ຂອງເມັຽ ທ້າວນຸ່ຍ ກໍ ຈຳເປັນ ຕ້ອງໄດ້ ໄປ ຂົນຂວາຍ ຊອກ ເງິນ ຈຳນວນ ດັ່ງກ່າວ ມາ ຈ່າຍໃຫ້ ເຈົ້າໜ້າທີ່ ຕຳຣວດ ສ່ວນ ສາມແສນ ກີບ ຂໍ ໂຍະຍານ ໄດ້. ເຈົ້າໜ້າທີ່ ຈຶ່ງ ປ່ອຍຕົວ ທ້າວນຸ່ຍ ກັບບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.