ເຣື້ອງທີ່ເກັບບັນທຶກໄວ້
2022-12-01
ຊາວນາລາວ ໃນທົ່ວປະເທດ ສ່ວນໃຫຍ່ເກັບກ່ຽວເຂົ້ານາປີແລ້ວ ຄາດວ່າ ຜລົຜລິດ ກໍຈະພຽງພໍຕາມຄວາມຕ້ອງການ ຂອງປະຊາຊົນ ແຕ່ໃນສພາບຄວາມຈິງແລ້ວ ລາຄາເຂົ້າສານ ຕາມທ້ອງຕລາດ ໃນປັດຈຸບັນ ຍັງສູງຢູ່ ຍ້ອນສະພາບເງິນເຟີ້ ແລະຕົ້ນທຶນການຜລິດສູງ.
2022-11-30
ຄົນງານລາວ ຈໍານວນຫລາຍ ໄດ້ໂຮມໂຕກັນທວງເອົາເງິນ ຄ່າມັດຈໍາ ຈາກ ບໍຣິສັດ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ພາຍຫລັງທີ່ບໍ່ໄດ້ຮັບ ການຕິດຕໍ່ ຈາກທາງບໍຣິສັດ ມາເປັນເວລາດົນ.
2022-11-30
ການລັກຊັບ ຍັງເປັນບັນຫາໃຫຍ່ ແລະເກີດຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍກວ່າໝູ່ ແມ່ນການລັກ ຍານພະຫະນະ ປະເພດຣົຖຈັກ ທີ່ມັກເກີດຂຶ້ນທຸກໆມື້ ກາຍເປັນບັນຫາສັງຄົມ ສ້າງຄວາມເດືອດຮ້ອນໃຫ້ ປະຊາຊົນຜູ້ບໍຣິສຸດ, ເປັນພັຍຕໍ່ຊີວິຕ ແລະຊັບສິນ ຂອງຊາວບ້ານ.
2022-11-28
ຊາວລາວຫຼາຍຄົນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ການອອກບັດປະຈຳໂຕ ໃຫ້ໄວ ເພາະພວກເຂົາຕ້ອງການບັດ ເພື່ອເຮັດທຸຣະຫຼາຍຢ່າງ ຂະນະທີ່ ພາກສ່ວນກ່ຽວຂ້ອງ ຍັງບໍ່ຮູ້ວ່າ ຈະແກ້ໄຂ ລະບົບເຮັດບັດປະຈຳໂຕ ໄດ້ມື້ໃດ.
2022-11-26
ເມື່ອທ້າຍປີ 2021 ທີ່ຜ່ານມາ ສະຫະປະຊາຊາດ ຫລື ສປຊ ເຫັນດີ ໃຫ້ຂຍາຍເວລາ ຂ້າມຜ່ານ ຈາກການຫລຸດພົ້ນ ຄວາມທຸກຍາກ ຂອງປະເທດລາວ ຈົນເຖິງ ປີ 2026 ທ່າມກາງ ທີ່ປະເທດລາວ ພົບວິກິດ.
2022-11-23
ຣັຖບານລາວ ເຕືອນປະຊາຊົນ ເຣື່ອງການຫລິ້ນຫວຍ ທາງອອນລາຍນ໌ ຍ້ອນຢ້ານຖືກ ຫລອກລວງ ເສັຍເງິນໃຫ້ກຸ່ມຕົວະຕົ້ມ ທີ່ອ້າງວ່າ ຈະບອກເລກຫວຍ 6 ໂຕ ໃຫ້ຮູ້, ແຕ່ໃຫ້ໂອນເງິນ ຫລາຍລ້ານກີບ ໄປລົງທະບຽນກ່ອນ.
2022-11-23
ທະນາຄານໂລກ ຣາຍງານວ່າ ເງິນກີບເຟີ້, ອ່ອນຄ່າລົງ ແລະໜີ້ສິນ ຂອງລາວ ຍັງເພີ່ມສູງຂຶ້ນ ແລະຄາດວ່າ ໃນທ້າຍປີນີ້ ໜີ້ສາທາຣະນະ ແລະ ໜີ້ສິນ ທີ່ຂອງຣັຖບານ ສປປ ລາວ ຄໍ້າປະກັນໄວ້ ຈະຫລາຍກວ່າ 100% ຂອງລວມຍອດ ມູນຄ່າຜລິຕພັນ ພາຍໃນ ຫລື GDP.
2022-11-21
ອັຕຣາເງິນເຟີ້ ໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຜູ້ປະກອບການ ໃນລາວທັງຫລາຍ ຕ້ອງປະເຊີນ ກັບການປັບລາຄາ ແລະ ໄດ້ແຕ່ປະຄອງໃຫ້ຢູ່ ບໍ່ຫວັງເຖິງ ຜົລກຳໄລຫຍັງ.
2022-11-18
ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດຕລາດນັດແຮງງານຂຶ້ນລະຫວ່າງວັນທີ 17-20 ພຶສຈິກາ 2022 ນີ້ທີ່ຫ້ອງການ ຜແນກແຮງງານ ແລະ ສວັດດີການສັງຄົມ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
2022-11-15
ເຈົ້າຂອງໂຮງແຮມ ແລະເຮືອນພັກ ຈຳເປັນຕ້ອງໄດ້ຂຶ້ນລາຄາ ຄ່າຫ້ອງ ເພາະເປັນຣະດູ ນັກທ້ອງທ່ຽວ ມາທ່ຽວຫຼາຍ ຫຼື ໄຮຊີຊັນ (High Season), ສິ່ງສຳຄັນ ສິ້ນຄ້າແພງຂຶ້ນ, ເງິນກີບເຟີ້ ແລະອ່ອນຄ່າລົງຫຼາຍ ກາຍເປັນຕົ້ນທຶນທີ່ສູງ ຊຶ່ງເປັນສາຍເຫດຕົ້ນໆ ໃນການຂຶ້ນລາຄາ.
2022-11-14
ປະກອບການ ໃນປະເທດລາວ ກໍຍັງລໍຖ້າມາຕການ ແກ້ໄຂຂອງ ພາກຣັຖບານ ກ່ຽວກັບການຄວບຄຸມ ເງິນເຟີ້ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ແລະຕອນນີ້ ຍັງປະຄອງທຸຣະກິຈ ໄປໄດ້ຢູ່ ແຕ່ໃນອະນາຄົຕ ອັນໃກ້ນີ້ອາຈມີຫລາຍກິຈການ ຕ້ອງໄດ້ປິດການດຳເນີນ ທຸຣະກິຈໄປ.
2022-11-14
ປັຈຸບັນ ຄົນວຽດນາມ ແລະ ຈີນ ເປີດຮ້ານຮັບ ຊື້-ຂາຍ ເຫລັກເສດ ຫລາຍຂຶ້ນ ເຊິ່ງເປັນການຍາດອາຊີພຄົນລາວ ຂະນະທີ່ຊາວລາວ ຢາກໃຫ້ທາງການຄວບຄຸມ ແລະ ແກ້ໄຂ ເນື່ອງຈາກ ມີຜົລກະທົບຕໍ່ ຮ້ານຄ້າ-ຂາຍ ເຫລັກເສດ ຂອງຄົນລາວ ແລະ ເກີດບັນຫາ ຄົນລັກເຫລັກໄປຂາຍ ກາຍເປັນບັນຫາສັງຄົມ.
2022-11-10
ສປປ ລາວ ສົ່ງອອກສິນຄ້າ ໄປຈີນເປັນອັນດັບ 1 ລອງລົງມາ ແມ່ນວຽດນາມ ແລະໄທຍ, ແຕ່ຊາວກະສິກອນລາວ ສ່ວນໃຫຍ່ບໍ່ໄດ້ຜົລປະໂຍດ ເທົ່າທີ່ຄວນ ໄດ້ພຽງແຕ່ ໃຊ້ຈ່າຍລາຍວັນ ຍັງບໍ່ກຸ້ມ, ຊາວກະສິກອນ ຍັງບໍ່ສາມາດຫລຸດພົ້ນ ຈາກຄວາມທຸກຍາກໄດ້ ຕາມທີ່ທາງການລາວ ກຳນົດໄວ້.
2022-11-08
ຊາວກະສິກອນ ໃນເຂດນະຄອນຫຼວງວຽງຈັນ ຕ້ອງຜະເຊີນກັບ ຕົ້ນທຶນການຜລິດທີ່ສູງຂຶ້ນ ສົ່ງຜົລກະທົບ ຕໍ່ລາຍຮັບຂອງຜົນຜລິດ ຍ້ອນຜູ້ບໍຣິໂພກຊື້ໜ້ອຍລົງ ອັນເນື່ອງມາຈາກ ສະພາບເງິນເຟີ້ ຄ່າຄອງຊີພແພງຂຶ້ນ ເຮັດໃຫ້ຫຼາຍຄົນຕ້ອງໃຊ້ຈ່າຍແບບປະຢັດ.
2022-11-07
ກຸ່ມນັກຕົວະຕົ້ມ ແລ່ນເອກສານ ເອົາຄົນລາວໄປເຮັດວຽກ ຢູ່ ປະເທດເກົາຫລີໃຕ້ ຖືກເຈົ້າໜ້າທີ່ ຕໍາຣວດ ຈັບໄດ້ແລ້ວ, ຊຶ່ງຜູ້ທີ່ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ ປະມານ 100 ຄົນ ຖືກກຸ່ມນັກຕົວະຕົ້ມ ຕົວະໃຫ້ ເດີນທາງ ດ້ວຍການເຮັດວີຊ້າ ທ່ອງທ່ຽວແທນ ວີຊ້າເຮັດວຽກ ແລະເກັບຄ່າບໍຣິການສູງເກີນ.