ຄົນຕ່າງປະເທດ ເປີດຮ້ານຄ້າ-ຂາຍ ຍາດແຍ່ງອາຊີພ ຄົນລາວ
2022.11.14
ປັຈຸບັນ ບັນດາຮ້ານຮັບຊື້-ຂາຍ ເຫລັກເສດ ໃນຫລາຍແຂວງ ເຊັ່ນ ນະຄອນຫລວງວຽງຈັນແຂວງສວັນນະເຂດ ແລະ ແຂວງບໍ່ແກ້ວ ໄດ້ມີຄົນຕ່າງຊາຕເຂົ້າມາເປີດຮ້ານ ຈໍານວນຫລາຍໂດຍສະເພາະຄົນວຽດນາມ ຮອງລົງມາແມ່ນຄົນຈີນ ເຊິ່ງເປັນຄົນທີ່ເຂົ້າມາອາສັຍຢູ່ ປະເທດລາວຢູ່ແລ້ວໂດຍບາງຮ້ານ ກໍ່ບໍ່ໄດ້ມີເອກກະສານຖືກຕ້ອງ ອາສັຍຈ່າຍເງິນໃຫ້ເຈົ້າໜ້າທີ່ ໃນເວລາເຈົ້າໜ້າທີ່ລົງກວດກາ.
ພ້ອມກັນນີ້ ຄົນວຽດນາມ ຍັງຮັບຊື້ເຫລັກເສດ ຍັງຮັບຊື້ເຫລັກເສດ ໃນລາຄາສູງກວ່າຄົນລາວທີ່ເປີດຮ້ານຮັບຊື້-ຂາຍເຫລັກເສດ ເຊິ່ງຖືວ່າ ເປັນການຍາດອາຊີພຄົນລາວໂດຍຕຣົງ ເຮັດໃຫ້ຄົນລາວທີ່ຕ້ອງການຂາຍເຫລັກເສດ ບໍ່ມາຂາຍໃຫ້ຄົນລາວທີ່ເປີດຮ້ານເອງ ແລະສົ່ງຜົລກະທົບດ້ານສັງຄົມ ເຮັດໃຫ້ມີ ຂີ້ລັກ ງັດແງະ ຫາເຫລັກເສດໄປຂາຍໃຫ້ກຸ່ມຄົນວຽດນາມຫລາຍຂຶ້ນ.
ດັ່ງຄົນລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ່ 11 ພຶກສະຈິກາ ນີ້ວ່າ:
“ຢູ່ພີ້ກະຫລາຍ ຮ້ານວຽດນັ້ນສ່ວນຫລາຍ ຢາກໃຫ້ຮັຖບານ ບໍ່ໃຫ້ຄົນວຽດ ຕ່າງຊາຕເຮັດຫັ້ນນ່າ ຢາກໃຫ້ຄົນລາວເຮັດຫັ້ນນ່າ ກໍ່ເປັນການແຍ່ງອາຊີພຄົນລາວ ເຮັດເຫລັກເສດມັນຈະໄດ້ເງິນດີຫັ້ນນ່າ ອີກຢ່າງຄົນລັກມາເດ້ ໜ່ອຍຮ້ານສຸດ ທີ່ມີເອກກະສານຖືກຕ້ອງນ່າ ຄືພວກຕໍາຣວດລົງຈັ່ງຊີ້ ເຂົາກະເອົາເງິນໃຫ້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນລາຄາເຫລັກ ທີ່ບັນດາຮ້ານຊື້-ຂາຍເຫລັກເສດ ຮັບຊື້ນັ້ນ ຂຶ້ນຢູ່ກັບ ລາຄາໂຮງງານ ເປັນຕົ້ນລາຄາໂຮງງານຮັບຊື້ເຫລັກເສດ ປະມານ 7,000 ກີບຕໍ່ກິໂລກຣາມຄົນວຽດນາມ ກໍ່ຈະຮັບຊື້ປະມານ 6,000 ກີບຕໍ່ກິໂລກຣາມ ໂດຍໃຫ້ລາຄາສູງກວ່າຄົນລາວທີ່ຮັບຊື້ ລາຄາ 5,000 ກີບຕໍ່ກິໂລກຣາມ ສາເຫດທີ່ຄົນລາວຮັບຊື້ລາຄາຕ່ໍາ ກໍ່ຍ້ອນຄົນລາວມີທຶນຫນ້ອຍ ບໍ່ສາມາດຂຶ້ນລາຄາຮັບຊື້ ໄດ້ເທົ່າຄົນວຽດນາມ ຂະນະທີ່ຊາວລາວ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍ່ໄດ້ກ່າວວ່າ ລາວເອງກໍ່ບໍ່ຢາກໃຫ້ຄົນວຽດນາມ ຫລືຄົນຈີນມາເປີດຮ້ານຊື້-ຂາຍ ເສດເຫລັກຫລາຍເກີນໄປ ຍ້ອນວ່າ ເປັນການຍາດອາຊີພຄົນລາວໄປໂດຍຕຣົງ ສົ່ງຜົລເຮັດໃຫ້ມີຂີ້ລັກເກີດຂຶ້ນ ເພາະເຂົາເຈົ້າໃຫ້ລາຄາສູງກ່ວາຄົນລາວທີ່ເປີດຮ້ານຮັບຊື້-ຂາຍເຫລັກເສດ ຄົນທີ່ຕ້ອງການຂາຍເຫລັກເສດ ກໍ່ພາກັນ ໄປຂາຍໃຫ້ຄົນວຽດ ແລ້ວຄົນລາວທີ່ເປີດຮ້ານຊື້-ຂາຍເຫລັກ ກໍ່ດໍາເນີນທຸຣກິຈ ດ້ວຍຄວາມຫຍຸ້ງຍາກ ເພາະຖືກຍາດລູກຄ້າ.
“ຢາກໃຫ້ທາງວຽດ ກັບຈີນ ຫັ້ນຢຸດເນາະ ຂະເຈົ້າຕີລາຄາຂຶ້ນຫລາຍເດ້ ມັນກະເປັນການ ຍາດແຍ່ງ ເພາະວ່າກົດດັນກັນ ໃນຕົວຢູ່ແລ້ວອັນນັ້ນ ສິ່ງທີ່ຮັກສາອາຊີພນີ້ ອາຊີພນີ້ໃຫ້ຄົນລາວມັນຊິດີ ເຮົາກະບໍ່ຢາກໃຫ້ເຂົາເຂົ້າແຫລະເຮັດ ມັນເກີດບັນຫາສະທ້ອນສັງຄົມຫລາຍ ອັນນຶ່ງຂີ້ລັກງັດແງະ ອັນສອງມາ ໂຕຜູ້ກ່ຽວເອງ ບາງກຸ່ມຄົນ ອາສັຍຊ່ວງຈັງວະ ຄົນບໍ່ຢູ່ເຮືອນກະລັກຄືກັນ.”
ທ່ານຍັງກ່າວຕື່ມວ່າ ໃນຄວາມເປັນຈິງ ລາວເອງກໍ່ຢາກໃຫ້ ທາງການຄອບຄຸມແລະແກ້ໄຂບັນຫາດັ່ງກ່າວນີ້ ແຕ່ກໍ່ເປັນເຣື່ອງຍາກຫລາຍ ຍ້ອນວ່າ ປະເທດລາວມີຊ່ອງຫວ່າງທາງກົດໜາຍຫລາຍ ແລະບໍ່ໄດ້ນໍາໃຊ້ກົດໜາຍຢ່າງຈິງຈັງ ເຈົ້າໜ້າທີ່ໃຊ້ສິດ ທີ່ຫາເງິນເຂົ້າຖົງເມື່ອເຫັນວ່າຄົນວຽດນາມ ຫລືຄົນຈີນ ລົງທະບຽນເປີດຮ້ານຮັບຊື້-ຂາຍ ເຫລັກເສດ ໂດຍໃຊ້ຊື່ເປັນຄົນລາວເປີດຮ້ານໃຫ້ ກໍ່ສວຍໂອກາດຮຽກຮັບເອົາເງິນຈາກພວກເຂົາເລື້ອຍໆ.
“ເວົ້າອີກຄວາມລະແມ່ນເຈົ້າໜ້າທີ່ຫັ້ນ ກະຖືກສິນບົນ ຄໍຮັບຊັ້ນ ໂຕນີ້ແມ່ນສູງ ເຫັນໜັງສືເຫັນເອກກະສານ ອອກໜ້າເປັນຄົນລາວ ແຕ່ວ່າ ແຕ່ວ່າຜູ້ເຮັດໂຕຈິງແທ້ໆ ລະແມ່ນຄົນຈີນ ຄົນວຽດນາມ ກາຍເປັນຊ່ອງຫວ່າງຫາເງິນໄປໃນຕົວ ສວຍໃຊ້ໂອກາດ ໃຊ້ສິດໜ້າທີ່ໂຕນີ້ ເວົ້າງ່າຍໆໄປຫາເງິນຫັ້ນແຫລະ.”
ພ້ອມດຽວກັນນີ້ ຊາວລາວ ໃນແຂວງສວັນນະເຂດ ອີກທ່ານນຶ່ງກໍ່ກ່າວວ່າ ປັຈຸບັນ ຄົນວຽດນາມເຂົ້າມາ ເປີດຮ້ານຮັບຊື້-ຂາຍ ເຫລັກເສດຈໍານວນຫລາຍເຊັ່ນກັນ ແລ້ວກໍ່ນໍາເຫລັກເສດໄປຂາຍໃຫ້ໂຮງງານຫລອມເຫລັກພາຍໃນແຂວງສວັນນະເຂດ ເນື່ອງຈາກໄດ້ເງິນຫລາຍກວ່າ ຈະຂົນສົ່ງອອກໄປວຽດນາມ ຍ້ອນ ຄ່າສົ່ງແພງ.
“ໃຜກໍເປີດໄດ້ ເຂົາກະເປີດຮ້ານງ່າຍຢູ່ 90% ສ່ວນຫລາຍກໍ່ມີແຕ່ຄົນວຽດນາມ ແຫລະໄປແລາະຊື້ຕາມຫົວບ້ານ ແຕ່ລະບ້ານ ທຸກບ້ານ ທຸກເຮືອນຍັງເລີຍນ່າ ເຂົາກໍ່ຕ້ອງມາຂາຍໂຮງງານຕົ້ມເຫລັກ ມາຫລອມໃໜ່ ຜລິດເປັນເຫລັກເສັ້ນເດ້ ຢູ່ລາວມັນອອກວຽດ ຄ່າອອກຫັ້ນມັນແພງ ແລ້ວມັນບໍ່ຄຸ້ມຄ່າເດ້.”
ສໍາລັບເຣຶ່ອງດັ່ງກ່າວນີ້ ຫວ່າງວັນທີ່ 8 ພືສຈິກາ 2022 ເຈົ້າໜ້າທີ່ ກວດກາ ການຄ້າ ຜແນກອຸດສາຫະກັມແລະການຄ້າ ແຂວງສວັນນະເຂດ ກໍ່ໄດ້ລົງກວດກາ ຕິດຕາມ ກວດຮ້ານ ເກັບຊື້ ແລະຈໍາຫນ່າຍເຫລັກເສດ ຢູ່ພາຍໃນນະຄອນ ໄກສອນພົມວິຫານ ພົບຄົນວຽດນາມເປີດຮ້ານທັງໜົດ 28 ຮ້ານ ຮ້ານຊາວຈີນ 1 ຮ້ານ ແລະມີພຽງຮ້ານຄົນລາວ 1 ຮ້ານເທົ່ານັ້ນ ເບື້ອງຕົ້ນຄົນວຽດນາມ ທີ່ເປີດຮ້ານຮັບຊື້-ຂາຍເຫລັກເສດ ເຂົ້າມາເກັບຊື້ ໃຫ້ກັບບໍຣິສັດທີ່ຮັບຊື້ເຫລັກເສດ ແຫ່ງນຶ່ງອີຫຕໍ່ນຶ່ງ ເຊິ່ງເຈົ້າໜ້າທີ່ກໍ່ຈະກວດເບິ່ງເອກສານໂຕຈິງອີກຄັ້ງ ວ່າຖືກຕ້ອງຫລືບໍ່ ຖ້າບໍ່ຖືກຕ້ອງກໍ່ຈະໃຫ້ຢຸດເຊົາ ແລະສົ່ງກັບປະເທດທັນທີ.
ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ໃນແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແຫນ່ງກ່າວວ່າ:
“ໄດ້ຂໍ້ມູນແນ່ແລ້ວ ເຂົາເຈົ້າເຮັດໃນນາມວ່າ ເຂົ້າມາເພື່ອເກັບຊື້ໃຫ້ກັບບໍຣິສັດ ແຫ່ງນຶ່ງເນາະ ມີແຕ່ຈະເຮັດເອກສານ ຫາພາກສ່ວນທີ່ຄຸ້ມຄອງ ໃຫ້ເຂົາຢັ້ງຍືນມາກ່ອນວ່າ ເຂົາເຂົ້າມາເປັນແຮງງານ ຖືກຕ້ອງ ຫລື ບໍ່. ຄັນບໍ່ຖືກ ຢຸດເຊົາ ແລະກະຊຸກຍູ້ເຂົາ ກັບຄືນແຫລະ.”
ທ່ານກ່າວມ້ວນທ້າຍວ່າ ເຣຶ່ອງດັ່ງກ່າວນີ້ ທາງການກໍ່ມີການຄຸ້ມຄອງຢູ່ ຈຶ່ງໄດ້ລົງກວດກາ ເພື່ອບໍ່ໃຫ້ຮັບຊື້ຂອງໂຈນ ແຕ່ໃນຄວາມເປັນຈິງ ການເປີດຮ້ານຮັບຊື້-ຂາຍ ເຫລັກເສດນີ້ ບໍ່ແມ່ນອາຊີພສງວນຂອງຄົນລາວ ຕ້ອງຮຽກວ່າເປັນກຸ່ມທຸຣກິຈ ທີ່ນັກລົງທຶນຕ່າງປະເທດ ສາມາດມາລົງທຶນເຮັດໄດ້ ໂດຍຄົນຕ່າງຊາຕ ຕ້ອງຈົດທະບຽນຖືກຕ້ອງ ແລະມີຈໍານວນທຶນຈົດທະບຽນ ຕາມທີ່ທາງການກໍານົດ.
ກ່ອນໜ້ານີ້ເມື່ອວັນທີ່ 21 ຕຸລາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໄດ້ເຂົ້າກວດກາພ້ອມທັງຍືດເຫລັກເສົາໄຟຟ້າ ຢູ່ຮ້ານຮັບຊື້ເຫລັກເສດແຫ່ງນຶ່ງ ໃນແຂວງວຽງຈັນ ພ້ອມທັງດໍາເນີນຄະດີ ຕໍ່ເຈົ້າຂອງຮ້ານດັ່ງກ່າວ ໃນຂໍ້ຫາຮັບຊື້ຂອງໂຈນ ເນື່ອງຈາກຮ້ານດັ່ງກ່າວຮັບຊື້ ເຫລັກເສົາໄຟຟ້າ ທີ່ເປັນຊັບສິນຂອງຣັຖວິສາຫະກິຈ ໄຟຟ້າລາວ ເຊິ່ງຖືກກຸ່ມຄົນບໍ່ດີລັກມາຂາຍໃຫ້ ແກ່ທາງຮ້ານ ເຮັດໃຫ້ເກີດຄວາມເສັຍຫາຍ ຕໍ່ຣັຖວິສາຫະກິຈ ໄຟຟ້າລາວ ຢູ່ເມືອງວຽງຈັນ, ເມືອງຫິນເຫີບ, ເມືອງເຟືອງ, ເມືອງກາສີ,ແລະເມືອງໂພນໂຮງ ອັນເປັນສ່ວນເຮັດໃຫ້ເຫັນວ່າ ຮ້ານຮັບຊື້ເຫລັກເສດ ບາງຮ້ານ ເປັນບໍ່ເກີດຂອງການລັກຊັພ ຂອງປະຊາຊົນ ແລະພາກຣັຖນໍາດ້ວຍ.
ຫວ່າງວັນທີ່ 16 ສິງຫາ 2022 ທີ່ຜ່ານມານີ້ ກຸ່ມຄົນບໍ່ດີ ທີ່ບໍ່ຮູ້ຈໍານວນຄັກແນ່ ລັກຖອດຮົ້ວເຫລັກກັ້ນທາງຣົຖໄຟ ລາວ-ຈີນ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ຈົນສາມາດນໍາເຫລັກອອກໄປໄດ້ຈໍານວນນຶ່ງ ແຕ່ເຈົ້າໜ້າທີ່ ກໍ່ຍັງຈັບກຸ່ມຄົນຂີ້ລັກ ກຸ່ມດັ່ງກ່າວບໍ່ໄດ້.