ກະຊວງການເງິນ ເຕືອນຢ່າເຊື່ອເລກ 6 ໂຕ ອອນລາຍນ໌

ຈຳປາທອງ
2022.11.23
ກະຊວງການເງິນ ເຕືອນຢ່າເຊື່ອເລກ 6 ໂຕ ອອນລາຍນ໌ ໂຕຢ່າງການຂາຍເລຂ ຫຼືຂາຍຫວຍພັທນາ ຂອງພວກພໍ່ຄ້າ-ແມ່ຄ້າ ທີ່ເປັນໂຕແທນຈຳໜ່າຍ ໃນນະຄອນຫຼວງວຽງຈັນ (TS), ເດືອນມິຖຸນາ 2021.
RFA

ກະຊວງ ການເງິນຂອງລາວ ໄດ້ແຈ້ງເຕືອນ ໄປຍັງນັກຫລິ້ນຫວຍ ທັງຫລາຍ ໃນທົ່ວປະເທດ ໃນມື້ວັນທີ 22 ພຶສຈິການີ້ ໃຫ້ລະວັງກຸ່ມຄົນຕົວະ ໃຫ້ໂອນເງິນຫລາຍລ້ານກີບ ເພື່ອແລກກັບເລກ 6 ໂຕ ທີ່ຫວຍຈະອອກນັ້ນໃຫ້ ແຕ່ແລ້ວບໍ່ໄດ້ເງິນຄືນ ຊຶ່ງຊາວນະຄອນຫລວງວຽງຈັນຜູ້ນຶ່ງ ບອກໃຫ້ວິທຍຸ ເອເຊັຽ ເສຣີ ຮູ້ໃນມື້ວັນທີ 23 ພຶສຈິການີ້ວ່າ ໄດ້ຍິນເຂົາເຈົ້າເວົ້າ ແມ່ນຄົນວຽດນາມ ເປັນຜູ້ເຮັດ.

ທີ່ເຮົາລອງເຮັດເບິ່ງວ່າ ເຂົາໂພສລົງວ່າ ເອີ ມີເລກ 6 ໂຕ ແຕ່ວ່າຕ້ອງໂອນໃຫ້ ພວກເຂົາກ່ອນ ແລ້ວເຂົາສິບອກປະມານນີ້. ໂອນໄລແງນີ້ແຫລະ ກໍປະມານ 3 ລ້ານກີບນີ້ແຫລະ ບໍ່ໄດ້ຄືນ ແຕ່ວ່າຫລາຍຄົນກໍໄປແຈ້ງ ແຕ່ວ່າເຮົາບໍ່ທັນແຈ້ງ ກໍເຫັນເຂົາໄປກັນ. ເອີ ກໍເຫັນຕາມຂ່າວຢູ່ ແຕ່ບໍ່ມີຫຍັງຄືບໜ້າໄດ໋ ກໍໄດ້ຍິນຂະເຈົ້າວ່າເປັນຄົນວຽດ ວ່າຊັ້ນ.

ນາງກ່າວຕື່ມວ່າ ເມື່ອບໍ່ດົນມານີ້ ກຸ່ມນັກຕົວະຕົ້ມ ໄດ້ຊັກຊວນທາງສື່ສັງຄົມ ອອນລາຍນ໌ ໃຫ້ນັກສ່ຽງໂຊກຫລິ້ນຫວຍ ໂອນເງິນຄ່າລົງທະບຽນ ຢ່າງໜ້ອຍ 2 ຄັ້ງ, ຄັ້້ງທໍາອິດ 18 ລ້ານກີບ ແລະຄັ້ງທີ 2 -20 ລ້ານກີບ ເພື່ອແລກກັບເລກ 6 ໂຕທີ່ຫວຍຈະອອກ. ຂໍ້ຄວາມຊັກຊວນ ນັກຫລິ້ນຫວຍນັ້ນ ບໍ່ແມ່ນເປັນພາສາລາວ ທີ່ຄົນລາວໃຊ້ສື່ສານກັນ.

ທີ່ຜ່ານມາ ກຸ່ມນັກຕົວະຕົ້ມ ໄດ້ໂພສຂໍ້ຄວາມ ຜ່ານເຟສບຸກຄ໌ ວ່າ ຖ້າຜູ້ໃດຕ້ອງການ ຜົລເລກຫວຍ 6 ໂຕທີ່ຈະອອກນັ້ນ ໃຫ້ພິມຄໍາວ່າ “6 ໂຕ” ໃນຄອມເມັນ. ຈາກນັ້ນພວກເຂົາ ກໍຈະນໍາໃຊ້ຊື່, ນາມສະກຸນ ແລະຮູບໂປຣໄຟລ໌ ຂອງຜູ້ທີ່ຫລົງເຊື່ອ ໂອນເງິນໄປໃຫ້ ໃນການເປີດເຟສບຸກຄ໌ປອມ ແລະຕົວະຄົນອື່ນຕໍ່ໄປ.

ດັ່ງແມ່ຄ້າ ຂາຍຫວຍ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ອັນມັນມີແກ໋ງ Call Center ທີ່ວ່າຕອບແຊັດ ຕົວະມາ ຮູ້ເລກອອກ 6 ໂຕ ແລ້ວກະຄັນຖ້າຢາກຖືກເລກ ແລ້ວໂອນເງິນມາ ຫັ້ນຫວາ ໂອ໋ ມີແກັງຕົ້ມຕຸ໋ນເດ້ ຂະເຈົ້າມັກໃຫ້ວ່າ ໂອ໋ຍ ຂ້ອຍຮູ້ໄດ໋ວ່າລັອກເລກ ວ່າເລັກມັນສິອອກຫຍັງ ເຈົ້າໂອນເງິນມາໃຫ້ຂ້ອຍແນ່ ຂ້ອຍຊິບອກເຈົ້າ ເອີ ມັນແກັງຕົ້ມຕຸ໋ນເດ໋ ແລ້ວຂະເຈົ້າຕົວະເອົາເງິນ.

ຊາວບ້ານ ຢູ່ເມືອງວັງວຽງ ແຂວງວຽງຈັນຜູ້ນຶ່ງກໍເວົ້າວ່າ ການຕົວະຄົນໃຫ້ໂອນເງິນ ຜ່ານລະບົບອອນລາຍນ໌ ເພື່ອແລກເອົາເລກຫວຍ 6 ໂຕທີ່ຈະອອກນັ້ນ ຍັງມີຄົນຫລົງເຊື່ອ ແລະຕົກເປັນເຫຍື່ອຫລາຍ ແຕ່ທາງບໍຣິສັດ ຣັຖວິສາຫະກິຈ ຫວຍພັທນາ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂໄດ້.

ຂະເຈົ້າເຮັດເລກຊະນະເນາະ ເຮັດເລກ 6 ໂຕ ແລ້ວກໍຜູ້ໃດຢາກໄດ້ເລກ ກໍຕ້ອງລົງທະບຽນນໍາບໍຣິສັດຂະເຈົ້າ ຂະເຈົ້າວ່າຈັ່ງຊັ້ນ ວ່າ 5-6 ລ້ານກໍປະມານນີ້ລະ. ແມ່ນແລ້ວ ໂອນ່ອນ ແລ້ວກໍຈຶ່ງເອົາເລກໃຫ້ປະມານນີ້ແຫລະ. ເຫັນຂະເຈົ້າເຮັດເລກບັນຊີ ຂະເຈົ້າຈະເຮັດເລກບັນຊີ ກະເປົ໋າຫັ້ນນ່າ ອ່າ ເລກ 888 ຫັ້ນ ໂຕນັ້ນເຈົ້າໜ້າທີ່ທະນາຄານ ບໍ່ສາມາດກວດໄດ້ເລີຍ ເປັນແບບຜູ້ໃດສ້າງກະໄດ້ຄືກັນ.

ບັນຫາທີ່ວ່ານີ້ ໄດ້ເກີດຂຶ້ນມາແຕ່ດົນແລ້ວ ແລະມີທ່າວ່າຈະຂຍາຍຫລາຍຂຶ້ນ ນໍາເລື້ອຍໆ ຍ້ອນພວກຕົວະຕົ້ມເຮັດຜ່ານລະບົບ ອອນລາຍນ໌ ແລະມີການປັບວິທີການ ຕົວະໄປເລື້ອຍໆ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

ອັນເລກ 6 ໂຕທີ່ວ່າເພິ່ນຍັງບໍ່ມີແຈ້ງການ ໃຫ້ໄດ້ເທື່ອເດີ ເປັນເຟສປອມ ແມ່ນແຫລະ. ມັນຈະເປັນເຟສປອມ ທີ່ວ່າຂະເຈົ້າປອມ ເອົາບໍຣິສັດຂອງເຮົາ ເອົາໄປລົງເປັນ social ເນາະ ບາງຄົນກໍຈະມີຜູ້ທີ່ວ່າເຊື່ອເນາະ ກໍຈະໄດ້ເສັຽເງິນໃຫ້ຜູ້ທີ່ວ່າ ຂະເຈົ້າຈະມາຕົວະເນາະ.

ນັກສ່ຽງໂຊກ ການພະນັນຜູ້ນຶ່ງ ທີ່ເຄີຍຕົກເປັນເຫຍື່ອ ຂອງກຸ່ມຕົວະຕົ້ມນັ້ນ ກໍໄດ້ໂພສຂໍ້ຄວາມເຕືອນໝູ່ເພື່ອນ ແລະຄົນໃກ້ຊິດ ບໍ່ໃຫ້ຫລົງເຊື່ອ ການຊັກຊວນ ແລະບໍ່ໃຫ້ໂອນເງິນໃຫ້ ກຸ່ມດັ່ງກ່າວ ຍ້ອນວ່າມັນຈະບໍ່ໄດ້ທັງເລກລາງວັນ ແລະຈະເສັຍທັງເງິນໄປລ້າໆ ດັ່ງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ:

ອັນນັ້ນຂະເຈົ້າຕົວະກັນເດີ ຈະຕົວະໃຫ້ໂອນເງິນໃຫ້ກ່ອນຫັ້ນນ່າ ເຫັນແຕ່ຄົນຂະເຈົ້າ ເອົາມາລົງເຕືອນກັນໃຫ້ລະວັງ ເພາະວ່າຫລາຍຄົນ ເຂົາກະບໍ່ເຊື່ອວ່າ ຄັນໂອນເງິນກ່ອນເຂົາກໍບໍ່ເຊື່ອ ແລ້ວຫັ້ນນ່າ. ສ່ວນເຣື່ອງວ່າມີຄົນຫລົງເຊື່ອ ຫລາຍຫລີບໍ່ ບໍ່ຮູ້ຄືກັນ ບໍ່ເຄີຍຖືກຄືກັນ ເພາະວ່າບໍ່ເຊື່ອແຕ່ທໍາອິດ ຢູ່ແລ້ວ.

ເມື່ອກ່ອນນີ້ ບໍຣິສັດ ຣັຖວິສາຫະກິຈ ຫວຍພັທນາ ກະຊວງການເງິນ ໄດ້ອອກແຈ້ງການ ໃນມື້ວັນທີ 7 ຕຸລາ 2022 ທີ່ເວົ້າວ່າ ປັດຈຸບັນ ມີກຸ່ມຄົນບໍ່ດີຈໍານວນນຶ່ງ ແອບອ້າງເອົາຊື່, ເຄື່ອງໝາຍການຄ້າ ແລະຕຣາປະທັບ ຂອງບໍຣິສັດນີ້ ໄປໂຄສະນາຊວນເຊື່ອ ເພື່ອຂາຍຫວຍ ເຖື່ອນຜ່ານສື່ສັງຄົມ ອອນລາຍນ໌ ເປັນຕົ້ນໂຄສະນາ ໃຫ້ລາງວັນສູງກວ່າຂອງຣັຖ, ສາມາດຮູ້ຜົລອອກຫວຍ ເລກ 6 ໂຕ ລ່ວງໜ້າ ແລະຊັກຊວນໃຫ້ໂອນເງິນລົງທະບຽນ 400 ຫາ 800 ລ້ານກີບ ເພື່ອຈະຮູ້ຜົລ ການອອກລາງວັນ ນັ້ນກ່ອນ.

ທາງບໍຣິສັດນີ້ ບໍ່ອະນຸຍາດໃຫ້ມີການໂຄສະນາ ບໍຣິການຊື້້-ຂາຍຫວຍ ແບບບໍ່ຖືກຕ້ອງຕາມ ກົດໝາຍ ຜ່ານສື່ສັງຄົມອອນລາຍນ໌ ເປັນຕົ້ນ Facebook, WhatsApp, Line, TikTok. ຫາກຝ່າຝືນ ທັງຜູ້ຊື້ ແລະຜູ້ຂາຍ ຈະຖືກດໍາເນີນຄະດີ ຕາມກົດໝາຍ.

ອີງຕາມ ປະມວນກົດໝາຍອາຍາ, ມາດຕຣາ 233 ລະບຸວ່າ ບຸກຄົນໃດໃຊ້ເລ້ລ່ຽມ ຕົວະຍົວະ ຫລອກລວງດ້ວຍ ວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັພ ໃຫ້ຕົນ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນຫາ 3 ປີ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບຫາ 20 ລ້ານກີບ.

ໃນກໍຣະນີ ເອົາການສໍ້ໂກງ ຊັພເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລືໃນກໍຣະນີ ກໍ່ຄວາມເສັຍຫາຍ ຢ່າງຫລວງຫລາຍ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ປີຫາ 8 ປີ ແລະຈະຖືກປັບໃໝ ແຕ່ 10 ລ້ານກີບຫາ 50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.