ເຂົ້າສານ ໃນທ້ອງຕລາດ ຍັງມີລາຄາສູງຂຶ້ນ

ສິດນີ
2022.12.01
ເຂົ້າສານ ໃນທ້ອງຕລາດ ຍັງມີລາຄາສູງຂຶ້ນ ຮູບໂຕຢ່າງ: ເຂົ້າສານ ຫຼາກຫຼາຍ ປະເພດ ທີ່ຂາຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ, ເດືອນມິຖຸນາ ປີ 2022 ລາຄາເຂົ້າໜຽວ ຢູ່ທີ່ 130,000 ກີີບຕໍ່ນຶ່ງໝື່ນ, ແຕ່ປັດຈຸບັນ ລາຄາສູງເຖິງ 210,000 ແລ້ວ.
RFA

ໃນໄລຍະ ເດືອນຕຸລາ-ພຶສຈິກາຜ່ານມາ ຊາວນາລາວ ໃນຫລາຍເມືອງ ແລະຫລາຍແຂວງ ທົ່ວປະເທດ ສ່ວຍໃຫຍ່ສຳເຣັດ ໃນການເກັບກ່ຽວເຂົ້ານາປີ ຄາດວ່າຜລົຜລິດ ເຂົ້າສານ ກໍຈະພຽງພໍຕາມຄວາມຕ້ອງການ ຂອງປະຊາຊົນ ແຕ່ໃນສະພາບຄວາມຈິງແລ້ວ ລາຄາເຂົ້າສານ ຕາມທ້ອງຕລາດ ໃນປັດຈຸບັນຍັງສູງຢູ່ ຍ້ອນສະພາບເງິນເຟີ້ ແລະຕົ້ນທຶນ ໃນການຜລິດສູງ.

ດັ່ງຊາວນາ ຢູ່ເມືອງນານ ແຂວງຫລວງພຣະບາງ ຜູ້ນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ທັນວາ ປີ 2022 ນີ້ວ່າ:

ມັນມີຫລາຍປະເພດເຂົ້າ ມັນເກີດຈາກສິນຄ້າແພງເດ ເງິນອອ່ນຄ່າເກືອບທົບເຄິ່ງເລີຍ ດຽວນີ້ກໍລາຄາ ຕົກຢູ່ ປະມານກິໂລລະ 14-15 ພັນ ແມ່ນເຂົ້າສານໜຽວ ກ່ອນນີ້ກໍປະມານ 8-9 ພັນ. ກໍປຸ້ຍມັນເອົາມາຈາກພຸ້ນ ມັນລາຄາສູງ.

ການເຮັດນາ ແບບທັມມະຊາຕ ໃນຊາວນາລາວ ໄດ້ຜົລບໍ່ດີປານໃດ ດັ່ງນັ້ນພວກເຂົາເຈົ້າ ຈຶ່ງປ່ຽນມາໃຊ້ ປຸ໋ຍເຄມີ ເພື່ອໃຫ້ໄດ້ຜລົຜລິດດີ ແຕ່ໃນຂນະດຽວກັນ ກໍຕ້ອງໄດ້ແບກຫ້າມຕົ້ນທຶນ ໃນການຜລິດສູງ ນຳອີກ ຍ້ອນປຸ໋ຍເຄມີດັ່ງກ່າວ ນຳເຂົ້າມາຈາກຕ່າງປະເທດ ເປັນຕົ້ນປະເທດໄທຍ.

ດັ່ງຊາວນາ ຢູ່ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ:

ເຮັກຕາປາຍ ເຂົາໃຊ້ ມັນມີປຸ໋ຍເລັ່ງ ກັບປຸ໋ຍເຄັມ ກໍປະມານ 2 ເປົ໋າ ຖ້າໃສ່ຫລາຍ ໄດ້ເຂົ້າຫາລາຍ ຖ້າໃສ່ໜ້ອຍ ໄດ້ເຂົ້າໜ້ອຍ ຊີ້ນ່າ. ລ້ານນຶ່ງກໍມີຕະກີ້ຫັ້ນແທ້ ເປົ໋ານຶ່ງປຸ໋ຍ 180,000-200,000 ຊີ້ນ່າ ເງິນບາທມັນຂຶ້ນແນ່ເນາະ ແບບວ່າ ເງິນບາທແພງ ຂົນສົ່ງແພງອີກ ມາຮອດພີ້ມັນແພງຂຶ້ນນ່າ.

ເຈົ້າໜ້າທີ່ ຂແນງປູກຝັງ ຈາກແຂວງພາກເໜືອ ທ່ານນຶ່ງເວົ້າວ່າ ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າ ແລະພາກສ່ວນກ່ຽວຂ້ອງ ມີແຜນການຄວບຄຸມ ເຂົ້າສານ ໃນທ້ອງຕລາດ ບໍ່ໃຫ້ຂຶ້ນລາຄາ ແຕ່ບໍ່ສາມາດຄວບຄຸມໄດ້ ຈຶ່ງປ່ອຍໃຫ້ເປັນໄປ ຕາມກົລໄກຂອງຕລາດ.

ດັ່ງທ່ານເວົ້າວ່າ:

ປັດຈຸບັນຄືວ່າແຫລະ ເງິນເຟີ້ແມ່ນຫຍັງເນາະ ສິນຄ້າມັນບໍ່ຄົງທີ່ ນຳເຂົ້າລາຄາປຸ້ຍ ທຸກຢ່າງແມ່ນຂຶ້ນທົບເຄິ່ງເລີຍເນາະ ເພິ່ນກໍມີຄວບຄຸມ ມີມາຕການຄວບຄຸມຢູ່ເນາະ ແຕ່ວ່າ ກໍຄືວ່າຫັ້ນແຫລະ ເພິ່ນຄວບຄຸມລາຄາກໍຄືເກົ່າ ຫັ້ນແຫລະ ແມ່ນແຫລະຕາມກົລໄກ ຄືວ່າຫັ້ນແຫລະ.

ແມ່ຄ້າຄົນກາງ ຜູ້ທີ່ຮັບຊື້ເຂົ້າສານ ແລະເຂົ້າເປືອກກ່າວວ່າ ລາຄາເຂົ້າສານ ແລະເຂົ້າເປືອກ ມີການປ່ຽນແປງຕລອດເວລາ ຂຶ້ນກັບຄວາມຕ້ອງການ ປະຊາຊົນ ທີ່ນຳສິນຄ້າ ດັ່່ງກ່າວນີ້ເຂົ້າມາຂາຍ ແຕ່ຖ້າຫາກພໍ່ຄ້າແມ່ຄ້າ ຄົນກາງ ຊາວລາວບໍ່ຊື້ ພວກເຂົາເຈົ້າຈະນຳໄປຂາຍ ໃຫ້ພໍ່ຄ້າຄົນກາງ ຈາກຕ່າງປະເທດອີກຕໍ່ນຶ່ງ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດລາຄາເຂົ້າສານ ແລະເຂົ້າເປືອກ ແພງທົ່ວປະເທດ.

ດັ່ງຍານາງເວົ້າວ່າ:

ອັນນີ້ມັນບໍ່ປົກກະຕິ ລາຄາມັນບໍ່ຄືເກົ່າ ບັດນຶ່ງຂຶ້ນບັດນຶ່ງລົງ ຢູ່ປະຊາຊົນມາຂາຍໃຫ້ ແລ້ວແມ່ນລາຄານີ້ ລາຄານັ້ນອີ່ຫຍັງຫັ້ນນ່າ ເຮົາກໍໄດ້ຊື້ໄປຕາມປະຊາຊົນຂາຍໃຫ້ຫັ້ນແຫລະ ແລ້ວພວກເຮົາກໍໄປຊື້ນຳປະຊາຊົນຕາມບ້ານ ຕາມຊ່ອງບາງເທື່ອກໍເອົາຢູ່ໂຮງສີມາເລີຍຊີ່ນ່່າ ເພາະວ່າຂະເຈົ້າສົ່ງໃຫ້ແພງ ເຮົາກໍຕ້ອງໄດ້ຂາຍແພງຂຶ້ນຊີ່ນ່າ.

ເຈົ້າໜ້າທີ່ປູກຝັງ ຢູ່ແຂວງພາກເໜືອ ອີກນາງນຶ່ງເວົ້າວ່າ ທາງການລາວ ແລະພາກສ່ວນກ່ຽວຂ້ອງ ໄດ້ກຳນົດ ໂຄຕ້າ ໃຫ້ຊາວຕ່າຊາຕ ສາມາດເຂົ້າມາຊື້ເຂົ້າສານ ແລະເຂົ້າເປືອກ ຈາກຊາວນາລາວ ໂດຍຕຣົງໄດ້ ເຮັດໃຫ້ພໍ່ຄ້າ ແລະແມ່ຄ້າ ຈາກວຽດນາມ ແລະຈີນ ເຂົ້າມາຊື້ຫລາຍ ໂດຍໃຫ້ລາຄາ ດີກວ່າ.

ດັງນາງເວົ້າວ່າ:

ຊ່ວງນີ້ເຂົ້າຢູ່ລາວແພງ ຊື້ໄດ້ຢູ່ ແຕ່ມີໂຄຕ້າ ເປັນກິໂລຫວາ. ສູງສຸດນີ້ (ເຂົ້າສານ) ລາຄາ 17 ພັນກີບ, ເຂົ້າເປືອກ ໂລລະ 14-15 ພັນກີບ ຊື້ໄດ້ ແຕ່ກໍຕ້ອງໄດ້ໂຄຕ້າ ຈາກກະຊວງ ກະສິກັມ ກໍມາເອົາຢູ່ ສ່ວນຫລາຍ ຂະເຈົ້າເອົາອອກ ທາງດຽນບຽນຟູ ກໍເອົາຕາມຄວາມຕ້ອງການ ຂອງຂະເຈົ້າ ຂະເຈົ້າກໍມີປູກຝັງຫັ້ນແຫລະ ຢູ່ ກະຊວງ ກະສິກັມ ລາຄາຂຶ້ນແຮງ ເຂົ້າແພງ.

ກ່ອນໜ້ານີ້ ພແນກອຸດສາຫະກັມ ແລະການຄ້າແຂວງວຽງຈັນ ໄດ້ມອບໝາຍໃຫ້ ບໍຣິສັດຄຳແພງເພັດ  ແຈ້ງສວ່າງ ຂ້າອອກ-ຂາເຂົ້າ ຈຳກັດຜູ້ດຽວ ນຳເຂົ້າສານປະເພດ 2 ເຂົ້າມາຈຳໜ່າຍ ໃຫ້ແກ່ປະຊາຊົນລາວ ລະຫວ່າງວັນທີ 24 ຕຸລາ ຫາ ວັນທີ 24 ທັນວາ ປີ 2022 ໃນລາຄາບໍ່ເກີນ 9,700 ກິຕໍ່ກິໂລ ຊຶ່ງຕ່ຳກວ່າທ້ອງຕລາດ ແລະຈຳກັດ ໃຫ້ປະຊາຊົນຜູ້ນຶ່ງ ຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄັ້ງ ເພື່ອລຸດຜ່ອນ ຄ່າໃຊ້ຈ່າຍ ແລະຄ່າຄອງຊີພສູງຂຶ້ນ ຢ່າງຕໍ່ເນື່ອງ ຂະນະທີ່ແຂວງອື່ນໆ ຍັງບໍ່ມີແຜນການ ນີ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.