ເຂົ້າສານແພງຂຶ້ນ ຍ້ອນພໍ່ຄ້າຄົນກາງ ຊາວຕ່າງປະເທດ ຊື້ຕັດລາຄາ

ສິດນີ
2023.01.06
ເຂົ້າສານແພງຂຶ້ນ ຍ້ອນພໍ່ຄ້າຄົນກາງ ຊາວຕ່າງປະເທດ ຊື້ຕັດລາຄາ ແມ່ຄ້າ ນຳເຂົ້າສານ ຫຼາຍປະເພດມາຈຳໜ່າຍ, ນະຄອນຫຼວງວຽງຈັນ ວັນທີ 15 ເດືອນທັນວາ ປີ 2022.
RFA

ໃນໄລຍະ 2-3 ເດືອນຜ່ານມາ ມີພໍ່ຄ້າ-ແມ່ຄ້າຄົນກາງ ຈາກວຽດນາມ ແລະຈີນ ເຂົ້າມາຊື້ເຂົ້າສານ ຈາກຊາວນາລາວ ຕາມເມືອງ ແລະແຂວງຕ່າງໆໃນປະເທດ ດ້ວຍລາຄາແພງ ເຮັດໃຫ້ແມ່ຄ້າ-ພໍ່ຄ້າ ເຂົ້າສານຄົນລາວ ບໍ່ສາມາດຊື້ໄດ້. ເຂົ້າສານຂາດຕລາດ ສົ່ງຜົລະກະທົບ ຕໍ່ປະຊາຊົນ ຜູ້ທຸກຍາກ ໃນເຂດໂຕເມືອງ.

ດັ່ງເຈົ້າຂອງໂຮງສີເຂົ້າ ຢູ່ນະຄອນຫລວງວຽງຈັນ ຄົນນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ມົກຣາປີ 2023 ນີ້ວ່າ:

ກໍແມ່ນເຫັນວຽດນາມ ຊື້ຫລາຍຢູ່ໄດ໋, ຄົນວຽດນາມເຂົ້າມາຊື້ຢູ່ກັບທີ່ຫລາຍ ສ່ວນຫລາຍເຂົາໄປຊື້ຢູ່ໂຮງສີຫລາຍກວ່າ. ຂ້ອຍກໍເອົາມາຢູ່ໂຮງສີຂ້ອຍ ແລ້ວກໍສີມາຂາຍ ເຂົາຢາກໄດ້ຈຳນວນຫລາຍ ຂ້ອຍກໍສັ່ງໃຫ້.

ເນື່ອງຈາກ ການແຜ່ຣະບາດ ຂອງ ໂຄວິດ-19, ສພາບເງິນເຟີ້, ບັນຫາພັຍແຫ້ງແລ້ງ ລວມເຖິງປັດຈັຍອື່ນໆ ເມື່ອບໍ່ດົນມານີ້, ເຮັດໃຫ້ຜົລຜລິດ ທາງດ້ານກະສິກັມ ໃນລາວຫລຸດລົງ ໂດຍສະເພາະໃນເຂດພູດອຍ ສົ່ງຜົລໃຫ້ເຂົ້າສານ ໃນທ້ອງຕລາດບໍ່ພຽງພໍ ກັບຄວາມຕ້ອງການ ຂອງປະຊາຊົນ.

ດັ່ງເຈົ້າໜ້າທີ່ເຮັດວຽກ ການກະເສຕ ຈາກແຂວງພາກເໜືອ ຂອງລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:  

ຊິບໍ່ມີ ເຂົ້າຊິບໍ່ພໍກິນ ພື້ນທີ່ບໍ່ຫລາຍສ່ວນຫລາຍ ເປັນພື້ນທີ່ມັນມີບໍ່ຫລາຍ ຜົລຜລິດແທ້ສ່ວນຫລາຍປະຊາຊົນ ເຂົາປູກກິນເອງ ເປັນຂອງຄອບຄົວຫັ້ນນ່າ ສ່ວນເຂົາຈະປູກຂາຍ ບໍ່ມີຄົນສົ່ງເສີມນ່າ ມັນຊິມີບາງເຂດດອກ ບາງເຂດພໍບາງເຂດກໍບໍ່ພໍຫັ້ນນ່າ ແຕ່ວ່າມັນດຸ່ນກັນເອົາ.

ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຮັບຮູ້ກ່ວກັບບັນຫາດັ່ງກ່າວ ແຕ່ບໍ່ສາມາດແກ້ໄຂໄດ້ ມີແຕ່ອະທິບາຍວ່າ ຕາມປົກກະຕິແລ້ວ ຜແນກອຸດສາຫະກັມ ແລະ ການຄ້າຂອງແຕ່ລະແຂວງ ຈະບໍ່ອະນຸຍາດໃຫ້ ສົ່ງເຂົ້າສານໄປຂາຍ ຍັງຕ່າງປະເທດ ຖ້າຫາກບໍ່ສາມາດ ສນອງຄວາມຕ້ອງການ ຂອງຕລາດພາຍໃນໄດ້ ຢ່າງພຽງພໍ.

ດັ່ງເຈົ້າໜ້າທີ່ ເຮັດວຽກດ້ານການຄ້າ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງເວົ້າວ່າ:

ບໍ່ໄດ້ກຳນົດໂຄຕ້າໃຫ້ປີເນາະ ແຕ່ວ່າຄັນຊິສົ່ງອອກ ຕ້ອງໄດ້ຂໍອະນຸຍາດ ການດຸນດຽວເນາະ ຫມາຍຄວາມວ່າ ເຮົາຊິບໍ່ໃຫ້ໂຄຕ້າ ແຕ່ເຂົາຊິເບີ່ງວ່າ ໂຕຢ່າງວ່າເຂົ້ານະຄອນຫລວງວຽງຈັນ ຫລືວ່າ ແຂວງອື່ນໆ ແຕ່ລະແຂວງຫັ້ນນ່າ ດຽວນີ້ພໍກິນແລ້ວບໍ ຄ່ອຍຊິສົ່ງອອກ ຖ້າບໍ່ພໍເຂົາຈະບໍ່ອະນຸຍາດໃຫ້ປະມານນີ້ ແຂວງໃຜແຂວງມັນ.

ເຖິງແມ່ນວ່າ ກະຊວງກະສິກັມ ແລະ ການຄ້າ, ແລະພາກສ່ວນກ່ຽວຂ້ອງ ຈະມີມາຕາການຫ້າມສົ່ງເຂົ້າສານໜຽວ ໄປຕ່າງປະເທດກໍຕາມ ແຕ່ພາກປະຕິບັດໂຕຈິງ ຍັງບໍ່ສາມາດຄວບຄຸມໄດ້ ຈຶ່ງເຮັດໃຫ້ມີກຸ່ມຜູ້ສວຍໂອກາດ ຈຳນວນນຶ່ງ ພາກັນລັກເອົາເຂົ້າສານ ໄປຂາຍຕ່າງປະເທດ ເປັນຕົ້ນຈີນ ແລະ ວຽດນາມຍ້ອນໄດ້ລາຄາດີກວ່າ ຂາຍໃນລາວ.

ດັ່ງພໍ່ຄ້າຂາຍເຂົ້າສານຍ່ອຍ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

ສ່ວນຫລາຍກໍຢູ່ຊາຍແດນວຽດນາມ ຫັ້ນແຫລະ ເໝີດບໍ່ມີໂກຕ້າແລ້ວ ສ່ວນຫລາຍພວກເອົາລັກເອົາຂາຍພຸ້ນແຫລະ ສ່ວນຫລາຍຫັ້ນນ່າ ນຳຊາຍແດນີ້ໄປພຸ້ນແຫລະ ຣົຖ 10-20 ໂຕນ, 30 ໂຕນ ມັນຫລາຍຖ້ຽວ ພວກຍ່ອຍນີ້ແຫລະ ມີບັນຫາ ພວກຍ່ອຍພໍ່ຄ້າ ນຳຊາຍແດນແຫລະ.

ຜ່ານມາ, ລາຄາເຂົ້າສານໜຽວ ໃນລາວຈະຕົກເປັນປະມານ 7,500-9,500 ກີບຕໍ່ກິໂລ, ແຕ່ໃນໄລຍະທ້າຍປີ 2022, ເຂົ້າໜຽວໃນລາວ ລາຄາເພີ່ມຂຶ້ນເທົ່າໂຕ ເຮັດໃຫ້ ພໍ່-ແມ່ ປະຊາຊົນລາວ ຈຳນວນຫລາຍປະສົບກັບບັນຫາ ຄ່າຄອງຊີພສູງ ເຖິງແມ່ນວ່າເຂົ້າສານ ຈະມີລາຄາແພງ ແຕ່ພວກເຂົາເຈົ້າຕອ້ງໄດ້ຊື້ ເພາະເປັນສິນຄ້າ ທີ່ຈຳເປັນໃນຊີວີຕ ປະຈຳວັນ.

ດັ່ງຊາວນະຄອນຫລວງວຽງຈັນ ຄົນນຶ່ງເວົ້າວ່າ:

ຂຶ້ນມາຢູ່ປະມານ 15,000 16,000 ຕໍ່ກິໂລ ມັນກໍຕ້ອງໄດ້ຊື້ຄືເກົ່າ ຫັ້ນແຫລະ ເພາະມັນເປັນສິ່ງບໍຣິໂພກ ຜູ້ທີ່ວ່າບໍ່ໄດ້ເຮັດໄຮ່ ເຮັດນາ ມັນກໍຈຳເປັນຕ້ອງຊື້ ກະທົບເຣື່ອງຊີວີຕຄວາມເປັນຢູ່ ປະຊາຊົນຫລາຍຫັ້ນແຫລະເນາະ ຍົກໂຕຢ່າງວ່າ ເປັນພະນັກງານທົ່ວໄປ ເງິນເດືອນຕ່ຳ ເປັນກັມມະກອນ ໂຮງຈັກໂຮງງານ ລາຍໄດ້ຕ່ຳຊິນ່າ ມັນກະທົບກະເທືອນ ເຣື່ອງຊີວີຕຄວາມເປັນຢູ່.

ກ່ຽວກັບເຣື່ອງນີ້ ບັນດາຜູ້ປະກອບການ ຂາຍເຂົ້າສານຍ່ອຍ ຫລາຍຄົນໃນຫລາຍເມືອງ ແລະຫລາຍແຂວງທົ່ວປະເທດ ກໍຢາກໃຫ້ທາງການລາວ ແລະພາກສ່ວນກ່ຽວຂອ້ງ ດຳເນີນການກວດກາ ລາຄາເຂົ້າສານ ທີ່ຊາວນາຂາຍ ໃຫ້ໂຮງສີ ແລະລາຄາໂຮງສີ ຂາຍເຂົ້າສົ່ງອອກ ເພື່່ອໃຫ້ຜູ້ປະກອບການ ສາມາດຂາຍເຂົ້າສານໄດ້ ໃນລາຄາປົກກະຕິ ຍ້ອນເຂົ້າສານຍ່ອຍ ຂາຍຢູ່ທ້ອງຕລາດ ໃນປັດຈຸບັນແພງຫລາຍ.

ດັ່ງແມ່ຄ້າຂາຍເຂົ້າສານຍ່ອຍ ຢູ່ເມືອງວຽງຄຳ ແຂວງຫລວງພຣະບາງ ຄົນນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ທັນວາ ປີ 2022 ຜ່ານມາວ່າ:

ຜູ້ຊື້ກໍຈົ່ມ ແມ່ຄ້າໄປຊື້ເຂົ້ານຳປະຊາຊົນກໍຈົ່ມ ຖ້າວ່າເຮົາຂາຍແຕ່ບວກ ແຕ່ 5,000 ກີບ ມັນກໍແພງເຕີບແລ້ວ ຕອນນີ້ນ່າ ກໍຂາຍບໍ່ໄດ້ເລີຍ ບາງເທື່ອກໍແພງແລ້ວ ກໍສູ້ລາຄາບໍ່ໄດ້ ກໍເລີຍວ່າ ບໍ່ເອົາມາຂາຍ ກໍແບບຖາມລູກຄ້າກ່ອນວ່າ ລາຄານີ້ໄດ້ບໍ ລາຄາຊ່ຳນີ້ຂາຍໄດ້ບໍ ຖາມລູກຄ້າແລ້ວ ເຮົາຈຶ່ງເອົາມາຂາຍ.

ກ່ອນຫນ້ານີ້, ຜແນກອຸດສາຫະກັມ ແລະຫານຄ້າ ນະຄອນຫລວງວຽງຈັນ ໄດ້ມອບໝາຍໃຫ້ບໍຣິສັດຄຳແພງເພັດ ແຈ້ງສວ່າງ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ນຳເຂົ້າສານໜຽວ ປະເພດ 2 ອອກຈຳໜ່າຍໃຫ້ແກ່ປະຊາຊົນ ລະຫວ່າງວັນທີ 24 ຕຸລາ ຫາ ວັນທີ 24 ທັນວາ ປີ 2022 ໃນລາຄາບໍ່ເກິນ 9,700 ກີບຕໍ່ກິໂລ ຊຶ່ງຕ່ຳກວ່າລາຄາຈຳໜ່າຍ ໃນທ້ອງຕລາດ ແຕ່ກຳນົດໃຫ້ປະຊາຊົນ ຜູ້ນຶ່ງສາມາດຊື້ໄດ້ ບໍ່ເກີນ 50 ກິໂລຕໍ່ຄັ້ງ ເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ ພາຍໃນຄອບຄົວ ທີ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ຂະນະທີ່ແຂວງອື່ນໆ ຍັງບໍ່ມີມາຕການ ດັ່ງກ່າວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.