ປະຊາຊົນ ຮຽກຮ້ອງໃຫ້ແກ້ໄຂ ບັນຫາ ການເຮັດບັດປະຈຳໂຕ
2022.11.28

ຊາວລາວຫຼາຍຄົນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ການອອກບັດປະຈຳໂຕ ທີ່ຊັກຊ້າມາເປັນເວລາສ2-3 ເດືອນແລ້ວ. ລະບົບຊອບແວຣ໌ຖານຂໍ້ມູນແລະຣະບົບໄຟຟ້າສຳຮອງຂອງກົມຄຸ້ມຄອງສັມມະໂນຄົວໃນແຕ່ລະເມືອງ ແລະແຂວງຕ່າງໆ ໃນປະເທດລາວ ປະສົບບັນຫາຂັດຂ້ອງ ບໍ່ສາມາດພິມ ບັດປະຈຳໂຕແບບໃໝ່ໄດ້.
ຊາວລາວຄົນນຶ່ງ ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນວັນທີ່ 28 ພຶສຈິກາ 2022 ນີ້ວ່າ ທາງການ ຄວນແກ້ໄຂ ບັນຫາໃຫ້ໄວ ເພາະປະຊາຊົນ ຕ້ອງການບັດ ປະຈຳໂຕ ຫຼືບັດປະຊາຊົນ ເພື່ດຕິດຕໍ່ວຽກງານ.
“ສອງເດືອນ ສາມເດືອນແລ້ວ ບັດປະຈຳໂຕບໍ່, ບັດປະຈຳໂຕໝົດອາຍຸບໍ່. ຕໍ່ບໍ່ໄດ້ ໂອ້ ໂຕນີ້ຍັງບໍ່ຮູ້ມື້ເນາະ ເພາະວ່າ ທົ່ວປະເທດໃດ໋ ບໍ່ວ່າແຂວງໃດ ທົ່ວປະເທດ. ເອີ້! ຫຍຸ້ງຍາກຫຼາຍຢູ່ ເພາະວ່າເຄືອຂ່າຍ ມັນຫລົ້ມ ກໍເຮັດບໍ່ໄດ້ ບັດປະຈຳໂຕດຽວນີ້ ມັນເປັນບັດຂຽວເດ່ ເປັນລະບົບອີເລັກໂທຣນິກ ທັນສມັຍ.”
ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງ ກໍປະສົບກັບບັນຫາ ຫຍຸ້ງຍາກເຊັ່ນດຽວກັນ.
“ປັດຈຸບັນນີ້ ມັນຕໍ່ບໍ່ໄດ້ ຍ້ອນວ່າລະບົບມັນຫຼົ້ມ. ລະບົບທາງຕຳຣວດອິນເຕີຣ໌ເນັຕ ຂະເຈົ້າຫຼົ້ມຫັ້ນນ່າ. ສອງຫາສາມເດືອນແລ້ວເດ່ ຍັງບໍ່ແລ້ວ. ບາດນີ້ ຍັງບໍ່ໄດ້ແຈ້ງເລີຍ ມັນກໍຍຸ້ງຫັ້ນແຫຼະ ເພາະວ່າມັນກໍເຮັດຫຍັງບໍ່ໄດ້ເລີຍຫັ້ນແຫຼະ ຊິມາໃຊ້ກະຊ່ວງນີ້ ກໍໃຊ້ສັມມະໂນຄົວ ໃຊ້ບັດປະຈຳໂຕບໍ່ໄດ້. ຖ້າສົມມຸດວ່າ ໄປເຮັດປັສປໍເນາະ ມັນຕ້ອງໄດ້ຖືຂອງແທ້ໄປ ເພິ່ນບໍ່ໄດ້ໃຫ້ເອົາໂຕ copy ເດ່ ທຸກຄົນຕ້ອງຖືຂອງແທ້ໄປ.”
ຊາວນະຄອນຫຼວງວຽງຈັນ ນາງນີ້ ກ່າວຕື່ມວ່າ ເຖິງວ່າ ທາງ ປກສ ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ຈະອະນຸຍາດ ໃຫ້ໃຊ້ສັມມະໂນຄົວ ແທນບັດປະຈຳໂຕ ໄປກ່ອນກໍຕາມ ມັນກໍບໍ່ສະດວກ ສະບາຍເທົ່າກັບບັດປະຈຳໂຕ.
ເຖິງຢ່າງໃດກໍດີ ບໍຣິສັດທາງຣົຖໄຟ ລາວ-ຈີນ ກໍອະນຸຍາດໃຫ້ ປະຊາຊົນລາວ ໃຊ້ສັມມະໂນຄົວ ເພື່ອຊື້ປີ້ຣົດໄຟ ຫຼືເດີນທາງທາງຣົຖໄຟ ໄດ້ເຊັ່ນກັນ.
ດັ່ງພະນັກງານ ຂາຍປີ້ຣົຖໄຟ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວກັບ ວິທະຍຸ ເອເຊັຽ ເສຣີ ວ່າ:
“ໃຊ້ໄດ້ຄືກັນ ຈະໃຊ້ປັສປໍ ກໍໄດ້ ແມ່ນໆຄືໃຊ້ປັສປໍ ຢ່າງດຽວ ຄົນລາວກໍມີປັສປໍ ກໍໃຊ້ໄດ້, ບັດປະຊາຊົນກໍໃຊ້ໄດ້, ສັມເນົາທະບຽນບ້ານ ກໍໃຊ້ໄດ້, ໝົດອາຍຸກໍບໍ່ໄດ້ເດີ. ບັດປະຊາຊົນລາວ ຕ້ອງເອົາສຳເນົາ ທະບຽນບ້ານເດ່ ຖ້າໝົດອາຍຸ.”
ສ່ວນທາງດ້ານເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ສັມມະໂນຄົວ ແລະກໍ່ສ້າງຮາກຖານ ຊຶ່ງເປັນຫ້ອງການຮັບຜິດຊອບ ໃນການອອກບັດ ປະຈຳໂຕ ກ່າວວ່າ ທາງຫ້ອງການ ຍັງບໍ່ສາມາດ ບອກໄດ້ວ່າ ຈະແກ້ໄຂບັນຫາໄດ້ມື້ໃດ.
“ເພາະວ່າບັດປະຈຳໂຕດຽວນີ້ ລະບົບຂອງຊອບແວຣ໌ ມັນຍັງມີບັນຫາຫັ້ນນ່າ ອອກບັດແບບທັນສມັຍ ຍັງບໍ່ທັນໄດ້ຊິຫັ້ນນ່າ ຂຶ້ນກັບນະຄອນຫຼວງວຽງຈັນນີ້ ມັນຈະເປັນລະບົບຂອງທັນສມັຍ ເຮັດບໍ່ທັນໄດ້. ແມ່ນໆ ຍັງບໍ່ມີແຈ້ງຕອບວ່າ ເຮັດໄດ້ມື້ໃດ ເພາະວ່າເຂົາລົງແຈ້ງການວ່າ ໃຫ້ນຳໃຊ້ປຶ້ມສັມມະໂນຄົວ ໄປກ່ອນ.”
ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ມາຮອດປັດຈຸບັນ ປະຊາຊົນລາວ ຈະຖືບັດປະຈຳໂຕ ຫຼືບັດປະຊາຊົນ ສອງແບບ ຄື ແບບສີຂາວ ແລະແບບສີຂຽວ ສຳລັບແບບສີຂາວ ເປັນບັດປະຈຳໂຕ ແບບເກົ່າ. ຖ້າໝົດອາຍຸ, ກົມຄຸ້ມຄອງສັມມະໂນຄົວ ແລະກໍ່ສ້າງຮາກຖານ ກະຊວງປ້ອງກັນ ຄວາມສງົບ ກໍຈະປ່ຽນບັດ ດັ່ງກ່າວນີ້ໃຫ້ເປັນສີຂຽວ ຊຶ່ງທັນສມັຍກວ່າ ແລະບັນທຶກຂໍ້ມູນສ່ວນໂຕ ບຸກຄົນໄວ້ຢ່າງຈະແຈ້ງ ແລະຫຼາຍກວ່າບັດປະຈຳໂຕ ແບບເກົ່າ.
ກົມຄຸ້ມຄອງ ສັມມະໂນຄົວ ແລະກໍ່ສ້າງຮາກຖານ ກະຊວງປ້ອງກັນ ຄວາມສງົບ ອອກແຈ້ງການ ເມື່ອວັນທີ່ 13 ເດືອນກັນຍາ ປິ 2022 ນີ້ວ່າ ລະບົບຊອບແວຣ໌ ຖານຂໍ້ມູນ ແລະລະບົບໄຟຟ້າ ສຳຮອງຂອງກົມສັມມະໂນຄົວ ແລະກໍ່ສ້າງຮາກຖານ ມີບັນຫາ ປັດຈຸບັນ ກຳລັງປັບປຸງ ແລະສ້ອມແປງຢູ່. ສະນັ້ນ ທາງກົມ ຈຶ່ງຈຳເປັນຕ້ອງໂຈະ ການພິມບັດປະຊາຊົນໄວ້ກ່ອນ. ສຳລັບຜູ້ທີ່ບໍ່ມີບັດ ປະຈຳໂຕ ຫຼືບັດໝົດອາຍຸ ສາມາດໃຊ້ປຶ້ມ ສັມມະໂນຄົວ ແທນບັດປະຈຳໂຕໄດ້ ຈົນກວ່າຈະມີການແກ້ໄຂ.