ສປຊ ໃຫ້ເວລາ ສປປລາວ ຂ້າມຜ່ານ ການຫລຸດພົ້ນ ອອກຈາກປະເທດ ດ້ອຍພັທນາ
2022.11.26
ເມື່ອທ້າຍປີ 2021 ທີ່ຜ່ານມາ ສະຫະປະຊາຊາດ ຫລື ສປຊ ເຫັນດີ ໃຫ້ຂຍາຍເວລາ ຂ້າມຜ່ານ ຈາກການຫລຸດພົ້ນ ຄວາມທຸກຍາກ ຂອງປະເທດລາວ ຈົນເຖິງ ປີ 2026 ທ່າມກາງ ທີ່ປະເທດລາວ ພົບວິກິດ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ”, ສັປດານີ້ ມາພົບກັນ ກໍມາເວົ້າເຖິງເຣື່ອງ ອົງການສະຫະປະຊາຊາດ ຫລື ສປຊ ເຫັນດີ ຂຍາຍເວລາ ຂ້າມຜ່ານຈາກການຫລຸດພົ້ນຄວາມທຸກຍາກ ຂອງປະເທດລາວ ໄປຈົນເຖິງ ປີ 2026, ຊຶ່ງການປະກາດດັ່ງກ່າວ ແມ່ນປະກາດ ໃນທ້າຍປີ 2021 ທີ່ຜ່ານມາ ໃນຂະນະທີ່ ປະເທດລາວ ຍັງປະເຊີນກັບ ສິ່ງທ້າທາຍ ທັງການຣະບາດໂຄວິດ-19 ຜ່ານມາ, ຊຶ່ງເປັນໂຕທ່ວງດຶງ ໃຫ້ເສຖກິຈລາວ ທົດຖອຍ ຄືດັ່ງເງິນເຟີ້ເພີ່ມຂຶ້ນເລື້ອຍໆ ສົ່ງຜົລໃຫ້ ນ້ຳມັນແພງ ແລະ ເຄື່ອງອຸປໂພກ-ບໍຣິໂພກ ກໍແພງຂຶ້ນນັບມື້ ຊຶ່ງໄດ້ກະທົບຊີວິຕ ການເປັນຢູ່ ຂອງປະຊາຊົນ ໂດຍກົງ.
ຕໍ່ກັບບັນຫາດັ່ງກ່າວ ມື້ນີ້ ພວກເຮົາ ຈະໄດ້ມາລົມກັນ ແລກປ່ຽນກັນ ກ່ຽວກັບ ໄລຍະຂ້າມຜ່ານ ຂອງປະເທດລາວ ໃນຫົວຂໍ້ ສປຊ ໃຫ້ເວລາ ປະເທດລາວ ຂ້າມຜ່ານ 5 ປີ ການຫລຸດພົ້ນ ອອກຈາກປະເທດດ້ອຍພັທນາ. ດໍາເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ທ່ານຜູ້ຟັງ ມີຄວາມຄິດເຫັນແນວໃດ ຫລື ຕ້ອງການ ເຂົ້າຮ່ວມໃນຣາຍການ ດ້ວຍຮູບແບບ ສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ໃນອິນບອກ ເພສ RFA ທີ່ກຳລັງອອກຣາຍການຢູ່ ໃນຕອນນີ້ ແລ້ວພວກເຮົາ ຈະຕິດຕໍ່ ສັມພາດ ເພື່ອມາອອກຣາຍການ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ຂໍນຳທ່ານ ເຂົ້າສູ່ ຣາຍການ ທີ່ພວກເຮົາ ສາມາດແລກປ່ຽນຄຳຄິດຄຳເຫັນກັນ ໄດ້ຕໍ່ກັບ ບັນຫາທີ່ເກີດຂຶ້ນ ເພື່ອຊ່ອຍກັນ ຫາທາງອອກ ທີ່ດີ ຕໍ່ກັບເຫດການຕ່າງໆ. ກໍຄື ດັ່ງທີ່ພວກເຮົາ ຮັບຊາບກັນວ່າ ປະເທດລາວ ຍັງບໍ່ສາມາດ ທີ່ຈະປະກາດ ຫລຸດພົ້ນອອກຈາກ ປະເທດດ້ອຍພັທນາໄດ້ ເຖິງວ່າ ຜ່ານມາປະເທດລາວ ສາມາດຜ່ານ ເກນການປະເມີນ ເປັນຄັ້ງທີ 2, ຊຶ່ງຄັ້ງທີນຶ່ງແມ່ນໃນປີ 2018 ປະເທດລາວ ສາມາດຜ່ານ ມາຕຖານ ການປະເມີນ 2 ໃນ 3 ຂອງເງື່ອນໄຂຫລຸດພົ້ນອອກຈາກ LDC ໄດ້ເປັນເທື່ອທຳອິດ ຄື: ດັສນີລາຍໄດ້ ສະເລັ່ຽແຫ່ງຊາຕ ຫລື GNI ແລະ ດັສນີຊັພສີນມະນຸດ ຫລື HAI ສ່ວນດັສນີ ຄວາມບອບບາງ ທາງດ້ານເສຖກິຈ ຫລື EVI ແມ່ນຍັງບໍ່ຜ່ານ ແລະ ໃນການປະເມີນ ໃນປີ 2021 ປະເທດລາວ ສາມາດຜ່ານເກນ ການປະເມີນ ທັງໝົດ 3 ເງື່ອນໄຂ ຄື GNI WFH 2,265 ໂດລ້າຣ໌ ສະຫະຣັຖ, ມາຕຖານ ຂອງອົງການສະຫະປະຊາຊາຕ ຕັ້ງໄວ້ ແມ່ນ 1,210 ໂດລ້າຣ໌ ສະຫະຣັຖ ຫລື ສູງກ່ວາ. ສ່ວນ ດັສນີຊັພສິນມະນຸດ HAI ໄດ້ 72,2 ມາຕຖານ ອົງການ ສປຊ ຕັ້ງໄວ້ ແມ່ນ 66.0 ຫລື ສູງກວ່າ. ສ່ວນຄວາມບອບບາງ ທາງດ້ານເສຖກິຈ ຫລື EVI ໄດ້ 26.6 ມາຕຖານ ຂອງອົງການ ສປຊ ຕັ້ງໄວ້ ແມ່ນ 32.0 ຫລື ຕໍ່າກ່ວານັ້ນ, ຊຶ່ງສາເຫດ ທີີ່ປະເທດລາວສາມາດບັນລຸ ມາຕຖານ ຂອງ EVI ໄດ້ແມ່ນຍ້ອນ ອົງການ ສປຊ ໄດ້ມີການດັດແກ້ ການຄິດໄລ່ ໂຕຊີ້ບອກຂອງດັສນີ ດັ່ງກ່າວ ຈຶ່ງເຮັດໃຫ້ ຄ່າດັສນີ EVI ຂອງສປປ ລາວ ຫລຸດລົງຫລາຍ ຈາກ 33.7 ໃນການປະເມີນ ໃນປີ 2018 ມາເປັນ 26.6 ໃນການປະເມີນ ໃນປີ 2021. ສະນັ້ນ ຄະນະກັມມະການນະໂຍບາຍ ການພັທນາ ຫລື CDP ຈຶ່ງສເນີໃຫ້ ປະເທດລາວ ກ້າວເຂົ້າສູ່ ໄລຍະຂ້າມຜ່ານ ອອກຈາກ LDC.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)