ຊາວກະສິກອນ ຍັງປະເຊີນກັບ ຄວາມທຸກຍາກ

ຣົຖຂົນສົ່ງສິນຄ້າໄປຈີນ ຊຶ່ງສ່ວນຫຼາຍ ແມ່ນສິນຄ້າ ກະເສຕ, ເດືອນພຶສພາ ປີ 2022.
ຣົຖຂົນສົ່ງສິນຄ້າໄປຈີນ ຊຶ່ງສ່ວນຫຼາຍ ແມ່ນສິນຄ້າ ກະເສຕ, ເດືອນພຶສພາ ປີ 2022. (Photo: RFA)

0:00 / 0:00

ການສົ່ງສິນຄ້າໄປຈີນ ນັບມື້ນັບສູງຂຶ້ນ ໂດຍໃນໄລຍະ 9 ເດືອນຂອງຕົ້ນປີ 2020 ນີ້ມີມູນຄ່າປະມານ 1,644 ລ້ານໂດລ້າຣ໌ ໃນຂະນະທີ່ປີ 2021 ມູນຄ່າການສົ່ງອອກສູງເຖິງ 2,680 ລ້ານໂດລ້າຣ໌ ຊຶ່ງມູນຄ່າການສົ່ງອອກ ສິນຄ້າໄປຈີນ ເປັນອັນດັບ 1 ລອງລົງມາ ແມ່ນວຽດນາມ ແລະໄທຍ, ແຕ່ຊາວກະສິກອນລາວ ສ່ວນໃຫຍ່ ພັດເວົ້າວ່າ ການສົ່ງໄປຈີນ ແລະການລົງທຶນຈີນ ໃນລາວ ບໍ່ສ້າງຜົລປະໂຍດ ໃຫ້ແກ່ຊາວກະສິກອນລາວ ເທົ່າທີ່ຄວນ ໄດ້ພຽງແຕ່ໃຊ້ຈ່າຍລາຍວັນ ເທົ່ານັ້ນ ກໍຍັງບໍ່ກຸ້ມ. ຊາວກະສິກອນລາວ ຈະບໍ່ສາມາດລຸດພົ້ນ ຈາກຄວາມທຸກຍາກໄດ້ ຕາມທີ່ທາງການກຳນົດໄວ້.

ດັ່ງຊາວກະສິກອນ ປູກມັນຕົ້ນ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ພຶສຈິການີ້ວ່າ:

“ຍົກໂຕຢ່າງຄືຜົລປູກ ຂາຍມັນໂລນຶ່ງ ມີແຕ່ 800 ກີບ ມັນຊີ່ກຸ້ມຄ່າບໍ່ ຕາມແຮງງານຫັ້ນນ່າ ມີແຕ່ບີບເອົານຳປະຊາຊົນ ຄືວ່າຊີ່ອັບປໂຍດຫລາຍນ່າ ຊິມາຟື້ນຟູການເປັນຢູ່ ຂອງປະຊາຊົນພັທນາບ້ານເມືອງ ໃຫ້ຈະເຣີນ ຜົລສຸດທ້າຍແຮ່ງຍາກຈົນ.”

ຊາວກະສິກອນລາວ ທ່ານນີ້ກ່າວຕື່ມວ່າ ໂຄງການສົ່ງເສີມ ການລົງທຶນຂອງຈີນ ເກືອບທຸກໂຄງການ ຈະມີກຳນົດເງື່ອນໄຂວ່າ ຈະສົ່ງເສີມການເປັນຢູ່ ຂອງຊາວບ້ານໃຫ້ດີກວ່າເກົ່າ, ຈະສາມາດຫລຸດພົ້ນຈາກຄວາມທຸກຍາກ, ມີເງິນສົ່ງລູກໄປໂຮງຮຽນ ແລະຈະຊ່ອຍພັທນາໂຄງການ ພື້ນຖານ ໃນເຂດບ້ານດັ່ງກ່າວ ແຕ່ໃນສພາບໂຕຈິງ ບໍ່ເປັນໄປແບບນັ້ນ ຊາວກະສິກອນ ຍັງທຸກຍາກເໝືອນເດີມ.

ຊາວກະສິກອນ ປູກມັນຕົ້ນຢູ່ເມືອງແມດ ແຂວງວຽງຈັນ ກ່່າວວ່າ ໃນປີ 2018-2019 ມີບໍຣິສັດຈິີນ ເຂົ້າມາເປີດໂຮງງານ ເພື່ອສົ່ງເສີມຊາວບ້ານ ປູກມັນຕົ້ນ ແລະບໍຣິສັດ ຈະເປັນຜູ້ຊື້ ແຕ່ບໍ່ໄດ້ຮັບປະກັນ ລາຄາຢ່າງຈະແຈ້ງ ເຮັດໃຫ້ບໍຣິສັດ ກົດດັນລາຄາແບບບໍ່ເປັນທັມ ແລະຊາວບ້ານກໍບໍ່ມີອຳນາດ ໃນການຕໍ່ລອງ ທາງການກໍບໍ່ໄດ້ເຂົ້າມາຊ່ອຍເຫລືອ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນຕອນນຶ່ງວ່າ:

“ຂະເຈົ້າມາເຮັດໂຮງງານຢູ່ຫັ້ນໝົດ ມີແຕ່ປ່່າມັນຕົ້ນນີ້ແຫລະ ຢູ່ພີ້ມັນຂະເຈົ້າກົດລາຄາ ລາຄາມັນບໍ່ໄດ້ຫລາຍ ຖ້າທຽບກັບຄ່າແຮງງານແລ້ວມັນບໍ່ກຸ້ມ.”

ຊາວລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ການເຂົ້າມາລົງທຶນ ຂອງຈີນໃນລາວ ມີທັງເຮື່ອງດີ ແລະບໍ່ດີ ຂຶ້ນຢູ່ກັບນະໂຍບາຍ ແລະການຄຸ້ມຄອງ ຂອງຣັຖບານລາວ ໃນການເອົາໃຈໃສ່ ເປັນຕົ້ນຖ້າຫາກມີໂຄງການ 2+3, ຊາວກະສິກອນລາວ ຄວນໄດ້ຮັບການພັທນາ ທັກສະ ຫລື ສີມືແຮງງານ ຈາກໂຄງການ ຂອງຈີນ ເພື່ອໄປຕໍ່ຍອດ ທຸກຣະກິຈໃນອານາຄົຕ ແຕ່ປັດຈຸບັນ ບໍ່ເປັນແບບນັ້ນ.

ການລົງທຶນຂອງຈີນ ໃນປັດຈຸຸບັນ ຊາວກະສິກອນລາວ ເສັຽທີ່ີດິນການກະເສຕເປັນເວລາຫລາຍປີ ຕາມສັນຍາ ສັມປະທານ ແລະຍັງໄດ້ຮັບຄ່າຕອບແທນຕ່ຳ ເຮັດໃຫ້ພວກເຂົາເຈົ້າບໍ່ຫລຸດພົ້ນ ຈາກຄວາມທຸກຍາກໄດ້ ຕາມທີ່ທາງການກຳນົດໄວ້ ແລະຊາວກະສິກອນລາວ ກໍຈະເປັນກັມມະກອນ ຮັບຈ້າງຈີນໄປຕຣອດໃນລະບົບ 2+3.

ດັ່ງທ່ານເວົ້າວ່າ:

“ເບິ່ງໄປແນວນຶ່ງ ມັນກະດີແນວນຶ່ງ, ເບິ່ງໄປແນວນຶ່ງມັນກະບໍ່ດີ ຄວາມຕ້ອງການ ຂອງປະຊາຊົນເຮົານັ້ນມັນບໍ່ໄດ້ພໍເທົ່າໃດ ປະຊາຊົນ ກະຍັງທຸກຍາກຢູ່.”

ກ່ຽວກັບບັນຫາດັ່ງກ່າວ ນັກເສຖສາຕລາວ ທ່ານນຶ່ງເວົ້າວ່າ ການເຂົ້າມາລົງທຶນ ຂອງຈີນທັງເຮື່ອງການຂຸດຄົ້ນແຮ່ທາດ ປູກຕົ້ນໄມ້ເສຖກິຈ, ລ້ຽງສັດ ແລະອື່ນໆ ສ່ວນໃຫຍ່ແລ້ວ ຍັງບໍ່ເຫັນເປັນຮູບປະທັມເທື່ອ ວ່າ ເມື່ອຊາວກະສິກອນລາວ ເຂົ້າຮ່ວມໂຄງການແລ້ວ ຈະເຮັດໃຫ້ຊີວິຕ ການເປັນຢູ່ຂອງເຂົາເຈົ້າດີຂຶ້ນ ຫລືບ້ານເຫລົ່ານັ້ນ ຈະໄດ້ຮັບການພັທນາ ໃຫ້ມີຄວາມຈະເຣີນ ຮຸ່ງເຮືອງກວ່າເກົ່າ.

ທ່ານສັ່ງເກດວ່າ ສິນຄ້າສວ່ນໃຫຍ່ ທີ່ສົ່ງຈາກລາວໄປຈີນ ກໍແມ່ນສິນຄ້າຂອງ ບໍຣິສັດຈີນ ເຂົ້າມາສັມປະທານ ຜລິດໃນລາວ, ສະນັ້ນຜົລປໂຍດ ທີ່ຊາວກະສິກອນລາວ ຈະໄດ້ຮັບນັ້ນ ມີນ້ອຍ.

ດັ່ງທ່ານເວົ້າວ່າ:

“ມັນເປັນບັນຫາໃຫຍ່ຣະດັບຊາດແລ້ວນ່າ ຕ້ອງໄດ້ປະຕິຮູບຄືນໃໝ່ໝົດ ມັນຫລາຍຢ່າງບໍ່ໂປ່ງໄສວ່າຊັ່ນສ່າ ໂຕເລກການສົ່ງອອກນີ້ ມູນຄ່າຊີ່ສູງປານໃດກໍຕາມ ທັງຣັຖ ທັງປະຊາຊົນບໍ່ໄປຮອດ 10% ດອກ ແຕ່ວ່າປະເທດຊາດບ້ານເມືອງ ບໍ່ໄດ້ໂຕເລກອັນນັ້ນເພາະວ່າ ມັນເປັນການລົງທຶນ ສູນກີບ ຂອງນັກລົງທຶນຈີນ.”

ທ່ານກ່າວຕື່ມວ່າ ຣັຖບານລາວຄວນເອົາໃຈໃສ່ ຕໍ່ການກຳນົດນະໂຍບາຍ ແລະເງື່ອນໄຂຕ່າງໆ ເພື່ອເຮັດໃຫ້ຊາວກະສິກອນລາວ ສາມາດຜລິດສິນຄ້າ ທີ່ໄດ້ມາຕຖານ ດ້ວຍໂຕເອງ ເພື່ອກາສົ່ງອອກ ແທນທີ່ຈະອາສັຍ ນັກລົງທຶນຕ່າງຊາຕ ເປັນຕົ້ນ ຄົນຈີນ. ທາງການລາວ ຄວນເອົາໃຈໃສ່ ໃນການຝຶກອົບຮົມ ກວດກາ ມາຕການ ແລະການສົ່ງອອກ.

ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າລາວ ພັດເວົ້າວ່າ ທຸກໂຄງການ ທີ່ນັກລົງທຶນຕ່າງຊາຕ ເຂົ້າມາລົງທຶນໃນລາວ ແມ່ນໄດ້ຜ່ານການພິຈາຣະນາ ຈາກຣັຖບານລາວແລ້ວວ່າ ຈະສ້າງຜົລປໂຍດໃຫ້ກັບປະເທດຊາຕ ໄດ້ເປັນຢ່າງດີ. ຊາວກະສິກອນລາວ ຈະມີວຽກເຮັດ ງານທຳ ມີລາຍໄດ້ໃຫ້ແກ່ຄອບຄົວ ແລະຣັຖບານລາວ ກໍມີອຳນາດ ໃນການຕໍ່ລອງ ທັງໃນເຮື່ອງນະໂຍບາຍ ແລະລາຄາສິນຄ້າ.

ດັ່ງທ່ານເວົ້າວ່າ:

“ມາເບິ່ງລາຍຮັບ ຂອງຂະເຈົ້າຫັນ ກະບໍ່ໄດ້ເສັຽປຽບໄດ໋. ໄທເຮົາມັນກະໄດ້ເອີ້ນວ່າ ຜົລກຳໄລ ການຂາຍອອກຫັ້ນ ສອງມາລະເວົ້າເຮື່ອງເຂົາລະມີເງີນອຸດໜູນ ໃຫ້ຫັ້ນນ່າ ເຮົາລະມີແຕ່ແຮງງານ ກັບດິນຫັ້ນແຫລະ ເຮັດຮ່ວມກັບ ຂະເຈົ້າຖືວ່າ ເຮົາຍັງໄດ້ປຽບຢູ່.”

ປັດຈຸບັນ ປະເທດລາວ ມີການສົ່ງສິນຄ້າ ອອກໄປຕ່າງປະເທດ ຫລາຍທີ່ສຸດ ແມ່ນຈີນ ຮອງລົງມາແມ່ນວຽດນາມ ແລະໄທ. ສິນຄ້າທີ່ສົ່ງອອກ ສ່ວນໃຫຍ່ແມ່ນ ທອງແດງ, ຢາງພາຣາ, ກ້ວຍ, ມັນຕົ້ນ ແລະສິນຄ້າ ກະເສຕຕ່າງໆ. ຣັຖບານລາວເຊື່ອໝັ້ນວ່າ ເສັ້ນທາງຣົຖໄຟລາວ-ຈີນ ເປັນສ່ວນສຳຄັນ ໃນໂຄງການ “ນຶ່ງແຖບ ນຶ່ງເສັ້ນທາງ” ຫຼື (Belt and Road Initiative) ຈະຊ່ອຍສົ່ງເສີມ ເສຖກິຈ ແລະການຄ້າ ລະຫວ່າງ 2 ປະເທດໃນອະນາຄົຕ

ຈີນເຂົ້າມາລົງທຶນໃນລາວ ປັນອັນດັບນຶ່ງ ໃນໂຄງການລົງທຶນ ທັງໝົດ 933 ໂຄງການ ໃນມູນຄ່າ ການລົງທຶນ ສະສົມປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ ນັບແຕ່ປີ 1989 ມາຮອດປີ 2022, ອີງຕາມການລາຍງານ ຂອງ ກະຊວງແຜນການ ແລະການລົງທຶນ ແລະໂຄງການ ທີ່ມີມູນຄ່າສູງ ໃນການລົງທຶນ ກໍແມ່ນໂຄງການ ຣົຖໄຟ ລາວ-ຈີນ, ໂຄງການສ້າງເຂື່ອນໄຟຟ້າ, ໂຄງການພັທນາ ເຂດເສຖກິຈພິເສດ ແລະການຂຸດຄົ້ນແຮ່ທາດ, ໂຮງຈັກ, ໂຮງານ ຕ່າງໆໃນລາວ.