ການລັກຊັບ ຍັງເປັນບັນຫາໃຫຍ່ ໃນນະຄອນຫຼວງວຽງຈັນ
2022.11.30
ປັດຈຸບັນ ການລັກຊັບ-ງັດແງະ ແລະຊີງຊັບ-ປຸ້ນຊັບ ຍັງເປັນບັນຫາເດັ່ນ ແລະເກີດຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍກວ່າໝູ່ ແມ່ນເຫດການລັກຍານພະຫະນະ ປະເພດຣົຖຈັກ ທີ່ມັກເກີດຂຶ້ນແບບຣາຍມື້ ແລະມີທ່າທີ່ທີ່ຈະເພີ່ມຂຶ້ນ ຍ້ອນກຸ່ມຄົນບໍ່ດີຈໍານວນນຶ່ງ ຍັງຄົນເຄື່ອນໄຫວກໍ່ເຫດຮ້າຍໃນຫຼາຍຮູບແບບ ແລະຫຼາຍວິທີການ ທັງໃນລັກສະນະ ເຮັດເປັນຂະບວນການ ແລະ ຣາຍບຸກຄົນ, ໂດຍເປົ້າໝາຍຫຼັກຂອງກຸ່ມດັ່ງກ່າວ ແມ່ນຊາວບ້ານທົ່າວໄປ ແລະ ຊາວຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ຮວມທັງເຮືອນຂອງປະຊາຊົນ, ບໍຣິສັດ, ສໍານັກງານອົງການ ແລະ ທຸຣະກິຈຕ່າງໆ, ອີງຕາມການຣາຍງານ ຂອງທ່ານ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 23 ພຶສຈິກາ ປີ 2022.
ກ່ຽວກັບເຫດການດັ່ງກ່າວນີ້ ກໍໄດ້ເຮັດໃຫ້ຊາວລາວ ພາກັນຢ້ານ ວ່າຈະຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີດັ່ງກ່າວ ໂດຍສະເພາະ ບັນດາຜູ້ປະກອບການທຸຣະກິຈຕ່າງໆ ທີ່ຖືວ່າຕົກເປັນເປົ້າໝາຍຂອງກຸ່ມດັ່ງກ່າວ ຫຼາຍກວ່າຊາວບ້ານທົ່ວໄປ ເນື່ອງຈາກມີຊັບສິນມີຄ່າຫຼາຍຢ່າງ ເຮັດໃຫ້ຜູ້ປະກອບການທຸຣະກິຈຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ ຕ້ອງໄດ້ເພີ່ມຄວາມລະມັດລະວັງຫຼາຍຂຶ້ນ ເພື່ອບໍ່ໃຫ້ເກີດເຫດການທີ່ບໍ່ດີ ແລະສ້າງຄວາມເສັຍຫາຍຕໍ່ພວກເຂົາເຈົ້າ, ດັ່ງຜູ້ປະກອບການເຮືອນພັກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 30 ພຶສຈິກາ ນີ້ວ່າ:
“ດົນໆມີເທື່ອນຶ່ງ ທີ່ວ່່າ ເຮົາເຫັນປະມານນີ້ ຂອງເຮົານີ້ ເຄີຍເຈິະ ແມ່ນປະມານປີກ່ອນເນາະ ກະປ້ອງກັນຢູ່ເຈົ້າ ເພາະວ່າເຮົາກະມີ ຄົນຍາມຕລອດນ່າ ເຮົາໃຫ້ເຂົາຢູ່ ປະມານກະກາງຄືນໄປຈັ່ງຊີ້ນ່າ.”
ໃນຂະນະທີ່ ຜູ້ປະກອບການໂຮງແຮມອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ພາຍກຫຼັງເກີດເຫດການ ກຸ່ມຄົນບໍ່ດີ ກໍເຫດລັກຣົຖຈັກຂອງຊາວບ້ານໃນຫຼາຍພື້ນທີ່ ເຮັດໃຫ້ໂຮງແຮມຂອງທ່ານເອງ ຕ້ອງໄດ້ເພີ່ມມາຕການຮັກສາຄວາມປອດພັຍຫຼາຍຂຶ້ນ ໂດຍສະເພາະ ການປ້ອງກັນຣົຖຈັກ ຫຼືຊັບສິນຕ່າງໆຂອງບັນດາແຂກ ທີ່ມາໃຊ້ບໍຣິການເຊົ່າຫ້ອງພັກ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ຈອດຢູ່ໃນໝົດ ຈອດຢູ່ໃນແລ້ວໃຫ້ປີ້ຣົຖ ບໍ່ມີປີ້ຣົຖ ເຮົາກະບໍ່ໃຫ້ອອກ ປ້ອງກັນຢ້ານຣົຖເຂົາເຈົ້າເສັຍເດ້ ຢ້ານແຫຼະອັນນັ້ນ ບໍ່ໃຫ້ມີຈັກເທື່ອແຫຼະ ຕີ 1 ແລ້ວ ເຮົາປິດຕູ້ເດ້ ມີຄົນຍາມ 2 ຄົນ.”
ນອກຈາກຢູ່ນະຄອນຫຼວງວຽງຈັນແລ້ວ ຢູ່ຕາມເມືອງ ແລະ ແຂວງອື່ນໆ ກໍມັກເກີດເຫດການລັກຊັບ-ງັດແງະ ເກີດຂຶ້ນຢູ່ເລື້ອຍໆເຊັ່ນດຽວກັນ ເປັນຕົ້ນ ຢູ່ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກໍມີເຫດການດັ່ງກ່າວ ເກີດຂຶ້ນຢູ່ເຮືອນຊາວບ້ານຈໍານວນນຶ່ງ ແຕ່ຊາວບ້ານຜູ້ເສັຍຫາຍ ກໍບໍ່ໄດ້ແຈ້ງຄວາມແກ່ເຈົ້າໜ້າທີ່ຕໍາຣວດແຕ່ຢ່າງໃດ ເນື່ອງຈາກຊັບສິນທີ່ຖືກລັກໄປນັ້ນ ບໍ່ມີມູນຄ່າຫຼາຍປານໃດ ແລະກໍເຊື່ອວ່າ ເຈົ້າໜ້າທີ່ຕໍາຣວດ ໜ້າຈະບໍ່ເລັ່ງຕິດຕາມຈັບໂຕຄົນຮ້າຍສໍາລັບກໍຣະນີເລັກນ້ອຍ, ດັ່ງຊາວບ້ານ ຢູ່ນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວວ່າ:
“ມື້ວານນີ້ ເຮົາເອົາແກັສໄປ ກະຈົ່ມຢູ່ດຽວນີ້ຫັ້ນ ເລັກໆນ້ອຍໆ ເຮົາກະບໍ່ໄດ້ແຈ້ງ ຄວາມໝາຍຍ້ອນເລັກໆນ້ອຍໆ ກະດາຍ ມັນກະເຮັດຫຍັງບໍ່ໄດ້ວ່າຊັ້ນສາ ມັນບໍ່ໄດ້ຄືນມາຫັ້ນນ່າ ມັນບໍ່ເຄັ່ງຄືຄົນໄທຍແດ່ ຄົນໄທຍມັນນໍາໃຫ້ໄດ້ອີ່ຫລີ.”
ສ່ວນຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກໍເປັນນຶ່ງນະຄອນ ທີ່ເກີດເຫດການ ລັກຊັບພົລເມືອງເລື້ອຍໆ ເຖິງແມ່ນວ່າ ຈະບໍ່ເກີດຂຶ້ນຈໍານວນຫຼາຍ ຄືຢູ່ນະຄອນຫຼວງວຽງຈັນກໍຕາມ ແຕ່ກໍເຮັດໃຫ້ຊາວບ້ານ ຮວມທັງຜູ້ປະກອບການທຸຣະກິຈຕ່າງໆ ພາກັນຕື່ນໂຕ ແລະ ມີສະຕິ ໃນການລະມັດລະວັງຊັບສິນຢູ່ຕລອດ, ດັ່ງຜູ້ປະກອບການທຸຣະກິຈແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ກ່າວວ່າ:
“ກະຫາກມີຢູ່ ມີກ້ອງວົງຈອນປິດ ແມ່ນຫຍັງທຸກຢ່າງ ເຮົາກະເຝົ້າ 24 ຊົ່ວໂມງ ອັນນີ້ເຮົາກະມີຜູ້ຈັດການເຝົ້າໃຫ້ ແລ້ວກະຢູ່ຕໍ່ໜ້າ ພວກເຮົາຕໍາຣວດແມ່ນຫຍັງຫັ້ນເດ້ ຄັນມີກະຊິໄດ້ດັງກັນຢູ່ແຫຼະ ຫຼວງພຣະບາງເປັນເມືອງນ້ອຍ.”
ໃນຂະນະດຽວກັນ ຜູ້ປະກອບການທຸຣະກິຈຫຼາຍແຫ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກໍມີການຕື່ນໂຕ ແລະ ເຝົ້າລະວັງ ເຫດການຄົນບໍ່ດີລັກຊັບສິນ ເຖິງແມ່ນວ່າ ຢູ່ນະຄອນປາກເຊ ຈະບໍ່ຄ່ອຍເກີດເຫດການແນວດັ່ງກ່າວນີ້ ມາເປັນເວລາດົນແລ້ວກໍຕາມ ແຕ່ຫຼາຍຄົນກໍບໍ່ຖືເບົາ ແລະມີສະຕິຢູ່ຕລອດ, ດັ່ງຜູ້ປະກອບການໂຮງແຮມແຫ່ງນຶ່ງ ຢູ່ນະຄອນປາກເຊ ກ່າວວ່າ:
“ບໍ່ໆ ບໍ່ຄ່ອຍມີຢູ່ນີ້ ໂຮງແຮມເຮົາບໍ່ຄ່ອຍມີ ໂອ ເຮົາກະມີແບບເປັນຍາມ ເປັນກ້ອງວົງຈອນຈັ່ງຊີ້ ເຮົາມີຍາມຢູ່ 2 ຄົນ ກ້ອງວົງຈອນ ເຮົາກະມີ.”
ທາງດ້ານເຈົ້າໜ້າທີ່ຕໍາຣວດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບເຣື່ອງດັ່ງກ່າວ ນີ້ວ່າ:
“ທ່ານເອງກະບໍ່ສາມາດລະບຸໄດ້ຢ່າງຄັກແນ່ ວ່າ ກຸ່ມຄົນບໍ່ດີ ທີ່ມັກກໍເຫດລັກຊັບ-ງັດແງະ ຫຼືຊີງຊັບ-ປຸ້ນຈີ້ນັ້ນ ແມ່ນຄົນກຸ່ມໃດ ແລະມີເປົ້າໝາຍເພື່ອຫາເງິນ ໄປເຮັດຫຍັງແທ້ ແຕ່ທ່ານ ກໍຢາກແນະນໍາໃຫ້ຊາວບ້ານ ທີ່ຕົກເປັນເຫຍື່ອຂອງກຸ່ມດັ່ງກ່າວ ໃຫ້ຟ້າວແຈ້ງຕໍາຣວດບ້ານ ຫຼືຫ້ອງການ ປກສ ໃກ້ບ້ານ ແລະຫາກເປັນນັກທ່ອງທ່ຽວຕ່າງປະເທດ ທີ່ຕົກເປັນຜູ້ເສັຍຫາຍໃນລາວ ກໍສາມາດແຈ້ງໄປຍັງ ຜແນກຄຸ້ມຄອງຄົນຕ່າງປະເທດ ທີ່ຂຶ້ນກັບກະຊວງປ້ອງກັນຄວາມສງົບ ເພື່ອຈະໄດ້ໃຫ້ຂໍ້ມູນໃນການຕິດຕາມຊອກຫາຜູ້ກໍ່ເຫດ.”
ຢ່າງໃດກໍຕາມ ສໍາລັບເຫດການລັກຊັບຢູ່ລາວ ທີ່ເຈົ້າໜ້າທີ່ຕໍາຣວດ ສາມາດຈັບໂຕຜູ້ກໍເຫດໄດ້ ກໍມີເປັນບາງສ່ວນ ເປັນຕົ້ນ ເມື່ອວັນທີ 25 ພຶສຈິກາ ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງທ່່າພະບາດ ແຂວງບໍຣິຄໍາໄຊ ໄດ້ຈັບຜູ້ຖືກກ່າວຫາ ຈໍານວນ 3 ຄົນ ທີ່ກໍເຫດລັກເຫຼັກ ແລະອຸປະກອບເສົາໄຟຟ້າ ເຊິ່ງກໍເຫດຕາມແລວສາຍໄຟຟ້າ ເຂດທ່າບົກ-ປາກຊັນ ໃນແຂວງບໍຣິຄໍາໄຊ.
ບໍ່ພຽງແຕ່ເທົ່ານີ້ ກ່ອນໜ້ານີ້ ກໍເຄີຍມີເຫດການປຸ້ນຊັບພົລເມືອງ ເກີດຂຶ້ນເລື້ອຍໆ ເປັນຕົ້ນ ເມື່ອວັນທີ 19 ກັນຍາ ທີ່ຜ່ານມາ ເກີດເຫດຄົນຮ້າຍ ປຸ້ນຈີ້ເອົາຣົຖຈັກຂອງຊາວບ້ານຄົນນຶ່ງ ຢູ່ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຖິງແມ່ນວ່າ ຜູ້ເສັຍຫາຍພຍາຍາມຕໍ່ສູ້ ແລະຂໍຄວາມຊ່ອຍເຫຼືອ ຈາກຊາວບ້ານໃກ້ຄຽງກໍຕາມ ແຕ່ຄົນຮ້າຍກໍສາມາດປຸ້ນເອົາຣົຖຈັກ ຫຼົບໜີໄປໄດ້.