ການສໍ້ຣາສຂອງເຈົ້າໜ້າທີ່ ປກສ ໃນປີ 2017

ສຸພັດຕາ
2018.12.14
F-corruption ກົມກວດກາພາຍໃນ ເພື່ອ "ສະກັດກັ້ນ" ແລະ "ຕ້ານ" ການສໍ້ຣາສບັງຫລວງ
RFA/LX

ໃນປີ 2017 ຜ່ານມາຄນະກວດກາກະຊວງປ້ອງກັນຄວາມສະຫງົບ ສປປລາວ ໄດ້ກວດເຫັນການສໍ້ຣາດບັງຫຼວງ ແລະການຣະເມີດຣະບຽບ ກົດໝາຍ ຂອງເຈົ້າໜ້າທີ່ທັງໝົດ 64 ກໍຣະນີ ເຊິ່ງເຮັດໃຫ້ເສັຍງົບປະມານເຂົ້າຣັຖ 3 ຕື້ປາຍກີບ, ດັ່ງ ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ທ່ານນຶ່ງກ່າວວ່າ:

“ເລື່ອງການຍັກຍອກເງິນຂອງຣັດ ມັນເປັນເລື່ອງຂອງບຸກຄົນເປັນຜູ້ກະທຳເນາະ ອັນນີ້ມັນເປັນການທີ່ວ່າ ຍັກຍອກເງິນຂອງຣັດແບບ ພະລະການ ເປັນຜູ້ຮັກສາເງິນ ແລະເຈົ້າເອົາເງິນ ໂດຍບໍ່ບອກໃຜ ຖືວ່າສວຍໃຊ້ໜ້າທີ່ຕຳແໜ່ງ ຜູ້ເກັບຮັກສາເອົາແລ້ວ ເອົາໄປໃຊ້ຈ່າຍ ອື່ນໆໜ່າ ເລື່ອງກົດໝາຍ ມັນເຄັ່ງຂັດເຂັ້ມງວດຢູ່ແລ້ວ ມັນຂຶ້ນກັບຜູ້ປະຕິບັດເທົ່ານັ້ນ.”

ທ່ານກ່າວຕື່ມວ່າ ສາເຫດທີ່ເກີດການສໍ້ຣາດບັງຫຼວງ ໃນກົມປ້ອງກັນຄວາມສະຫງົບນັ້ນແມ່ນ ເປັນຍ້ອນການເຄື່ອນໄຫວ ວຽກງານກວດກາ ແລະຕ້ານການສໍ້ຣາດບັງຫຼວງ ຂອງກະຊວງປ້ອງກັນຄວາມສະຫງົບ ບໍ່ເດັດຂາດ, ບໍ່ຈິງຈັງ ແລະບໍ່ທັນເຂັ້ມແຂງ ເທົ່າທີ່ຄວນ ເຮັດໃຫ້ ພະນັກງານຈຳນວນນຶ່ງ ປະພຶດຜິດຣະບຽບ ແລະການກວດສອບ ກໍພົບຂໍ້ຫຍຸ້ງຍາກພໍສົມຄວນ, ດັ່ງທ່ານກ່າວວ່າ:

“ເລື່ອງຂໍ້ຫຍຸ້ງຍາກນິ້ວ່າມັນຂາດ ແຕ່ວ່າ ເລື້ອງຂໍ້ມູນຫລັກຖານນັ້ນແຫຼະ ເລື່ອງຫາງສຽງເຮົາມີ ແຕ່ວ່າຊິໃຫ້ເອົາໄປດຳເນີນ ຫຼືວ່າໄປແກ້ໄຂ ມັນຕ້ອງມີຂໍ້ມູນຫຼັກຖານຄັກແນ່ ເພິ່ນກຳລັງກວດສອບ ເຮົາຕ້ອງໄດ້ເກັບກຳຂໍ້ມູນຣາຍລະອຽດ ວ່າຜູ້ນັ້ນຜິດແທ້ ເຂົາຟ້ອງມາແນວນີ້ ເຂົາຮຽກຮ້ອງມາແນວນີ້ ມັນຖືກບໍ່ເຂົາເອົາແທ້ ບໍ່ເຂົາບໍ່ເຮັດແທ້ບໍ່ ມັນຕ້ອງໄດ້ກວດກາລະອຽດ.”

ຕາມຂໍ້ມູນ ຂອງກົມກວດກາ ກະຊວງປ້ອງກັນຄວາມສະຫງົບ. ໃນປີ 2017 ໄດ້ກວດພົບເຫັນເຈົ້າໜ້າທີ່ ປກສ ສໍ້ຣາດບັງຫຼວງ ທັງໝົດ 64 ກໍຣະນີ, ສາມາດແກ້ໄຂສຳເຣັດ 22 ກໍຣະນີ ໃນນັ້ນ ໄດ້ລົງໂທດເຈົ້າໜ້າທີ່ ຈຳນວນ 12 ຄົນ, ສຶກສາອົບຮົມ 6 ຄົນ, ປົດຂັ້ນຕຳແໜ່ງ ແລະໂຍກຍ້າຍໜ້າທີ່ ຈຳນວນ 6 ຄົນ ເວົ້າສະເພາະ ປກສ ແຂວງສວັນນະເຂດ ໃນສົກປີ 2016-2017 ກໍພົບການເກັບເງິນຄ່າທຳນຽມ ອອກບັດອະນຸຍາດ ພັກເຊົາໃຫ້ຄົນຕ່າງປະເທດ 2 ຕີ້ືປາຍກີບ ທີ່ບໍ່ມອບເຂົ້າງົບປະມານຂອງຣັຖ ແລະຄ່າ VISA ອີກ 1 ຕື້ປາຍກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.