ດ່ານສາກົລ ລາວ-ໄທຍ ເກັບເງິນຄ່າຈໍ້າກາ ພາສປອດ ເຂົ້າ-ອອກ ບໍ່ຄືກັນ

ສຸພັດຕາ
2023.07.28
ດ່ານສາກົລ ລາວ-ໄທຍ ເກັບເງິນຄ່າຈໍ້າກາ ພາສປອດ ເຂົ້າ-ອອກ ບໍ່ຄືກັນ ການເດີນທາງເຂົ້າ-ອອກ ຢູ່ດ່ານສາກົລ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ນຶ່ງ, ແຂວງໜອງຄາຍ ປະເທດໄທຍ, ວັນທີ 2 ກໍຣະກະດາ 2022.
RFA

ໃນປະເທດລາວ ມີດ່ານສາກົລ ລາວ-ໄທຍ ຫຼາຍແຫ່ງ ແຕ່ວ່າ ແຕ່ລະແຫ່ງ ເຈົ້າໜ້າທີ່ດ່ານເກັບເງິນ ຈໍ້າກາພາສປອດ ເຂົ້າ-ອອກ ບໍ່ຄືກັນ ເຊິ່ງບາງດ່ານສາກົລ ເກັບ ແລະບາງດ່ານສາກົລ ກໍບໍ່ເກັບ.

ໂຕຢ່າງ ດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ 2 ສວັນນະເຂດ-ມຸກດາຫານ ຍັງມີຊາວລາວຫຼາຍຄົນ ທີ່ເດີນທາງເຂົ້າ-ອອກໄທຍ ຜ່ານດ່ານສາກົລແຫ່ງດັ່ງກ່າວນີ້ ກໍຖືກເຈົ້າໜ້າທ່າດ່ານສາກົລດັ່ງກ່າວ ເກັບເງິນຄ່າຈໍ້າກາພາສປອດ ເຂົ້າ-ອອກ ເຊິ່ງການເກັບເງິນລາຄາແຕ່ລະເທື່ອ ບໍ່ຕໍ່າກວ່າ 100 ບາທ ແລະເຈົ້າໜ້າທີ່ດ່ານສາກົລດັ່ງກ່າວ ຍັງບໍ່ມີໃບບິນໃຫ້ຊາວລາວ ວ່າເກັບເປັນຄ່າຫຍັງ ເຊິ່ງເຈົ້າໜ້າທີ່ດ່ານດັ່ງກ່າວ ເຮັດແນວນີ້ມາດົນແລ້ວ ແຕ່ຊາວລາວກໍບໍ່ກ້າເວົ້າຫຍັງ.

ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ໃນວັນທີ 21 ກໍຣະກະດານີ້:

“ຄືທີ່ຜ່ານມາ ຫວ່າງເດືອນກ່ອນນີ້ ກໍຂຶ້ນໄປ ເຂົ້າເມືອໄທຍນີ້ ຖ້າບັດລາວ ພາສປອດລາວນີ້ ຂາກັບເຂົ້າມານີ້ ກະເສັຍຢູ່ 100  ພາສປອດ ຈໍ້າລາວ 100 ຈໍ້າໄທຍ 200 ເຂົາຈະຈໍ້າບັດ ຕຣົງທີ່ເຮົາຍ່າງຂ້າມເລີຍ ແຕ່ໃດມາ ເສັຍຈັ່ງຊີ້ຫັ້ນ.”

ຂະນະທີ່ ຊາວລາວທ່ານນຶ່ງ ກໍກ່າວວ່າ ບໍ່ແມ່ນແຕ່ຢູ່ດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ 2 ແຂວງສວັນນະເຂດ-ມຸກດາຫານເທົ່ານັ້ນ ທີ່ເຈົ້າໜ້າທີ່ດ່ານສາກົລ ເກັບເງິນຄ່າຈໍ້າກາພາສປອດ ເຂົ້າ-ອອກ ເຊິ່ງຢູ່ດ່ານພາສີວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກ ກໍເຊັ່ນກັນ ເຈົ້າໜ້າທີ່ດ່ານແຫ່ງນີ້ ກໍຍັງມີການເກັບຄ່າບໍຣິການຈໍ້າກາພາສປອດ ເຂົ້າ-ອອກເຊັ່ນກັນ ໂດຍຈໍ້າອອກຈາກຝັ່ງລາວ 200 ບາທ ແລະຈໍ້າເຂົ້າມາລາວ 300 ບາທ.

“ເອີ່ ເຮົາຈໍ້າຂ້າມຝັ່ງໄທຍ ດ່ານວັງເຕົ່າ ດ່ານເກັບເງິນນີ້ ຈໍ້າຝັ່ງລາວ 200 ຝັ່ງ ໄທຍ 300 ແມ່ນ ເກັບມາດົນແລ້ວ.”

ຂະນະດຽວກັນ ຊາວລາວທ່ານນຶ່ງ ກໍຢືນຢັນວ່າ ການເດີນທາງເຂົ້າ-ອອກລາວ ແລະໄທຍ ຢູ່ດ່ານພາສີວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກນີ້ ກໍເສັຍເງິນຄ່າຈໍ້າກາພາສປອດ ເຂົ້າ-ອອກ ບໍ່ຕໍ່າກວ່າ 100 ບາທ ເຊິ່ງເຈົ້າໜ້າທີ່ ຮັບທັງເງິນບາທ ແລະເງິນກີບ ຢູ່ທີ່ຄວາມສະດວກຂອງຊາວລາວ.

“ຈໍ້າພາສປອດເຂົ້າລາວ ກະເສັຍ ຢູ່ປະມານນັ້ນ ເພາະວ່າມັນມີແຕ່ຈໍ້າໃສ່ປຶ້ມເລີຍເດ້ ກະເປັນເງິນບາທ ເປັນເງິນກີບກໍໄດ້.”

ໂຊກດີແດ່ ຂອງຊາວລາວ ໃນນະຄອນຫຼວງວຽງຈັນ ທີ່ບໍ່ມີຫາງສຽງວ່າ ມີການເກັບເງິນໃນຮູບແບບດັ່ງກ່າວ ຢູ່ດ່ານສາກົລຂົວມິຕລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ເຊິ່ງເຈົ້າໜ້າທີ່ປະຈໍາດ່ານສາກົລແຫ່ງນີ້ ບໍ່ໄດ້ມີການເກັບຄ່າບໍຣິການຈໍ້າກາ ພາສປອດ ເຂົ້າ-ອອກ ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ພາສປອດຫວາ ບໍ່ໄດ້ເກັບ ບໍ່ໄດ້ເສັຍນ່າ ທັມມະດາເພິ່ນບໍ່ໄດ້ເກັບນ່າ ທົ່ວປະເທດ ກໍຈະເປັນເອກກະພາບກັນ ໝົດຕິບໍ.”

ທ່ານກ່າວຕື່ມວ່າ ສ່ວນກໍຣະນີ ສັປດາທີ່ຜ່ານມາ ທີ່ມີຊາວລາວທ່ານນຶ່ງ ເຮັດວຽກຢູ່ຝັ່ງໄທຍ ແລ້ວພາສປອດໝົດອາຍຸ ແລ້ວເດີນທາງເຂົ້າມາປະເທດລາວ ຜ່ານດ່ານຂົວມິຕພາບລາວ-ໄທຍ ແຫ່ງທີ 2 ສວັນນະເຂດ-ມຸກດາຫານ ເພື່ອຕ້ອງການຈໍ້າກາ ພາສປອດເຂົ້າ-ອອກ ແຕ່ຖືກເຈົ້າໜ້າທີ່ດ່ານ ເກັບເງິນຄ່າຈໍ້າກາພາສປອດ ເຂົ້າ-ອອກ ທັງໝົດ 400 ບາທ ໂດຍບໍ່ມີໃບບິນໃຫ້ນັ້ນ ແລ້ວຊາວລາວທ່ານນັ້ນ ຮູ້ສຶກຂ້ອງໃຈ ວ່າເປັນຫຍັງເຈົ້າໜ້າທີ່ດ່ານສາກົລດັ່ງກ່າວ ຈຶ່ງເກັບເງິນຄ່າຈໍ້າກາພາສປອດ ເຂົ້າ-ອອກ ຊາວລາວ ທັງທີ່ດ່ານສາກົລແຫ່ງອື່ນ ເຈົ້າໜ້າທີ່ບໍ່ເກັບຄ່າຈໍ້າກາພາສປອດ ເຂົ້າ-ອອກ ເຣື່ອງນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ກໍມີຂ່າວແຈ້ງອອກໄປແລ້ວວ່າ ຈະບໍ່ມີການເກັບເງິນຄ່າຈໍ້າກາ ພາສປອດເຂົ້າ-ອອກ ແລະຈະກວດກາເຣື່ອງດັ່ງກ່າວອີກເທື່ອ.

ໂດຍອີງຕາມການຣາຍງານ ຂອງທ່ານ ພັນໂທ ແພງພະໄທ ທໍາມະສິດ ຮອງຄະນະຄຸ້ມຄອງດ່ານ ຫົວໜ້າ ຕ.ມ ດ່ານສາກົລຂົວມິຕພາບແຫ່ງທີ 2 ສວັນນະເຂດ-ມຸກດາຫານ ກ່າວຕໍ່ສໍານັກຂ່າວທ້ອງຖິ່ນໃນລາວ ໃນວັນທີ 20 ກໍຣະກະດາ 2023 ທີ່ຜ່ານມາ ວ່າ ດ່ານສາກົລຂົວມິຕພາບແຫ່ງທີ 2 ສວັນນະເຂດ-ມຸກດາຫານ ຈະບໍຣິການຈໍ້າກາ ເຂົ້າ-ອອກ ພາສປອດ ໃຫ້ປະຊາຊົນຟຣີ ເຊິ່ງຈະບໍ່ເສັຍຄ່າໃຊ້ຈ່າຍ.

ຖ້າພົບເຫັນເຈົ້າໜ້າທີ່ດ່ານທ່ານໃດ ຫຼືບຸກຄົນໃດ ແອບອ້າງເປັນເຈົ້າໜ້າທີ່ເກັບເງິນຄ່າຈໍ້າກາ ພາສປອດ ສາມາດຖ່າຍຄລິບ ຫຼື ເອກກະສານຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງການຮຽກເກັບເງິນຂອງບຸກຄົນດັ່ງກ່າວ ສົ່ງໃຫ້ຄະນະຄຸ້ມຄອງດ່ານ ເພື່ອກວດກາດໍາເນີນການຕາມກົດໝາຍ ແລະລະບຽບການ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ດ່ານຂົວມິຕພາບລາວ-ໄທຍ ແຫ່ງທີ 2 ສວັນນະເຂດ-ມຸກດາຫານ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ການເກັບເງິນຄ່າບໍຣິການຈໍ້າກາ ພາສປອດ ເຂົ້າ-ອອກ ໃນແຕ່ລະດ່ານ ຕາມຫຼັກການແລ້ວ ກໍບໍ່ຄວນໃຫ້ເກັບເງິນຄ່າຈໍ້າກາ ພາສປອດເຂົ້າ-ອອກ ແຕ່ວ່າ ໃນແຕ່ລະແຫ່ງ ທີ່ຍັງມີການເກັບຢູ່ ກໍຍ້ອນວ່າ ຢູ່ທີ່ທິດຊີ້ນໍາຂອງຂັ້ນເທິງ ແລະຂອດການຈັດຕັ້ງປະຕິບັດ ຂອງດ່ານນັ້ນ ເຊິ່ງຢູ່ຂົວມິຕພາບລາວ-ໄທຍ ແຫ່ງທີ 2 ສວັນນະເຂດ-ມຸກດາຫານນີ້ ກໍຍັງມີການເກັບຄ່າບໍຣິການຈໍ້າກາເຂົ້າ-ອອກຢູ່ ຄັ້ງລະ 10,000 ກີບ ເຊິ່ງເກັບຕາມກົມໃຫຍ່ພາລາທິການ ກະຊວງປ້ອງກັນຄວາມສງົບ ເປັນຜູ້ພິມບິນ ມາໃຫ້ເຈົ້າໜ້າທີ່ເພື່ອອອກໃບບິນ.

“ໃນດ່ານສວັນນະເຂດ ໄລຍະຜ່ານມານີ້ ທາງດ່ານພວກເຮົາ ໄດ້ເກັບ 10,000 ເນາະ ພາສປອດນີ້ນ່າ ເປັນບິນ ຂອງທາງການກົມພາລາ ທີ່ກະຊວງປ້ອງກັນຄວາມສງົບ ເພິ່ນພິມໃຫ້ເນາະ ຄັນເວົ້າແລ້ວເນາະ ໃນຫຼັກການລວມ ບໍ່ສາມາດໃຫ້ເກັບພາສປອດ ທີ່ຈໍ້າຜ່ານດ່ານ ມີຫຼາຍດ່ານເພິ່ນກໍບໍ່ໄດ້ເກັບ ບາງດ່ານນີ້ ມັນກໍບໍ່ໄດ້ປະຕິບັດຕາມ ບາງດ່ານກໍບໍ່ປະຕິບັດຕາມ.”

ສ່ວນກໍຣະນີ ທີ່ເກີດຂຶ້ນໃນສັປດາທີ່ຜ່ານມາ ທີ່ມີເຈົ້າໜ້າທີ່ດ່ານສາກົລ ເກັບເງິນຊາວລາວ ທີ່ເຂົ້າມາຈໍ້າກາພາສປອດ ເຂົ້າ-ອອກ ລວມເງິນທັງໝົດ 400 ບາທນັ້ນ ເຈົ້າໜ້າທີ່ກໍຢູ່ລະຫວ່າງການກວດກາ ຖ້າຜິດ ກໍຈະລົງວິນັຍເຈົ້າໜ້າທີ່ຕາມກົດລະບຽບ.

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໂພນທອງ ແຂວງຈໍາປາສັກ ທ່ານນຶ່ງ ກໍໄດ້ກ່າວວ່າ ກ່ຽວກັບເຈົ້າໜ້າທີ່ດ່ານພາສີວັງເຕົ່າ-ຊ່ອງເມັກ ຢູ່ເມືອງໂພນທອງ ແຂວງຈໍາປາສັກ ເກັບເງິນຄ່າຈໍ້າກາ ພາສປອດເຂົ້າ-ອອກ ຊາວລາວນັ້ນ ເຈົ້າໜ້າທີ່ດ່ານເຂົາເຈົ້າເກັບມາດົນແລ້ວ ເປັນຄ່າທໍານຽມປະເພນີໃນການບໍຣິການ ໃນການຂ້າມໄປເຮັດວຽກຝັ່ງໄທຍ ເພາະຫຼາຍຄົນທີ່ເຂົ້າມາຈໍ້າກາ ສ່ວນໃຫຍ່ເຮັດພາສປອດທ່ອງທ່ຽວ ແລ້ວເຂົ້າໄປເຮັດວຽກ ເຊິ່ງຄວາມເປັນຈິງ ມັນບໍ່ສາມາດເຂົ້າໄປເຮັດວຽກໃນໄທຍໄດ້ ກໍຕ້ອງເປັນຄ່າທໍານຽມກັນໄປ ແລະທີ່ເກັບເປັນເງິນບາທ ກໍຄາດວ່າ ຍັງບໍ່ທັນໄດ້ແລກປ່ຽນເປັນເງິນກີບ.

ບັນຫາດັ່ງກ່າວນີ້ ສະທ້ອນໃຫ້ເຫັນວ່າ ການເກັບເງິນຄ່າຈໍ້າກາພາສປອດ ຂອງເຈົ້າໜ້າທີ່ ດ່ານສາກົລດັ່ງກ່າວ ບໍ່ມີຄວາມໂປ່ງໃສ ເພາະບໍ່ມີໃບບິນ ຫຼືໃບເສັດ ໃຫ້ກັບຊາວລາວແຕ່ຢ່າງໃດ ວ່າເກັບຄ່າຫຍັງ ເຊິ່ງໃນຄວາມເປັນຈິງ ຊາວລາວຫຼາຍຄົນ ກໍບໍ່ຢາກໃຫ້ເຈົ້າໜ້າທີ່ເກັບຄ່າຈໍ້າກາພາສປອດ ເຂົ້າ-ອອກ ຄືກັບດ່ານອື່ນ.

ແຕ່ຖ້າເຈົ້າໜ້າທີ່ດ່ານ ຈະເກັບຄ່າຈໍ້າກາພາສປອດເຂົ້າ-ອອກ ຣັຖບານລາວ ກໍຄວນແຈ້ງການໃຫ້ເປັນເອກະພາບ ໃນລາຄາທີ່ເປັນມາຕຖານທຸກດ່ານ ແລະເຮັດໃຫ້ເປັນລະບົບ ມີບິນ ຫຼື ໃບບິນ ທີ່ໜ້າເຊື່ອຖືໄດ້ ບໍ່ໃຫ້ເກີດເປັນຄໍາຖາມຈາກສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.