ຂັນຕອນ ການດຳເນີນທຸຣະກິຈ ໃນ ສປປ ລາວ ເປັນອຸປະສັກ ຕໍ່ພັທນາ

ການປັບປຸງຂັ້ນຕອນ ການອອກໃບອະນຸຍາດ ດຳເນີນທຸຣະກິຈ ເພື່ອປັບປຸງວຽກງານ ການບໍຣິການອອກໃບອະນຸຍາດ ລົງທຶນ ແລະ ການອອກໃບອະນຸຍາດ ດຳເນີນທຸຣະກິຈ ໃຫ້ມີຄວາມສະດວກ, ຫຼຸດຂັ້ນຕອນ ສຳລັບການກໍ່ຕັ້ງ ທຸຣະກິດຢູ່ລາວ ຈະຊ່ວຍດຶງດູດນັກລົງທຶນເພີ່ມຂຶ້ນ.
ພອນ ພູມມີພອນ
2023.06.06
ຂັນຕອນ ການດຳເນີນທຸຣະກິຈ ໃນ ສປປ ລາວ ເປັນອຸປະສັກ ຕໍ່ພັທນາ ການຕິດຕໍ່ວຽກງານ ທີ່ຫ້ອງການ ຂອງກະຊວງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 23 ພຶສພາ 2023 ທີ່ຜ່ານມາ, ກົມທະບຽນ ແລະ ຄຸ້ມຄອງ ວິສາຫະກິຈ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫາລື ປັບປຸງຂັ້ນຕອນການອອກໃບອະນຸຍາດ ດຳເນີນທຸຣະກິຈ ຮ່ວມກັບ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອປັບປຸງ ວຽກງານການບໍຣິການ ການອອກໃບອະນຸຍາດ ລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸຣະກິຈ ໃຫ້ມີຄວາມສະດວກ, ຫຼຸດຂັ້ນຕອນ ແລະ ຂອດທີ່ບໍ່ຈຳເປັນ ໃນການຂໍອະນຸຍາດ ດຳເນີນທຸຣະກິຈຢູ່ລາວ. ສຳລັບການສ້າງຕັ້ງ ທຸຣະກິດຢູ່ລາວ ຈະຕ້ອງມີເອກະສານ ເບື້ອງຕົ້ນ ປະກອບມີ ໃບທະບຽນ ວິສາຫະກິຈ ຫຼື ໃບປະຕັງ ຊຶ່ງອອກໂດຍ ກະຊວງອຸດສາຫະກັມ ແລະ ການຄ້າ, ໃບອະນຸຍາດນຳໃຊ້ ກາປະທັບ ຫຼື ໃບກາຈ້ຳອອກ ຊຶ່ງໂດຍກະຊວງປ້ອງກັນຄວາມສງົບ, ໃບອະນຸຍາດດຳເນີນທຸຣະກິຈ ຊຶ່ງອອກໂດຍ ພາກສ່ວນທີ່ກ່ຽວຂ້ອງ ກັບທຸຣະກິຈນັ້ນໆ ແລະ ໃບຢັ້ງຢືນການມອບ ພັນທະອາກອນ ຊຶ່ງຈະອອກໂດຍ ກະຊວງການເງິນ. ຂັ້ນຕອນເຫຼົ່ານີ້ ມີຄວາມຫຍຸ້ງຍາກ ຍ້ອນຈະຕ້ອງຕິດຕໍ່ ພົວພັນ ນຳຫຼາຍພາກສ່ວນ ແລະ ໃຊ້ເວລາດົນ. ຕໍ່ກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ທີ່ປຶກສາດ້ານທຸຣະກິຈ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ໃນປັດຈຸບັນ ການຂໍອອກເອກະສານ ການດຳເນີນທຸຣະກິຈ ຢູ່ລາວ ສຳລັບເຈົ້າຂອງຄົນລາວ ຍັງມີຄວາມຫຍຸ້ງຍາກຢູ່ ແຕ່ວ່າ ກໍຫຼຸດລົງກວ່າເກົ່າໜ້ອຍນຶ່ງ, ໃນຂະນະທີ່ ການຂໍເອກະສານ ສຳລັບເຈົ້າຂອງທຸຣະກິຈ ທີ່ເປັນຄົນຕ່າງປະເທດ ແມ່ນຍັງຫຍຸ້ງຍາກຫຼາຍ ແລະ ມີຄ່າໃຊ້ຈ່າຍຫຼາຍກວ່າ ເຮັດໃຫ້ທຸຣະກິຈ ຈາກຕ່າງປະເທດ ທີ່ບໍ່ໄດ້ມີເງິນທຶນຫຼາຍ ຈຳເປັນຕ້ອງໄດ້ໃຊ້ຄົນລາວ ເປັນໂຕແທນ ໃນການດຳເນີນທຸຣະກິຈ.

ດັ່ງທີ່ຍານາງກ່າວ ໃນວັນທີ 31 ພຶສພາ 2023 ວ່າ:

ຖ້າແມ່ນຕ່າງປະເທດ 100% ຫັ້ນ, ທຶນຈົດທະບຽນແມ່ນຊາວຕື້ກີບເຈົ້າ, ແລ້ວເຮົາກໍ່ມີໃບອະນຸຍາດຈາກກົມການຄ້າພາຍໃນ ແລ້ວເຮົາຈະໄດ້ແຈ້ງ Statement ກ່ຽວກັບເງິນເຂົ້າ ຫຼືວ່າ ໂອນທຶນເຂົ້າມາເນາະ, ຄຶດຢູ່ 20% ຂອງທຶນຈົດທະບຽນ, ຖ້າວ່າເຮັດໃນກໍຣະນີທີ່ວ່າ ເປັນຄົນລາວ 100% ເນາະ, ບໍ່ຕ້ອງມີເອກະສານ ຈາກບໍຣິສັດແມ່ມາຢັ້ງຢືນນໍ, ເພິ່ນສະກິດໃສ່ດ້ານຫຼັງຂອງໃບທະບຽນ ໃຫ້ເລີຍ ໂດຍທີ່ບໍ່ຕ້ອງຂໍໃບອະນຸຍາດ (ດຳເນີນທຸຣະກິຈ), ເອົາແຕ່ໃບທະບຽນ (ວິສາຫະກິຈ) ແລະ ກະກາຈ້ຳ ໂຕເລຂເຂົ້າລະບົບອາກອນກໍໄດ້ເຈົ້າ."
ຍານາງກ່າວຕື່ມວ່າ ໄລຍະເວລາ ໃນການຂໍອອກເອກະສານ ການດຳເນີນທຸຣະກິຈ ຜ່ານນາຍໜ້າແລ່ນເອກະສານ ສຳລັບຄົນລາວແມ່ນ 3 ສັປດາ, ສ່ວນຄົນຕ່າງປະເທດ ແມ່ນ 2 ເດືອນ ເພາະຕ້ອງໄດ້ອອກເອກະສານຫຼາຍກວ່າຄົນລາວ.

ສຳລັບແມ່ນຄົນລາວ 100% ຫັ້ນແມ່ນສາມອາທິດເຈົ້າ, ມີໃບທະບຽນ (ວິສາຫະກິຈ), ແລະ ກະຈະມີໃບກາຈ້ຳ, ແລະກະຈະມີອັນນ່າ ໂຕເລຂເຂົ້າລະບົບອາກອນ ແລະ ກະຕິດຕັ້ງລະບົບ Program ອິຫຍັງຕ່າງໆ ທີ່ເພິ່ນອອກໃໝ່ນ່າເຈົ້າ, ຖ້າແມ່ນຕ່າງປະເທດກະຊິວ່າຢູ່ສອງເດືອນ ເພາະວ່າມັນຈະຊ້ານຳວ່າ ຕ້ອງເອົາໃບອະນຸຍາດ ດຳເນີນທຸຣະກິຈ ແລະກະຈະມີແລ່ນທຶນເຂົ້າແນ່.”

ທາງດ້ານ ເຈົ້າໜ້າທີ່ແລ່ນເອກະສານ ນາງນຶ່ງ ກ່າວວ່່າ ຖ້າຢາກໄດ້ເອກະສານເພື່ອດຳເນີນທຸຣະກິຈ ໄວຂຶ້ນ ຈຳເປັນຕ້ອງໄດ້ຕິດຕໍ່ ນຳຜູ້ໃຫ້ບໍຣິການແລ່ນເອກະສານ ເຊິ່ງກະຕ້ອງມີຄ່າໃຊ້ຈ່າຍ ສຳລັບຜູ້ໃຫ້ບໍຣິການ ແລະເຈົ້າໜ້າທີ່ຕື່ມ, ຖ້າບໍ່ດັ່ງນັ້ນ ອາດຈະເກີດບັນຫາເອກະສານເສັຽຫາຍ ຈົນຕ້ອງໄດ້ປະກອບເອກະສານຄືນໃໝ່.

ຖ້າເຮັດເອງກະ, ຖ້າແມ່ນຮູ້ຈັກຄົນຢູ່ຫັ້ນກໍຈະໄວໜ້ອຍນຶ່ງ ຫັ້ນນ່າ, ພະນັກງານຣັຖຢູ່ທຸກມື້ນີ້ມັນກະຄືກັນຫັ້ນແຫຼະ, ກະເຣື່ອງຕິດຕາມເອກະສານ ດຽວນີ້ຫັ້ນ ມັນກະປ່ຽນແປງໄປຫຼາຍຫັ້ນນ່າເຈົ້າ, ພາກຣັຖເປັນຄົນເອກະສານໝົດຫັ້ນນ່າ ເຮົາເປັນຜູ້ຕິດຕາມຫັ້ນນ່າ, ເຮົາບໍ່ມິດອິຫຍັງຫັ້ນນ່າ ຄັນເອກະສານເຮົາກໍຈະເສັຽ  ແລ້ວມັນກໍ່ຈະຄ້າງຕົກເຮັ່ຍໄປເລີຍ ເຮົາຕ້ອງໄດ້ເຮັດໃໝ່ ມັນຈະຊ້າກວ່ານີ້ນ່າ.”
ນອກຈາກນີ້, ກໍ່ຍັງມີເອກະສານອື່ນໆ ທີ່ຕິດພັນກັບການປະກອບທຸຣະກິຈ ເປັນຕົ້ນແມ່ນ ໃບອະນຸຍາດລົງທຶນ, ໃບທະບຽນສຳປະທານ, ໃບອະນຸຍາດຫ້ອງການຜູ້ຕາງໜ້າ, ໃບອະນຸຍາດສ້າງຕັ້ງໂຮງງານ, ໃບຢັ້ງຢືນສິ່ງແວດລ້ອມ, ໃບອະນຸຍາດປູກສ້າງ ແລະ ປື້ມແຜນການປະຈຳປີ ສຳລັບການນຳເຂົ້າ-ສົ່ງອອກສິນຄ້າ, ເຊິ່ງເປັນເອກະສານສະເພາະ ສຳລັບວິສາຫະກິຈ ຂນາດໃຫຍ່ ຫຼື ວິສາຫະກິຈ ຈາກຕ່າງປະເທດ ທີ່ໄດ້ຮັບນະໂຍບາຍ ສົ່ງເສີມການລົງທຶນຈາກຣັຖບານ. ນັກທຸຣະກິຈໄທຍ ທີ່ລົງທຶນຢູ່ລາວນາງນຶ່ງ ກ່າວວ່າ ບໍຣິສັດ ຂອງຍານາງ ເຂົ້າມາລົງທຶນຢູ່ລາວຫຼາຍກວ່າ 20 ປີແລ້ວ ເຮັດໃຫ້ບໍຣິສັດ ຂອງຍານາງ ລຶ້ງເຄີຍກັບການເຮັດເອກະສານ ເພື່ອຕິດຕໍ່ພົວພັນ ກັບ ພາກຣັຖແລ້ວ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:
ບົດອ່ານ “ເຮົາກໍ່ຕ້ອງມີການເຮັດປື້ມ ແຜນການປະຈຳປີຍື່ນດ້ວຍ, ບໍ່ວ່າຈະເປັນເຄື່ອງຈັກ, ເຄື່ອງຈັກທີ່ເອົາເຂົ້າມາກໍ່ພາສີ ເປັນສູນຄືກັນ, ຢ່າງເຊັ່ນ ຈັກຫຍິບຜ້າ ເຄື່ອງຈັກທີ່ເຮົາຕ້ອງໃຊ້ ໃນການຜລິດໂດຍກົງ, ແຕ່ເຮົາຕ້ອງຂຶ້ນແຜນ ປີນຶ່ງໃຫ້ຂື້ນເທື່ອນຶ່ງ.”

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ ໄປຍັງເຈົ້າໜ້າທີ່ ຂແນງທະບຽນ ແລະ ຄຸ້ມຄອງວິສາຫະກິຈ ທັງຂັ້ນສູນກາງ ແລະຂັ້ນແຂວງ ແຕ່ບໍ່ມີຜູ້ໃດຮັບສາຍ. ໃນບົດຣາຍງານ ເສຖກິຈລາວ ເດືອນພຶສພາ 2023, ທະນາຄານໂລກ ໄດ້ມີສເນີການປະຕິຮູບ ເສຖກິຈມະຫາພາກ ຂອງລາວ ຈຳນວນ 5 ຂໍ້, ນຶ່ງໃນນັ້ນ ໃຫ້ສ້າງບັນຍາກາດ ທາງທຸຣະກິຈ ທີ່ເອື້ອອຳນວຍ ຕໍ່ການລົງທຶນ ໂດຍສະເພາະໃຫ້ປັບປຸງຂັ້ນຕອນ ການອອກໃບອະນຸຍາດ ເຮັດທຸຣະກິຈ ໃຫ້ໄວ ແລະ ງ່າຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.