ເຣື້ອງທີ່ເກັບບັນທຶກໄວ້
2022-12-18
ການສັມປະທານ ພັທນາ ສວນພູຄຳ ເປັນເວລາ 50 ປີ ຖືກອະດີດ ເຈົ້າແຂວງ ແຂວງຊຽງຂວາງ ຍົກເລີກ ຊຶ່ງເຮັດໃຫ້ກິຈການ ລົ້ມລະລາຍ ແລະ ຜູ້ສັມປະທານ ຍັງຖືກຕັ້ງຂໍ້ກ່າວຫາ ອີກຫລາຍຂໍ້ ຈົນຕ້ອງ ໄດ້ອອກນອກປະເທດ ມາຂໍຄວາມເປັນທັມ.
2022-12-16
ຂ່າວຄືບໜ້າຫຼ້າສຸດ ກ່ຽວກັບຄົນງານລາວ ທີ່ຖືກຈັບ ຢູ່ປະເທດມາເລເຊັຽ ນັ້ນ, ປັດຈຸບັນ ຍັງຖືກກັກຂັງຢູ່ ແລະລໍຖ້າຖືກສົ່ງກັບຄືນປະເທດ ຊຶ່ງຜູ້ກ່ຽວຖືກຈັບ ຕັ້ງແຕ່ວັນທີ 18 ເດືອນເມສາ 2022 ຂະນະທີ່ ທີ່ຜ່ານມາ ຄອບຄົວຂອງຜູ້ກ່ຽວ ບໍ່ສາມາດຕິດຕໍ່ໄດ້.
2022-12-14
ປສສ ລາວ ນອກຈາກ ມີການຂາດດຸນ ການຄ້າເຖິງ 230 ລ້ານໂດລ້າຣ໌ ສະຫະຣັຖ ໃນເດືອນຕຸລາປີນີ້ ເຮັດໃຫ້ເງິນກີບເຟີ້ຂຶ້ນຕື່ມແລ້ວ, ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານ ແກ້ໄຂບັນຫາການວ່າງງານ ຊຶ່ງເປັນສ່ວນນຶ່ງ ທີ່ພາກຣັຖຕ້ອງໄດ້ແກ້ໄຂ ຢ່າງຈິງຈັງ.
2022-12-14
ສປປ ລາວ ຂາດດຸນການຄ້າ ເຖິງ 230 ລ້ານໂດລ້າຣ໌ ສະຫະຣັຖ ໃນເດືອນຕຸລາປີນີ້ ເຮັດໃຫ້ເງິນກີບເຟີ້ຂຶ້ນຕື່ມ ມູນຄ່າການຄ້າ ຂາເຂົ້າ ແລະຂາອອກ ຂອງລາວ ໃນເດືອນຕຸລາປີນີ້ ປະມານ 1,074 ລ້ານໂດລ້າຣ໌ ໃນນັ້ນຂາດດຸນ ປະມານ 230 ລ້ານໂດລ້າຣ໌.
2022-12-11
ການຮ່ວມມື ແບບກວມລວມ ລະຫວ່າງ ສະຫະຣັຖ ອາເມຣິກາ ແລະ ສປປ ລາວ ໄດ້ຮັບ ຜົລສຳເຣັດ ຫລາຍພໍສົມຄວນ ໃນໄລຍະ 5 ປີ ຜ່ານມາ, ໂດຍສະເພາະ ການລົງທຶນ ໃນໄລຍະຍາວ ແບບຍືນຍົງ ແລະ ເທັກໂນໂລຢີ ດິຈີຕອລ.
2022-12-09
ສະມາຊິກສະພາ ແຫ່ງຊາຕ ໄດ້ສເນີໃຫ້ພິຈາຣະນາ ແກ້ໄຂໃນການນຳເຂົ້າ ສິນຄ້າບາງປະເພດ ຍ້ອນວ່າສິນຄ້າທີ່ຜລິດ ຢູ່ພາຍໃນປະເທດເອງ ບໍ່ສາມາດຂາຍ ໃນລາຄາແຂ່ງຂັນໄດ້ ຂະນະທີ່ປະຊາຊົນ ເຫັນວ່າ ຜູ້ຜລິດສິນຄ້າລາວ ຕ້ອງປັບປຸງຄຸນນະພາບ ພ້ອມພາກຣັຖ ຕ້ອງສົ່ງເສີມການຕລາດໃຫ້.
2022-12-09
ການສໍ້ຣາສບັງຫລວງ ຍັງຣະບາດຫລາຍ ຢູ່ສປປ ລາວ ຊຶ່ງປີ 2021 ທີ່ຜ່ານມາ ສປປ ລາວ ຖືກຈັດ ໃຫ້ຢູ່ໃນອັນດັບທີ 128 ໃນ 180 ປະເທດໃນໂລກ ທີ່ມີການສໍ້ຣາສບັງຫລວງ ຫລາຍຢູ່ ເບິ່ງຄືວ່າ ຣັຖບານ ຈະມີການປາບປາມ ການສໍ້ຣາສບັງຫຼວງ ແຕ່ຄວາມເປັນຈິງ ຍັງຂາດຄວາມຈິງໃຈ ແລະຂາດການປະຕິບັດ ຕາມກົດໝາຍ.
2022-12-08
ຣັຖບານ ພະຍາຍາມ ກະຕຸ້ນດ້ານເສຖກິຈ ໃຫ້ເຕີບໂຕ ໄດ້ປະມານ 4% ໃນປີນີ້, ແຕ່ ປະຊາຊົນເຫັນວ່າ ໂຕເລກ ການເຕີບ ຍັງບໍ່ສາມາດ ຊ່ວຍແກ້ໄຂບັນຫາ ປາກທ້ອງ ປະຊາຊົນໄດ້, ຊຶ່ງຍິ່ງພັຍເງິນເຟີ້ ບໍ່ໄດ້ຮັບການແກ້ໄຂ ກໍຍິ່ງເພີ່ມບັນຫາ ຄ່າຄອງຊີພ ທີ່ກະທົບໂດຍຕຣົງ ຕໍ່ປະຊາຊົນ.
2022-12-07
ລາວເປີດຂະບວນຣົຖໄຟ ສົ່ງໝາກກ້ວຍ ຈາກລາວໄປຈີນ ຖ້ຽວປະຖົມມະຣຶກ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ຂະນະດຽວກັນ ສິນຄ້າບາງຢ່າງ ແລະຜູ້ປະກອບການບາງຄົນ ບໍ່ສາມາດສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນໄດ້, ຍ້ອນລາຄາແພງ, ການຂົນສົ່ງ ໄປຫາສະຖານີຣົຖໄຟ ຍັງມີຄວາມຫຍຸ້ງຍາກ.
2022-12-06
ເຖິງແມ່ນວ່າ ປະເທດລາວ ຈະມີເຂດເສຖກິຈ ພິເສດ ຈຳນວນ 22 ແຫ່ງ ໃນທົ່ວປະເທດ ແຕ່ຄົນງານລາວສ່ວນຫຼາຍ ຍັງເລືອກເດີນທາງ ໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ ດ້ວຍເຫດຜົລຄ່າຕອບແທນ ທີ່ບໍ່ເໝາະສົມ ເມື່ອທຽບໃສ່ ການເຮັດວຽກ ຢູ່ຕ່າງປະເທດ.
2022-12-06
ສະພາບເສຖກິຈ ໃນລາວ ຍັງບໍ່ໄດ້ຮັບການແກ້ໄຂ ໂດຍສະເພາະອັຕຣາເງິນເຟີ້ ໃນເດືອນພຶສຈິກາ ທີ່ຜ່ານມາເພີ່ມສູງຂຶ້ນ ຢູ່ໃນລະດັບ 38.5% ເມື່ອທຽບໃສ່ເດືອນດຽວກັນ ຂອງປີ ຊຶ່ງເປັນຍ້ອນ ການຂາດສະພາບຄ່ອງ ທາງດ້ານການເງິນ ແລະ ນະໂຍບາຍຕ່າງໆ ບໍ່ສາມາດປະຕິບັດໄດ້ ຢ່າງເປັນຮູບປະທັມ.
2022-12-05
ຄົນງານລາວ ຈໍານວນບໍ່ໜ້ອຍ ຍັງຕ້ອງການໄປເຮັດວຽກ ດ້ານການກະເສຕ ໄລຍະສັ້ນຢູ່ເກົາຫລີໃຕ້ ຍ້ອນໄດ້ຄ່າແຮງງານ ຫລາຍກວ່າຢູ່ລາວ ຫລາຍເທົ່າ, ແຕ່ໂຄຕ້າ ມີຈໍາກັດ ແລະຄ່າໃຊ້ຕ່າງໆ ກ່ອນຈະໄດ້ໄປນັ້ນສູງ.
2022-12-05
ທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ເປີດໂຕ ແອັປພລິເຄຊັນ ຊື້-ຂາຍ ປີ້ຣົຖໄຟ ລາວ-ຈີີນ ໃນອະນາຄົຕເນື່ອງໃນໂອກາດ ທີ່ສະຖານີຣົຖໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຄົບຮອບ 1 ປີ ແຕ່ຍັງບໍ່ທັນໄດ້ ເປີດໃຫ້ບໍຣິການເທື່ອ ຂະນະທີ່ ປະຊາຊົນ ຄິດວ່າ ການຊື້ປີ້ ທາງອອນລາຍນ໌ ຈະສະດວກກວ່າເກົ່າ.
2022-12-02
ຣົຖໄຟລາວ-ຈີນ ບໍຣິການມາໄດ້ 1 ປີແລ້ວ ແຕ່ຍັງມີຫລາຍບັນຫາ ທີ່ຈະໄດ້ແກ້ໄຂ ເປັນ ຕົ້ນເຮື່ອງການຊື້ປີ້ໂດຍສານຫຍຸ້ຍາກ, ຊຶ່ງກາຍເປັນບັນຫາ ທີ່ປະຊາຊົນ ຜູ້ໃຊ້ບໍຣິການ ຕ້ອງໄດ້ປະເຊີນ ຖ້າຕອ້ງຂີ່ຣົຖໄຟ ລາວ-ຈີນ ຍິ່ງໄປກວ່ານັ້ນ ສ່ຽງຖືກນັກຕົ້ມຕຸ໋ນ ຕົວະເອົາເງິນ ເພາະການຈ່ອງປີ້ ຜ່ານບຸກຄົນທີ່ສາມ.
2022-12-01
ກົດໝາຍ ຄຸ້ມຄອງເງິນຕຣາ ຕ່າງປະເທດ ປະກາດໃຊ້ ຢ່າງເປັນທາງການ ຕັ້ງແຕ່ວັນທີ 1 ເດືອນຕຸລາ 2022 ແຕ່ຍັງປະຕິບັດ ຢ່າງຈິງຈັງບໍ່ໄດ້ເທື່ອ ໂດຍສະເພາະ ຜູ້ປະກອບການທຸຣະກິຈ ຂນາດໃຫຍ່ ອາດເປັນເພາະ ເງິນກີບທີ່ອ່ອນຄ່າ ແລະ ບໍ່ມີຄວາມໝັ້ນຄົງ ເມື່ອທຽບໃສ່ ສະກຸນເງິນ ຕ່າງປະເທດ.