ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ

ຈຳປາທອງ
2022.12.09
ການສໍ້ຣາສ ບັງຫລວງ ຍັງຣະບາດຫຼາຍ ຢູ່ສປປ ລາວ ທ່ານ ບຸນໂຈມ ອຸບົນປະເສີດ, ຣັຖມົນຕຣີ ກະຊວງການເງິນ, ກ່າວຣາຍງານ ຕໍ່ການປະຊຸມ ສະພາແຫ່ງຊາຕ ເຖິງການສໍ້ຣາສ ບັງຫຼວງ ໃນກະຊວງການເງິນ, ວັນທີ 7 ທັນວາ 2022.
ຮູບພາບ: Pasaxon News

ວັນທີ 9 ທັນວາ ເປັນມື້ຕ້ານການສໍ້ຣາສ ບັງຫລວງສາກົນ ຕາມອະນຸສັນຍາ ຂອງອົງການ ສະຫະປະຊາຊາຕ ວ່າດ້ວຍການຕ້ານ ການສໍ້ຣາສ ບັງຫລວງ ທີ່ຖືກຮັບຮອງເອົາ ໃນມື້ວັນທີ 31 ຕຸລາ 2003, ແຕ່ການສໍ້ຣາສ ບັງຫລວງ ຂອງພະນັກງານພັກ-ຣັຖ ຕັ້ງແຕ່ຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນ ໃນທຸກຂແນງການຢູ່ ສປປ ລາວ ໄດ້ມີມາ ແລະຍັງຣະບາດຫລາຍ ຢູ່ໃນຂະນະນີ້ . ການສໍ້ຣາສ ບັງຫລວງ ສ້າງຄວາມເສັຍຫາຍ ໃຫ້ແກ່ປະເທດຊາຕຢ່າງຫລວງຫລາຍ, ດັ່ງນັ້ນ ປະຊາຊົນລາວ ຈຶ່ງຮຽກຮ້ອງໃຫ້ຣັຖບານ ເອົາໃຈໃສ່ ຕິດຕາມ, ກວດກາ ແລະລົງ ໂທດ ຜູ້ກະທໍາຜິດຢ່າງຈິງຈັງ ເພື່ອເຮັດໃຫ້ ບັນຫາການສໍ້ຣາສ ບັງຫລວງ ຢູ່ລາວຫລຸດຜ່ອນລົງ, ບໍ່ໃຫ້ເປັນບັນຫາກີດຂວາງ ການພັທນາປະເທດ.

ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ທັນວານີ້ວ່າ:

ບັນຫາມັນເກີດຂຶ້ນນີ້ ປະເທດບ້ານເມືອງ ມັນບໍ່ຈະເຣີນຜູ້ໃດ ກະມີແຕ່ຍັດໃສ່ຖົງໂຕເອງ ຊັພຍາກອນທັມມະຊາຕກະຂາຍ ເອົ໋າ. ມີແຕ່ຢາກໃຫ້ເນັ້ນໜັກ ເຣື່ອງກົດໝາຍຫັ້ນແລ້ວ ໃຫ້ມັນຈະແຈ້ງໂລດ, ຄັນວ່າຊິເຮັດຄືເກົ່ານີ້ ບ້ານເຮົາກະຊິຍັບໜ້ອຍຖອຍລົງ.

ທ່ານກ່າວຕື່ມວ່າ ຢູ່ປະເທດລາວ ມີກົດໝາຍວ່າດ້ວຍ ອົງການກວດກາຣັຖ ແລະກົດໝາຍວ່າດ້ວຍ ການຕ້ານການສໍ້ຣາສ ບັງຫລວງ ທີ່ກໍານົດທັງຫລັກການ, ລະບຽບການ ແລະມາຕການຕ່າງໆ ທີ່ຂ້ອນຂ້າງຮັດກຸມຢູ່ແລ້ວ, ແຕ່ການບັງຄັບໃຊ້ ກົດໝາຍນັ້ນ ບໍ່ມີປະສິດທິພາບ ແລະບໍ່ໄດ້ປະສິດທິຜົລ ເທົ່າທີ່ຄວນ, ມີຊ່ອງວ່າງໃຫ້ແກ່ການສໍ້ຣາສ ບັງຫລວງ ແລະການສໍ້ຣາສ ບັງຫລວງ ເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ຜູ້ກະທໍາຜິດ ຖືກລົງໂທດ ເປັນບາງສ່ວນເທົ່ານັ້ນ.

ປະຊາຊົນລາວ ຜູ້ນຶ່ງຢູ່ແຂວງສາຣະວັນ ເວົ້າວ່າ ຫລາຍປີຜ່ານມານີ້ ເຫັນວ່າຣັຖບານເຂັ້ມງວດ ຫລາຍຂຶ້ນໃນການຕິດຕາມ, ກວດກາພະນັກງານ ພັກ-ຣັຖ ແລະໂຄງການພັທນາຕ່າງໆ ຂອງຣັຖ ເພື່ອສະກັດກັ້ນ ແລະປາບປາມການສໍ້ຣາສ ບັງຫລວງ, ແຕ່ກໍຍັງເຫັນວ່າ ປະຕິບັດບໍ່ໄດ້ດີເທົ່າທີ່ຄວນ, ຍັງມີພະນັກງານ ພັກ-ຣັຖ ຈໍານວນນຶ່ງສວຍໃຊ້ໜ້າທີ່, ຕໍາແໜ່ງ ຊອກຫາຜົລປໂຍດສ່ວນຕົວ ແລະພັກພວກຢູ່.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ຄັນມາເບິ່ງແລ້ວ ດຽວນີ້ເພິ່ນເຄັ່ງຄັດຢູ່ ແຕ່ວ່າສຸດທ້າຍມາບໍ່ເຫັນນ່າ ທິດທາງທີ່ດີຂຶ້ນ ຜູ້ປະຕິບັດກະຍັງມີຢູ່ຄືຫັ້ນແຫລະ ເສັ້ນສາຍໃຜມັນ.

ຢູ່ແຂວງສວັນນະເຂດ ຊາວລາວຜູ້ນຶ່ງເວົ້າວ່າ ທີ່ຜ່ານມາ ມັກໄດ້ຍິນຂ່າວ ຢູ່ເປັນປະຈໍາວ່າ ຣັຖບານຈະເອົາໃຈໃສ່ຕິດຕາມ, ກວດກາພະນັກງານ ພັກ-ຣັຖ, ຣັຖວິສາຫະກິຈ ແລະໂຄງການ ພັທນາຕ່າງໆ ຂອງຣັຖ ເພື່ອປ້ອງກັນບໍ່ໃຫ້ງົບປະມານ ຂອງຊາຕ ຮົ່ວໄຫລ, ບໍ່ໃຫ້ພະນັກງານ ພັກ-ຣັຖ ທຸກໜ່ວຍງານ ສວຍໃຊ້ໜ້າທີ່, ຕໍາແໜ່ງເພື່ອຜົລປໂຍດສ່ວນຕົວ, ແຕ່ໃນຄວາມເປັນຈິງ ເຣື່ອງການຕິດຕາມ, ກວດກາທີ່ວ່ານັ້ນ ຍັງບໍ່ເຂັ້ມງວດ ແລະບໍ່ເປັນຮູບປະທັມ, ເຮັດໃຫ້ ການສໍ້ຣາສ ບັງຫລວງ ເກີດຂຶ້ນຢູ່ທຸກບ່ອນ ຮວມທັງການຮຽກເອົາສິນບົນ, ການຝາກລູກ, ຝາກຫລານ ເຂົ້າເປັນຣັຖກອນ ແລະອື່ນໆ.

ດັ່ງທີ່ທ່ານກ່າວ ໃນມື້ວັນທີ 9 ທັນວານີ້ວ່າ:

ແມ່ນຢູ່ວ່າຕໍາຣວດ ກວດກາເນາະ ສ່ອງແສງນີ້ ພາກປະຕິບັດຕົວຈິງນີ້ ມັນຊິເຮັດບໍ່ໄດ້ ມັນມີຜົນປໂຍດ ທຸກໆຜແນກ ທຸກໆກະຊວງ ທຸກໆໜ່ວຍງານນ່າ ໂຕນີ້ນ່າ ມັນແນວນັ້ນໝົດ ໃຜຂຶ້ນມາກະຄືເກົ່າ ສໍ້ຣາສ ບັງຫລວງ ແຫລະ ໂຕນີ້ນັ້ນ.

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ ອົງການກວດກາຣັຖ ທ່ານນຶ່ງເວົ້າວ່າ ການຕິດຕາມ, ກວດກາ ພະນັກງານ ພັກ-ຣັຖ ນັບຕັ້ງແຕ່ຂັ້ນສູນກາງ ລົງໄປຮອດທ້ອງຖິ່ນ ແລະໂຄງການພັທນາຕ່າງໆ ຂອງຣັຖ ຍັງເປັນເຣື່ອງທ້າທາຍ ແລະມີຄວາມຫຍຸ້ງຍາກ ຫລາຍສົມຄວນ, ເມື່ອກວດກາພົບ ຜູ້ກະທໍາຜິດ ກໍປະຕິບັດການລົງໂທດ ບໍ່ໄດ້.

ທ່ານເວົ້າວ່າ ຍັງມີຫລາຍໂຄງການພັທນາ ຂອງຣັຖບານ ແລະອົງການຈັດຕັ້ງ ສາກົນ ທີ່ມາຊ່ອຍເຫລືອລາວ ຍັງບໍ່ທັນໄດ້ຕິດຕາມ, ກວດກາເຣື່ອງການໃຊ້ຈ່າຍ ງົບປະມານ ແລະຄວາມໂປ່ງໃສ ຂອງໂຄງການ ຍ້ອນບາງໂຄງການ ກ່ອນຈະໄປກວດກາໄດ້ ຕ້ອງໃຫ້ເຈົ້າຂອງ ໂຄງການຜູ້ໃຫ້ທຶນ ເຫັນດີກ່ອນ.

ດັ່ງທີ່ທ່ານກ່າວວ່າ:

ແຕ່ບັນຫາບ່ອນວ່າ ງົບປະມານ ທີ່ໄດ້ມາຜ່ານລະບົບ ທະນາຄານມາ ຢູ່ທາງເບື້ອງທີ່ໃຫ້ກວດ, ກວດກະບົນພື້ນຖານ ທີ່ວ່າເຈົ້າຂອງໂຄງການ ຜູ້ໃຫ້ທຶນເຫັນດີ, ເຫັນດີໃຫ້ເບື້ອງຣັຖນີ້ ເຂົ້າໄປກວດ ຈຶ່ງກວດໄດ້ ຕ້ອງໄດ້ໄປລົງກວດກາ. 10 ຕື້ຂຶ້ນໄປລະແມ່ນຂັ້ນຣັຖບານ ຂັ້ນສູນກາງ. ຄັນ 10 ຕື້ລົງມາ ລະແມ່ນຂັ້ນແຂວງ ກະແບ່ງກັນແນວນັ້ນ.

ເວົ້າເຖິງການສໍ້ຣາສ ບັງຫລວງ ຢູ່ລາວ, ຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງານ ຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ທັນວານີ້ວ່າ ໃນປີ 2022 ນີ້ ໄດ້ກວດພົບພະນັກງານຢູ່ກະຊວງການເງິນ 53 ຄົນ ທີ່ໄດ້ລະເມີດ ລະບຽບວິນັຍ ແລະກົດໝາຍ ເປັນຕົ້ນ ເມື່ອຮັບເອົາເງິນພາສີ-ອາກອນຈາກບໍຣິສັດ ວິສາຫະກິຈແລ້ວ ບໍ່ມອບ ຫລື ມອບພຽງສ່ວນໃດ ສ່ວນນຶ່ງເທົ່ານັ້ນ ເຂົ້າງົບປະມານແຫ່ງຊາຕ.

ໃນຈໍານວນ ພະນັກງານ 53 ຄົນທີ່ວ່ານີ້ ມີ 16 ຄົນຖືກລົງວິນັຍ ໃຫ້ອອກຈາກການເປັນຣັຖກອນ, 14 ຄົນ ຖືກຫລຸດຕໍາແໜ່ງ,  ຍ້າຍໜ້າທີ່ ແລະອື່ນໆ,  9 ຄົນຖືກກ່າວເຕືອນ ແລະ 14 ຄົນຖືກຕິຕຽນ ແລະເມື່ອກ່ອນໜ້ານີ້ ອີງຕາມການຣາຍງານ ຂອງກອງປະຊຸມ ຕ້ານການສໍ້ຣາສ ບັງຫລວງ ເມື່ອຕົ້ນເດືອນພຶສພາ ທີ່ຜ່ານມາ ທາງການແຂວງອຸດົມໄຊ ໄດ້ປະຕິບັດວິນັຍ ພະນັກງານ ພັກ-ຣັຖ ຂັ້ນຕ່າງໆ 35 ຄົນ ຍ້ອນສໍ້ຣາສ ບັງຫລວງ ເຮັດໃຫ້ຣັຖເສັຍຫາຍ 17.43 ຕື້ກີບ

ເມື່ອເດືອນມິນາ ຜ່ານມາ ກອງບັນຊາການ ຕໍາຣວດ ປ້ອງກັນຄວາມສງົບ ແຂວງສວັນນະເຂດ ໄດ້ປະຕິບັດວິນັຍເຈົ້າໜ້າທີ່ ຕໍາຣວດ 2 ຄົນ ຍ້ອນໄດ້ລະເມີດ ລະບຽບວິນັຍ, ໃຊ້ຕໍາແໜ່ງ, ໜ້າທີ່ ຫາຜົລປໂຍດສ່ວນຕົວ ແລະໃນມື້ວັນທີ 13 ມົກກະຣາ ທີ່ຜ່ານມາ ທາງການ ແຂວງສວັນນະເຂດ ກໍໄດ້ກວດພົບ ພະນັກງານ ພັກ-ຣັຖ ຈໍານວນນຶ່ງ ສໍ້ຣາສ ບັງຫລວງ ໃນໂຄງການລົງທຶນ ຂອງຣັຖ 9 ເປົ້າໝາຍ, ເຮັດໃຫ້ຣັຖເສັຍຫາຍ 34 ຕື້ກີບ, 52 ລ້ານບາທ ແລະ 1 ແສນໂດລ້າຣ໌ສະຫະຣັຖ, ແຕ່ບໍ່ໄດ້ເປີດເຜີຍຣາຍລະອຽດ ໃຫ້ສັງຄົມຮູ້.

ອົງການ ເພື່ອຄວາມໂປ່ງໃສ ສາກົນ ໄດ້ຣາຍງານ ໃນມື້ວັນທີ 25 ມົກກະຣາ 2022 ກ່ຽວກັບດັດຊະນີ ການຮັບຮູ້ການສໍ້ຣາສ ບັງຫວງ ປະຈໍາປີ 2021 ວ່າ ປະເທດລາວ ຢູ່ໃນອັນດັບທີ 128 ໃນຈໍານວນ 180 ປະເທດໃນໂລກ ຄືໄດ້ຄະແນນ 30% ໝາຍຄວາມວ່າ ຢູ່ ສປປ ລາວ ຍັງມີການສໍ້ຣາສ ບັງຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.