ຂ.ໄຊຍະບູລີລົງວິນັຍ ພວກສໍ້ໂກງ

ໄມຊູລີ
2019.05.08
f ທ່ານ ຄໍາປ່ຽນ ປັນຍາວົງ ຮອງຫົວໜ້າ ຄນະຈັດຕັ້ງ ແຂວງໄຊຍະບູລີ ຣາຍງານບົດລົງວິນັຍ ພະນັກງານຣັດ
ຮູບພາບຈາກ : ໄຊຍະບູລີ ອັບເດດ

ທາງການແຂວງ ໄຊຍະບູລີ ສັ່ງລົງວິນັຍ ສະມາຊິກພັກ ແລະ ພະນັກງານ ຈໍານວນ 102 ຄົນ ທີ່ປະຕິບັດໜ້າທີ່ ໄປໃນທາງທີ່ບໍ່ຊອບທັມ ຫລາຍຢ່າງເປັນຕົ້ນ: ສໍ້ຣາດບັງຫລວງ, ຣະເມິດກົດຣະບຽບຂອງພັກ, ຕິດຢາເສບຕິດ ແລະ ອື່ນໆ ປະຈໍາປີ 2018. ໃນນັ້ນມີຜູ້ສໍ້ຣາດບັງ ຫລວງ 37 ຄົນ ທີ່ຖືກລົງໂທດຂັ້ນເດັດຂາດ ຄື ອອກຈາກພັກ 27 ຄົນ ແລະ ລົບຊື່ອອກຈາກພັກ 10 ຄົນ. ດັ່ງເຈົ້າໜ້າທີ່ ຄນະກວດກາ ພັກຣັຖ ແຂວງໄຊຍະບູຣີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ພຶສພາ ນີ້ວ່າ:

“ຖືກລົງໂທດໃຫ້ພັກການຫັ້ນແຫລະ ຈໍານວນນຶ່ງກໍໄລ່ອອກ ຈໍານວນນຶ່ງກໍປະຕິບັດວິນັຍ ຕາມຣະບຽບກົດໝາຍ ຕາມກົດໝາຍກວດກາ ຣັຖ.”

ທ່ານກ່າວຕື່ມວ່າ ພະນັກງານ ທີ່ເຫລືອ ແລະ ໄດ້ຮັບໂທດ ແບບບໍ່ຮ້າຍແຮງນັ້ນ ແມ່ນຖືກສັ່ງຫ້າມ ບໍ່ໃຫ້ຫຍຸ້ງກ່ຽວກັບ ວຽກງານການເມືອງ 7 ຄົນ, ຖືກກ່າວເຕືອນ 11 ຄົນ ແລະ ລົງໂທດ ພະນັກງານ ທີ່ຕິດຢາເສບຕິດ 19 ຄົນ, ພົວພັນ ກັບຊູ້ສາວ 8 ຄົນ, ສໍ້ໂກງຊັບສິນ ຂອງ ພົລເມືອງ 3 ຄົນ, ເຮັດຜິດຣະບຽບປ່າໄມ້ 1 ຄົນ, ເຮັດໃຫ້ ຄົນອື່ນເສັຽຊີວິດ ຍ້ອນອຸບັດຕິເຫດ 4 ຄົນ ແລະ ອື່ນໆ ອີກ.

ຣາຍງານວ່າເມື່ອປີກາຍ ຄນະກວດກາພັກຣັຖແຂວງໄຊຍະບູຣີ ໄດ້ກວດພົບພະນັກງານຣັຖ ສໍ້ຣາດບັງຫຼວງຈໍານວນ 24 ຄົນ. ໃນໄລຍະ 3 ປີ ຜ່ານມາ ງົບປະມານຂອງຣັຖ ເສັຽຫາຍຈໍານວນ 208 ຕຶ້ກີບ ແລະ ເມື່ອ ປີ 2017 ທາງການແຂວງໄຊຍະບູລີ ລົງໂທດ ພະນັກງານຣັຖ ທີ່ສໍ້ໂກງງົບປະມານ ຂອງຣັຖ 4 ຄົນ, ໃນນັ້ນ ມີທັງຖືກລົງໂທດ ທາງວິນັຍ ດ້ວຍການໄລ່ອອກ ຈາກໜ້າທີ່ ແລະ ຖືກດໍາເນີນຄະດີ.

ເຖິງຢ່າງໃດກໍຕາມ ຍ້ອນບັນຫາການສໍ້ຣາດບັງຫລວງ ໃນລາວ ຍັງມີຢ່າງຕໍ່ເນື່ອງນີ້, ເມື່ອເດືອນມີນາ ປີນີ້ ຄນະກວດກາພັກຣັຖ ແຂວງ ສວັນນະເຂດ ໄດ້ລຶບຣາຍຊື່ ພະນັກງານ 19 ຄົນ ອອກຈາກບັນຊີຣັຖກອນ ຍ້ອນພົວພັນກັບ ການສໍ້ຣາດບັງຫລວງ ແລະ ໄດ້ປະຕິບັດ ທາງວິນັຍ ກັບພະນັກງານ ອີກ 21 ຄົນ ທີ່ມີຄວາມຜິດ ບໍ່ຮ້າຍແຮງປານໃດ ແລະ ກະຊວງໂຍທາທິການ ແລະຂົນສົ່ງຣາຍງານ ເມື່ອ ເດືອນດຽວກັນ ນັ້ນວ່າ ໃນປີ 2018 ກົມກວດກາ ຂອງກະຊວງໂຍທາທິການ ແລະຂົນສົ່ງ ກວດພົບພະນັກງານ ແລະ ຣັຖກອນພາຍໃນ ກະຊວງ ສໍ້ຣາດບັງຫລວງ ຈໍານວນ 1,002 (1 ພັນ 2 ຄົນ) ໃນນັ້ນ ໄດ້ຖືກລົງໂທດທາງວິນັຍ 849 ຄົນ ແລະ ຖືກສານຕັດສິນແລ້ວ 55 ຄົນ, ແລະພ້ອມດຽວກັນນັ້ນ  ທາງກະຊວງໄດ້ກວດພົບ ເງິນທີ່ສູນເສັຍ ຈາກການສໍ້ຣາດບັງຫລວງ ຈໍານວນ 846 ຕື້ປາຍກີບ, ເງິນບາດ ເກືອບຮອດ 310 ລ້ານບາດ, ເງິນດອນລ່າຣ໌ ສຫະຣັຖ 6 ແສນ  ແລະ ເປັນເງິນ ຢວນ 32 ພັນ ຢວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.