ຂແນງພາສີອາກອນ ຈະຖືກ ກວດກາ
2017.06.29
ກະຊວງການເງິນ ສປປລາວ ໄດ້ຕິດຕາມກວດກາ ຂແນງການ ທີ່ສົງສັຍວ່າ ມີການສໍ້ຣາສບັງຫລວງ ເປັນຕົ້ນ ດ່ານພາສີ, ຫນ່ວຍງານ ກວດກາພາສີ ເຂົ້າອອກ ແລະຫ້ອງການ ຊ່ວຍສາອາກອນ ໃນທົ່ວປະເທດ.
ໃນຣະຍະເວລານື່ງປີ ຜ່ານມາ ປະຊາຊົນ ໄດ້ໂທຣະສັບ ສາຍດ່ານ 1519 ສເນີໃຫ້ ກະຊວງການເງິນ ລົງໄປກວດກາ ເຈົ້າຫນ້າທີ່ ພາສີ ອາກອນ ຕາມດ່ານຕ່າງໆ ທີ່ຮັ່ງມີ ຜິດ ປົກກະຕິ ອາດຈະມີການ ຮັບສີນບົນ ຫລື ສໍ້ຣາສບັງຫລວງ. ດັ່ງເຈົ້າຫນ້າທີ່ ກວດກາກະຊວງ ການເງີນ ທ່ານນຶ່ງ ເວົ້າວ່າ:
"ຄືວ່າຜ່ານມາມີແຕ່ ກວດກາ ບໍຣິຫານ ວິຊາການບໍ ລະຍະກ່ອນໆມາ ສອງປີ ປີກາຍ ປີນີ້ ຈຶ່ງໄດ້ລົງ ກວດກາຂແນງການ ເຮົາຢາກລົງ ກວດ ບັນດາການເງີນ ຫາຕົວເມືອງ ໄປເບີ່ງບັນດາ ການປະຕິບັດ ແຜນການ ລາຍຮັບລາຍຈ່າຍ ເພີ່ນໄດ້ແນວໃດ ໄດ້ທໍ່ໃດ ເວົ້າເຣື້ອງ ກວດສອບ ພະນັກງານ ແຮ່ງບໍ່ໄດ້ ງ່າຍໆແລ້ວ ກະຄືລົມສູ່ຟັງ ຂນາດ ວິສາຫະກິດ ຍັງບໍ່ໄດ້ກວດ ພະນັກງານ ພາສີ ພະນັກງານອາກອນ ແຮ່ງເປັນໄປ ໄດ້ຍາກ".
ທ່ານວ່າ ນອກຈາກການກວດກາແລ້ວ ເຈົ້າຫນ້າທີ່ ການເງິນຍັງໄດ້ ເຜີຍແຜ່ ຣະບຽບກົດຫມາຍ ກຳນົດຂໍ້ຫ້າມ 10 ຂໍ້ ເປັນຕົ້ນ ຫ້າມປອມ ແປງເອກສານ ຫ້າມຮັບສີນບົນ ແລະ ຫ້າມສໍ້ໂກງ ເງິນພາສີ ຂອງຣັຖໄປໃຊ້ ເປັນການສ່ວນຕົວ. ຂໍ້ຫ້າມດັ່ງກ່າວ ທັງຫມົດນີ້ ໄດ້ເຜີຍແຜ່ ໄປຮອດຂັ້ນເມືອງ ຂັ້ນແຂວງ ຜແນກຮັບຜິດຊອບ ກ່ຽວກັບການເງິນ ໃນ ທົ່ວປະເທດ.
ນອກຈາກນັ້ນ ຍັງໄດ້ຮຽກຮ້ອງໃຫ້ ພະນັກງານການເງີນ ແລະ ພາສີອາກອນ ແຈ້ງຊັບສິນ ລາຍໄດ້ ລາຍຈ່າຍ ຂອງຕົນອີກໃຫມ່ ເປັນເທື່ອ ທີສອງ ຖ້າຜູ້ໃດບໍ່ ປະຕິບັດ ຈະຖືກ ຕັກເຕືອນອົບຮົມ ທາງດ້ານວິນັຍ ແລະ ຖືກດຳເນີນຄະດີ ຕາມກົດຫມາຍ ເຈົ້າຫນ້າທີ່ກວດກາ ທ່ານ ນີ້ເວົ້າວ່າຜ່ານມາ ພະນັກງານພາສີ ແລະການເງີນຫລາຍຄົນ ຣະເມີດຂໍ້ຫ້າມ:
"ກະເກັບປົກກະຕິ ເກັບນອກຣະບົບ ເຂົາຫັ້ນແຫລະ ພວກອອກໄປ ເກັບເງິນຕ່າງຫາກ ກໍຫລາຍທົ່ວທີບ ຕົວຢ່າງຄື ຢູ່ດ່ານຈັ່ງຊີ້ ຄ່າທຳນຽມ ຄົນເຂົ້າເມືອງ ເຈົ້າຫນ້າທີ່ ຕົ້ມພາສີ ເກັບທໍ່ໃດ ເຂົ້າອອກ ກໍຍັງບໍ່ຖືກກັນ ຣະຫວ່າງ ຕມ ກັບພາສີ ແລະ ຈຳນວນ ພາຫານະ ເຂົ້າອອກ ຕົວຢ່າງ 1 ພັນຄົນ ພາສີ ພັດມີ 20-300 ຄັນ ຕົວເລກ ກະຍັງ ບໍ່ຕົງກັນ ມາເວົ້າຄົນ ເຂົ້າອອກ ແຮ່ງ ບໍ່ຕົງກັນອີກ".
ທ່ານວ່າ ການສໍ້ຣາສບັງຫລວງ ຂອງເຈົ້າຫນ້າທີ່ ພາສີ ເຂົາເຮັດກັນ ເປັນຂະບວນການ ເລີ້ມແຕ່ຂັ້ນເມືອງ ເຖິງຂັ້ນແຂວງ ທີ່ຜ່ານມາ ເຈົ້າ ຫນ້າທີ່ ການເງິນ ບໍ່ສາມາດ ກວດກາໄດ້ ຍ້ອນບໍ່ມີ ອຳນາດ ພຽງພໍ.