ລາວຕຣຽມ ປັບຂຶ້ນ ເງິນເດືອນ ຣັຖກອນ ຄັ້ງໃໝ່

ຈຳປາທອງ
2022.01.10
ລາວຕຣຽມ ປັບຂຶ້ນ ເງິນເດືອນ ຣັຖກອນ ຄັ້ງໃໝ່ ສອບເສັງ ຈົບຊັ້ນປະຖົມສຶກສາ ປີທີ 5 ທົ່ວເມືອງວຽງຄຳ, ແຂວງຫຼວງພຣະບາງ ວັນທີ 6/29/21
ຮູບພາບຈາກ: ກະຊວງສຶກສາທິການ ແລະ ກິລາ ແຂວງຫຼວງພຣະບາງ

ກະຊວງການເງິນລາວ ໄດ້ອອກຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດງົບປະມານແຫ່ງ ຣັຖ ປະຈໍາປີ 2022 ເລກທີ 5880/ກງ ລົງວັນທີ 22 ພຶສພາ 2021 ຊຶ່ງມີເນື້ອໃນຕອນນຶ່ງວ່າ ຂໍໃຫ້ມີການປັບຂຶ້ນເງິນເດືອນຣັຖກອນ, ທະຫານ, ຕໍາຣວດ ແລະ ພະນັກງານບໍານານ 150 ກີບຕໍ່ດັດສະນີ ຄືເພິ່ມຂຶ້ນຈາກດັດສະນີເກົ່າ 7,200 ກີບເປັນ 7,350 ກີບ ເຊັ່ນຕົວຢ່າງ ພະນັກງານ-ຣັຖກອນຊັ້ນ 1 ມີຂັ້ນເງິນເດືອນລະດັບ 1, ມີດັດສະນີເງິນ ເດືອນຢູ່ທີ່ 156 ຈະໄດ້ຮັບເງິນ ເດືອນປະມານ 1,123,000 ກີບຕໍ່ເດືອນ; ພະນັກງານ-ຣັຖກອນຊັ້ນ 5, ມີຂັ້ນເງິນເດືອນລະດັບ 25, ມີດັດສະນີເງິນເດືອນຢູ່ທີ່ 859 ຈະໄດ້ຮັບເງິນເດືອນປະມານ 6,184,800 ກີບຕໍ່ເດືອນ.

ຄໍາແນະນໍາທີ່ວ່ານີ້ອອກມາ ພາຍຫລັງທີ່ມີການສໍາຣວດພົບວ່າ ຄ່າຄອງຊີບພາຍໃນປະເທດສູງຂຶ້ນ ເຮັດໃຫ້ເງິນເດືອນ ທີ່ພະນັກງານ-ຣັຖກອນໄດ້ຮັບບໍ່ພຽງພໍສໍາລັບເບິ່ງແຍງຄອບຄົວ. ຣັຖກອນຊັ້ນຜູ້ນ້ອຍ ທີ່ມີເງິນເດືອນປະມານ 1,570,000 ກີບ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 10 ມົກກະຣານີ້ວ່າ:

ເນື້ອ ພືດພັນທັນຢາຫານ ນໍ້າມັນຣົຖກໍມີການປັບຣາຄາຂຶ້ນ ສະນັ້ນເງິນເດືອນກໍອາຈບໍ່ພຽງພໍ ສໍາລັບການໃຊ້ຈ່າຍໃນຊີວິດປະຈໍາວັນ ກໍສະເລັ່ຽແລ້ວນໍ໋ວ່າ ຄອບຄົວໃຫຍ່ ຄອບຄົວນ້ອຍເນາະ ເຊັ່ນວ່າຄອບຄົວຄືຂ້າພະເຈົ້າເອງນີ້ ກໍສະເລັ່ຽມື້ນຶ່ງນີ້ ກໍປະມານ 50 ພັນກີຍເນາະ ຊື້ເຂົ້າປາອາຫານ ຮວມທັງອິຫຍັງ ການເດີນືາງໄປເຮັດວຽກ ນໍ້າມັນສະເລັ່ຽໄດ້ປະມານສໍ່ານັ້ນ.

ໃນຂະນະດຽວກັນ ຣັຖກອນຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງກໍເວົ້າວ່າ “ສໍາລັບເງິນເດືອນທີ່ໄດ້ຮັບປະມານ 1,500,000 ກີບນັ້ນ ຂະເຈົ້ານໍາມາໃຊ້ຈ່າຍຄ່າກິນຢູ່ໃນຊີວິດປະຈໍາວັນສະ ເພາະໂຕເອງ ຄິດສເລັ່ຍຕົກມື້ລະປະມານ 60,000 ກີບ ແລະຄ່ານໍ້າມັນຣັຖຈັກສໍາລັບຂີ່ໄປສົ່ງລູກໄປໂຮງຮຽນ ແລະໄປເຮັດວຽກອີກປະມານ 120,000 ກີບຕໍ່ເດືອນ, ລວມແລ້ວ ຄ່າໃຊ້ຈ່າຍຂັ້ນພື້ນຖານຈະຕົກຢູ່ເກືອບ 2,000,000 ກີບຕໍ່ເດືອນ ໂດຍທີ່ບໍ່ລວມຄ່າໃຊ້ຈ່າຍສຸກເສີນຕ່າງໆແລະຄ່າເຄື່ອງໃຊ້ສ່ວນຕົວເຂົ້ານໍາ.ແຕ່ສໍາລັບພະນັກງານ-ຣັຖກອນທີ່ມີລູກຫລາຍ ຄົນ ກໍມີຄ່າໃຊ້ຈ່າຍເປັນທະວີຄູນ”

ດັ່ງນັ້ນ ພະນັກງານ-ຣັຖກອນຊັ້ນຜູ້ເນ້ອຍ ຈຶ່ງຢາກໃຫ້ທາງການລາວ ພິຈາລະນາປັບຂຶ້ນເງິນເດືອນໃຫ້ພວກເຂົາເຈົ້າ ຍ້ອນເງິນເດືອນໜ້ອຍ ບໍ່ຢູ່ກຸ້ມຢູ່ບໍ່ກຸ້ມກິນ, ຕ້ອງໄດ້ຫາອາຊີບຫລືເຮັດທຸຣະກິຈເສີມ.

ດັ່ງຣັຖກອນ ທີ່ມີເງິນເດືອນພື້ນຖານປະມານ 1,500,000 ກີບ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ:

ຕ້ອງໄດ້ມີອາຊີບເສີມ ສ່ວນຫລາຍກໍອີງໃສ່ບົນພື້ນຖານ ຄວາມສາມາດຂອງຄອບຄົວເນາະ ບາງຄອບຄົວຂະເຈົ້າກໍມີທຸຣະກິຈເສີມ ກໍເປັນເຣື່ອງການຂາຍເຄື່ອງຍ່ອຍທົ່ວໄປ ບາງຄອບຄົວກໍເຮັດທຸຣະກິຈເປັນຂອງຕົນເອງ ບາງຄັ້ງກໍເລີກເວນ ເລີກງານແລ້ວ ກໍເຈົ້າກໍມາ ໄປເຮັດເຂົ້າໜົມຂາຍບໍ່ ໄປລ້ຽງເປັດລ້ຽງໄກ່.

ນັບຕັ້ງແຕ່ຄໍາແນະນໍາຂອງກະຊວງການເງິນລາວອອກມາ ພະນັກງານ-ຣັຖກອນຈໍານວນນຶ່ງກໍດີໃຈ ຍ້ອນເງິນເດືອນຂອງພວກຕົນບໍ່ໄດ້ຂຶ້ນມາດົນແລ້ວ ແຕ່ຄ່າຄອງຊີບ ທັງຄ່າອາຫານ ແລະຄ່າເຊົ່າຫ້ອງພັກ ກໍຖີບຕົວສູງຂຶ້ນນໍາເລື້ອຍໆ.

ດັ່ງຣັຖກອນທີ່ມີເງິນເດືອນປະມານ 1,620,000 ກີບ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນກ່າວຕໍ່ວິທຍຸເອເຊັຍເສຣີໃນ  ມື້ວັນທີ 10 ມົກກະຣານີ້ວ່າ:

ກໍຄັນທີ່ວ່າຈະໃຫ້ພຽງພໍເນາະ ມັນກໍບໍ່ພຽງພໍ ກໍຂຶ້ນຢູ່ກັບຄອບຄົວສ່ວນບຸກຄົນເນາະ. ແຕ່ວ່າສໍາລັບຄົນທີ່ວ່າ ມີພື້ນຖານດີໜ້ອຍນຶ່ງ ກໍຖືວ່າບໍ່ມີບັນຫາເນາະ ເຣື່ອງເງິນເດືອນ.

ພະນັກງານ-ຣັຖກອນແຕ່ລະຄົນ ຈະໄດ້ຮັບການປັບຂຶ້ນເງິນເດືອນແຕກຕ່າງກັນ, ຂຶ້ນຢູ່ກັບຊັ້ນ ແລະຂັ້ນເງິນເດືອນ ຊຶ່ງກະຊວງພາຍໃນເປັນຜູ້ກໍານົດອັດຕຣາເງິນເດືອນ.

ດັ່ງຣັຖກອນທີ່ຮູ້ຈັກເຣື່ອງນີ້ເວົ້າໃນມື້ດຽວກັນນີ້ວ່າ:

ເອີ ເງິນເດືອນຂອງພະນັກງານຢູ່ລາວ ຈະຂຶ້ນຢູ່ກັບຊັ້ນຂັ້ນຂອງເງິນເດືອນເນາະ ຄືກໍານົດໂດຍກະຊວງພາຍໃນເນາະ ເພິ່ນເປັນຜູ້ກໍານົດອັດຕຣາເງິນເດືອນເນາະຫັ້ນນະ ມັນຈະມີຫລາຍຂັ້ນເນາະ ທຽບໃສ່ກັບຣະດັບການສຶກສາ ຊັ້ນປຣີນຍາຕຣີບໍ່ ປຣີນຍາໂທບໍ່.

ການຂຶ້ນເງິນເດືອນພະນັກງານ-ຣັຖກອນ ປົກກະຕິແມ່ນຕິດໄລ່ຕາມດັດສະນີ ແລະຄາດວ່າຈະຂຶ້ນໃຫ້ໃນປີ 2022 ນີ້ ແຕ່ຍັງບໍ່ຮູ້ຈະເປັນເດືອນໃດ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການອອກຄໍາແນະນໍາທີ່ວ່ານັ້ນ ຜູ້ຂໍສງວນຊື່ ແລະຕໍາແໜ່ງນາງນຶ່ງ ກ່າວໃນມື້ວັນທີ 10 ມົກກະຣານີ້ວ່າ:

ປົກຕິ ເພິ່ນຄິດໄລ່ຕາມດັສນີ ແຕ່ເກົ່າແມ່ນ 7200 ຕໍ່ດັສນີ. ຖ້າຖານສູງ ເພິ່ນກໍໄດ້ດັສນີຫລາຍ ແມ່ນແຫລະ ເພິ່ນນວ່າສິໃຊ້ປີ 2022 ແຕ່ບໍ່ຮູ້ວ່າເພິ່ນເລີ່ມເດືອນໃດ.

ທີ່ຜ່ານມາ ອັດຕຣາເງິນເດືອນພື້ນຖານຕາມຄ່າດັດສະນີຂອງພະນັກງານ-ຣັຖກອນ ສ່ວນຫລາຍຈະແບ່ງອອກເປັນ 5 ຊັ້ນ ແລະໃນແຕ່ລະຊັ້ນ ຈະແບ່ງອອກເປັນຊັ້ນຍ່ອຍໆ ດັ່ງນັ້ນຈຶ່ງເຮັດໃຫ້ພະນັກງານ-ຣັຖກອນ ມີເງິນເດືອນແຕກຕ່າງກັນ ເມື່ອອີງຕາມດັດສະນີເງິນເດືອນ 7,200 ກີບຕໍ່ດັດສະນີ.

ອີງຕາມຄໍາແນະນໍາສະບັບໃໝ່ ຊຶ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດໃນປີນີ້ ແມ່ນເພິ່ມເງິນຈາກ 7,200 ກີບຕໍ່ດັດສະນີ ເປັນ 7,350 ກີບ. ພາຍຫລັງປະຕິບັດໄປໄດ້ 9 ເດືອນ ຫາກເຫັນວ່າ ແຜນລາຍຈ່າຍເງິນເດືອນບໍ່ພຽງພໍ ທາງຜແນກການເງິນຈະເປັນເຈົ້າການໃນການຄົ້ນຄວ້າລາຍລະອຽດ ແລະນໍາສເນີກົມງົບປະມານແຫ່ງຊາດ ກະຊວງການເງິນ ເພື່ອພິ ຈາລະນາດັດແກ້ດັດສະນີເງິນເດືອນ ໃຫ້ສອດຄ່ອງກັບສະພາບຕົວຈິງຕໍ່ໄປ.

ສໍາລັບພະນັກງານ-ຣັຖກອນ ທີ່ຮັບຜິດຊອບວຽກງານຫຍຸ້ງຍາກ ກໍຈະໄດ້ຮັບເງິນອຸດໜູນເພິ່ມຕື່ມຈາກເງິນເດືອນຂັ້ນພື້ນຖານ. ເງິນອຸດໜູນນັ້ນແບ່ງອອກເປັນ 3 ລະດັບຄື ລະດັບທີ 1 ຈະໄດ້ຮັບເງິນເດືອນເພິ່ມ 30% ຂອງເງິນເດືອນພື້ນຖານ, ລະດັບທີ 2 ເພິ່ມຂຶ້ນ 25% ແລະລະດັບທີ 3 ເພິ່ມຂຶ້ນ 20%. ສ່ວນພະນັກງານ-ຣັຖກອນ ຊຶ່ງປະຕິບັດໜ້າທີ່ວຽກງານຢູ່ເຂດຫ່າງໄກສອກຫລີກ ແລະທຸລະກັນດານ ຈະໄດ້ເງິນເດືອນເປັນ 2 ເທົ່າ, ອີງຕາມດໍາຣັຖວ່າດ້ວຍນະໂຍບາຍຕໍ່ພະນັກງານ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫລີກ ແລະທຸລະກັນ ດານ ເລກທີ 292/ລບ ລົງວັນທີ 5 ເມສາ 2021.

ອີງຕາມຄໍາເວົ້າຂອງຣັຖກອນຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 26 ຕຸລາ 2021, ສເນີປັບຂຶ້ນເງິນເດືອນພະນັກງານ-ຣັຖກອນ ທີ່ໄດ້ບໍ່ເຖິງ 2 ລ້ານກີບ ຍ້ອນວ່າ ໃນໄລຍະການແຜ່ຣະບາດຂອງໂຄວິດ-19 ມານີ້ ຄ່າຄອງຊີບໃນລາວແພງຂຶ້ນ ໂດຍສະເພາະລາຄານໍ້າມັນ ແລະສິນຄ້າທີ່ຈໍາເປັນອື່ນໆ.

ເວົ້າເຖິງເຣື່ອງການຢາກປັບຂຶ້ນຄ່າແຮງງານຂັ້ນຕໍ່າຢູ່ລາວ ຈາກ 1,100,000 ກີບເປັນ 1,500,000 ກີບ ຍ້ອນເງິນກີບເຟີ້, ຄ່າຄອງຊີບແພງ ສູນກາງສະຫະພັນກັມມະບານລາວ ກໍໄດ້ປຶກສາຫາລືຮ່ວມກັບກະຊວງແຮງງານ ແລະສວັດດີການສັງຄົມ ເມື່ອຕົ້ນເດືອນ ຕຸລາ 2021 ຊຶ່ງຄາດວ່າ ແຜນດັ່ງກ່າວ ຈະສໍາເຣັດໃນປີ 2022 ນີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ສະພາການຄ້າລາວ.

ປະເທດລາວ ໄດ້ຂື້ນຄ່າແຮງງານຂັ້ນຕໍ່າ 8 ຄັ້ງ ຄື: ຄັ້ງທໍາອິດປີ 1991 - ຄ່າແຮງງານຂັ້ນຕໍ່າເປັນ 26,000 ກີບ, ປີ 1997 - 36,400 ກີບ, ປີ 2000 - 93,000 ກີບ, ປີ 2005 - 290,000 ກີບ, ປີ 2009 - 348,000 ກີບ, ປີ 2011 - 626,000 ກີບ, ປີ 2015 - 900,000 ກີບ ແລະການປັບຂຶ້ນຄັ້ງຫລ້າສຸດ ປີ 2018 - 1,100,000 ກີບຕໍ່ເດືອນ, ອີງຕາມການຣາຍງານຂອງກະຊວງແຮງງານ ແລະສວັດດີການສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.