ປັບລາຄານໍ້າມັນ ຂຶ້ນເປັນຄັ້ງທີ 4 ໃນຮອບ 2 ເດືອນປີນີ້
2022.02.18

ເມື່ອວັນທີ 10 ກຸມພາ ຜ່ານມາກະຊວງອຸດສາຫະກັມ ແລະການຄ້າໄດ້ອອກແຈ້ງການ ສະບັບເລຂທີ 0168/ອຄ ວ່າດ້ວຍການປັບຂຶ້ນລາຄາ ນໍ້າມັນແອັດຊັງພິເສດຈາກ 16,000 ກີບຂຶ້ນເປັນ 16,830 ກີບ/ລິດ. ແອັດຊັງທັມມະດາປັບຂຶ້ນຈາກ 14,250 ເປັນ 14,920 ກີບ/ລິດ ແລະ ນໍ້າມັນຊວນປັບຂຶ້ນຈາກ 12.590ກີບ ເປັນ 13,160ກີບ/ລິດ. ໂດຍຈະເຣີ້ມ ຈະຕັ້ງປະຕິບັດໃນຂົງເຂດທົ່ວປະເທດ ແຕ່ວັນທີ 12 ກຸມພາ 2022 ເວລາ 06 ໂມງເຊົ້າເປັນຕົ້ນໄປຊຶ່ງຖືວ່າ ເປັນການປັບຂຶ້ນລາຄານໍ້າມັນ ເປັນຄັ້ງທີ 4 ໃນໄລຍະສອງເດືອນທຳອິດ ຂອງປີ 2022 ນີ້.
ເຖິງແມ່ນວ່າ ປະຊາຊົນຈຳນວນຫລາຍ ຈະສະແດງຄວາມບໍ່ພໍໃຈ ຜ່ານສື່ສັງຄົມອ໋ອນລາຍນ໌ ແລະຕ້ອງການໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາລາຄານໍ້າມັນຂຶ້ນ ຢ່າງຕໍ່ເນື່ອງແບບຮີບດ່ວນ. ແຕ່ຢ່າງໃດກໍຕາມໜ່ວຍງານທີ່ກ່ຽວຂ້ອງ ພັດບໍ່ໄດ້ອອກແຈ້ງການ ຫລືມາຕການແນວໃດເພື່ອຊ່ອຍ ຫລຸດຜ່ອນບັນຫາດັ່ງກ່າວນີ້ໃຫ້ແກ່ປະຊາຊົນເທື່ອ.
ດັ່ງເຈົ້າຂອງທຸຣະກິດ ນຳເຂົ້ານໍ້າມັນຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພາ 2022 ນີ້ວ່າ:
“ປະຊາຊົນເພິ່ນກໍທ້ວງຢູ່ ໃນເຟສບຸກຢູ່ໃນໂຊຊຽວຫັ້ນແຫລະ ຂະເຈົ້າກໍເວົ້າວ່າຣັຖບານ ຄືບໍ່ຄວບຄຸມອີ່ຫຍັງຫັ້ນນ່າບໍ່ຄວບຄຸມລາຄານໍ້າມັນ ໃຫ້ແນ່ແລ້ວກໍເພິ່ນກໍບໍ່ເຫັນຈະອອກມາ ອີ່ຫຍັງອອກຂ່າວອີ່ຫຍັງ ໃຫ້ຊິນ່າເຮົາກໍຢາກໃຫ້ລາຄານໍ້າມັນ ທີ່ວ່າໃຫ້ບໍ່ຕ້ອງຂຶ້ນຫລາຍຊິນ່າ.”
ໃນຂະນະດຽວກັນສິນຄ້າ ທີ່ຈຳເປັນຕ້ອງໃຊ້ໃນ ຊີວິດປະຈຳວັນຕ່າງ ໆ ກໍພັດປັບໂຕສູງຂຶ້ນນໍາ ດ້ວຍໂດຍສະເພາະ ສິນຄ້າອຸປໂພກ-ບໍຣິໂພກ ທີ່ຈຳເປັນຕ້ອງໄດ້ນໍາເຂົ້າ ຈາກປະເທດໄທຍ໌ຍ້ອນຄ່າເງິນກີບ ຂອງລາວອ່ອນຄ່າປະມານ 350-360 ກີບແລກໄດ້ 1 ບາດເງິນໄທຍ໌.
ດ່ັງຊາວບ້ານຢູ່ບ້ານ ໂນນດູ່ນະຄອນປາກເຊ ແຂວງຈຳປາສັກນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:
“ແມ່ນບາງໂຕມັນກໍຂຶ້ນ ເພາະວ່າເຣທເງິນມັນຂຶ້ນ ເດ້ມັນຂຶ້ນແຮງອີ່ຫລີນີ້ ນໍ້າມັນແລ້ວກໍເຣທເງິນ ເຣທເງິນຕຣາຫັ້ນນ່າ ແລກປ່ຽນຫັ້ນນ່າເຮັດໃຫ້ເງິນກີບ ມັນອ່ອນຄ່າລົງເງິນເຟີ້ຊໍ່າດຽວນີ້ 360 ແລ້ວຄືນໍ້າມັນເນາະຄືນໍ້າມັນ ມັນກໍແພງເຄື່ອງໃຊ້ຊື້ເປັນພວກ ແຊມພູນໍ້າປາອີ່ຫຍັງກໍເພາະວ່າ ເຮົາເອົາມາແຕ່ໄທຍເບິດເດບາດນີ້ເງິນບາດ ມັນກໍຂຶ້ນເຄື່ອງມັນກໍປັບຂຶ້ນ.”
ທີ່ຜ່ານມານໍ້າມັນເຊື້ອໄຟ ມີລາຄາຢູ່ປະມານ 7,000-8,000 ກີບ/ລິດ ນັບແຕ່ມີການແຜ່ຣະບາດ ຂອງໂຄວິດ-19 ນີ້ນໍ້າມັນເຊື້ອໄຟຄ່ອຍໆ ມີລາຄາສູງຂຶ້ນຈົນຮອດ 16,000ກີບ/ລິດໃນປັດຈຸບັນ ຊຶ່ງຖືໄດ້ວ່າລາຄານໍ້າມັນພາຍໃນປະເທດລາວເພີ່ມຂຶ້ນ ປະມານ 50% ພາຍໃນ ໄລຍະເວລາສອງປີ.
ດັ່ງພະນັກງານຣັຖກອນ ທີ່ມີລາຍໄດ້ເດືອນລະປະມານ 1.3 ລ້ານກີບ ທ່ານນຶ່ງກ່າວວ່າ:
“ນໍ້າມັນກໍຂຶ້ນຂອງກິນ ຂອງຢາກເຮົາກໍຂຶ້ນ ສົມມຸດວ່າເງິນດໍ້າເງິນເດືອນ ກໍຄືເກົ່າບໍ່ຂຶ້ນຍາກແລ້ວ ເນາະຈັ່ງຊັ້ນວ່າເງິນເດືອນຣັຖ ກໍມີແຕ່ເທົ່າໃດລ້ານປາຍຄືວ່າ ນໍ້າມັນກໍ 15,000 ກີບກໍໜັກ ເຕີບຢູ່ຄືບໍ່ຊິບໍ່ເຫລືອເງິນເດືອນກໍມີແຕ່ຫລຸດ ນໍ້າມັນລົງຫັ້ນແຫລະເນາະ ເປັນໄປໄດ້ກໍຫລຸດແບບ 7,000-8,000 ກີບ/ລິດປົກກະຕິແບບເກົ່າ.”
ໃນຂະນະດຽວກັນ ເມື່ອລາຄານໍ້າມັນເຊື້ອໄຟປັບໂຕສູງຂຶ້ນ ເຮັດໃຫ້ປະຊາຊົນຈຳນວນນຶ່ງ ຫັນໄປໃຊ້ຣົຖໄຟຟ້າແທນ ການໃຊ້ຣົຖນໍ້າມັນຍ້ອນລາຄາໄຟຟ້າ ໃນປັດຈຸບັນເຖິງແມ່ນວ່າແພງ ແຕ່ກໍຖືກກວ່າລາຄານໍ້າມັນຮວມເຖິງຫລຸດຄ່າໃຊ້ຈ່າຍ ທີ່ບໍ່ຈຳເປັນລົງໄປພ້ອມກັບການຊອກຫາ ອາຊີບເສີມຕື່ມ.
ດັ່ງຊາວບ້ານ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ອີກນາງນຶ່ງກ່າວວ່າ:
“ກໍຄືຮູ້ເນາະນ້ຳມັນ ມັນຕ້ອງໃຊ້ຢູ້ແລ້ວຫັ້ນນ່າ ແຕ່ມັນກໍຊິມີການຫັນປ່ຽນມາ ຂີ່ຣົຖໄຟຟ້າກໍຈະມີ ບາງຈຳນວນມັນກໍຈະຖືກກວ່າເພາະຄ່າ ໄຟຟ້າມັນບໍ່ໄດ້ແພງມັນກໍຈະຕັດລາຍຈ່າຍ ໂຕຄ່ານໍ້າ ມັນໄປອາດຈະໄປຈ່າຍຄ່າໄຟຟ້າແທນເນາະ ເຣື່ອງຄ່າໃຊ້ຈ່າຍເນາະແຕ່ກີ້ ເຮົາອາດຈະໄປຫລີ້ນໄປທ່ຽວເນາະ ກິນຢູ່ນັ້ນນີ້ແບບນີ້ຫັ້ນນ່າ ແຕ່ເຮົາກໍຕ້ອງໄດ້ຕັດສ່ວນນັ້ນອອກໄປ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ໄປຍັງຣັຖວິສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສອບຖາມສາເຫດ ທີ່ເຮັດໃຫ້ນໍ້າມັນເຊື້ອໄຟ ພາຍໃນປະເທດລາວປັບຂຶ້ນ ລາຄາຢ່າງ ຕໍ່ເນື່ອງ, ມີແນວທາງໃນການຫລຸດຜ່ອນ ລາຄາຫລືເຈຣະຈາກັບພາກສ່ວນ ທີ່ກ່ຽວຂອ້ງເປັນ ແນວໃດແລະຄາດວ່າໃນໄລຍະທ້າຍ ເດືອນກຸມພານີ້ລາຄານໍ້າມັນ ຈະປັບລາຄາຂຶ້ນຕື່ມຫລືບໍ່ ແຕ່ບໍ່ສາມາດຕິດຕໍ່ໄດ້.
ກ່ອນໜ້ານີ້ກະຊວງການເງິນ ໄດ້ຈັດກອງປະຊຸມສຣຸບການຄຸ້ມຄອງ ການເກັບພັນທະຈາກທຸຣະກິດນໍ້າມັນເຊື້ອໄຟວ່າໃນປີ 2022 ນີ້ທາງການລາວ ກຳນົດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເຄື່ອນໄຫວທຸຣະກິດປະເພດນໍ້າມັນ ຈະຕ້ອງປັບຫລຸດອາກອນມູນຄ່າເພີ່ມ ຈາກ 10% ເຫລືອ 7% ອີງຕາມກົດໝາຽວ່າດ້ວຍການປັບປຸງ ບາງມາຕຣາຂອງກົດໝາຽ ກ່ຽວກັບສ່ວຍສາອາກອນ ສະບັບເລກທີ 10/ສພຊ ລົງວັນທີ 7 ສິງຫາ 2021 ຊຶ່ງມີຜົລບັງຄັບໃຊ້ນັບແຕ່ວັນທີ 1 ມົກກະຣາ 2022 ເປັນຕົ້ນມາ.
ແຕ່ຢ່າງໃດກໍຕາມ ການຈັດຕັ້ງປະຕິບັດດັ່ງກ່າວນີ້ ຍັງບໍ່ສາມາດຊ່ອຍຫລຸດຜ່ອນບັນຫາ ລາຄານໍ້າມັນພາຍໃນປະເທດປັບຂຶ້ນຢ່າງຕໍ່ເນື່ອງໄດ້ ຍ້ອນປະເທດລາວຈຳເປັນຕ້ອງ ໄດ້ນຳເຂົ້ານໍ້າ ມັນເຊື້ອໄຟຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ. ອີງຕາມຄຳກ່າວຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄວບຄຸມລາຄານໍ້າມັນ ຕໍ່ວິທຍຸເອເຊັຽເສຣີ ໃນໄລຍະທ້າຍເດືອນມົກກະຣາ ທີ່ຜ່ານມາ.