ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ ເພື່ອຊ່ວຍແກ້ໄຂການເປັນຢູ່ຫຍຸ້ງຍາກ

ຈຳປາທອງ
2024.12.16
ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ ເພື່ອຊ່ວຍແກ້ໄຂການເປັນຢູ່ຫຍຸ້ງຍາກ ຮູບພາບປະກອບ: ຫ້ອງການປົກຄອງ ນະຄອນຫຼວງວຽງຈັນ ຖ່າຍຈາກອານຸສາວະລີ ຫຼືປະຕູໄຊ ເມື່ອເດືອນກັນຍາ 2024
RFA/TS

ທາງການນະຄອນຫຼວງວຽງຈັນ ເບີກຈ່າຍເງິນເກີນແຜນປີ 2023 ຈໍານວນ 50 ຕື້ກີບ ໃຫ້ທະຫານ, ຕໍາຫຼວດ, ຄູ ແລະພະນັກງານ-ລັດຖະກອນ ທົ່ວນະຄອນ ຫຼວງວຽງຈັນ ສາມປະເພດ ໃນມື້ວັນທີ 13 ທັນວາ 2024 ຕາມມະຕິຂອງສະ ພາປະຊາຊົນນະຄອນຫຼວງວຽງຈັນ ວັນທີ 27 ສິງຫາ 2024 ເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກ ທາງດ້ານຊີວິດການເປັນຢູ່ຂອງພວກເຂົາເຈົ້າ.

ການເບີກຈ່າຍເງິນ ໃຫ້ທະຫານ, ຕໍາຫຼວດ, ຄູ ແລະພະນັກງານ-ລັດຖະກອນ ນະຄອນຫຼວງວຽງຈັນນັ້ນ ແມ່ນຈ່າຍໃຫ້ຜູ້ມີຕໍາແໜ່ງບໍລິຫານລະດັບກາງ ປະເພດ 7 ແລະປະເພດ 8 ແລະຜູ້ເປັນວິຊາການ ຄົ້ນຄວ້າຊ່ວຍໜູນ ເທົ່ານັ້ນ ຄື: ຕຳແໜ່ງບໍລິຫານລະດັບກາງ ປະເພດ 7 ໄດ້ 400,000 ກີບຕໍ່ຄົນຕໍ່ເດືອນ, ຕຳແໜ່ງ ບໍລິຫານລະດັບກາງ ປະເພດ 8 ໄດ້ 450,000 ກີບຕໍ່ຄົນຕໍ່ເດືອນ ແລະ ວິຊາການ ຄົ້ນຄວ້າຊ່ວຍໜູນ 500,000 ກີບຕໍ່ຄົນຕໍ່ເດືອນ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການເງິນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ທັນວານີ້ວ່າ ເມື່ອບໍ່ດົນມານີ້ ເພິ່ນກໍໄດ້ເອົາເງິນເກີນແຜນນັ້ນ ຈ່າຍໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ, ເປັນເງິນນະໂຍບາຍຊຸກຍູ້, 6 ລ້ານກີບ ກໍພໍກຸ້ມດົນເຕີບ ແລະໄດ້ໃຊ້ໜີ້ໃຊ້ສິນແດ່.

ເພິ່ນຊຸກຍູ້ກ່ຽວກັບ ຕໍາແໜ່ງນ້ອຍຫັ້ນແຫຼະ ກໍໄດ້ຜູ້ 6 ລ້ານ ເອກກະພາບກັນໝົດນ່າ ຖາມຢູ່ ຫ້ອງການກະສິກໍາເມືອງເຂົາກໍວ່າ ໄດ້ 6 ລ້ານ ຫ້ອງການເຮົາຕໍາແໜ່ງ 7 ຕໍາແໜ່ງ 8 ກໍໄດ້ 6 ລ້ານ ເຂົາໂອນເຂົ້າບັນຊີໃຫ້ເລີຍ ຂັ້ນເທິງເພິ່ນຊິເຫັນວ່າ ໂອ ມັນຈະໄດ້ແກ້ໄຂຊີວິດຄອບຄົວຫຼາຍຢ່າງເດີ ສົມສຸດວ່າ 6 ລ້ານ ຜູ້ເຮັດກະສິກໍາບໍ່ ຫຼືວ່າຜູ້ບໍ່ເຮັດ ກໍນໍ້າມັນທຽວການບໍ່ ກໍຄຸ້ມດົນເຕີບຫັ້ນແຫຼະ ກໍໄດ້ໃຊ້ໜີ້ໃຊ້ສິນແດ່.”

ແລະນາຍຄູ ທີ່ສອນຊັ້ນປະຖົມສຶກສາ ຢູ່ເມືອງໄຊທານີທ່ານຫນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ຕັ້ງແຕ່ຕົນໄດ້ເປັນລັດຖະກອນ ຈົນອາຍຸໄດ້ 55 ປີນີ້ ຫາກໍເຫັນທາງການນະຄອນຫຼວງວຽງຈັນ ເພິ່ນເບີກຈ່າຍເງິນເກີນແຜນໃຫ້ ແລະວ່າ ການເບີກຈ່າຍເງິນເກີນແຜນທີ່ວ່ານີ້ ເປັນງົບເກີນ ປີ 2023 ແຕ່ວ່າເອົາມາປັນໃຫ້ ປີ 2024, ເຮັດໃຫ້ການເປັນຢູ່ ໄຄກວ່າແຕ່ກ່ອນແດ່ ຍ້ອນວ່າ ມີແຕ່ເງິນເດືອນລ້າໆ ດັ່ງທີ່ທ່ານກ່າວວ່າ:

ງົບເກີນ 2023 ຢູ່ ແຕ່ວ່າສິເບີກສິມາຈ່າຍ 2024 ມັນເກີນແຜນຂອງນະຄອນຫຼວງ ຂື້ນແຜນໄວ້ ຈໍານວນນັ້ນ ເພິ່ນເອົາມາອອກແບ່ງປັນໃຫ້ ພະນັກງານຈໍານວນຫນຶ່ງ ບໍ່ເຄີຍມີ ເງິນເກີນ ມີແຕ່ບໍ່ພໍ ບໍ່ເຖິງ ກໍພໍໄຄ ຖ້າບໍ່ເພີ່ມນີ້ ກໍໂອ ພະນັກງານຄູທົ່ວໄປນີ້ ບໍ່ຄຸ້ມດອກ ນໍ້າມັນລົດຍັງບໍ່ຄຸ້ມນ່າ ສອນເຕັມຄື ປະຖົມເລີຍເດ 20 ປາຍຊົ່ວໂມງຕໍ່ອາທິດ.”

ໃນຂະນະດຽວກັນ ນັກວິຊາການ ດ້ານການເງິນ ຢູ່ນະຄອນຫຼວງວຽງຈັນ ນາງຫນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ທັນວານີ້ວ່າ ພະນັກງານ-ລັດຖະກອນ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບເງິນນະໂຍບາຍ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານຊີວິດການເປັນຢູ່ນັ້ນໝົດແລ້ວ, ແຕ່ລາຍລະອຽດ ນາງບໍ່ຮູ້ ແລະວ່າ ພວກເຂົາເຈົ້າ ພາກັນລ້ຽງເຂົ້າທາງຄະນະ, ທາງພະນັກງານຫ້ອງການ ຜູ້ທີ່ບໍ່ໄດ້ຮັບເງິນນະໂຍບາຍນັ້ນ.

ອັນເລື່ອງໃດຫັ້ນ ເພາະວ່າພະນັກງານເຂົາເຈົ້າໄດ້ໝົດແລ້ວ ຕາມນະໂຍບາຍທີ່ເພິ່ນກໍານົດຫັ້ນເດນໍ ແຕ່ວ່າ ອັນລະອຽດຫັ້ນ ເອື້ອຍບໍ່ຮູ້ເດີ ເພາະວ່າ ມື້ນີ້ອ້າຍນ້ອງເຂົາເຈົ້າກໍມາລ້ຽງເຂົ້າທາງຄະນະ ທາງຫ້ອງການຜູ້ທີ່ບໍ່ໄດ້ ເພາະວ່ານະໂຍບາຍ ເຂົາເຈົ້າໄດ້ໝົດແລ້ວ ແລ້ວມື້ນີ້ ກໍເລີຍກໍາລັງອອກໄປກິນເຂົ້າ.”

ແຕ່ເຖິງຢ່າງໃດກໍຕາມ ລັດຖະກອນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານຫນຶ່ງ ກໍເວົ້າວ່າ ພະນັກງານ-ລັດຖະກອນ ສ່ວນຫຼາຍ ຢູ່ນະຄອນຫຼວງວຽງຈັນ ມີເງິນເດືອນໜ້ອຍ, ບໍ່ກຸ້ມກິນ, ຊີວິດການເປັນຢູ່ຫຍຸ້ງຍາກ, ຕ້ອງໄດ້ປູກຝັງ ລ້ຽງສັດ ເພື່ອຊ່ວຍໃຫ້ຄອບຄົວ ພໍກຸ້ມຢູ່ກຸ້ມກິນໄປ, ອາໄສເງິນເດືອນມັນຊິໄດ້ຫຍັງ, ໄດ້ເງິນເດືອນບໍ່ຫຼຸດ 3-4 ລ້ານ ມັນຈຶ່ງຈະຊິກຸ້ມກິນ, ດັ່ງທີ່ທ່ານກ່າວວ່າ:

ມີແຕ່ຮູ້ວ່າ ເງິນເພີ່ມຂື້ນ ໃຫ້ເຮັດປູກຜັກປູກຫຍ້າ ລ້ຽງຫຍັງນໍານີ້ແຫຼະ ປູກເຂົ້າຊ່ວຍແດ່ ເງິນເດືອນຂ້ອຍມັນສິໄດ້ຫຍັງ ມັນບໍ່ພໍແຫຼະ ມັນກໍບໍ່ຫຼຸດລະ 3-4 ລ້ານພຸ້ນແລ້ວ ມັນຈຶ່ງສິພໍກິນ.”  

ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄວາມເຫັນຂອງພະນັກງານ-ລັດຖະກອນ ໃນສື່ສັງຄົມອອນລາຍ ແລະຈາກການສໍາພາດເຈົ້າໜ້າທີ່ ທີ່ເຮັດວຽກທາງດ້ານການເງິນ ຢູ່ນະຄອນຫຼວງວຽງຈັນ, ນອກຈາກທະຫານ, ຕໍາຫຼວດ, ຄູ ແລະພະນັກງານ-ລັດຖະກອນ ຜູ້ມີຕໍາແໜ່ງ ທີ່ໄດ້ຮັບເງິນນະໂຍບາຍ ຄືທີ່ວ່ານັ້ນແລ້ວ ເຫຼົ່າທະຫານ, ຕໍາຫຼວດ ແລະພະນັກງານ-ລັດຖະກອນ ແຫ່ງອື່ນໆ ທີ່ບໍ່ໄດ້ຮັບເງິນນະໂຍບາຍນັ້ນ ກໍຢາກໄດ້ເຊັ່ນກັນ ພໍໄດ້ຊ່ວຍແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານຊີວິດການເປັນຢູ່ໄປ ຄືກັນກັບຜູ້ທີ່ເຮັດວຽກຢູ່ນະຄອນຫຼວງວຽງຈັນ ຍ້ອນທຸກມື້ນີ້ ຄ່າຄອງຊີບຖີບຕົວສູງຂື້ນ ແລະເງິນເດືອນກໍບໍ່ກຸ້ມຢູ່ກຸ້ມກິນຄືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.