ອົງການສາກົລ ສຳຣວດ ພົບ 91% ຂອງຄົວເຮືອນ ໃນລາວປະສົບບັນຫາ ຄ່າຄອງຊີບ
2023.05.19
ປະເທດລາວ ກຳລັງປະເຊີນກັບອັດຕຣາເງິນເຟີ້ ທີ່ບໍ່ສະຖຽນ ຫຼ້າສຸດຕາມການຣາຍງານ ຂອງສື່ທາງການລາວ ອັັດຕຣາເງິນເຟີ້ ຢູ່ໃນລະດັບ 39.9%, ແຕ່ມາເຖິງປັດຈຸບັນອັດຕຣາແລກປ່ຽນ ໂດຍສະເພາະເງິນບາທໄທຍ ອີງຕາມອັດຕຣາແລກປ່ຽນເງິນ ຂອງຮ້ານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໃນເດືອນພຶສພາພົບວ່າ 1 ບາທໄທຍ ເທົ່າກັບ 520,75 ກີບ. ສ່ວນ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 17,231 ກີບ ຊຶ່ງເປັນສະຖິຕິໃໝ່ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນວ່າ ອັດຕຣາແລກປ່ຽນຈະເພີ່ມຂຶ້ນໄວ ຈົນໄປກະທົບຕໍ່ຄ່າຄອງຊີບເຮັດໃຫ້ສິນຄ້າໃນທ້ອງຕລາດເໜັງຕີງ ຂຶ້ນແຮງຄືກັນ ໃນຂະນະທີ່ລາຍຮັບຂອງປະຊາຊົນ ໂດຍສະເພາະຜູ້ທີ່ໄດ້ຮັບຄ່າແຮງງານ ເປັນເງິນກີບບໍ່ກຸ້ມກິນເພາະຄ່າຄອງຊີບ ມັນຕິດພັນກັບສິນຄ້ານຳເຂົ້າຈາກຕ່າງປະເທດ ຊຶ່ງເປັນການຍາກທີ່ຈະຄວບຄຸມລາຄາໄດ້. ສ່ວນປະຊາຊົນທີ່ຫາເຊົ້າກິນຄໍ່າ ກໍໄດ້ແຕ່ຈົ່ມວ່າ ອີ່ຫຍັງກໍແພງໄປໝົດ ຈະຫາທາງອອກແນວໃດເພື່ອຫາລາຍຮັບ ເຂົ້າມາຈຸນເຈືອຄອບຄົວ.
ດັ່ງ ປະຊາຊົນທ່ານນຶ່ງໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ພຶສພາ 2023 ນີ້ວ່າ:
“ຍຸກເຂົ້າຍາກໝາກແພງເອີ່ຍ ຄ່າຄອງຊີບສູງຫຼາຍຄົນບໍ່ຮູ້ວ່າ ຈະປັບໂຕເອງແນວໃດເພື່ອເຮັດໃຫ້ໂຕເອງຢູ່ລອດນໍ້າ ມັນກາແພງຄ່າຄອງຊີບການສູງຂຶ້ນ ສູງຂຶ້ນນັບມື້ ຫຼາຍໆ ຄົນກາອຸກໃຈວ່າຊັ້ນສະຈັກເຮັດຈັ່ງໃດເຮົາສິໄປລອດເນາະ.”
ອີງຕາມໜ່ວຍງານ ການຄ້າທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ເດືອນເມສາ 2023 ລາວຂາດດຸນການຄ້າ 17 ລ້ານໂດລ້າຣ໌ສະຫະຣັຖ. ໂດຍມູນຄ່າ ການນໍາເຂົ້າ-ສົ່ງອອກ ຂອງເດືອນເມສາ 2023 ບັນລຸໄດ້ 947 ລ້ານໂດລ້າຣ໌ສະຫະຣັຖ. ໃນນີ້ມູນຄ່າການສົ່ງອອກ ປະມານ 465 ລ້ານໂດລ້າຣ໌ສະຫະຣັຖ. ມູນຄ່າການນຳເຂົ້າປະມານ 482 ລ້ານໂດລ້າຣ໌ສະຫະຣັຖ ແລະ ຂາດດຸນການຄ້າຢູ່ປະມານ 17 ລ້ານໂດລ້າຣ໌ສະຫະຣັຖ. ໃນນີ້ສິນຄ້າສົ່ງອອກມີຄຳປະສົມ ແລະ ຄຳແທ່ງ, ເກືອກາລີ, ເຈັ້ຍ ແລະ ເຄື່ອງເຮັດດ້ວຍເຈັ້ຍ, ແຮ່ທອງ, ແຮ່ເຫຼັກ. ສິນຄ້າ ນຳເຂົ້າປະກອບມີ ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ນໍ້າມັດແອັດຊັງ, ເຫຼັກ ແລະ ເຄື່ອງເຮັດດ້ວຍເຫຼັກ.
ກອງທຶນດ້ານການເງິນສາກົລ ຫຼື IMF ແລະ ທະນາຄານແຫ່ງ ສປປ ລາວ ຄາດການໄປໃນທິດທາງດຽວກັນວ່າ ເສຖກິຈຂອງລາວ ໃນປີ 2023 ແລະ ປີ 2024 ຈະມີການເຕີບໂຕ ສະເລັ່ຍປະມານ 4% ທ່າມກາງ ຄວາມບໍ່ແນ່ນອນ ຂອງສະພາບການເສຖກິຈໂລກ.
ໃນການຣາຍງານ ຂອງສະພາບເສຖກິຈໂລກ ຂອງ IMF ໃນເດືອນເມສາທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ໄດ້ລະບຸວ່າ ທ່າມກາງຄວາມບໍ່ໝັ້ນຄົງ ທາງເສຖກິຈໂລກ, ເສຖກິຈຂອງ ສປປ ລາວມີທ່າທີ່ຈະເຕີບໂຕຂຶ້ນພາຍຫຼັງ ການຍົກເລີກຂໍ້ຈຳກັດ ໃນການເດີນທາງ ແລະການເປີດປະເທດ ຂອງຈີນ ຊຶ່ງເປັນຄູ່ຮ່ວມມື ຣາຍສຳຄັນຂອງ ສປປ ລາວຊຶ່ງຈະຊ່ອຍຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເຕີບໂຕ ທາງເສຖກິຈໃນພາກພື້ນ ແລະ ສປປ ລາວ.
ນັກທຸຣະກິຈ ທີ່ຂໍສງວນຊື່ ແລະສຽງໄດ້ກ່າວເຖິງບັນຫາ ເງິນກີບອ່ອນຄ່າມັນສົ່ງຜົລ ຕໍ່ການດຳເນີນທຸຣະກິຈໂດຍກົງ. ເຖິງວ່າຜົລປະກອບການ ຍັງຄົງເດີມແຕ່ມູນຄ່າ ມັນຈະໜ້ອຍລົງ. ຕອນນີ້ທຸຣະກິຈຫຼາຍຂແນງ ມີຄວາມຊ່ຽງຫຼາຍ ຈາກອັດຕຣາແລກປ່ຽນທີ່ສະວີງ ຂຶ້ນລົງ ແລະ ພາກທຸຣະກິຈ ຫຼາຍຂແນງການຍັງຄາດການໄດ້ຍາກ ເຖິງຜົລປະກອບການປີ 2023.
“ຄືສະພາບຄືດຽວນີ້ ໝາຍຄວາມວ່າຫຍັງ ຄ່າເງິນກີບມັນບໍ່ຄ່ອຍດີປານໃດ ຫັ້ນນ່າກາເລີຍເຮັດໃຫ້ວ່າເງິນມັນມີໜ້ອຍ ກ່ອນເກົ່າ ຖ້າເຮົາມາເບິ່ງວ່າ ຢູ່ລາວກາບໍ່ທັມມະດາໄດ໋. ພັກ-ຣັຖ ຂອງເຮົາກໍມີການປາບປາມ ແຕ່ວ່າເຮົາກາຜ່ານໄປ ໄດ້ເນາະ.”
ຜົລກະທົບ ຈາກອັດຕຣາແລກປ່ຽນ ໃນປັດຈຸບັນ ຫຼື ເອີ້ນວ່າເງິນເຟີ້ນັ້ນ. ແນ່ນອນວ່າ ປະເທດລາວຍັງເປັນປະເທດ ນຳເຂົ້າກໍເຮັດໃຫ້ສິນຄ້າແພງ ໄປນຳຄືດັ່ງແມ່ຄ້າຂາຍຜັກ ໃນຕລາດ ນະຄອນຫຼວງວຽງຈັນກ່າວວ່າ ລາຄາປ່ຽນໄປແຕ່ລະມື້. ເມື່ອກ່ອນເງິນຍັງບໍ່ທັນເຟີ້ ລາຄາຈະປ່ຽນຕາມຣະດູການ, ແຕ່ດຽວນີ້ເຂົາຈະອີງໃສ່ການແລກປ່ຽນ ເປັນຫຼັກໃນການກຳນົດລາຄາ.
“ຜັກສະລັດກາດຽວນີ້ ໂລນຶ່ງຊາວພັນຕາມທ້ອງຕລາດ ໝາກນາວຫັ້ນຊາວສອງພັນ ຫາຊາວສີ່ພັນ ວ່າຊີ້ ສະຫອມປ້ອມບາງມື້ກາເຈັດສິບ ຂອງບ້ານເຮົາ ລະແປດສິບຂຶ້ນ ໜ້ອຍນຶ່ງ.”
ນັກວິຊາການທ່ານນຶ່ງ ໄດ້ລົງບົດຄວາມ ກ່ຽວກັບບັນຫາດັ່ງກ່າວຜ່ານ ໜັງສືພີມລາວພັທນາ ເມື່ອຕົ້ນປີ ຜ່ານມາ ໂດຍມີເນື້ອໃນວ່າ. ລາຄາສິນຄ້າ ທຸກປະເພດຖີບໂຕຂຶ້ນຢ່າງໄວວາ ແລະສູງຜິດປົກກະຕິ. ອັນເນື່ອງມາຈາກ ການຜັນຜວນ ຂອງເສຖກິຈໂລກໂດຍລວມ. ທຸກຢ່າງຂຶ້ນລາຄາ ບໍ່ມີທ່າທີວ່າຈະຜ່ອນຄາຍລົງ ແມ່ນແຕ່ໜ້ອຍດຽວ. ຊຶ່ງມັນໄດ້ສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານມີຄວາມຝືດເຄືອງຂຶ້ນ ນັບມື້, ຄ່າຄອງຊີບພັດຖີບໂຕສູງຂຶ້ນ ເງິນເດືອນພະນັກງານກໍມີຈຳກັດ.
ໃນບົດຄວາມຍັງລະບຸຕື່ມວ່າ ການແລກປ່ຽນ ແລະ ການໃຊ້ຈ່າຍສະກຸນເງິນຕຣາ ຕ່າງປະເທດ ຢູ່ໃນ ສປປ ລາວ. ບັນຫານີ້ເປັນບັນຫາສຳຄັນ ໃນການສະກັດກັ້ນ ບໍ່ໃຫ້ເງິນກີບເຟີ້. ພວກເຮົາຈະເຫັນໄດ້ບັນດາປະເທດອ້ອມຂ້າງ ບໍ່ໄດ້ຈ່າຍເງິນຫຼາຍສະກຸນ ຄືປະເທດເຮົາ ຢູ່ປະເທດໃດ ຕ້ອງໃຊ້ເງິນປະເທດນັ້ນບໍ່ສາມາດອະນຸຍາດໃຫ້ ໃຊ້ຈ່າຍສະກຸນເງິນອື່ນໄດ້ ໂດຍລຳພັງ. ໂດຍບໍ່ແລກປ່ຽນເງິນກີບ ກ່ອນຈຶ່ງສາມາດຈ່າຍໃນ ສປປ ລາວໄດ້. ບໍ່ເຄີຍເຫັນປະເທດໃດເອົາ ເງິນປະເທດອື່ນມາໃຊ້ຈ່າຍ ແທນເງິນປະເທດຕົນເອງ ຄືກັບປະເທດລາວ ບັນຫານີ້ຣັຖບານລາວ ຕ້ອງເລັ່ງແກ້ໄຂທັນການ.
ການເຜີຍແຜ່ເຣື່ອງ ປະຊາຊົນລາວ 91% ຂອງຄົວເຮືອນປະສົບບັນຫາ ດ້ານຄ່າຄອງຊີບ ເນື່ອງຈາກອັດຕຣາເງິນເຟີ້ ໄດ້ຖືກເຜີຍແຜ່ ເມື່ອວັນທີ 10 ພຶສພາ 2023 ຜ່ານ ທີ່ນະຄອນຫຼວງວຽງຈັນ ໂດຍບັນດາອົງການຈັດຕັ້ງ ທາງສັງຄົມທີ່ມີສ່ວນຮ່ວມ ໃນເຄືອຂ່າຍໂພຊະນາການ ຫຼື SUN CSA ໄດ້ເຜິຍແຜ່ບົດສຶກສາ ກ່ຽວກັບຜົລກະທົບ ຂອງອັດຕຣາເງິນເຟີ້ ຕໍ່ການຄໍ້າປະກັນ ສະບຽງອາຫານ ໃນ ສປປ ລາວ.
ໂດຍການສຶກສາຄັ້ງນີ້ ດຳເນີນໂດຍ 13 ອົງກອນຢູ່ໃນ 14 ແຂວງ ແລະພົບວ່າ 91% ຂອງຄົວເຮືອນແມ່ນປະສົບບັນຫາ ດ້ານຄ່າຄອງຊີບ ເນື່ອງຈາກອັດຕຣາເງິນເຟີ້ ການແຜ່ຣະບາດ ຂອງພະຍາດໂຄວິດ-19 ແລະ ການປ່ຽນແປງ ຂອງດິນຟ້າອາກາດ. ຈາກຜົລຂອງການສຶກສາ ບັນດາອົງການຈັດຕັ້ງທາງສັງຄົມ ຈຶ່ງຢືນຢັນຄວາມໝາຍໝັ້ນ ທີ່ຈະສືບຕໍ່ໃຫ້ໂຄງການສະໜັບສະໜູນ ການດຳຣົງຊີວິດ, ກະສິກັມ, ການສຶກສາ ແລະ ສຸຂພາບສຳລັບຄົວເຮືອນ ໃນປະເທດລາວ ແລະ ສະໜັບສະໜູນ ຊຸມຊົນທີ່ດ້ອຍໂອກາດທີ່ສຸດໃນລາວ ທີ່ໄດ້ຮັບຜົລກະທົບຈາກອັດຕຣາເງິນເຟີ້ ຄ່າຄອງຊີບທີ່ສູງຂຶ້ນໃນລະດັບທີ່ແຕກຕ່າງກັນໄປ.
ການສຳຣວດຄວາມໝັ້ນຄົງ ດ້ານສະບຽງອາຫານຄັ້ງນີ້ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍ ນຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ. 31% ຂອງຜູ້ຕອບແບບສອບຖາມ ເຄີຍໄດ້ອົດເຂົ້າ, 56% ຂອງຄົວເຮືອນ ບໍ່ສາມາດກິນອາຫານ ທີ່ດີຕໍ່ສຸຂພາບ ຫຼື ມີໂພຊະນາການໄດ້ ຕລອດປີ. ຜູ້ຕອບແບບສອບຖາມເຊື່ອວ່າ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງເຂົ້າເຈົ້າແມ່ນ ເຣື່ອງຈາກການເພີ່ມຂຶ້ນຂອງລາຄາອາຫານ (67%) ລາຍຮັບບໍ່ພຽງພໍ, (66%) ແລະການເພີ່ມຂຶ້ນ ຂອງລາຄານໍ້າມັນ, (63%) ຜູ້ຕອບແບບສອບຖາມ ໃຫ້ຮູ້ວ່າຄົວເຮືອນຂອງເຈົ້າ ຕ້ອງໃຊ້ມາຕການ ແກ້ໄຂທາງລົບ ເຊັ່ນ ການຊື້ອາຫານໜ້ອຍລົງ (71%), ການຊື້ຫາອາຫານ ໃຫ້ໄດ້ຫຼາຍຂຶ້ນ (65%), ກິນໜ້ອຍລົງ (52%), ຢືມເງິນ (41%) ແລະ ຂາຍຊັບສິນ (34%). ຄົວເຮືອນທີ່ຕອບແບບສອບຖາມ ຍັງໃຫ້ຮູ້ວ່າມີການຫຼຸດຜ່ອນ ການໃຊ້ຈ່າຍດ້ານການສຶກສາ 15% ມີເດັກນ້ອຍຂາດໂຮງຮຽນ ຫຼື ປະລະການຮຽນ 13% ແລະ ຫຼຸດຜ່ອນການໃຊ້ຈ່າຍ ໃນການຮັກສາສຸຂພາບ ທີ່ຈຳເປັນ 12% ນອກຈາກນີ້ການສຳຣວດອື່ນໆ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ. ເມື່ອບໍ່ດົນມານີ້ພົບບັນຫາ ຄ້າຍຄືກັນ ຈາກບົດຣາຍງານ ການຕິດຕາມປະຈຳເດືອນຂອງ WFP ພົບວ່າ 12% ຂອງຄົວເຮືອນໃນລາວ ແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານ ການສຳຣວດຂອງອົງການ ສຸພານິມິດ ເມື່ອບໍ່ດົນມານີ້ ຍັງພົບວ່າ ໃນ 9 ແຂວງ ມີປະຊາຊນ 35% ທີ່ບໍ່ເຄີຍໄດ້ກິນອາຫານ ໝົດມື້ຢ່າງໜ້ອຍນຶ່ງ ຄັ້ງໃນປີຜ່ານມາ.
ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມມນະໂຍບາຍ ເງິນຕຣາໄດ້ ລະບຸ ວ່າ ຈາກການແກ້້ໄຂບັນຫາ ຂອງຣັຖບານ ໃນຊຸມປີຜ່ານມາ ເຊັ່ນການເປີດປະເທດນັ້ນ ຊຶ່ງກໍຄາດວ່າ ອັດຕຣາການຂຍາຍໂຕ ທາງເສຖກິຈ ຂອງລາວ ຈະຢູ່ໃນລະດັບ 4.5% ໃນປີ 2023 ຈາກລະດັບ 4.4% ໃນປີ 2022. ສຳລັບອັດຕຣາເງິນເຟີ້ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງຫຼຸດລົງໃນເດືອນມີນາ 2023 ແມ່ນໄດ້ຫຼຸດລົງມາທີ່ລະດັບ 40.97% ຈາກລະດັບ 41.26% ໃນເດືອນກຸມພາ 2023.
ເພື່ອຮັກສາສະຖຽນລະພາບ ການເງິນ-ເງິນຕຣາ ແຫ່ງຊາຕ ໃຫ້ໝັ້ນທ່ຽງຫຼຸດຜ່ອນ ຜົລກະທົບ ຕໍ່ການດຳຣົງຊີວິດ ຂອງປະຊາຊົນ ແລະ ບັນລຸຕາມເປົ້າໝາຍ ທີ່ສະພາແຫ່ງຊາຕ ກຳນົດໄວ້ ໃນຕໍ່ໜ້າປີ 2023 ທະນາຄານແຫ່ງ ສປປ ລາວ ຈະດຳເນີນນະໂຍບາຍ ເງິນຕຣາໃນທິດທາງທີ່ຮັດກຸມ ກ່ວາເກົ່າ ແລະຄຸ້ມຄອງການ ແລກປ່ຽນເງິນຕຣາ ໃຫ້ເຂັ້ມງວດຂຶ້ນ. ນອກຈາກນີ້ຍັງໄດ້ສຸມໃສ່ ສ້າງສະພາບແວດລ້ອມ ໃນການເພີ່ມ ການສນອງເງິນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບເສຖກິຈ ໃຫ້ຫຼາຍຂຶ້ນຄຽງຄູ່ກັບການຄຸ້ມຄອງແລກປ່ຽນເງິນຕຣາ ຕ່າງປະເທດແບບຊະຊາຍ ແລະ ມາຕການການ ຄວບຄຸມລາຄາສິນຄ້າ.