ມາດຕະການແກ້ໄຂບັນຫາເງິນເຟີ້ ຂອງພາກລັດ ຄືໃຫ້ປະຊາຊົນຫຼຸດຜ່ອນ ການນຳເຂົ້າສິນຄ້າ
2024.07.15

ໃນຮອບຫລາຍ 2-3 ປີ ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມເລັ່ງແກ້ໄຂ ບັນຫາເງິນກີບອ່ອນຄ່າ ຢ່າງຕໍ່ເນື່ອງ, ສະໜັບສະໜູນ ໃຫ້ພໍ່ແມ່ປະຊາຊົນ ຫັນປ່ຽນມານໍາໃຊ້ສິນຄ້າ ອຸບປະໂພກ-ບໍລິໂພກ ພາຍໃນປະເທດ ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ ທີ່ຕ້ອງຊໍາລະ ເປັນເງິນຕາຕ່າງປະເທດ ແຕ່ຍັງບໍ່ສາມາດ ຕັ້ງປະຕິບັດໄດ້ເທື່ອ, ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 12 ກໍລະກົດ 2024 ນີ້ວ່າ:
“ທະນາຄານກາງ ຫັ້ນນ່າ ນໍາໃຊ້ຜະລິດຕະພັນ ເພິ່ນບໍ່ໃຫ້ອັນນັ້ນ ໃຫ້ໃຊ້ແຕ່ເງິນກີບ ເພາະວ່າມັນມີຫຍັງກໍເວົ້າເລື້ອງສະພາບເງິນຕາ, ເງິນເຟີ້ນີ້ແຫລະ ເນັ້ນການຜະລິດ ພາຍໃນນີ້ແຫລະ ແມ່ນໆ ຫລຸດຜ່ອນການນໍາເຂົ້າ ຈາກຕ່າງປະເທດນີ້ແຫລະ ແທ້ໆ ແລ້ວມັນບໍ່ຈໍາເປັນຫັ້ນນ່າ ເຈົ້າ.”
ອີງຕາມບົດລາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ (Lao PDR Trade Portal) ລະບຸວ່າ ໃນຮອບ 5 ເດືອນທໍາອິດ (ເດືອນມັງກອນ ຫາ ເດືອນ ພຶດສະພາ) ຂອງປີ 2024 ປະເທດລາວ ຂາດດຸນການຄ້າ ເປັນມູນຄ່າ 658 ລ້ານໂດລ້າສະຫະລັດ ຍ້ອນການນໍາເຂົ້ານ້ໍາມັນເຊື້ອໄຟ ແລະ ອຸບປະໂພກ-ບໍລິໂພກ ໃນຊີວິດປະຈໍາວັນ ແລະເປັນຈໍານວນຫລວງຫລາຍ ທ່າມກາງ ສະພາບເງິນກີບ ທີ່ຫລຸດຄ່າລົງເລື້ອຍໆ.
ຂະນະທີ່ ປະຊາຊົນລາວຈໍານວນຫລາຍ ໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດ ຍັງຄົງນິຍົມໃຊ້ສິນຄ້າ ທີ່ນໍາເຂົ້າຈາກປະເທດໄທ ລວມເຖິງຈີນ ແລະຫວຽດນາມບາງສ່ວນ ຍ້ອນສິນຄ້າ ມີຄວາມຫລາກຫລາຍ ແລະ ມີຄຸນນະພາບຫລາຍກວ່າ ສິນຄ້າຂອງຄົນລາວທີ່ຜະລິດພາຍໃນປະເທດ, ດັ່ງ ຊາວນະຄອນຫລວງວຽງຈັນ ທີ່ເຮັດວຽກກ່ຽວກັບ ການນໍາເຂົ້າສິນຄ້າ ອຸບປະໂພກ-ບໍລິໂພກ ຈາກປະເທດໄທ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ທີ່ຈິງ ບ້ານເຮົາຫັ້ນມີຫລາຍ ເລື້ອງສິນຄ້າຫັ້ນ ແຕ່ວ່າຄົນລາວຫັ້ນບໍ່ຄ່ອຍນິຍົມ ສ່ວນຫລາຍຫັ້ນ ຄົນລາວຜະລິດຫັ້ນ ເຂົາສົ່ງອອກນອກ ເຂົາຊິໄດ້ຂາຍຫລາຍກ່ອນ ປະມານນີ້ ແຕ່ບາດນີ້ ຄົນລາວເຮົາຢູ່ພາຍໃນປະເທດນີ້ນ່າ ມັກນິຍົມແບບວ່າ ສິນຄ້າຂອງໄທ ມັນກໍເປັນແບບວ່າ ຄ່ານິຍົມຈັ່ງຊັ້ນຫັ້ນນ່າ ກໍເລີຍວ່າເງິນບາດ ບາດນີ້ຫັ້ນນ່າ ຄົນລາວຫັ້ນ ສ່ວນຫລາຍແມ່ນບໍ່ ທຸກເທດສະການ ທຸກຢ່າງຫັ້ນນ່າ ຄົນລາວຈະ ເວລາພັກຫຍັງກໍຕາມ ແມ່ນຂ້ອຍຈະໄປທ່ຽວຢູ່ໄທ ຂ້າມໄປຢູ່ໄທ ມັກໃນການໜຶ່ງ ບໍລິການ ສອງ ແລ້ວກໍແບບວ່າ ສິນຄ້າກໍມີໃຫ້ເລືອກຫລາກຫລາຍ ຖາມວ່າຢູ່ລາວຫັ້ນ ມີຫລາຍບໍ່ ມີ ແຕ່ວ່າກະຄືວ່າຫັ້ນແຫລະ ຄ່ານິຍົມ.”
ກ່ຽວກັບເລື້ອງນີ້ ເມື່ອອັດຕາເງິນກີບ ຫລຸດຄ່າລົງເລື້ອຍໆ ຈົນຮອດ 750 ກີບ/ບາດໄທ ໃນປັດຈຸບັນ ຈຶ່ງເຮັດໃຫ້ພໍ່ຄ້າ-ແມ່ຄ້າ ຈໍານວນໜຶ່ງ ທີ່ນໍາເຂົ້າສິນຄ້າ ອຸບປະໂພກ-ບໍລິໂພກ ຈາກໄທ ແລະ ປະເທດອອ້ມຂ້າງ ເຂົ້າມາຂາຍພາຍໃນປະເທດລາວ ດ້ວຍເງິນຕາຕ່າງປະເທດ ຈໍາເປັນຕ້ອງປັບລາຄາສິນຄ້າໜ້າຮ້ານທຸກມື້ ຕາມອັດຕາແລກປ່ຽນ ທີ່ຂ້ອນຂ້າງຜັນຜວນ ເຮັດໃຫ້ສ່ຽງຕໍ່ການຫລຸບທຶນ, ແລະ ບາງສ່ວນຈໍາຕ້ອງ ໂຈະກິດຈະການໄປ ແລະຫັນປ່ຽນໄປ ປະກອບອາຊີບອື່ນ, ດັ່ງ ເຈົ້າຂອງຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວວ່າ:
“ປີນີ້ (2024) ຫັ້ນນ່າ ໜັກສຸດ ເອື້ອຍຂາຍບໍ່ໄດ້ເລີຍ ເອ ກໍຕາມທີ່ເຫັນແຫລະ ເສດຖະກິດ ຢູ່ບ້ານເຮົາ ມັນບໍ່ຢາກປານໃດຫັ້ນນ່າ ທຸກດ້ານແລ້ວ ນີ້ມັນຂຶ້ນແຕ່ລະມື້ເລີຍຫັ້ນນ່າ ສິນຄ້າຫັ້ນນ່າ ມັນບໍ່ຄືເກົ່າແຕ່ລະມື້ ແຕ່ລະມື້ ຂຶ້ນມື້ນີ້ ມື້ອື່ນປ່ຽນໄປໃໝ່ອີກ ຕາມອັດຕາເງິນເຟີ້ ເງິນບາດຂຶ້ນສ່ໍາໃດ ເງິນລາວກໍບີບຂຶ້ນສ່ໍານັ້ນ ສູງກວ່າຫລົດ ແມ່ນ ຍາກໆ ຜູ້ຊາຍ...ກໍຍັງເຊົາກະມີ ເຊົາບໍ່ໄຫວກັນ ເຈັ້ງ ໃຊ້ຄໍາວ່າເຈັ້ງສາ ສ່ວນຫລາຍ ເຂົາວ່າເຂົາຢາກ ລົນລະລົງ ເງິນກີບຫັ້ນນ່າ.”
ອີງຕາມອັດຕາແລກປ່ຽນ ຂອງທະນາຄານໃນການຄຸ້ມຄອງຂອງລັດ ພາຍໃນປະເທດລາວ ໃນມື້ວັນທີ 15 ກໍລະກົດ 2024 ລະບຸວ່າ ປັດຈຸບັນ ອັດຕາແລກປ່ຽນ 1 ບາດ ຈະສາມາດແລກເງິນໄດ້ 695,39 ກີບ, 1 ໂດລ້າສະຫະລັດ ແລກໄດ້ 22,226 ກີບ ແລະ 1 ຫຍວນ ແລກໄດ້ 3,658 ກີບ ທັງນີ້ ເປັນອັດຕາທີ່ຕ່ໍາກວ່າ ການແລກປ່ຽນ ໃນຕຫລາດນອກ.
ເນື່ອງຈາກບັນຫາເງິນກີບ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ບໍ່ມີທ່າອຽງຈະຫລຸດລົງ ສະນັ້ນ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມເຖິງຜູ້ປະກອບການ ຮ້ານຄ້າຂາຍເຄື່ອງຍົກ-ເຄື່ອງຍ່ອຍ ແລະ ຮ້ານອາຫານຈໍານວນໜຶ່ງ ໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດ ຈຶ່ງພາກັນອອກມາຕິດປ້າຍ ລົນນະລົງ ແລະ ສະໜັບສະໜູນ ໃຫ້ການຊື້-ຂາຍສິນຄ້າຕ່າງໆ ພາຍໃນປະເທດລາວ ຈະຕ້ອງໃຊ້ຈ່າຍ ເປັນເງິນກີບ ອີກທັງ ຍັງເປັນສົ່ງເສີມ ໃຫ້ເງິນຕາຕ່າງປະເທດ ທີ່ໄຫລວຽນຢູ່ໃນມື ຂອງບຸກຄົນທົ່ວໄປ ກັບໄປສູ່ການຄຸ້ມຄອງ ຂອງທະນາຄານໃນການຄຸ້ມຄອງ ຂອງລັດຫລາຍຂຶ້ນ, ດັ່ງ ເຈົ້າໜ້າທີ່ ກະຊວງການເງິນ ທ່ານໜຶ່ງ ກ່າວວ່າ:
“ເອ ມັນກໍພວກເງິນຕາຕ່າງປະເທດໃນ ພາຍໃນຫັ້ນນ່າ ປະເທດຫັ້ນນ່າ ມັນບໍ່ພຽງພໍຕອບສະຫນອງຊື່ໆ ເນາະ ແຕ່ວ່າເງິນຫັ້ນ ສະເພາະ ເງິນຕາຕ່າງປະເທດຫັ້ນເນາະ ຖ້າວ່າໃຊ້ກັນເອງຫັ້ນນ່າ ມັນຫລາຍ ແຕ່ວ່າເງິນບໍ່ໄດ້ເຂົ້າໄປທາງທະນາຄານຫລາຍຫັ້ນນ່າ ກໍເລີຍຈະເຮັດໃຫ້ ລະບົບການເງິນມີບັນຫາ ແມ່ນແຫລະ ເພາະວ່າຢາກໃຫ້ເງິນ ກັບເຂົ້າສູ່ທະນາຄານ ເພື່ອໃຫ້ ຈະລາຈອນ ມັນດີຂຶ້ນຫັ້ນແຫລະ ເພາະວ່າປັດຈຸບັນ ມັນຊະຊາຍຫລາຍເກີນໄປ ມັນກໍມີ ແຄມເປນ ມີຫຍັງອອກມາຫັ້ນແຫລະ ແຕ່ອັນນີ້ກໍບໍ່ແນ່ໃຈວ່າ ຊິມີແນວໃດຕໍ່ບໍ່ ຫັ້ນນ່າ.”
ອີງຕາມ ປະມວນກົດໝາຍອາຍາ ສະບັບປີ 2017 ມາດຕາ 285 ລະບຸວ່າ ຕິດປະກາດຊື້-ຂາຍສິນຄ້າ, ຮັບຊໍາລະເງິນ, ຮັບແລກປ່ຽນເງິນ ເປັນເງິນຕາຕ່າງປະເທດ, ເປີດບັນຊີ ຢູ່ຕ່າງປະເທດ ແບບບໍ່ໄດ້ຮັບອະນຸຍາດ ຫລື ນໍາເງິນສົດເປັນເງິນຕາຕ່າງປະເທດ ເຂົ້າ-ອອກ ປະເທດລາວ ເກີນມູນຄ່າທີ່ທາງການລາວກໍານົດ ຈະຖືກລົງໂທດ ຕັດອິດສະລະພາບ 6 ເດືອນ ຫາ 2 ປີ ແລະຖືກປັບໃໝ ແຕ່ 3 ລ້ານ ຫາ 10 ລ້ານກີບ.
ກ່ອນໜ້ານີ້ ໃນເມື່ອວັນທີ 9 ກໍລະກົດ 2024 ທີ່ຜ່ານມາ, ມີຜູ້ປະກອບການຈໍານວນໜຶ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ລົນນະລົງ ບໍ່ຮັບຊື້-ຂາຍ ສິນຄ້າດ້ວຍເງິນຕາຕ່າງປະເທດ ຜ່ານການເຜີຍແຜ່ຂໍ້ຄວາມ “ຢູ່ໃນເມືອງລາວ ໃຊ້ແຕ່ເງິນກີບ” ໃນສື່ສັງຄົມອອນລາຍນ໌ ຈາກນັ້ນ ກໍໄດ້ກາຍເປັນກະແສໄປຍັງຮ້ານຄ້າ ໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດລາວ. ທັງນີ້ ຖ້າຫາກຜູ້ໃດຍັງຄົງຕ້ອງການ ໃຊ້ເງິນຕາຕ່າງປະເທດ ພວກຂະເຈົ້າກໍຮັບຊື້-ຂາຍ ດ້ວຍອັດຕາແລກປ່ຽນຢູ່ທີ 250-450 ກີບ/ບາດ ຂະນະທີ່ ທະນາຄານ ໃນການຄຸ້ມຄອງຂອງລັດ ມີອັດຕາແລກປ່ຽນ ໃນປັດຈຸບັນຢູ່ທີ 720-730 ກີບ/ບາດ.
ເຖິງແມ່ນວ່າ ຄົນລາວຈໍານວນຫລາຍ ຈະຮັບຮູ້ວ່າ ຈະບໍ່ສາມາດແກ້ໄຂ ບັນຫາອັດຕາ ເງິນກີບອອ່ນຄ່າໄດ້ຢ່າງແທ້ຈິງ ແຕ່ສາເຫດທີ່ຂ້າພະເຈົ້າຍັງສືບຕໍ່ ກໍເປັນຍ້ອນບໍ່ມີທາງອອກແນວອື່ນ ອີກທັງ ແນວທາງໃນການແກ້ໄຂ ບັນຫາເງິນເຟີ້ຂອງລັດຖະບານລາວ ພັດມີຄວາມຊັກຊ້າ ແລະ ບໍ່ສາມາດຈັດຕັ້ງປະຕິບັດ ໄດ້ແທ້. ເປັນຕົ້ນ ການສະກັດກັ້ນ ບໍ່ໃຫ້ມີການແລກປ່ຽນ ເງິນຕານອກລະບົບ ທະນາຄານໃນການຄຸ້ມຄອງຂອງລັດ. ດັ່ງ ຊາວນະຄອນປາກເຊ ແຂວງຈໍາປາສັກ ທ່ານໜຶ່ງ ກ່າວວ່າ:
“ອື ກໍປະມານນັ້ນ ເພາະວ່າເຮົາພື່ງລັດຖະບານ ບໍ່ໄດ້ ເຮົາກໍຕ້ອງເພິ່ງຕົວເອງ ແກ້ແລ້ວ ແຕ່ວ່າມັນຂ້ອນຂ້າງຊັກຊ້າ ມັນບໍ່ທັນການເນາະ ກໍປິດຮ້ານແລກປ່ຽນທີ່ ຊິວ່າຈັ່ງໃດ ກໍບໍ່ໃຫ້ມີຮ້ານແລກປ່ຽນເນາະ ໃຫ້ແລກນໍາທະນາຄານ ແຕ່ວ່າມັນກະຫ້າມກັນບໍ່ໄດ້ດອກ ມັນກໍມີການລັກແລກກັນ ຄົນເຮົາ ມັນສະຫລາດເນາະ ເຮົາກໍບໍ່ແມ່ນຮ້ານແລກປ່ຽນ ເຮົາກໍລັກແລກ ເຂົາເອີ້ນວ່າຕະຫລາດມື້ບໍ່ ບໍ່ໄດ້ ບອກວ່າຮ້ານແລກປ່ຽນ ແຕ່ວ່າລັກແລກກັນ ຖ້າເຂົາຮູ້ກະຖືກຈັບ ຄືກັນ ຖ້າວ່າລັກແລກ ອື້ ຖ້າບໍ່ຈັບກໍປັບໃໝ ຫລືວ່າ ອາຍັດບັນຊີ ແຕ່ວ່າມັນກໍຄົນ ເຮົາກໍທໍາມາຫາກິນເນາະ ກໍລັກແລກກັນ.”
ທ່ານກ່າວຕື່ມວ່າ ເຖິງແມ່ນຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ແລະ ຮ້ານອາຫານທົ່ວໄປ ຈະຊ່ອຍກັນລົນນະລົງ ໃຫ້ໃຊ້ແຕ່ເງິນກີບ ແຕ່ພັດຍັງມີຜູ້ປະກອບການອີກ ເປັນຈໍານວນຫລາຍ ພາຍໃນປະເທດລາວ ຈໍາເປັນຕ້ອງໃຫ້ໃຊ້ເງິນຕາຕ່າງປະເທດ ໃນການຊື້-ຂາຍສິນຄ້າ ເພື່ອເປັນການຮັກສາມູນຄ່າເງິນ ແລະ ສະດວກໃນການຂົນຍ້າຍເງິນ ເປັນຕົ້ນ ການຊື້-ຂາຍ ອຸບປະກອນກໍ່ສ້າງ ທີ່ມັກໃຊ້ເງິນບາດ ແລ ການຂາຍທີ່ດິນ ທີ່ມັກ ໃຊ້ເງິນໂດລ້າ ສະຫະລັດ.
ທີ່ຜ່ານມາ ທາງການລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ມີແນວທາງທີ່ຈະສຸກຍູ້ໃຫ້ປະຊາຊົນເຮັດວຽກຢູ່ພາຍໃນປະເທດ ເພື່ອແກ້ໄຂບັນຫາຂາດແຄນແຮງງານ ແຕ່ເນື່ອງຈາກສະພາບເງິນກີບອ່ອນຄ່າຕໍ່ເນື່ອງ ປະກອບກັບ ຄ່າຈ້າງແຮງງານຕໍ່າ ຈຶ່ງເຮັດປະຊາຊົນຈຳນວນຫລາຍ ຕ່າງຕ້ອງການໄປເຮັດວຽກຢູ່ໄທ ເພື່ອທ້ອນເງິນບາດ ທີ່ສາມາດຄົງມູນຄ່າ ໃຫ້ຫລາຍກວ່າເງິນກີບ. ດັ່ງ ຊາວນະຄອນຫລວງວຽງຈັນ ທີ່ເຮັດວຽກກ່ຽວກັບ ການນຳເຂົ້າ ສິນຄ້າອຸປະໂພກ- ບໍລິໂພກ ຈາກປະເທດໄທ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ກໍເງິນເຟີ້ນີ້ແຫລະ ໜຶ່ງ ເຮົາມາຕີເປັນເງິນໄທເນາະ ມັນຈະໄດ້ຕ່ໍາ ເຮັດໃຫ້ແຮງງານຂອງເຮົານີ້ນ່າ ຖ້າວ່າເງິນບາດຂຶ້ນແລ້ວ ຕ້ອງໄດ້ຂ້າມໄປເຮັດວຽກຢູ່ໄທແມ່ນບໍ່ ເພື່ອວ່າຈະໄດ້ສົ່ງເງິນໄທ ຫັ້ນນ່າ ກັບມາບ້ານເອົາເງິນໄທ ມາແລກ ຢູ່ບ້ານເຮົານີ້ ເພາະວ່າມັນຫລາຍເດ້ ບາດນີ້ ເງິນເດືອນຂັ້ນຕ່ໍາຢູ່ນີ້ ມັນມີຕັ້ງແຕ່ ອັນ 1,500,000 - 1,600,000 ນ່າ ມັນກໍເລີຍແບບເຮັດໃຫ້ຄົນລາວເຮົານີ້ ໄປເຮັດງານຢູ່ໄທບໍ່ ເພາະວ່າມັນງ່າຍ ສື່ສານກັນກໍເຂົ້າໃຈ ຈັ່ງຊີ້ນ່າ.”
ອີງຕາມ ອັດຕາເງິນເຟີ້ ສະເລັ່ຍຂອງປະເທດລາວ ຂອງສູນສະຖິຕິແຫ່ງຊາດ ສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ໃນຮອບ 5 ປີ ທີ່ຜ່ານມາ (ລະຫວ່າງປີ 2019-2023) ແມ່ນມີທ່າອຽງເພີ່ມຂຶ້ນເລື້ອຍໆ ຄື ໃນປີ 2019 ປະເທດລາວມີອັດຕາເງິນເຟີ້ ຢູ່ທີ່ 3.32%, ປີ 2020 ມີອັດຕາເງິນເຟີ້ ຢູ່ທີ່ 5.07%, ປີ 2021 ມີອັດຕາເງິນເຟີ້ ຢູ່ທີ່ 3.75% ປີ 2022 ມີອັດຕາເງິນເຟີ້ ຢູ່ທີ່ 22.96% ແລະໃນປີ 2023 ມີອັດຕາເງິນເຟີ້ ຢູ່ທີ່ 31.23%.
ສ່ວນໃນຮອບ 6 ເດືອນທໍາອິດ ຂອງປີ 2024 ນີ້, ອັດຕາເງິນເຟີ້ ຢູ່ທີ່ 25.13%.