ກະຊວງການເງິນ-ທະນາຄານ ແຫ່ງ ສປປ ລາວ ຫາລືເພື່ອແກ້ໄຂໜີ້ສິນ

ໄຊຍາ
2024.06.11
ກະຊວງການເງິນ-ທະນາຄານ ແຫ່ງ ສປປ ລາວ ຫາລືເພື່ອແກ້ໄຂໜີ້ສິນ ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ກະຊວງການເງິນ (ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ) ແລະ ທະນາຄານ ແຫ່ງ ສປປ ລາວ (ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ). ນະຄອນຫຼວງວຽງຈັນ ວັນທີ 7 ມິຖຸນາ 2024.
ຮູບພາບ: ທະນາຄານແຫ່ງ ສປປ ລາວ - Bank of the Lao PDR

ໜີ້ສາທາລະນະ ແລະ ໜີ້ຄໍ້າປະກັນ ຂອງປະເທດລາວ ຍັງຢູ່ໃນລະດັບສູງຫຼາຍ ເຊິ່ງມັນໄດ້ກົດໜ່ວງ ສະເຖຍລະພາບ ຂອງເສດຖະກິດ ມະຫາພາກ ແລະ ໂອກາດໃນການພັດທະນາ ຂອງ ສປປ ລາວ ກຳລັງພົບກັບສິ່ງທ້າທາຍ ທັງໃນດ້ານຄວາມສາມາດໃນການສຳລະໜີ້ ແລະ ສະພາບຄ່ອງເນື່ອງຈາກຄວາມຕ້ອງການ ທາງດ້ານການເງິນສູງຫຼາຍ, ທາງເລືອກທາງດ້ານການເງິນ ທີ່ຈຳກັດ, ຄັງສຳຮອງເງິນຕາຕ່າງປະເທດຕໍ່າ ແລະ ຄວາມກົດດັນຈາກການອ່ອນຄ່າ ຂອງເງິນກີບທີ່ສູງຫຼາຍ, ອີງຕາມບົດສະຫຼຸບຫຍໍ້ ບົດລາຍງານສະພາບເສດຖະກິດ ສປປ ລາວ ສະບັບເດືອນພະຈິກ 2023.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 10 ມິຖຸນາ 2024 ວ່າ ເພື່ອເຮັດໃຫ້ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດຂະຫຍາຍຕົວຂຶ້ນ ແລະ ການສໍາລະໜີ້ສິນ ກັບຕ່າງປະເທດເປັນໄປຕາມກຳນົດເວລາ ລັດຖະບານຈະລະດົມທຶນ ຈາກຫົວໜ່ວຍທຸລະກິດ ພາຍໃນໃຫ້ຫຼາຍຂຶ້ນ.

“ຈະຊຸກຍູ້ຕິດຕາມ ແລະ ກວດກາການມອບພັນທະ ຂອງຫົວໜ່ວຍທຸລະກິດ ຂະໜາດໃຫຍ່ ທີ່ເປັນທ່າແຮງ ໂດຍໃຫ້ແຈ້ງມອບເປັນປົກກະຕິ ຂອງບັນດາຜູ້ຮັບເໝົາ ໂຄງການລົງທຶນ ຂະໜາດໃຫຍ່ ເປັນຕົ້ນເຂື່ອນໄຟຟ້າ, ບໍ່ແຮ່, ທາງດ່ວນ, ທຸລະກິດການຂົນສົ່ງ, ການຄ້າທາງດິຈິຕອນ ລວມທັງການຄ້າຂາຍອອນລາຍນ໌ ຈາກນິຕິບຸກຄົນທັງພາຍໃນ ແລະຕ່າງປະເທດ ເພື່ອຂຶ້ນທະບຽນ ແລະ ປະຕິບັດຕາມພັນທະຢ່າງຖືກຕ້ອງ.”

ທ່ານກ່າວຕື່ມວ່າ ຜ່ານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນຕົ້ນປີ 2024 ດ້ານລາຍຮັບ ປະຕິບັດໄດ້ 25,957 ຕື້ກີບ ເທົ່າກັບ 52% ຂອງແຜນການປີທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 64% ລວມເປັນເງິນ 10,165 ຕື້ກີບ.

ປະຈຸບັນ ລັດຖະບານ ມີຄວາມຕ້ອງການເງິນຕາຕ່າງປະເທດ ຢ່າງໜ້ອຍ 10 ຕືື້ໂດລ້າຣ໌ສະຫະລັດ ຕໍ່ປີແຕ່ທະນາຄານແຫ່ງ ສປປ ລາວ ພາຍໃຕ້ການຄຸ້ມຄອງ ຂອງລັດຖະບານ ສາມາດເກັບຊື້ໄດ້ພຽງແຕ່ 3 ຕື້ປາຍໂດລ້າຣ໌ສະຫະລັດ ເຖິງວ່າຈະເກັບຊື້ເງິນຕາ ຕ່າງປະເທດເພີ່ມຂຶ້ນເລື້ອຍໆ ແຕ່ຍັງບໍ່ພຽງພໍ ທີ່ຈະນໍາໄປສຳລະກັບຕ່າງປະເທດ ໄດ້ຢ່າງເໝາະສົມ. ນັບແຕ່ປີ 2019 ເປັນຕົ້ນມາ ລັດຖະບານລາວ ຈຳເປັນຕ້ອງໄດ້ໃຊ້ໜີ້ຕົ້ນທຶນ ກັບດອກເບັ້ຍ ໃຫ້ກັບຕ່າງປະເທດ ຫຼາຍກ່ວາ 1 ຕື້ໂດລ້າຣ໌ຕໍ່ປີ ເຊິ່ງເງິນໃຊ້ໜີ້ເກືອບທັງໝົດ ແມ່ນເປັນສະກຸນໂດລ້າຣ໌, ເງິນບາດ ແລະ ເງິນຢວນ.

ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຍ ຫຼື ADB  ປະຈໍາລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າບັນຫາເລື່ອງໜີ້ສິນ ຂອງປະເທດທີ່ເພີ່ມຂຶ້ນສູງ ແລະ ມີຄວາມສ່ຽງສູງ ທີ່ຈະຜິດນັດການສຳລະໜີ້ກັບຕ່າງປະເທດ ຫຼື ສຳລະບໍ່ຄົບຕາມຈຳນວນທີ່ກຳນົດໄວ້ ກໍ່ຈະສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ ຂອງລັດຖະບານ.

“ມັນກາເປັນຕາມຄວາມເປັນຈິງແຫຼະ ເພາະວ່າຫຼາຍໆ ຢ່າງກາຄືການອ່ອນຄ່າ ຂອງເງິນກີບຫັ້ນອ່ອນຫຼາຍແລ້ວ ເງິນທຶນຊ່ວງນີ້ມັນແພງ ເພາະວ່າຄ່າດອກເບັ້ຍທຸກໆ ຂະແໜງການທຸກປະເທດ ເຂົາກາຂຶ້ນເພື່ອສູ້ກັບເງິນເຟີ້ ຫັ້ນເປັນໜີ້ຫຼາຍ ມັນກາຕ້ອງໄດ້ເວົ້າເອົາເງິນ ຈາກສະກຸນເງິນຈາກສະກຸນ ເງິນໜຶ່ງປ່ຽນເອົາເງິນໂດລ້າຣ໌ ມັນແພງຫຼາຍເດ້ ກາໜ້າເປັນຫ່ວງຫຼາຍອັນຢູ່.”

ທ່ານກ່າວຕື່ມວ່າ ບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ ຖືວ່າສົ່ງຜົນກະທົບຕໍ່ລະບົບເສດຖະກິດ ຂອງປະເທດໜັກສົມຄວນເພາະລັດຖະບານລາວ ຈະເຮັດທຸກແນວທາງເພື່ອເກັບຊື້ ເງິນຕາຕ່າງປະເທດ ໃຫ້ພຽງພໍໃນການສຳລະໜີ້ສິນ ກັບຕ່າງປະເທດເຊັ່ນເພີ່ມມູນຄ່າ ພາສີ-ອາກອນ ສິນຄ້ານໍາເຂົ້າ ກະທົບໄປເຖິງລາຄາສິນຄ້າໃນຕະຫຼາດ ທີ່ຈະຕ້ອງໄດ້ເພີ່ມຂຶ້ນເຊັ່ນດຽວກັນ.

ສ່ວນຂໍ້ແນະນໍາ ຂອງລັດຖະບານກໍ່ຄືຫຼຸດຜ່ອນ ການກູ້ຢືມທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ຢ່າງເຂັ້ມງວດ, ຫຼຸດຜ່ອນການນໍາເຂົ້າທີ່ບໍ່ຈຳເປັນ, ສົ່ງເສີມ ການຜະລິດສະບຽງອາຫານ ແລະ ສົ່ງເສີມການໃຊ້ເງິນກີບ.

ຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າຕົ້ນຕໍ່ສໍາຄັນທີ່ເຮັດໃຫ້ປະເທດລາວ ຕ້ອງມາປະເຊີນກັບບັນຫາເສດຖະກິດ-ການເງິນຕົກຕໍ່າ ແລະ ໜີ້ສາທາລະນະເພີ່ມຂຶ້ນ ຍ້ອນລັດຖະບານ ບໍ່ໄດ້ເອົາໃຈໃສ່ຕໍ່ການແກ້ໄຂ ເທົ່າທີ່ຄວນ ປ່ອຍປະລະເລີຍໃນການຕິດຕາມ-ກວດກາ ໂຄງການຕ່າງໆ ຈົນງົບປະມານຮົ່ວໄຫຼ, ເກີດການສໍ້ລາດບັງຫຼວງ ແຕ່ບໍ່ມີການປາບປາມ ເດັດຂາດ.

“ຄັນຖ້າວ່າ ເພິ່ນຫັ້ນຍັງເລື່ອງບັນຫາ ການປາບປາມການສໍ້ລາດບັງຫຼວງ ແລະການຄຸ້ມຄອງທຸກວຽກງານນີ້ຄືນໃຫ້ ມັນໂປ່ງໃສຖ້າວ່າເພິ່ນຫັ້ນປະປ່ອຍລະເລີຍ ຄືສູ່ມື້ນີ້ໂອ້ເປັນໄປບໍ່ໄດ້ອັນນີ້.”

ຊາວນະຄອນຫຼວງ ອີກທ່ານໜຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ. ບັນຫາເສດຖະກິດ-ການເງິນຕົກຕໍ່າ ແລະ ການເພີ່ມຂຶ້ນຂອງໜີ້ສາທາລະນະ ທັງໝົດແມ່ນລັດຖະບານ ເປັນຜູ້ສ້າງຂຶ້ນແຕ່ປະຊາຊົນລາວກໍ່ໄດ້ຮັບຜົນກະທົບເທົ່າທີ່ຄວນ ເປົ້າໝາຍການພັດທະນາ ປະເທດບໍ່ບັນລຸຕາມແຜນການ ຍ້ອນເຈົ້າໜ້າທີ່ລັດສໍ້ລາດບັງຫຼວງ.

“ຊິມາໃຫ້ປະຊາຊົນ ແບກຮັບແນວໃດແລ້ວໄປສ້າງຫັ້ນ ສ້າງນີ້ງົບເທົ່ານັ້ນເທົ່ານີ້ ລັດຖະບານຕິດໜີ້ກາລັດຖະບານຫັ້ນ ແລ້ວຈ່າຍມັນສໍ້ລາດບັງຫຼວງ ກັນມັນກາບໍ່ໄດ້ແລ້ວເນາະ.”

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 10 ມິຖຸນາ 2024 ວ່າ ບັນຫາເລື່ອງໜີ້ຂອງລັດ ຖືວ່າໜັກສົມຄວນແຕ່ລັດຖະບານ ໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ທັງຈາກງົບປະມານລັດ ແລະ ຈາກການລະດົມທຶນ ຈາກພາຍໃນເພື່ອສຳລະຕົ້ນທຶນ ແລະ ດອກເບັ້ຍໄດ້ຕາມສັນຍາ. ບ້ວງເງິນພັນທະບັດ 8,000 ຕື້ກີບ ມາຮອດປະຈຸບັນໄດ້ສຳເລັດ ການອອກພັນທະບັດ ຈຳນວນ 7,390 ຕື້ກີບເທົ່າກັບ 92% ຂອງແຜນການ. ນອກຈາກລັດຖະບານ ຈະໄດ້ສືບຕໍ່ການປະຕິບັດມາດຕະການຕ່າງໆ ໃນການລະດົມ ເພື່ອສຳລະໜີ້ສິນໃຫ້ຕ່າງປະເທດ ທັນຕາມກຳນົດເວລາ ໂດຍສາມາດຮັບປະກັນ ບໍ່ໃຫ້ປະເທດລາວຕົກເປັນປະເທດ ທີ່ບໍ່ສາມາດສຳລະໜີ້ສິນໄດ້.

“ການແກ້ໄຂໜີ້ສິນໄດ້ສືບຕໍ່ ແກ້ໄຂໜີ້ສິນທັງພາຍໃນ ແລະຕ່າງປະເທດດ້ວຍຮູບການຕ່າງໆ ທັງຈາກງົບປະມານ ຂອງລັດຈາກການລະດົມທຶນ ຈາກພາຍໃນເພື່ອສຳລະຕົ້ນທຶນ ດອກເບັ້ຍຕາມສັນຍາ ໂດຍສາມາດຮັບປະກັນ ບໍ່ໃຫ້ປະເທດພວກເຮົາ ຕົກເຂົ້າໃນປະເທດ ທີ່ບໍ່ສາມາດສຳລະສະສາງໜີ້ນສິນໄດ້.  ນອກຈາກນີ້ ກາໄດ້ສຸມໃສ່ແກ້ໄຂເງິນກູ້ ຂອງລັດວິສາຫະກິດ ຈຳນວນໜຶ່ງ ແລະ ໜີ້ຄ່າກະແສໄຟຟ້າ ການແກ້ໄຂໜີ້ສາທາລະນະ ຍັງບໍ່ໄດ້ດີເທົ່າທີ່ຄວນ.”

ນາຍົກລັດຖະມົນຕີ ກ່າວຕື່ມວ່າ ພ້ອມດຽວກັນນີ້ໄດ້ເຈລະຈາ ກັບບັນດາບໍລິສັດ ຈໍານວນໜຶ່ງ ທີ່ຢືມເງິນກັບທະນາຄານແຫ່ງ ສປປ ລາວ ໃນເມື່ອກ່ອນໃຫ້ສຳລະເງິນ ກູ້ກ່ອນກຳນົດໃນສັນຍາ ເງິນກູ້ເຊິ່ງຜ່ານການເຈລະຈາ ບັນດາບໍລິສັດເຫັນດີ ສຳລະໃຫ້ແລ້ວເກືອບ 30% ຂອງມູນຄ່າ ເງິນກູ້ທັງໝົດ. ພ້ອມນີ້ໄດ້ສຸມໃສ່ແກ້ໄຂບັນຫາໜີ້ເງິນກູ້ ຂອງລັດວິສາຫະກິດ ຈຳນວນໜຶ່ງ ແລະ ໜີ້ຄ່າກະແສໄຟຟ້າ.

ອີງຕາມລາຍງານ ໜີ້ສິນສາທາລະນະຂອງ ກະຊວງການເງິນ ປະຈໍາປີ 2023 ລະບຸວ່າ ໜີ້ສິນສາທາລະນະ ແລະ ໜີ້ຄໍ້າປະກັນ ຂອງພາກລັດເຫຼືອຢູ່ປະມານ 14 ຕື້ໂດລ້າຣ໌ສະຫະລັດ. ໃນຈຳນວນມູນຄ່າ ຂອງໜີ້ສິນທັງໝົດ ແຍກເປັນໜີ້ສາທາລະນະ ກັບຕ່າງປະເທດປະມານ 10 ຕື້ໂດລ້າຣ໌ ສ່ວນຈຳນວນໜີ້ທີ່ເຫຼືອປະມານ 4 ຕື້ໂດລ້າຣ໌ສະຫະລັດ ຈະເປັນໜີ້ຄໍ້າປະກັນ ຂອງພາກລັດ ແລະ ໜີ້ສິນ ໃນປະເທດ. ໃນນີ້ເປັນໜີ້ຈີນ ສູງເຖິງ 51% ຮອງລົງມາ ແມ່ນເປັນໜີ້ທະນາຄານ ພັດທະນາເອເຊັຍ 8%, ໜີ້ທະນາຄານໂລກ 7%, ເປັນໜີ້ປະເທດໄທ 6% ແລະ ສະຖາບັນການເງິນອື່ນໆ ອີກຈຳນວນໜຶ່ງ.

ໄລຍະຜ່ານມາ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຫາລືກັນ ເປັນວາລະພິເສດໃນວັນທີ 07 ມິຖຸນາ 2024 ຜ່ານມາ. ເພື່ອແກ້ໄຂບັນຫາເສດຖະກິດ ຂອງປະເທດ ແລະ ການສໍາລະໜີ້ສິນຕ່າງປະເທດ ພາຍຫຼັງທີ່ລັດຖະບານລາວ ໄດ້ຮັບແຮງກົດດັນຈາກບັນຫາເງິນເຟີ້, ເງິນກີບອ່ອນຄ່າ ແລະ ອັດຕາແລກປ່ຽນ ຜັນຜວນ ຈຶ່ງສົ່ງຜົນກະທົບ ຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ແລະ ຕົກຢູ່ໃນຄວາມສ່ຽງ ບໍ່ສາມາດສຳລະໜີ້ສິນ ໄດ້ຕາມກໍານົດເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.