ທາງການໄດ້ຊ່ອຍເຫຼືອ ຄອບຄົວ ຈາກສວນຖົ່ວ

ສິດນີ
2020.08.26
f-bean-worker ເມັຽຂອງກັມມະກອນລາວ ທີ່ຫາກໍອອກລູກໃໝ່, ໝົດທັງຄອບຄົວ ໄດ້ໜີອອກຈາກສວນໝາກຖົ່ວ ຂອງຈີນ ມາຊົ້ນຢູ່ຕູບນ້ອຍ
ນັກຂ່າວພົລເມືອງ

ໃນວັນທີ 25 ສິງຫາ ປີ 2020 ເຈົ້າຫນ້າທີ່່ ສະຫະພັນແມ່ຍິງລາວ ທີ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຮ່ວມກັບທີມງານ ຈາກ ຫ້ອງການປົກຄອງ, ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງນາຊາຍທອງ ໄດ້ລົງໄປຮີບໂຮມຂໍ້ມູນ ແລະ ເອົາເຄື່ອງຂອງໄປ ຊ່ອຍເຫລືອ ໃຫ້ຄອບຄົວ ກັມມະກອນລາວ ຢູ່ຟາມລ້ຽງເປັດ ແລະ ເຫັດ ທີ່ບ້ານນາຍາງ ຫຼັງຈາກ ຖືກຄົນຈີນໄລ່ອອກຈາກວຽກ ໃນວັນທີ 14 ສິງຫາ ຜ່ານມາ. ຕາມຄຳເວົ້າຂອງ ເຈົ້າຫນ້່າທີ່ ຫ້ອງການສະຫະພັນ ແມ່ນຍິງລາວ ເມືອງນາຊາຍທອງ ໃນວັນທີ 25 ສິງຫາ ນີ້ວ່າ:

“ມື້ນີ້ ທາງພວກເຮົາມາມີ ທາງແມ່ຍິງເມືອງ ຫ້ອງວ່າການ ແລ້ວກໍມີິຫ້ອງການແຮງງານ ທີ່ລົງມານີ້້ນະ ກໍເອົາເຄື່ອງມາໃຫ້ຫັ້ນແຫຼະ ມາຊ່ອຍເຫຼືອ ມາຫຍັງຫັ້ນແຫຼະ ແລ້ວເອົາຂໍ້ມູນຢູ່ ພວກເຮົາ ກໍເອົາຜ້າຫົ່ມມາໃຫ້ ແລ້ວກໍມີຕິກນ້ຳຮ້ອນ ພວກເຮົາເອົາມາໃຫ້ເນາະ ແລ້ວມີເຄື່ອງນຸ່ງ ເອົາຂນົມມຸ້ງ ແຟ້ບ ເອົາແພມເພີສ ມີແຕ່ເຮົາ ເອົາຂໍ້ມູນຂຶ້ນໄປຫາເພິ່ນກ່ອນ ຫັ້ນນາ.”

ຍານາງກ່າວຕື່ມວ່າ ຫລັງຈາກຫ້ອງການ ໄດ້ຮັບຣາຍງານ ຈາກເຈົ້າຫນ້າທີ່ກ່ຽວຂ້ອງ ກໍໄດ້ລົງໄປຮິບໂຮມຂໍ້ມູນ ຈື່ງພົບວ່າ ຄອບຄົວ ກັມມະກອນຜູ້ນີ້ຍັງອົບອຸ່ນຢູ່ ແລະໄດ້ຮັບການຊ່ອຍເຫຼືອ ເຣື້ອງວຽກເຮັດງານທຳແລ້ວ ສ່ວນຄ່າແຮງງານ ທີ່ເຈົ້າຂອງສວນຫມາກຖົ່ວຈີນ ຍັງບໍ່ທັນຈ່າຍ ໃຫ້ຫມົດນັ້ນ ກັມມະກອນມີສິດ ຮຽກຮ້ອງຈາກນັກລົງທຶນຈີນໄດ້. ຍານາງວ່າມື້ອື່ນ ຈະມີການປຶກສາຫາລື ກັບຂັ້ນເທິງ ເພື່ອຫາທາງອອກໃນບັນຫານີ້.

“ເພາະວ່າມື້ອື່ນ ເຮົາຈະໄດ້ປຶກສາຫາລືກັນແລ້ວ ກໍຣາຍງານຕໍ່ຜແນກແຮງງານ ກະຊວງແຮງງານ ແລະ ທ່ານເຈົ້າເມືອງຕື່ມ ແລະກໍຕ້ອງ ລົງຫາຂໍ້ມູນ ຄັນວ່າຈີນບໍ່ທັນໃຫ້ເງິນຄ່າແຮງງານ ແທ້ ເຮົາກໍມີສິດເວົ້າໄດ້ຕາມກົດຫມາຍ ແຮງງານເດ້ ຖ້າຍັງບໍ່ໄດ້ ກໍຕ້ອງໄດ້ສົ່ງຄືນ ເຂົາຄ່າແຮງງານ ກໍບໍ່ເວົ້າເດ້ ຈີນບໍ່ດີ ກໍຍັງເວົ່້າບໍ່ທັນໄດ້ເນີ.”

ໃນຂນະດຽວກັນ ເຈົ້າຫນ້າທີ່ ປກສ ເມືອງນາຊາຍທອງ ກໍເວົ້າວ່າ ວ່າງວັນສຸກວັນທີ 21 ສິງຫາ ຜ່ານມາ ເຈົ້າຫນ້າທີ່ ປກສ ໄດ້ລົງໄປ ຕິດຕາມ ເຈົ້າຂອງສວນຫມາກຖົ່ວ ຈີນ ແຕ່ບໍ່ພົບເຫັນ ນັກລົງທຶນຈີນ ແລະ ພະນັກງານ ຂະເຈົ້າຈັກຄົນ ມີແຕ່ພົບເຫັນຮ່ອງຮອຍການປູກ ໝາກຖົ່ວຢູ່ ຈະຕິດຕາມເພີ້ມຕື່ມ ຖ້າຂັ້ນເທິງ ແນະນຳມາ, ດັ່ງທ່ານເວົ້່າວ່າ:

“ກໍຍັງບໍ່ທັນຮູ້ເທື່ອນ່າ ເພາະວ່າໄປບໍ່ທັນເຈິ ເຂົາເທື່ອ ເນື້ອທີ່ ເຂົາເຈົ້າກໍມີຫັ້ນແຫລະ ແຕ່ວ່າ ຜູ້ກ່ຽວບໍ່ທັນ ຮ່ອງຮອຍຂະເຈົ້່າປູຸກເກົ່າປູກໃຫມ່ ແຕ່ວ່າບໍ່ເຫັນຄົນຫັ້ນນ່າພູ້ນແຫຼະ ທາງຂັ້ນເທິງ ເພີ່ນແນະນຳມາອີກແຫຼະ ຈັ່ງຊີ່ລົງໄປເນີ.”

ອຳນາດການປົກຄອງບ້ານນາຍາງ ເມືອງນາຊາຍທອງ ກ່າວກ່ຽວກັບການສຶກສາ ຂອງເດັກນ້ອຍ 4 ຄົນ ນັ້ນວ່າ ໃນມື້ວັນສຸກ ວັນທີ 21 ສິງຫາ ຜ່ານມາ ໄດ້ສົ່ງຫນັງສື ໄປຫາຫ້ອງການ ສຶກສາ ແລະ ກິລາ ເມືອງນາຊາຍທອງ ເພື່ອຊອກຊ່ອງທາງ ເອົາເດັກນ້ອຍເຂົ້າໂຮງຮຽນ ໃນວັນເປີດຮຽນ ວັນທີ 1 ກັນຍາ ນີ້້່.

“ດຽວນີ້ປະສານຫ້ອງການສຶກສາເມືອງ ຢູ່ເນາະ ເຂົາເຈົ້າຊີ່ຕອບມາແນວໃດ ໃຫ້ບ້ານຊ່ອຍເຫລືອ ແນວໃດ ຄັນບໍ່ຕອບກໍມີແຕ່ ບ້ານນີ້ຢັ້ງຢືນ ຊີ່ມາເວົ້ານຳ ຜູ້ອຳນວຍການຢູ່ບ້ານນີ້ ກໍເອົາເຂົາເຈົ້າ ມາຝາກຢູ່ບ້ານ ເຂົ້າໂຮງຮຽນກ່ອນນີ້ແຫຼະ ທືນຮອນຢາກຊອກຜູ້ມາອຸປຖັມ ເດັກນ້ອຍ ເຂົ້າໂຮງຮຽນ ນຳແຕ່ເຄື່ອງນຸ່ງ ຕຳຣາຮຽນ ປື້້ມບິກ ມະຫຍັງຕ່າງໆ.”

ຄອບຄົວກັມມະກອນລາວ ຍັງຕ້ອງການຄວາມຊ່ອຍເຫລືອ ຕື່ມອີກ ກ່ຽວກັບບ່ອນຢູ່ອາສັຍ ແບບຖາວອນ ຍ້ອນວ່າໃນເວລານີ້້ ພວກເຂົາເຈົ້າ ພັກຢູ່ຂ້າງຟາມໄກ່ ຊົ່ວຄາວ. ດັ່ງ ເຈົ້າຫນ້າທີ່ ຫ້ອງການປົກຄອງ ເມືອງນາຊາຍທອງ ກ່າວພາຍຫລັງ ໄດ້ລົງໄປຮິບໂຮມຂໍ້ມູນ ນຳຄອບຄົວ ກັມມະກອນລາວວ່າ:

”ໂອ້ ເຣື້້ອງຄວາມຢາກຊ່ອຍເຫລືອ ເຂົາເຈົ້າຢາກໃຫ້ຊ່ອຍເຫລືອ ຫັ້ນແຫລະເນາະ ຄືຢູ່ນີ້ ບໍ່ທັນໄດ້ເປັນເຮືອນເປັນຊານ ມະຫຍັງຫັ້ນນ່າ ແລ້ວເຂົາເຈົ້າກໍເອົາຕຽງໃສ່ມາໃຫ້ນອນ ແລ້ວກໍກາງມຸ້ງ ມະຫຍັງ ທັມມະດານີ້ນ່າ ຍັງບໍ່ມີທີ່ພັກ ທີ່ຖາວອນເນີ.”

ໃນຂນະດຽວກັນເຈົ້າຂອງຟາມເປັດແລະເຫັດ ກໍເວົ້າວ່າປັດຈຸບັນ ໂຕເອງໄດ້ໃຫ້ທີ່ພັກພາອາສັຍ ແກ່ກັມມະກອນຄອບຄົວນີ້ໂດຍບໍ່ຄິດຄ່າ ໃຊ້ຈ່າຍ ແລະໃຫ້ຜູ້ເປັນຜົວ ເບີ່ງແຍງຟາມ ໃຫ້ເງີນເດືອນ ເດືອນລະ 1 ລ້ານກີບ ສ່ວນເມັຽນັ້ນ ຍັງບໍ່ແນ່ວ່າ ຈະມີວຽກໃຫ້ລາວເຮັດ ຍ້ອນວ່່າລາວຕ້ອງໄດ້ເບິ່ງແຍງລູກ ນ້ອຍລາວກ່ອນ:

“ວຽກກໍມີແຕ່ວ່າ ຜົວເພີ່ນຫັ້ນແຫລະ ເຮັດວຽກໃຫ້ອ້າຍນະ ຜູ້ຍິງນັ້ນເມັຽ ເພິ່ນຫັ້ນ ຕອນນີ້ຍັງເຮັດວຽກບໍ່ໄດ້ ເພາະວ່າຫາກໍເກີດລູກຕ້ອງ ລໍໄປຈັກ ຫນ່ອຍແຫລະ ແຕ່ຖ້າວ່າເພິ່ນແຂງແຮງ ແລ້ວກໍອາດມີວຽກໃຫ້ເພິ່ນເຮັດ ແຕ່ກໍຢ່າງວ່າແຫລະ ເພີ່ນກໍຄາລູກນ້ອຍຢູ່ດີ.”

ກ່ຽວກັບການຊ່ອຍເຫລືອ ຜູ້ເປັນແມ່ແລະລູກນ້ອຍເກີດໃຫມ່ ເບື້ອງຕົ້ນທາງເຈົ້າຫນ້າທີ່່ ສາທາຣະນະສຸກ ເມືອງນາຊາຍທອງ ຍັງບໍ່່ໄດ້ຮັບ ຣາຍງານຂໍຄວາມຊ່ອຍເຫຼືອ ແຕ່ຢ່າງໃດ ແຕ່ຖ້າຫາກ ຜູ້ເປັນແມ່ ແລະລູກນ້ອຍ ຄົນນີ້ມີສຸຂພາບບໍ່ແຂງແຮງ ກໍຈະມີຫມໍມາໃຫ້ການ ແນະນຳໃນການດູແລ:

“ກໍມີແຕ່ວ່າ ເຮົາຈະໃຫ້ການແນະນຳ ການດູແລ ການດູດນົມ ການໃຫ້ນົມຈະມີແພດ ມີຫມໍມາເບີ່ງເນີ ຫາກຜູ້ໃດມາຫາເຮົາ ຢູ່ໂຮງຫມໍ ຫລືອາດຈະໂທ ສາຍດ່ວນເຮົາ ກໍຈະລົງໄປກວດ ແຕ່ວ່າ ໄລຍະຜ່ານມາ ບໍ່ເຫັນມີຫຍັງເນາະ ຖືວ່າບໍ່ມີ.”

ຄອບຄົວກັມມະກອນລາວ ທັງ 7 ຄົນນີ້ ມາຈາກແຂວງ ອຸດົມໄຊ ປະກອບຜົລເມັຽ ແລະລູກ 5 ຄົນ ຮ່ວມດ້ວຍລູກນ້ອຍຫາກໍເກີດໃຫມ່ 1 ຄົນ ເຂົ້່າມາເຮັດວຽກ ໃນສວນຫມາກຖົ່ວຈີນ ຢູ່ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ 15 ມື້ ຕ້ອງໄດ້ຄ່າ ແຮງງານ ທັງຫມົດ 7 ແສນກີບ ແຕ່ຖືກເຈົ້າຂອງສວນຄົນຈີນ ໄລ່ອອກການກ່ອນ ຍ້ອນບໍ່ເຮັດວຽກ ເກີນຊົ່ວໂມງ ແລະ ຂໍເບີກເງິນ ລ່ວງຫນ້່າ ເພື່ອຊື້ອາຫານໃຫ້ລູກກິນ ຈຶ່ງໄດ້ເງິນຄ່າຈ້າງພຽງແຕ່ 3 ແສນກີບເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.