ກັມມະກອນລາວພ້ອມລູກເມັຽ ມີຜູ້ ຊ່ອຍເຫຼືອແລ້ວ

ພູວົງສ໌
2020.08.20
F-workers ກັມມະກອນລາວ ພ້ອມດ້ວຍລູກນ້ອຍ ຖືກຄົນຈີນ ໄລ່ອອກວຽກ ຍ້ອນບໍ່ເຮັດວຽກກາຍເວລາ ໄດ້ຮັບການຊ່ອຍເຫຼືອ ຈາກ ເຈົ້າຂອງຟາມ ເປັດ ແລະ ເຫັດ ຄົນລາວ.
ນັກຂ່າວພົລເມືອງ

ຄອບຄົວກັມມະກອນລາວ ມາແຕ່ແຂວງອຸດົມໄຊ 7 ຄົນ ປະກອບດ້ວຍ ຜົວ, ເມັຽ ແລະ ລູກ 5 ຄົນ ເຂົ້າມາເຮັດວຽກຢູ່ສວນໝາກຖົ່ວ ຂອງນັກລົງທຶນຈີນ ຢູ່ບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ພຽງ 15 ມື້, ແຕ່ຊ້ຳພັດຖືກເຈົ້າຂອງສວນໝາກຖົ່ວ ທີ່ເປັນຄົນຈີນ ໄລ່ອອກວຽກ ຍ້ອນບໍ່ເຮັດວຽກກາຍເວລາ ແລະ ຂໍເບີກເງິນ ນຳຄົນຈີນມາຊື້ອາຫານ. ຊາວບ້ານ ບ້ານນາຍາງ, ເມືອງ ນາຊາຍທອງ ຜູ້ນຶ່ງ ທີ່ເຫັນເຫດການ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 17 ສິງຫາ ນີ້ວ່າ:

“ເພິ່ນເລົ່າໃຫ້ຟັງວ່າ ມັນເລີກໂມງແລ້ວ 5 ໂມງ, ຫັ້ນນ່າ. ເພິ່ນກະອອກມາແຕ່ງກິນ, ແຕ່ຈີນມັນຍັງບໍ່ໃຫ້ເລີກ. ເພິ່ນກໍໄດ້ຂໍເບີກເງິນ ລະບາດນີ້ຈີນມັນບໍ່ໃຫ້ ຈີນກະຕາມມາທີ່ພັກ, ຫັ້ນນ່າ ມາດ່າມາຕີ, ຫັ້ນນ່າ. ລະເງິນເດືອນນັ້ນ ເຂົາກະໃຫ້ 2 ຄົນ ຜົວ-ເມັຽນັ້ນ 15 ມື້ນັ້ນ 700,000 ກີບ, ແຕ່ເຂົາເຈົ້າໄດ້ເງິນມາແຕ່ 300,000 ລະຈີນກະໄລ່ໜີ. ລະຈີນນັ້ນກະບໍ່ຍອມ ກະພາພວກ 4-5 ຄົນ ມາໄລ່ ລຸມທຳຮ້າຍ 2 ຜົວ-ເມັຽນີ້ນ່າ. ເພິ່ນກະເລີຍວ່າຫອບລູກຫອບເມັຽນັ້ນໜີ ອອກມາຈາກນັ້ນ ລະກະມາຢູ່ຕູບ ລະເມັຽເພິ່ນນັ້ນກະເກີດລູກກາງຄືນ.”

ຫຼັງຈາກທີ່ຖືກໄລ່ອອກຈາກສວນໝາກຖົ່ວ ໃນວັນທີ 14 ສິງຫາ, ພວກເຂົາ ກໍຍ່າງມາພັກຢູ່ຕູບນ້ອຍ ຢູ່ບ້ານຫ້ວຍນ້ຳເຢັນ ແລະ ໃນເວລານັ້ນ ຜູ້ເປັນເມັຽ ກໍເກີດລູກຢູ່ຕູບນ້ອຍ ໃນຂະນະທີ່ຝົນຕົກແຮງ, ຟ້າເຫຼື້ອມ, ຟ້າຮ້ອງ. ຊາວບ້ານທ່ານນີ້ ກ່າວວ່າ ຈະປະສານຫາອຳນາດການ ປົກຄອງບ້ານ ບ້ານນາຍາງ ເພື່ອໃຫ້ເດັກນ້ອຍເຫຼົ່ານັ້ນ ໄດ້ຮຽນໜັງສື ຍ້ອນວ່າ ເຂົາເຈົ້າບໍ່ໄດ້ຮຽນ, ແຕ່ພາກັນເຮັດວຽກຢູ່ໃນສວນໝາກຖົ່ວ ຂອງນັກລົງທຶນຈີນ, ໂດຍໄດ້ຄ່າຈ້າງ ມື້ລະ 10 ພັນກີບ.

“ລູກຜູ້ທີ 5 ນ່າ ທີ່ເກີດໃໝ່, ຫັ້ນນ່າ. ລະທີ່ໃຫຍ່ແລ້ວຫັ້ນ 4 ຄົນ ແລ້ວຕອນນີ້ ເດັກນ້ອຍກະບໍ່ໄດ້ຮຽນໜັງສືເດ 4 ຄົນນີ້ ຍັງບໍ່ໄດ້ຮຽນໜັງສື, ຕ້ອງມາຊ່ອຍພໍ່-ແມ່ ເຮັດວຽກ. ຈີນກໍມາເອົາໄປເຮັດວຽກໄດ໋ ກະໄປເກັບຖົ່ວເກັບຫຍັງນ່າ. ເຂົາຈ່າຍໃຫ້ເດັກນ້ອຍຄົນນຶ່ງ 10 ພັນບໍ? ຈະໄປລົມໃຫ້ນາຍບ້ານ ຊ່ອຍນຳວ່າ ມີເດັກນ້ອຍ 3-4 ຄົນນີ້ ຢາກໃຫ້ຮຽນໜັງສືຢູ່ບ້ານນາຍາງ ເປັນຄອບຄົວຜູ້ທຸກຍາກ, ຈັ່ງຊີ້.”

ກ່ຽວກັບການຊ່ອຍເຫຼືອ ຂອງເຈົ້າໜ້າທີ່ຂັ້ນເມືອງນັ້ນ, ເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງນາຊາຍທອງ ກ່າວວ່າ ມາຮອດປັດຈຸບັນ, ກໍຍັງບໍ່ທັນໄດ້ຮັບຣາຍງານ ຈາກຂັ້ນບ້ານເຖິງບັນຫາດັ່ງກ່າວທີ່ເກີດຂຶ້ນ, ແຕ່ຫາກຄອບຄົວກັມມະກອນລາວນີ້ ຖືກເຈົ້າຂອງ ສວນໝາກຖົ່ວ ທີ່ເປັນຄົນຈີນໄລ່ອອກແທ້ ກໍຈະມີແນວທາງ ໃນການຊ່ອຍເຫຼືອ ພວກເຂົາເຈົ້າ. ດັ່ງທ່ານກ່າວ ໃນວັນທີ 17 ສິງຫາ ນີ້ວ່າ:

“ເພາະວ່າພວກເຮົາບໍ່ຮູ້ເດວ່າ ມາເປັນຄອບຄົວ ອອກແຮງງານມາຢູ່ນຳຈີນ, ຈີນໄລ່, ຈັ່ງຊີ້ນ່າ ມັນຍັງບໍ່ຮູ້. ຄັນຮູ້, ລະຊິເວົ້າໄປກ່ອນ ມັນກະຊິເວົ້າຈັ່ງໃດ ຄັນບໍ່ເຫັນໂຕຈິງ, ຫັ້ນນ່າ. ອັນທີ່ຈິງມີ ແນວທາງ ຂອງພັກ ຂອງຣັຖກະມີ ໃນການຊ່ອຍ, ຫັ້ນນ່າ.”

ເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ເມືອງນາຊາຍທອງ ຍັງບໍ່ທັນຮູ້ກ່ຽວກັບບັນຫາດັ່ງກ່າວ, ແຕ່ກໍມີແຜນຊ່ອຍເຫຼືອແມ່ຍິງ ແລະ ລູກ ໃຫ້ມີສຸຂພາບແຂງແຮງ ຫາກໄດ້ຂໍ້ມູນລະອຽດຈະແຈ້ງແລ້ວ. ດັ່ງທ່ານໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 20 ສິງຫາ ວ່າ:

“ບໍ່ທັນເຫັນຊ້ຳໄດ໋ນິ່ ບໍ່ທັນຮູ້ຂ່າວ ຂໍສົມທົບເອື້ອຍ-ນ້ອງກ່ອນ. ເກີດລູກນີ້ ມັນຕ້ອງຕິດພັນກັບສາທາ ຕ້ອງໄດ້ເປັນຜູ້ໂຕແທນໃຫ້ຂະເຈົ້າ ປະສານຫາສາທານີ້ແຫຼະເນາະ ເວົ້າເຣື່ອງການໃຫ້ປິ່ນປົວສຸຂພາບ ຂອງລາວ, ຫັ້ນນ່າ. ຕ້ອງໄດ້ເອົາຂໍ້ມູນລະອຽດ ຈະແຈ້ງສາກ່ອນ.”

ຄົນຈີນເຂົ້າໄປລົມກັບຊາວບ້ານ ໃນເຂດດັ່ງກ່າວ ເພື່ອເຊົ່າດິນເຮັດການຜລິຕເອງ, ໂດຍບໍ່ຜ່ານການອະນຸມັດ ຈາກ ຫ້ອງການແຜນການ ແລະການລົງທຶນ. ເຈົ້າໜ້າທີ່ ຫ້ອງການແຜນການ ແລະ ການລົງທຶນ ເມືອງນາຊາຍທອງ ກ່າວໃນວັນທີ 20 ສິງຫາ ວ່າ:

“ປີກາຍນີ້ມານີ້ແຫຼະ ເຂົາເຈົ້າປູກອັນນັ້ນນ່າ. ບໍ່ແມ່ນແຕ່ໝາກຖົ່ວ ໜໍ່ໄມ້ຝຣັ່ງ ອີ່ຫຍັງແດ່ນີ້ແຫຼະ ຂະເຈົ້າທົດລອງ, ຫັ້ນນ່າ. 5 ເຮັກຕ້າຣ ລົງມານີ້, ບໍ່, ບໍ່ໄດ້ຜ່ານ. ຂະເຈົ້າລົມກັບຊາວບ້ານ ຕາມຂໍ້ມູນ, ຫັ້ນນ່າ ເພາະວ່າເຮົາຍັງຖາມ, ຖາມຫົວໜ້າກຸ່ມຢູ່ ມັນຢູ່ກຸ່ມເຂດອີ່ໄລ.”

ທ່ານກ່າວຕື່ມວ່າ ຫຼັກການ ໃນການເຊົ່າ-ສັມປະທານທີ່ດິນ ໃນລາວນັ້ນ, ຫາກຕ່ຳກວ່າ 5 ເຮັກຕ້າຣ ລົງມາ, ນັກລົງທຶນ ສາມາດເຊົ່າ -ສັມປະທານທີ່ດິນ ກັບຊາວບ້ານໂດຍຕຣົງ ບໍ່ຕ້ອງຜ່ານຫ້ອງການເມືອງ. ສ່ວນດິນ 5 ເຮັກຕ້າຣ ຂຶ້ນໄປ ແຕ່ບໍ່ເກີນ 20 ເຮັກຕ້າຣ ຂັ້ນເມືອງຮັບຜິດຊອບ/ອະນຸຍາດ ບໍ່ຕ້ອງຜ່ານນະຄອນຫຼວງວຽງຈັນ. ຂະນະທີ່ ທີ່ດິນ 20 ເຮັກຕ້າຣ ຂຶ້ນໄປ ຂັ້ນແຂວງຈະຮັບຜິດຊອບ /ອະນຸຍາດຂັ້ນສູງ.

ຫຼ້າສຸດ, ຄອບຄົວກັມມະກອນລາວມາແຕ່ ແຂວງອຸດົມໄຊ 7 ຄົນ ປະກອບດ້ວຍ ຜົວ, ເມັຽ ແລະລູກ 5 ຄົນ ໄດ້ຮັບການຊ່ອຍເຫຼືອຈາກ ເຈົ້າຂອງຟາມເປັດ ແລະ ຟາມເຫັດ ຮັບເອົາຜູ້ເປັນຜົວ ເຂົ້າເຮັດວຽກ ເປັນຄົນງານ ເບິ່ງແຍງຟາມ ຢູ່ບ້ານນາຍາງ, ເມືອງນາຊາຍທອງ ໃຫ້ເງິນເດືອນ ເດືອນລະ 1 ລ້ານກີບ ພ້ອມທີ່ພັກບໍ່ເສັຽຄ່າແລ້ວ, ຕາມຄວາມເວົ້າ ຂອງເຈົ້າຂອງຟາມເປັດ ແລະ ຟາມເຫັດ ບ້ານນາຍາງ ເມືອງນາຊາຍທອງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫາ ນີ້ວ່າ:

"ຊິໃຫ້ພໍ່ເຮັດວຽກ. ອັນຢູ່ສວນເອື້ອຍຫັ້ນ ເອື້ອຍລ້ຽງເປັດ ລະກະປູກເຫັດ, ຫັ້ນນ່າ. ປູກເຫັດນາງລົມ ປູກເຫັດຂອນຂາວຫັ້ນ ລະກະໃຫ້ ຂະເຈົ້າຊ່ອຍເບິ່ງຫັ້ນລະ. ອີ່ຕົນຂະເຈົ້າບໍ່ມີບ່ອນຢູ່, ໄດ້ໃຫ້ທີ່ພັກ ທີ່ຫຍັງ ແຕ່ລະຄົນ ກະໃຫ້ຢູ່ຫັ້ນໝົດ ຄ່ານ້ຳຄ່າໄຟ ເພິ່ນກະບໍ່ໃຫ້ອີ່ຫຍັງ ຫັ້ນນ່າ ມີພຽງແຕ່ວ່າ ເອົາໄປຢູ່ນຳ ແບບວ່າໃຫ້ແມ່ ແລະ ລູກນ້ອຍຫັ້ນແຂງແຮງ.”

ສ່ວນຜູ້ເປັນເມັຽ ແມ່ນຕ້ອງລ້ຽງລູກນ້ອຍ ຫາກໍເກີດກ່ອນ ແລ້ວລູກໃຫຍ່ຈັກໜ່ອຍແລ້ວ ກໍສາມາດເຮັດວຽກເປັນຄົນງານ ຊ່ອຍຜົວເບິ່ງແຍງ ຟາມ ມີເງິນເດືອນຄືກັບຜົວໄດ້. ສຳລັບລູກນ້ອຍ ທີ່ເເກີດໃໝ່ ເຖິງ 10 ປີ ແມ່ນຢູ່ຣະຫວ່າງການປະສານງານ ກັບອຳນາດການປົກຄອງບ້ານ ຊອກຫາໂຄງການຮຽນໂດຍບໍ່ເສັຽຄ່າ ສຳລັບຄອບຄົວທຸກຍາກ. ອຳນາດການປົກຄອງບ້ານ ບ້ານນາຍາງ, ເມືອງນາຊາຍທອງ ທ່ານນຶ່ງກ່າວ ໃນວັນທີ 19 ສິງຫາ ນີ້ວ່າເບື້ອງຕົ້ນ, ຈະຕ້ອງສອບສວນເອົາຂໍ້ມູນກັບທາງເຈົ້າຂອງຟາມ ທີ່ຮັບຄອບຄົວກັມມະກອນນີ້ ເຂົ້າເຮັດວຽກກ່ອນ.

“ເຮົາຊິເອົາຂໍ້ມູນລະອຽດເນາະ ລະຊິແຈ້ງໄປຫ້ອງການສຶກສາທິການ ລະຊິສເນີເຂົ້າ ເດັກນ້ອຍຈຳນວນດັ່ງກ່າວນີ້ເນາະ ເຂົ້າໂຮງຮຽນ ເປັນປົກະະຕິ, ຫັ້ນນ່າ. ອັນນີ້ກະຊິມີນະໂຍບາຍ ຢູ່ຫ້ອງການສຶກສາທິການ ເມືອງນາຊາຍທອງ ເພິ່ນຊິມີນະໂຍບາຍຢູ່ ນະໂຍບາຍ ຄອບຄົວທຸກຍາກ.”

ສ່ວນເງິນເດືອນ ທີ່ເຈົ້າຂອງສວນໝາກຖົ່ວ ທີ່ເປັນຄົນຈີນ ບໍ່ທັນຈ່າຍໃຫ້ໝົດນັ້ນ, ເຈົ້າໜ້າທີ່ ຈະໄປກວດສອບ ນຳເຈົ້າຂອງສວນໝາກຖົ່ວ. ດັ່ງເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ທ່ານນຶ່ງ ກ່າວໃນວັນທີ 19 ສິງຫາ ວ່າ:

“ອ້າຍຊິກວດເບິ່ງເດີ້ ຊິຕິດຕາມເບິ່ງເດີ້, ອັນນີ້ເຮົາໄປລົມດ້ວຍດີວ່າ ຄັນວ່າເຈົ້າເຮັດແບບນີ້ເນາະ ເຈົ້າຊິໄລ່ອອກ ຫຼືເປັນຈັ່ງໃດກະຢ່າ ຄັນວ່າບໍ່ເຕັມເດືອນກະຢ່າ ມື້ລະທໍ່ໃດ ລະຕ້ອງໄດ້ຈ່າຍໃຫ້ເຂົາ. ຜ່ານມານີ້, ພວກໂຮງງານຢູ່ແຖວໆບ້ານນ້ຳເຢັນນີ້ ລັກສະນະກໍຄົນຈີນ ນີ້ແຫຼະເນາະ ມາເທື່ອ 1 ນີ້, ເຮົາກະມາເບິ່ງ ເຮົາແກ້ໄຂ.”

ອີງຕາມຄວາມເວົ້າ ຂອງເຈົ້າຂອງຟາມເປັດ ແລະ ຟາມເຫັດ ແມ່ນຣະບຸວ່າ ຄອບຄົວຄົນງານລາວດັ່ງກ່າວ ເຮັດວຽກຢູ່ສວນກ້ວຍຈີນ 2 ເດືອນກ່ອນ ແລ້ວຫຼັງຈາກນັ້ນ, ເຈົ້າຂອງສວນກ້ວຍຈີນ ສົ່ງພວກເຂົາເຈົ້າ ມາເປັນຄົນງານ ຢູ່ສວນໝາກຖົ່ວຈີນແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.